5 ເຕັກນິກເຮັດວຽກຢູ່ເຮືອນ ບອກລາສະມາທິສັ້ນ

ປະຕິເສດບໍ່ໄດ້ວ່າວິຖີຊີວິດຂອງຄົນຍຸກໃໝ່ທີ່ສາມາດເຊື່ອມໂລກໄດ້ພຽງປາຍນິ້ວ ເຮັດໃຫ້ມີສິ່ງກະຕຸ້ນຫຼາຍຢ່າງທີ່ພ້ອມຈະທຳລາຍສະມາທິໄດ້ທຸກເມື່ອ ພຽງແຕ່ຄິດວ່າຈະຕ້ອງຈົດຈໍ່ກັບເນື້ອຫາທີ່ການປະຊຸມ ຫຼື ເນື້ອຫາທີ່ອາຈານສອນໃນຫ້ອງຮຽນປົກກະຕິເປັນເວລາດົນໆ ກໍຮູ້ສຶກວ່າເປັນເລື່ອງຍາກແລ້ວ ແລະ ຍິ່ງໃນວິຖີຍຸກໂຄວິດ-19 ທີ່ຕ້ອງປ່ຽນລະບົບມາຮຽນອອນລາຍ ຫຼື Work from Home (WFH) ເຊິ່ງຕ້ອງເຮັດຫຍັງຢູ່ຄົນດຽວໝົດມື້ດົນເປັນເດືອນ ກໍຍິ່ງເຮັດໃຫ້ປະສິດທິພາບໃນການຈົດຈໍ່ ຫຼື Concentrate ຕໍ່ສິ່ງທີ່ກຳລັງເຮັດຫຼຸດນ້ອຍລົງຈົນບໍ່ສາມາດຮັບຂໍ້ມູນຕ່າງໆ ໄດ້ເຕັມທີ່.
ມາບອກລາບັນຫາ ສະມາທິສັ້ນ ພ້ອມເຕີມຄວາມ Productive ໃຫ້ຊີວິດ ຜ່ານ 5 ເຄັດລັບທີ່ຖອດມາຈາກ Concentration ບອກລາສະມາທິສັ້ນ ປຶ້ມຂາຍດີອີກເຫຼັ້ມຂອງ ຄາມ ໄນ (Kam Knight) ນັກຂຽນຫນັງສືຂາຍດີອັນດັບໜຶ່ງໃນໝວດ Concentration ເທິງ Amazon ສອງປີຊ້ອນ. ໃນປຶ້ມນີ້ໄດ້ອະທິບາຍຕັ້ງແຕ່ຄວາມໝາຍຂອງສະມາທິ ຕະຫຼອດຈົນວິທີເພີ່ມສະມາທິ ແລະ ກຳຈັດສິ່ງລົບກວນອອກໄປ ພ້ອມເຕັກນິກການເພີ່ມຄວາມ Productive ເພີ່ມປະສິດທິຜົນໃນການເຮັດວຽກງານ ແລ ະເພີ່ມສະມາທິທີ່ເບິ່ງຄືຈະເປັນເລື່ອງງ່າຍ ແຕ່ກໍເປັນເລື່ອງທີ່ຫຼາຍຄົນຫຼົງລືມໄປ.
1. ຝຶກພື້ນຖານການຜ່ອນຄາຍ
ຈະເຮັດໃຫ້ຮ່າງກາຍສະຫງົບໄດ້ ເຈົ້າຕ້ອງເລີ່ມຈາກການສະຫງົບຈິດໃຈໂດຍສັ່ງໃຫ້ຕົວເອງຜ່ອນຄາຍ, ຫຼຸດຜ່ອນຄວາມຄິດບໍ່ໃຫ້ວຸ່ນວາຍ ຫຼື ອັດແໜ້ນໄປດ້ວຍເລື່ອງໃດເລື່ອງໜຶ່ງ ແລະ ບັນເທົາຄວາມຢ້ານກົວ ຫຼື ວິຕົກກັງວົນ ເພື່ອໃຫ້ພ້ອມສຳລັບການເຮັດວຽກງານ.
ການຜ່ອນຄາຍເຮັດໄດ້ງ່າຍ ໆ ພຽງແຕ່ຫາບ່ອນສະຫງົບ, ຄ່ອຍໆຫຼັບຕາ ແລະ ຫາຍໃຈເຂົ້າ-ອອກຊ້າໆ ສັງເກດຕົວເອງວ່າຮູ້ສຶກ ແລະ ຄິດຫຍັງຢູ່. ຄ່ອຍໆ ຈົມດິ່ງເລິກລົງໄປໃນຄວາມຄິດຕ່າງໆ ແລ້ວຈຶ່ງເລີ່ມຫາຍໃຈໃຫ້ເລິກຂຶ້ນ. ສັງເກດຕົວເອງອີກຮອບ ຫາກມີສ່ວນໃດທີ່ປວດຕຶງແລ້ວໃຫ້ຄ່ອຍໆ ຜ່ອນຄາຍສ່ວນນັ້ນ. ຫຼັງຈາກນັ້ນໃຫ້ນຶກຈິນຕະນາການພາບທີ່ເບິ່ງແລ້ວຮູ້ສຶກສະບາຍໃຈ ທ່ອງຊ້ຳໆ ວ່າ “ຂ້ອຍຮູ້ສຶກຜ່ອນຄາຍ” ພ້ອມກັບຜ່ອນຄາຍສ່ວນຕ່າງ ໆ ຂອງຮ່າງກາຍ.
2. ປັບຄວາມວອກແວກດ້ວຍການເພີ່ມເປົ້າໝາຍ
ຈິດໃຈຂອງມະນຸດປຽບດັ່ງເຄື່ອງຈັກສະແຫວງຫາ ແລະ ຖືກຊຸກຍູ້ດ້ວຍເປົ້າໝາຍ ແລະ ຈຸດປະສົງ. ທັນທີທີ່ຈຸດປະສົງຢ່າງໜຶ່ງປາກົດແຈ້ງ ເຈົ້າຈະບໍ່ວອກແວກ. ພະລັງທຸກຮູບແບບ ເຊັ່ນ: ແຮງກະຕຸ້ນ ແລະ ຄວາມກະຕືລືລົນຈະຊ່ວຍດັນໃຫ້ເຈົ້າຫັນໄປຈົດຈໍ່ກັບເປົ້າໝາຍນັ້ນໆແທນ ແລະເມື່ອເປົ້າໝາຍຊັດເຈນກໍຈະເຮັດໃຫ້ເຈົ້າເກີດສະມາທິໃນການເຮັດສິ່ງນັ້ນໆ ຂຶ້ນຢ່າງອັດຕະໂນມັດ.
ຍົກຕົວຢ່າງ ຕອນມັດທະຍົມເຮົາອາດຈະມ່ວນກັບການໄປທ່ຽວຫຼິ້ນທຸກມື້ ແຕ່ເມື່ອເຮົາຕັ້ງເປົ້າໝາຍວ່າຈະຕ້ອງສອບເສັງເຂົ້າມະຫາວິທະຍາໄລໃຫ້ໄດ້ ເຮົາຈະຂະຫຍັນ ແລະ ຢາກອ່ານໜັງສືກຽມສອບເສັງເອງ ໂດຍບໍ່ຕ້ອງມີໃຜມາບັງຄັບ. ດັ່ງນັ້ນເມື່ອຮູ້ສຶກເສຍສະມາທິ ຂໍໃຫ້ນຶກເຖິງເປົ້າໝາຍໃຫ້ຊັດເຈນເພື່ອປັບກົນໄກຈິດໃຕ້ສຳນຶກໃຫ້ສອດຄ່ອງກັບສິ່ງທີ່ປາດຖະໜາ.
3. To-do List ທີ່ບໍ່ໄດ້ພຽງແຕ່ລິສຢູ່ໃນຫົວ
ການຂຽນລາຍການສິ່ງທີ່ຕ້ອງເຮັດໃນແຕ່ລະມື້ເປັນສິ່ງທີ່ທຸກຄົນຮູ້ແຕ່ບໍ່ຄ່ອຍມີໃຜເຮັດ. ທຸກຄົນຈະບອກຄ້າຍ ໆ ກັນວ່າ ຂ້ອຍຮູ້ຢູ່ແລ້ວວ່າມີວຽກຫຼວງຫຼາຍລໍຖ້າຂ້ອຍຢູ່ ແຕ່ເວລາທີ່ວຽກເຂົ້າມາບາດດຽວພ້ອມໆ ກັນຈະເຮັດໃຫ້ເຮົາເສຍສະມາທິ ວອກແວກ ບໍ່ສາມາດຈົດຈໍ່ກັບສິ່ງທີ່ເຮັດຢູ່ໄດ້ແທ້ ຈົນເຮັດໃຫ້ວຽກງານແຕ່ລະຢ່າງເດີນຊ້າ ແລະ ດ້ອຍປະສິດທິພາບ ເພາະໃນຫົວກໍເອົາແຕ່ຄິດເຖິງພາລະກິດອື່ນໆ ທີ່ຕ້ອງເຮັດຕໍ່ໄປ ຫຼື ພາລະກິດທີ່ຍັງຄ້າງຄາຢູ່.
ວິທີແກ້ບັນຫານີ້ກໍຄືການຂຽນທຸກຢ່າງອອກມາເປັນລາຍການທີ່ຕ້ອງເຮັດ ຫຼື To-do List ໂດຍຈັດຮຽງລຳດັບສິ່ງທີ່ຕ້ອງເຮັດໃນມື້ນັ້ນ ເຊິ່ງຈະເຮັດໃຫ້ເຫັນພາບລວມວຽກທັງໝົດໄດ້ງ່າຍ ແລະ ຊັດເຈນຍິ່ງຂຶ້ນໂດຍເຮົາຕ້ອງໝັ່ນເບິ່ງລາຍການທີ່ຈົດໄວ້ເລື້ອຍໆ ເພື່ອຢ້ຳເຕືອນຕົວເອງວ່າມີສິ່ງໃດທີ່ເຮັດສຳເລັດແລ້ວ, ຍັງບໍ່ເຮັດ ຫຼື ເຮັດຄ້າງໄວ້ຢູ່ ຫຼື ບໍ່ ໃຫ້ຂີດຂ້າລາຍການທີ່ສຳເລັດແລ້ວ ເພິ່ມເຕີມວຽກໃໝ່ໆ ທີ່ນຶກຂຶ້ນໄດ້ ແລະ ຄວນບັນທຶກທັງໝົດທຸກຢ່າງໄວ້ໃນບ່ອນດຽວກັນ.
4. ເພີ່ມຄວາມສ້າງສັນດ້ວຍພະລັງ Deadline
ນະໂປລຽນ ຮິນ ຜູ້ຂຽນປຶ້ມ Think and Grow Rich ກ່າວວ່າ “ນິໄສເລື່ອນມື້ເລື່ອນວັນຄືນິໄສບໍ່ດີ ທີ່ມັກຜັດຜ່ອນສິ່ງທີ່ຄວນເຮັດເມື່ອວານຊືນເອົາໄວ້ໄປເຮັດມື້ຮື”. ຫຼາຍເທື່ອ ແຮງຊຸກຍູ້ມັກເລີ່ມເຮັດວຽກເມື່ອໃກ້ເຖິງເດດລາຍ (deadline) ຫຼື ກຳນົດສົ່ງວຽກ ແລະ ຄົງບໍ່ມີຫຍັງປຸກກະຕຸ້ນສະມາທິໄດ້ເທົ່າກັບການປະເຊີນໜ້າກັບເດດລາຍອີກແລ້ວ. ດັ່ງນັ້ນ ເຮົາຈຶ່ງຄວນໃຊ້ປະໂຫຍດຈາກບ່ອນນີ້ມາສ້າງ “ຂອບເວລາ” ໃຫ້ແກ່ວຽກງານຕ່າງໆ.
ການວາງຂອບເວລາ ຫຼື Timeboxing ຄືການວາງແຜນໂດຍກຳນົດເວລາໃນການເຮັດວຽກງານແຕ່ລະຢ່າງເອົາໄວ້ໃຫ້ແນ່ນອນ ເຊັ່ນ: ກຳນົດ 2 ຊົ່ວໂມງໃນການທົບທວນບົດຮຽນຕາມທີ່ອາຈານສັ່ງ ຫຼື ກຳນົດວ່າທຸກໆ ວັນເສົາຈະຕ້ອງຂຽນນິຍາຍໃຫ້ໄດ້ 5,000 ຄຳ ເປັນຕົ້ນ.
ການວາງຂອບເວລາເປັນເຕັກນິກທີ່ໄດ້ຜົນດີີ ເພາະຊ່ວຍໃຫ້ເຮົາປ່ຽນຈົດຈໍ່ຈາກຕົວກິດຈະກຳໄປເປັນເວລາ ກະຕຸ້ນໃຫ້ຕົວເອງຮູ້ສຶກຕື່ນຕົວ. ແຕ່ກໍຕ້ອງຢ່າລືມທີ່ຈະກຳນົດຂອບເວລາໃຫ້ສົມເຫດສົມຜົນກັບວຽກທີ່ເຮັດ ບໍ່ດັ່ງນັ້ນກໍຈະບໍ່ເກີດປະໂຫຍດ.
5. ຄິດຈະພັກ ໃຫ້ພັກ
ການເຮັດວຽກງານຕິດຕໍ່ກັນຫຼາຍໆຊົ່ວໂມງ ເປັນສິ່ງທີ່ທຳລາຍພະລັງ, ແຮງຊຸກຍູ້, ແຮງຈູງໃຈ ແລະ ທຳລາຍສະມາທິ ເຮັດໃຫ້ມີທ່າອ່ຽງທີ່ຈະເກີດຂໍ້ຜິດພາດ ຫຼື ເບິ່ງຂ້າມບາງຢ່າງໄປ. ດັ່ງນັ້ນການຖອຍຫ່າງຈາກວຽກ ຫຼື ກິດຈະກຳຈັກຢ່າງໃຫ້ຮ່າງກາຍ ແລະ ຈິດໃຈໄດ້ພັກຕາມເວລາທີ່ເໝາະສົມ ຈະເຮັດໃຫ້ເຮົາສາມາດກັບມາເຮັດວຽກອີກເທື່ອໄດ້ເຕັມສະມັດຖະພາບ ເຊິ່ງການຢຸດພັກໝາຍເຖິງເຮົາຈະເຮັດຫຍັງກໍໄດ້ຍົກເວັ້ນວຽກທີ່ເຮັດຢູ່ ສາມາດອອກໄປຊົງກາເຟ, ໄປຫຼິ້ນກັບໝາ ຫຼື ແມ່ນແຕ່ການງີບນອນກໍນັບວ່າເປັນການຢຸດພັກເຊັ່ນດຽວກັນ.
ຂໍຂອບໃຈ
ຂໍ້ມູນ : sanook