ເລື່ອງກິນໃຫ້ອຸ່ນໃຈ! ຟູດແພນດ້າ ກາຍເປັນແອັບສົ່ງອາຫານທຳອິດທີ່ໃຫ້ບໍລິການຄົບ 18 ແຂວງທົ່ວລາວ

ຫຼັງຈາກທີ່ເປີດໃຫ້ບໍລິການໃນລາວເກືອບ 2 ປີ ໃນທີ່ສຸດບໍລິການສົ່ງອາຫານຍອດນິຍົມລະດັບໂລກຢ່າງ ຟູດແພນດ້າ (foodpanda) ກໍສາມາດປັກທຸງໃຫ້ບໍລິການທົ່ວປະເທດລາວຢ່າງເປັນທາງການເປັນທີ່ຮຽບຮ້ອຍແລ້ວ ນີ້ນັບເປັນໝຸດໝາຍຄັ້ງສຳຄັນຂອງພວກເຂົາ ເນື່ອງຈາກນີ້ເຮັດໃຫ້ຟູດແພນດ້າກາຍເປັນແອັບທຳອິດ ແລະ ບໍລິການສົ່ງອາຫານທຳອິດທີ່ມີບໍລິການທົ່ວປະເທດລາວ ຊ່ວຍໃຫ້ເລື່ອງອາຫານການກິນເປັນເລື່ອງທີ່ອຸ່ນໃຈ ເພາະບໍ່ວ່າຈະຢູ່ແຂວງໃດກໍມີຟູດແພນດ້າ.
ຟູດແພນດ້າລາວ ເປີດເຜີຍວ່າ ຕັ້ງແຕ່ເລີ່ມເປີດໃຫ້ບໍລິການໃນລາວ ໄດ້ໃຊ້ກົນລະຍຸດຂະຫຍາຍພື້ນທີ່ໃຫ້ບໍລິການ 1 ແຂວງຕໍ່ 1 ເດືອນ ເຮັດໃຫ້ເມື່ອວັນທີ 30 ກັນຍາ 2021 ພວກເຂົາສາມາດປິດແຜນທີ່ປະເທດລາວຢູ່ແຂວງໄຊສົມບູນໄດ້ເປັນພື້ນທີ່ສຸດທ້າຍ. ສຳລັບພື້ນທີ່ໃຫ້ບໍລິການທີ່ກວມເອົາທັງ 18 ແຂວງໃນປະເທດລາວນັ້ນ ສຳລັບຕ່າງແຂວງຈະກວມເອົາສະເພາະພື້ນທີ່ເມືອງເອກເປັນຫຼັກ. ນອກຈາກເມືອງເອກແລ້ວ ເປົ້າໝາຍຂອງຟູດແພນດ້າແມ່ນ ຈະຂະຫຍາຍພື້ນທີ່ການໃຫ້ບໍລິການທີ່ທົ່ວເຖິງທີ່ສຸດຕາມເມືອງຍ່ອຍຕ່າງໆ ໂດຍອີງໃສ່ຈຳນວນປະຊາກອນ ແລະ ການຕອບຮັບໃນແຕ່ລະເຂດ.
ຟູດແພນດ້າ ໄດ້ເປີດໂຕໃນປະເທດລາວໃນທ້າຍ ປີ 2019, ຖືກຂັບເຄື່ອນດ້ວຍກົນລະຍຸດ ແລະ ຍຸດທະສາດທີ່ແຂງແກ່ນ, ຟູດແພນດ້າ ໄດ້ສ້າງໂອກາດໃນການສ້າງລາຍໄດ້ໃຫ້ກັບ ພະນັກງານສົ່ງອາຫານ ໄຣເດີ້, ຍັງໄດ້ຊ່ວຍບັນດາຮ້ານອາຫານ , ຮ້ານຄ້າເຕີບໂຕໃນທຸລະກິດອອນລາຍ ແລະ ຍັງມອບປະສົບການທີ່ດີ ຄວາມສະດວກສະບາຍໃຫ້ກັບລູກຄ້າທົ່ວປະເທດນຳອີກ. ນອກຈາກນັ້ນ ຍັງໄດ້ສ້າງເສດຖະກິດຂັ້ນທ້ອງຖິ່ນໃຫ້ກ້າວສູ່ຍຸກດິຈິຕອນ ເຮັດໃຫ້ລູກຄ້າໄດ້ຮັບຄວາມສະດວກສະບາຍ ແລະ ບໍລິການສົ່ງທີ່ວ່ອງໄວ. ຮ້ານອາຫານທ້ອງຖິ່ນ, ຮ້ານສະດວກຊື້ຕ່າງໆ ລວມທັງພະນັກງານສົ່ງອາຫານ ໄຣເດີ້ ທົ່ວປະເທດ ລ້ວນແລ້ວແຕ່ໄດ້ຮັບຜົນປະໂຫຍດທາງດ້ານການສ້າງລາຍໄດ້ຈາກແອັບ ຫຼື ລະບົບຂອງ ຟູດແພນດ້າ.
ທ່ານນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງຟູດແພນດ້າລາວ / ພາບ: muan.la
ທ່ານນາງ ທັນຍາລັດ ຈະເລີນສຸກ ຜູ້ອຳນວຍການ ແລະ ຜູ້ກໍ່ຕັ້ງຟູດແພນດ້າລາວ ໄດ້ໃຫ້ສຳພາດຕໍ່ກັບ muan.la ເນື່ອງໃນໂອກາດດັ່ງກ່າວນີ້ວ່າ “ເປັນຄວາມພູມໃຈອັນໜຶ່ງທີ່ເຮົາໄດ້ດຳເນີນທຸລະກິດໃນຂະແໜງການນີ້ ເຮົາຮູ້ສຶກໄດ້ວ່າເຮົາມາປ່ຽນອຸດສາຫະກຳນີ້ໃນລາວເລີຍກໍວ່າໄດ້ ໂດຍສະເພາະການຄ້າຂາຍອອນລາຍໃນຝັ່ງຮ້ານອາຫານ. ເພາະການປັບຕົວເອງມາຢູ່ໃນຍຸກດິຈິຕອນມີຄວາມຈຳເປັນ ແລະ ມີຜົນດີກັບເຂົາຫຼາຍ ໂດຍສະເພາະໃນໄລຍະລັອກດາວທີ່ຮ້ານອາຫານຕ່າງໆບໍ່ສາມາດເປີດໄດ້ ແຕ່ຍ້ອນການປັບປ່ຽນມາຂາຍອອນລາຍ ເຮັດໃຫ້ທາງຮ້ານຍັງສາມາດປຸງແຕ່ງອາຫານຕ່າງໆເພື່ອຈັດສົ່ງໃຫ້ກັບລູກຄ້າ ໂດຍທາງຟູດແພນດ້າກໍເຂົ້າມາຊ່ວຍໃນການຈັດແຈງລະບົບຈັດສົ່ງ ແລະ ເຂົ້າເຖິງລູກຄ້າ ເພື່ອໃຫ້ທຸລະກິດຍັງໄປຕໍ່ໄດ້. ນອກຈາກທາງຝັ່ງຮ້ານອາຫານແລ້ວ ຟູດແພນດ້າກໍຍັງສົ່ງເສີມການສ້າງອາຊີບໃຫ້ກັບໄຣເດີ້ ເຊິ່ງເປັນຜູ້ຈັດສົ່ງອາຫານ ລວມທັງໃຫ້ປະສົບການ ແລະ ອຳນວຍຄວາມສະດວກໃໝ່ໆໃຫ້ລູກຄ້າຜູ້ສັ່ງອາຫານ ທີ່ເຮັດໃຫ້ເຮົາເຫັນຜົນກະທົບໃນທາງບວກ.”
ການຂະຫຍາຍການບໍລິການຂອງທົ່ວປະເທດຂອງຟູດແພນດ້ານີ້ໄດ້ສ້າງລະບົບທີ່ຍືນຍົງ ໂດຍສະເພາະໃຫ້ກັບຮ້ານຄ້ານ້ອຍໆຢູ່ຕາມເມືອງຕ່າງໆທົ່ວປະເທດລາວ ໂດຍສະເພາະເມື່ອພວກເຮົາກຳລັງກ້າວສູ່ຍຸກ new normal ຫຼື ການໃຊ້ຊີວິດປົກກະຕິຮູບແບບໃໝ່, ສະນັ້ນ ທຸລະກິດຕ້ອງໄດ້ມີການປັບໂຕຢ່າງຕໍ່ເນື່ອງ, ດ້ວຍເຫດຜົນດັ່ງກ່າວ ຟູດແພນດ້າເອງຈຶ່ງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພັດທະນາການບໍລິການຂອງພວກເຂົາ ເພື່ອທີ່ຈະໃຫ້ຕອບສະໜອງຄວາມຕ້ອງການຂອງຄົນລາວ.
ໃນປັດຈຸບັນມີຮ້ານອາຫານທີ່ເປີດເປັນປົກກະຕິໃນລະບົບປະມານ 6,000 - 7,000 ຮ້ານ ໂດຍເພີ່ມຂຶ້ນຫຼາຍເທົ່າເມື່ອທຽບກັບທ້າຍປີ 2019 ສຳລັບໄຣເດີ້ເຊິ່ງມີການຜັດປ່ຽນໝຸນວຽນໄປແຕ່ລະໄລຍະ ໂດຍໃນປັດຈຸບັນກໍມີຫຼາຍເຖິງ 3,000 ກວ່າຄົນ.
ທີ່ຜ່ານມາ ຟູດແພນດ້າ ຍັງໄດ້ຂະຫຍາຍບໍລິການຕົວເອງອອກໄປດ້ວຍວິທີທີ່ຫຼາກຫຼາຍ ແລະ ໂມເດວທຸລະກິດທີ່ຕ່າງກັນອອກໄປ ບໍ່ວ່າຈະເປັນ foodpanda shops ບໍລິການສັ່ງຊື້ເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນຈາກຮ້ານຄ້າຕ່າງໆ ເຊິ່ງປັດຈຸບັນໃຫ້ບໍລິການໃນ 5 ແຂວງ ຫຼື ຈະເປັນ pandamart ບໍລິການສັ່ງຊື້ເຄື່ອງອຸປະໂພກ-ບໍລິໂພກແບບວ່ອງໄວທັນໃຈພາຍໃນ 25 ນາທີ ເຊິ່ງຕອນນີ້ໃຫ້ບໍລິການສະເພາະໃນນະຄອນຫຼວງວຽງຈັນ ແລະ ມີແຜນຈະຂະຫຍາຍໄປສູ່ແຂວງໃຫຍ່ໆໃນປີຖັດໄປ. ນອກຈາກນີ້ ໃນປະມານປີໜ້າ ກໍຈະມີການເປີດ cloud kitchen ທີ່ເປັນຄົວກາງ ເຊິ່ງເປັນອີກໜຶ່ງບໍລິການໃໝ່ໃນຝັ່ງຂອງອາຫານ.
ເພື່ອເປັນການສະເຫຼີມ ການໃຫ້ບໍລິການທົ່ວ 18 ແຂວງ ຟູດແພນດ້າໄດ້ນຳສະເໜີແຄມເປນ “ຟູດແພນດ້າທົ່ວລາວ” ໂດຍມອບລະຫັດສ່ວນຫຼຸດພິເສດໃຫ້ກັບລູກຄ້າໄດ້ໃຊ້ໃນເວລາສັ່ງອາຫານເຊັ່ນ: ລະຫັດ EVERYWHERE ຫຼຸດ 20% ທີ່ລູກຄ້າສັ່ງ 40,000 ກີບຂຶ້ນໄປ ແລະ ຫຼຸດສູງສຸດ 12,000 ກີບ ໝົດເຂດວັນທີ 31 ຕຸລາ 2021 ນີ້ (11:00 ໂມງ ຫາ 17:00 ໂມງ ເທົ່ານັ້ນ).
ໃນແຄມເປນນີ້, ຟູດແພນດ້າລາວ ຍັງໄດ້ຂອບໃຈມາຍັງລູກຄ້າທຸກທ່ານທີ່ໄດ້ໃຫ້ການສະໜັບສະໜຸນຕະຫຼອດມາ ຕັ້ງແຕ່ເລີ່ມຕັ້ນ, ລວມທັງຄູ່ຮ່ວມທຸລະກິດ ໂດຍເພາະ ຮ້ານອາຫານ, ຮ້ານຄ້າ ແລະ ພະນັກງານສົ່ງອາຫານໄຣເດີ້ ຜູ້ທີ່ມອບການບໍລິການທີ່ດີທີ່ສຸດໃຫ້ກັບທາງລູກຄ້າທົ່ວປະເທດ.
ໂດຍ: ທີມບັນນາທິການ muan.la
#ຟູດແພນດ້າ
#ຟູດແພນດ້າທົ່ວລາວ
#foodpandaLA
#ຟູດແພນດ້າ18ແຂວງ