ດາລາແຝດສາວຜູ້ຊົງອິດທິພົນໃນໃຈຊາວເນັດ! ຮູ້ຈັກ 2 ສາວ ມາຍ-ມີ້ນ ໃຫ້ຫຼາຍຂຶ້ນ

ຜົນງານມີເຂົ້າມາຢ່າງຕໍ່ເນື່ອງ ສໍາລັບ 2 ສາວຝາແຝດ ມາຍມີ້ນ ປັດຈຸບັນໄດ້ສັງກັດຢູ່ຄ້າຍ A-List ນອກຈາກຄວາມງາມ ອໍຣາທີ່ເພີ່ມຂຶ້ນ ກໍຄືຄວາມສາມາດນີ້ແຫຼະ ທັງການສະແດງ ຮ້ອງເພງ ງານພຣີເຊັນເຕີຈັດເຕັມ! ມື້ນີ້ມ່ວນເລີຍຈະພາໄປຮູ້ຈັກ 2 ສາວນີ້ເພີ່ມຂຶ້ນ.
ສຳລັບ ຈັນທິດາ ຈັນທະເສນາ ຫຼື ມາຍ:
ປັດຈຸບັນ ອາຍຸ 19 ປີ ຮຽນກົດໝາຍ ຢູ່ສະຖາບັນຍຸຕິທຳແຫ່ງຊາດ ກ້າວສູ່ວົງການເຕັມໂຕ ໃນຖານະສິລະປິນຄ້າຍ A-List, ມາຍກາຍເປັນທີ່ຮູ້ຈັກ ແລະ ແຈ້ງເກີດຈາກຄວາມໜ້າຮັກໃນການໂພສທ່າຖ່າຍຮູບ ການຫຼິ້ນກີ່ຕ້າ, ລິບຊິ້ງໃນ TikTok ແລະ ດີກຣີນາງເອກ MV ເພງດັງ 20 ລ້ານວິວ (25 ມີນາ 2021).ຈຸດເລີ່ມຕົ້ນທີ່ມາຢູ່ໃນສັງກັດ A-List ມາຍໃຫ້ສຳພາດວ່າ: "ຕອນທຳອິດບໍ່ໄດ້ຄິດວ່າຈະໄດ້ເຂົ້າມາໃນວົງການນີ້ ແຕ່ໄດ້ເຮັດຮູ້ສຶກວ່າມັນໄດ້ເປີດໂລກກວ້າງ ໄດ້ເຮັດຫຍັງຫລາຍຢ່າງ ເພາະເປັນສິ່ງທີ່ມັກ ເມື່ອມີຜູ້ໃຫຍ່ໃຫ້ໂອກາດ ແລະ ທາບທາມ ເລີຍບໍ່ລັງເລໃຈ ທີ່ຈະຕັດສິນໃຈຈິງຈັງກັບວຽກງານໃນວົງການບັນເທີງ".
ພ້ອມທັງ "ບໍ່ໄດ້ຄິດວ່າໂຕເອງເປັນເນັດໄອດໍ້ເລີຍແຕ່ມີຄົນຮູ້ຈັກຢູ່ແລ້ວກ່ອນໜ້າຍ້ອນຖ່າຍຮູບ ແລະ ມາຮູ້ຈັກຫຼາຍຂຶ້ນເພາະໄດ້ມີໂອກາດຖ່າຍ MV ເເພງນ້ອງ ກັບລູກເຂີຍໃສ່ມອງເລີຍເຮັດໃຫ້ມີຄົນຮູ້ຈັກຫຼາຍຂຶ້ນ".ຜົນງານປັດຈຸບັນແມ່ນໄດ້ຮ່ວມຮ້ອງເພງແລະເຮັດ MV ແພງອ້າຍ ເປັນເທື່ອທີສອງກັບເຂີຍໃສ່ມອງ ແລະ ຖ່າຍໂຄສະນາ ຖ່າຍແບບ ພ້ອມມີອີກຫຼາຍຜົນງານທີ່ຈະນຳມາໄວໆນີ້..ເຊື່ອວ່າຫຼາຍຄົນຄົງຮູ້ຈັກກັນດີວ່າ ມາຍມີຝາແຝດ ງາມແບບແພັກຄູ່ກັນເລີຍ ຄື ມາຍ-ມີ້ນ ສ່ວນມາຍເປັນເອື້ອຍ ມີ້ນເປັນນ້ອງ ແຕ່ຄົນມັກທ້ວງຜິດຫຼາຍເລີຍ ໂດຍສະເພາະແມ່.
ປົກກະຕິມາຍເປັນຄົນມິດໆແດ່ ແຕ່ຄັນໄດ້ຮູ້ຈັກກໍເວົ້າຫຼາຍເລີຍແຫຼະ
ກິດຈະກຳຍາມວ່າງຄືການຫຼິ້ນກີ່ຕ້າ.ມາຮອດຂໍ້ທີ່ທຸກຄົນຢາກຮູ້ແລ້ວ ຜູ້ຊາຍແບບໃດທີ່ຈະພິຊິດໃຈມາຍໄດ້? ມາຍ: ມັກຜູ້ຊາຍທີ່ຫນ້າຊື່ໆແຕ່ຍິ້ມແລ້ວມີສະເໜ່ມີແກ້ມບ່ອງນຳ ແຮງແພ້ເລີຍ.
ແລະ ຢາກຂອບໃຈທີ່ຕິດຕາມຜົນງານ ແລະ ໃຫ້ຄວາມສະໜັບສະໜຸນ ມາຍເດີຮັກ fc ທຸກຄົນແຮ່ຫວັງວ່າເພື່ອນໆ ຄົງຈະຮູ້ຈັກມາຍຫຼາຍຂຶ້ນ ໃຜຫຼົງຮັກ ຫຼົງສະເໜ່ສາວໜ້າຮັກຄົນນີ້ ສາມາດຕິດຕາມໄດ້ທີ່ FB: chanthida Mild / IG: m.chanthida / YouTube: Mild & Mint Channel ແລະ Page Facebook: MILD & MINT Channel Page: A-List Talent Agency.
.
"ຈັນອຸມາ ຈັນທະເສນາ" ຫຼື ມີ້ນ
ປັດຈຸບັນ ອາຍຸ 19 ປີ ຕອນນີ້ຢູ່ສັງກັດ A-List ແລະ ກຳລັງສຶກສາຢູ່ສະຖາບັນການທະນາຄານ..ຈາກເນັດໄອດໍ້ສາວ ສູ່ສິລະປິນເຕັມໂຕ ແນ່ນອນວ່າເປັນເລື່ອງທ້າທາຍສຳລັບມີ້ນ ແຕ່ຜູ້ກ່ຽວກໍເຮັດອອກມາໄດ້ເຕັມທີ່ ບໍ່ວ່າຈະເປັນຜົນງານໂຄສະນາ, ການຖ່າຍແບບ, ຣີວິວ ແລະ ການສະແດງ ໃນບົດບາດນາງເອກ MV ເພງ ແພງນ້ອງ ຂອງລູກເຂີຍໃສ່ມອງ. ໂດຍມີ້ນໄດ້ໃຫ້ສຳພາດກັບມ່ວນວ່າ "ຖ້າຖາມວ່າ ຍາກບໍ່ກັບການສະແດງເອັມວີທຳອິດ ກໍບໍ່ຍາກປານໃດ ເພາະພວກອ້າຍທີມງານລູກເຂີຍໃສ່ມອງ ເພິ່ນໃຫ້ເຮົາເຮັດໂຕຫນ້າຮັກຫນ້າຮັກ ແລະ ພວກອ້າຍເປັນກັນເອງຫລາຍ ທຳອິດກໍຮູ້ສຶກຕົກໃຈທີ່ວ່າມີຄົນມາຕິດຕາມຫລາຍ ແຕ່ກໍຂອບໃຈທຸກຄົນທີ່ໃຫ້ຄວາມສົນໃຈ ແລະ ຕິດຕາມເດີ້..ມາເວົ້າເຖິງ ສິ່ງທີ່ຫຼາຍຄົນຍັງບໍ່ຮູ້ ເຫັນໜ້າຮັກແບບນີ້ ປົກກະຕິມີ້ນເປັນຄົນບໍ່ຄ່ອຍແຕ່ງໂຕ ຖ້າຈະມັກໃສ່ ກໍແຕ່ງໂຕສະບາຍໆເສື້ອຍືດ ໂສ້ງຂາຍາວທົ່ວໄປ, ສ່ວນອາຫານຈານເດັດທີ່ກິນຕະຫຼອດກໍຈະແມ່ນ ຜັດກະເພົາ, ຕຳໝາກຫຸ່ງ ແລະ ຊູຊິ.
ຜົນງານປັດຈຸບັນ ແມ່ນເພງແພງອ້າຍ ແລະ ແພງນ້ອງ ທີຜ່ານມາກໍມີຖ່າຍໂຄສະນາ, ຖ່າຍແບບ ແລະ ງານຣີວີວ ທີ່ມີເຂົ້າມາເລື້ອຍໆ.
ດັ່ງທີ່ຫຼາຍຄົນຮູ້ວ່າມີ້ນມີຝາແຝດທີ່ແມ່ນ ມາຍ, ເປັນມາຍ - ມີ້ນ 2 ນ້ອງເອື້ອຍງາມໝົດ 2 ແລະ ຮັກແພງກັນ ຕິດກັນທີ່ສຸດ. ສິ່ງທີ່ບໍ່ຄືກັນລະຫວ່າງ ມີ້ນກັບມາຍແມ່ນຄວາມສູງ ສິ່ງທີຄືກັນທີ່ສຸດກໍແມ່ນສະໄຕລການໃຊ້ຊີວິດ ການກິນ ເພາະມັກເຮັດຫຍັງນຳກັນໃນຫລາຍໆເລື່ອງ ເວົ້າໄດ້ວ່າ 2 ເອື້ອຍນ້ອງໄປນຳກັນ ແບບສົ່ງຕໍ່ຄວາມສົດໃສ ຄືເອື້ອຍກໍງາມ ນ້ອງກໍງາມ ບໍ່ຮູ້ຈະຮັກໃຜດີເລີຍແຫຼະ..ອີກຢ່າງໜຶ່ງຄື ນິໄສທົ່ວໄປຂອງມີ້ນເປັນຄົນບໍ່ຄ່ອຍມັກເວົ້າ, ແຕ່ຍິ້ມງ່າຍ ຖ້າມີເວລາວ່າງກໍຈະເຮັດເຂົ້າໜົມໄວ້ກິນ ແລະ ເລື່ອງທີ່ຄົນຢາກຮູ້ ໜຸ່ມຄົນໃດທີ່ຈະຄອງໃຈມີ້ນໄປໄດ້? ເຈົ້າໂຕມາຕອບເອງເລີຍວ່າ: "ເປັນຄົນທີ່ບໍ່ມີສະເປັກຕາຍໂຕ ແຕ່ຈະມັກຜູ້ຊາຍຍິ້ມ ແລະ ໜ້າຮັກ ມັກຄົນທີ່ເອົາໃຈໃສ່ດີ ໃຫ້ກຽດຢູ່ນຳແລ້ວເຮັດຮູ້ສຶກເປັນກັນເອງ ແລະ ສະບາຍໃຈ.ຢາກຂອບໃຈທຸກຄົນທີ່ຕິດຕາມຜົນງານ ແລະ ຊັບພອດມີ້ນມາຕະຫຼອດ. ສຸດທ້າຍນີ້ກໍຢາກໃຫ້ຕິດຕາມກັນໄປດົນໆເດີ້ ຮັກ FC ທຸກຄົນເລີຍ.
ຫຼົງຮັກສາວນ້ອຍຄົນນີ້ແລ້ວແມ່ນບໍ? ສາມາດຕິດຕາມຜົນງານມີ້ນໄດ້ທີ່ Facebook: Chanouma Min.