ບໍ່ຕ້ອງຕົກໃຈ Facebook,WhatsApp, Messenger ແລະ Instagram ຫລົ້ມທົ່ວໂລກ

ເມື່ອເວລາປະມານ 22:30 ໂມງຂອງມື້ນີ້ (4 ຕຸລາ 2021) ຜູ້ໃຊ້ Facebook ຈຳນວນຫລາຍພົບວ່າ ບໍ່ສາມາດເຂົ້າໃຊ້ບໍລິການໄດ້ທັງເວີຊັນເວັບໄຊ ຫລື ແອັບພລິເຄຊັນ ໂດຍມີລາຍງານວ່ານີ້ເປັນບັນຫາທີ່ພົບກັນທົ່ວໂລກ.
ພ້ອມດຽວກັນນີ້ ບໍລິການອື່ນໃນເຄືອຂອງເຟສບຸກເຊັ່ນ Instagram,WhatsApp ແລະ Messenger ກໍບໍ່ສາມາດນຳໃຊ້ໄດ້ເຊັ່ນກັນ.
ທັງນີ້ຍັງບໍ່ທັນຮູ້ສາເຫດວ່າບັນຫານີ້ເກີດຈາກຫຍັງ ເຊິ່ງກໍຕ້ອງລໍຖ້າຄຳຊີ້ແຈງ ແລະ ແກ້ໄຂຈາກເຟສບຸກ.
Advertisement
Replay Ad