ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນໃໝ່ 264 ຄົນ

ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນໃໝ່ 264 ຄົນ ອີງຕາມການລາຍງານຂອງຄະນະສະເພາະກິດ ປະຈຳວັນທີ 18 ກັນຍາ 2021.
ສຳລັບຍອດຕິດເຊື້ອທັງໝົດທົ່ວປະເທດ ໃນການລາຍງານດັ່ງກ່າວແມ່ນ 466 ຄົນ ໃນນັ້ນເປັນການຕິດເຊື້ອໃນຊຸມຊົນແມ່ນ 383 ຄົນ ກວມເອົາຫຼາຍກວ່າ 80% ຂອງໂຕເລກຕິດເຊື້ອໃໝ່. ໂຕເລກຕິດເຊື້ອໃໝ່ແບ່ງເປັນແຕ່ລະແຂວງປະກອບມີດັ່ງນີ້:
ຕິດເຊື້ອໃນຊຸມຊົນ:
- ນະຄອນຫຼວງວຽງຈັນ 264 ກໍລະນີ
- ຈຳປາສັກ 41 ກໍລະນີ
- ຄຳມ່ວນ 26 ກໍລະນີ
- ຫຼວງນໍ້າທາ 2 ກໍລະນີ
- ຫຼວງພະບາງ 30 ກໍລະນີ
- ສະຫວັນນະເຂດ 20 ກໍລະນີ
ຕິດເຊື້ອນຳເຂົ້າ:
- ຫຼວງພະບາງ 2 ກໍລະນີ
- ສະຫວັນນະເຂດ 70 ກໍລະນີ
- ສາລະວັນ 9 ກໍລະນີ
ມາຮອດປັດຈຸບັນ ລາວມີຜູ້ຕິດເຊື້ອສະສົມທັງໝົດ 18,814 ກໍລະນີ, ກຳລັງປິ່ນປົວ 3,665 ກໍລະນີ ແລະ ເສຍຊີວິດສະສົມ 16 ກໍລະນີ.
ສຳລັບຢູ່ນະຄອນຫຼວງວຽງຈັນ
ຈາກໂຕເລກຜູ້ຕິດເຊື້ອໃນຊຸມຊົນທີ່ເພີ່ມຂຶ້ນເປັນຈຳນວນຫຼາຍທົບພາຍໃນມື້ດຽວ, ທາງຄະນະສະເພາະກິດໄດ້ລາຍງານວ່າ ຜູ້ຕິດເຊື້ອໃນຊຸມຊົນ 247 ຄົນ ຈາກທັງໝົດ ເປັນຜູ້ຕິດເຊື້ອທີ່ເປັນກຸ່ມຜູ້ເຮັດວຽກໃນໂຮງງານຕັດຫຍິບອານພີ ບ້ານໜອງທາເໜືອ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍໃນນັ້ນ ມີປະຫວັດສຳຜັດໃກ້ຊິດກັບຊ່າງຈັກ ຊ່າງໄຟ ທີ່ເປັນຄົນໄທ ຈາກໂຮງງານ ອິນເຕີເມດ ແຟຊັນ ທີ່ໄດ້ຕິດເຊື້ອມາແລ້ວກ່ອນໜ້ານີ້.
ຈາກສະຖານະການດັ່ງກ່າວ, ທາງເຟສບຸກສູນຂ່າວສານການແພດ ແລະ ສຸຂະສຶກສາ ໄດ້ມີການແຈ້ງອອກມາວ່າ ໃນຕອນບ່າຍຂອງມື້ນີ້ (18 ກັນຍາ 2021) ທາງຄະນະສະເພາະກິດນະຄອນຫຼວງວຽງຈັນ ຈະມີການຖະແຫຼງຂ່າວພິເສດເພີ່ມເຕີມ ເຊິ່ງຄາດວ່າຈະເປັນເລື່ອງກ່ຽວກັບສະຖານະການໃນປັດຈຸບັນ ແລະ ອາດມີການປະກາດມາດຕະການເພີ່ມ.
ໂດຍ: ທີມບັນນາທິການ muan.la
ອ້າງອີງ: ສູນຂ່າວສານການແພດ ແລະ ສຸຂະສຶກສາ #MuanUpdate #COVID19