ລວມທັບນັກສະແດງນ້ອງໃໝ່! ມີໃຜແດ່ທີ່ໄດ້ຮັບບົດຫຼັກ ໃນຊີຣີໄວລຸ້ນລາວ My Melody?

ເປີດໂຕຢ່າງເປັນທາງການ My Melody The Series ທຳນອງຫົວໃຈໄວລຸ້ນປັ້ນຝັນກັບມາອີກຄັ້ງ ຊີຣີໄວລຸ້ນເລື່ອງໃຫມ່ ທີ່ລວມຕົວນັກສະແດງກຸ່ມໃຫມ່ ໄວຫນ້າຮັກສົດໃສ ທີ່ຈະມາສ້າງຄວາມສຸກໃຫ້ທຸກຄົນໃນເດືອນສິງຫານີ້ທຳນອງເພງ ວົງດົນຕີ ຄວາມຮັກ ແລະ ຄວາມຝັນຂອງໄວລຸ້ນທີ່ຖ່າຍທອດຜ່ານຊີຣີ ຮັບຮອງຄວາມຟິນມີເຕັມທີ່ຝາກທຸກຄົນຕິດຕາມແດ່ເດີ້ ໄວໆນີ້ໄດ້ຮັບຊົມກັນ. ໃນລະຫວ່າງທີ່ລໍຖ້າຢູ່ໄປຮູ້ຈັກກັບຕົວລະຄອນຫຼັກໃຫ້ຫອມປາກຫອມຄໍກັນເລີຍ.
1.ເຕີ່ຍ: ຮັບບົດຕົວລະຄອນພະເອກ ໃນຕົວລະຄອນຊື່ວ່າ ຊອນນີ່, ນິໄສ ຂອງຊອນນີ່ຂ້ອນຂ້າງຈະກົງກັນຂ້າມກັບຕົວຕົນຂອງນ້ອງ. ຊອນນີ່ ເປັນຕົວລະຄອນທີ່ມີນິໄສ ມັກຊ່ວຍເຫຼືອໝູ່, ເປັນຄົນມີເຫດຜົນ, ເຂັ້ມແຂງ, ເວົ້າໜ້ອຍແຕ່ທຸກຄຳທີ່ຊອນນີ່ເວົ້າອອກມາ ລ້ວນແຕ່ເປັນຂໍ້ຄິດທີ່ດີໃຫ້ກັບຄູ່ສົນທະນາໂຕເອງ. ບອກສໍ່ານີ້ເດີ້ ທີ່ເຫຼືອໄປຕິດຕາມເບິ່ງເອົາ ວັນທີ 15 ສິງຫາເດີ້, ມີເຊີໄພຣທຸກຕອນ.
FB: Keonakhon Tây
2. ມິມີ່ ຫຼື ບຸດສະບາ ພິດອານົງ:
ມິມີ່ເຜີຍວ່າ "ເປັນຊີຣີເລື່ອງທຳອິດກໍຕ້ອງຍອມຮັບວ່າຍາກຫຼາຍໆ ແຕ່ໄດ້ຜູ້ກຳກັບ, ທີມງານ ມືອາຊີບ ແລະ ນັກສະແດງຫຼາຍໆຄົນທີ່ຊ່ວຍສອນ ແລະ ໃຫ້ຄຳແນະນຳເລີຍດີຂຶ້ນຫຼາຍ" ຈຸດເລີ່ມຕົ້ນຄື ເຫັນ Acnes ໂພສຫານັກສະແດງເພື່ອຈະຄັດເລືອກ ໃນໂຄງການຊີຣີ My Melody ມີ່ເອງມີຄວາມສົນໃຈ ເລີຍຢາກລອງ ສະແດງຢູ່ແລ້ວ ກໍລີຍລອງໄປເບິ່ງ. ສ່ວນບົດທີ່ໄດ້ຮັບເປັນເດັກນ້ອຍມໍປາຍທີ່ສົດໃສ ມີຄວາມໜ້າຮັກ ມີຄວາມຕັ້ງໃຈ ມຸ່ງໝັ້ນຢາກມີວົງດົນຕີເປັນຂອງຕົນເອງຈະຄູ່ກັບໃຜຕ້ອງຖ້າລຸ້ນເດີ້.
ແນ່ນອນວ່າຊີຣີມີດົນຕີເຂົ້າມາກ່ຽວນໍາເປັນຫລັກ ງານນີ້ສາວນ້ອຍຂອງເຮົາຈະໄດ້ຮ້ອງເພງນໍ ເຊິ່ງາປົກກະຕິ ມິມີ່ບອກວ່າ "ເປັນຄົນມັກຟັງເພງແຕ່ບໍ່ກ້າຮ້ອງເພາະອາຍ ເລື່ອງນີ້ຕ້ອງຮັບບົດເປັນນັກຮ້ອງນຳກະຕ້ອງໄປຮຽນພື້ນຖານການຮ້ອງເພງໃໝ່ໝົດພາຍໃນເວລາບໍ່ຮອດເດືອນ"
FB: Mimi Boutsaba
3. "ພຽງຟ້າ ຢາການາກິ" ຫຼື ໂມນີລ້າ:
ນາງແບບ-ນັກດົນຕີ ທີ່ມີຄວາມສາມາດຫຼາຍດ້ານ. ໂຕແທ້ກໍຄືໜ້າຮັກສຸດ ແຖມຍັງຫຼິ້ນດົນຕີໄດ້ຫຼາຍປະເພດ ບໍ່ແປກໃຈເປັນຫຍັງຈຶ່ງໄດ້ເປັນນັກສະແດງຫຼັກ ເພາະເໝາະສົມທີ່ສຸດ.
ໂມນລ້າ ປັດຈຸບັນ ອາຍຸ 16 ປີ ຮຽນຢູ່ໂຮງຮຽນດາວດວງນ້ອຍ Littlestar International School (LIS). ອັບເດດຜົນງານປັດຈຸບັນ ມີງານຖ່າຍແບບ ແລະ ໄດ້ເປັນນັກສະແດງ My Melody ທໍານອງຫົວໃຈ ໄວລຸ້ນປັ້ນຝັນ ທີ່ຜ່ານມາເຄີຍປະກວດ ລາວຊຸບເປີໂມເດວລຸ້ນນ້ອຍ ໃນຕອນອາຍຸ 9 ປີ ພ້ອມທັງໄດ້ຮັບລາງວັນຂວັນໃຈຊ່າງພາບ ແລະ ໄດ້ຖ່າຍແບບໃຫ້ຫ້ອງເສື້ອແບຣນດັງໄພລິນ ທີ່ເປັນເຈົ້າຂອງໂດຍ ຈິຈີ່ ພອຍໄພລິນ ສີວິໄລ ອີກດ້ວຍ. ສ່ວນບົດທີ່ໂມນີລ້າ ໄດ້ຮັບຈະເປັນແນວໃດ ຕ້ອງຕິດຕາມນໍາກັນ.
FB: Monira Yaganegi
4. ເຈແປນ:
ຊີຣີ ເລື່ອງທຳອິດ ຕື່ນເຕັ້ນ ຕອນທໍາອິດ ດີໃຈສຸດເລີຍແຕ່ພໍໄດ້ຢູ່ມາຫຼາຍມື້ ທີມງານທຸກຄົນໃຫ້ຄວາມອົບອຸ່ນດີເລີຍ ຮູ້ສຶກວ່າມີຄວາມສຸກດີ ເລື່ອງຄວາມຍາກງ່າຍຫວາ ຕອນທໍາອິດແມ່ນມີຄວາມຍາກໜ້ອຍໜຶ່ງ ເພາະວ່າເຮົາຍັງບໍ່ລຶ້ງເທື່ອ. ຫຼັງໆມາກໍຮູ້ສຶກວ່າ ສະບາຍຫຼັງຈາກໄດ້ເຂົ້າກ້ອງມາຕໍ່ກັນຫຼາຍໆມື້. ສະປອຍຕົວລະຄອນ ຊີຣີ ເລື່ອງນີ້ ເຈແປນ ຮັບເປັນລຸ້ນອ້າຍ ຊື່ແມັກເຊິ່ງເປັນພະຮອງ ຈະມີນິໄສດີໃຫ້ຄວາມອົບອຸ່ນກັບນ້ອງໆ ແລະ ກໍຈະມັກໃຫ້ຄຳແນະນໍານ້ອງໆ ມັກສະໜັບສະໜຸນນ້ອງໆ ເປັນມືກີຕ້າຢູ່ວົງດຽວກັບພະເອກ.
FB: Japann Geowjoumsy