ຈະສະໝັກວຽກແມ່ນບໍ່? ນີ້ແມ່ນມາລະຍາດທີ່ຕ້ອງຮູ້ ໃນການສົ່ງອີເມວສະໝັກວຽກ

ທຸກມື້ນີ້ ການຊີວິດປະຈຳວັນຫຼາຍໆຢ່າງຂອງເຮົາ ລ້ວນຕ້ອງເຊື່ອມໂຍງກັບໂລກອອນລາຍເກືອບທັງໝົດ ບໍ່ວ່າຈະດ້ວຍຄວາມທັນສະໄໝຂອງເຕັກໂນໂລຊີ ຫຼື ຍ້ອນພະຍາດລະບາດທີ່ເຮັດໃຫ້ເຮົາຕ້ອງຢູ່ເຮືອນ ເມື່ອຕ້ອງຕິດຕໍ່ຫຍັງກັບໃຜກໍຕ້ອງມີຊ່ອງທາງອື່ນທີ່ຫຼີກລ້ຽງການພົບໜ້າໃນການຕິດຕໍ່ ບໍ່ເວັ້ນກະທັ້ງການສະໝັກວຽກ ກໍຈຳເປັນຕ້ອງຫັນມາເພິ່ງຊ່ອງທາງອອນລາຍຫຼາຍຂຶ້ນເຊັ່ນກັນ.
ລັກສະນະການສະໝັກວຽກທາງອີເມວນັ້ນມີມາດົນແລ້ວ ສ່ວນໃຫຍ່ສາມາດເຮັດໄດ້ງ່າຍໆ ດ້ວຍການສະໝັກຜ່ານເວັບໄຊສະໝັກວຽກ ທີ່ພຽງປ້ອນຂໍ້ມູນ ລະບົບກໍສາມາດນຳໄປເຮັດເປັນປະຫວັດ ຫຼື ນຳຂໍ້ມູນໄປເຮັດເປັນຈົດໝາຍຂໍສະໝັກວຽກໄດ້ທັນທີ. ແຕ່ກໍບໍ່ແມ່ນທຸກບໍລິສັດທີ່ໃຊ້ບໍລິການເວັບໄຊສະໝັກ ບາງບໍລິສັດປະກາດຮັບສະໝັກວຽກທາງຊ່ອງທາງອື່ນ ແລ້ວໃຫ້ເຮົາຂຽນອີເມວເຂົ້າໄປຂໍສະໝັກວຽກກັບທາງບໍລິສັດໂດຍກົງ.
ຢ່າງໃດກໍດີ ການຂຽນອີເມວສະໝັກວຽກກໍຕ້ອງຄຳນຶງເຖິງວັດຖຸປະສົງໃນການຂຽນເປັນສຳຄັນ ວ່າເຮົາຂຽນເພື່ອ “ຂໍວຽກເຮັດ” ຈຶ່ງຕ້ອງມີມາລະຍາດທີ່ຄວນປະຕິບັດ ມີຄວາມເປັນທາງການ ເຊິ່ງຈະສົ່ງຜົນຕໍ່ຄວາມໜ້າເຊື່ອຖື, ຕົວຕົນ ແລະ ຄວາມພ້ອມທີ່ຈະເຮັດວຽກຂອງຕົນເອງນຳ. ເຮົາຈຶ່ງມີຄຳແນະນຳກ່ຽວກັບມາລະຍາດທີ່ຄວນຄຳນຶງເຖິງເມື່ອຕ້ອງຂຽນອີເມວສະໝັກວຽກ ວ່າຫຍັງຄວນເຮັດຫຍັງບໍ່ຄວນເຮັດມາໃຫ້ລອງພິຈາລະນາເບິ່ງ ຈະໄດ້ຮູ້ດ້ວຍວ່າເປັນຫຍັງທີ່ຜ່ານມາສົ່ງອີເມວໄປສະໝັກວຽກຈັກສະບັບກໍບໍ່ມີໃຜຕອບກັບມາຈັກເທື່ອ ເພາະອາດມີຂໍ້ຜິດພາດ ທີ່ທາງອົງກອນເບິ່ງວ່າເຮົາບໍ່ຮັກສາມາລະຍາດຢູ່ກໍໄດ້.
ໃຊ້ຊື່ອີເມວທີ່ເປັນທາງການ
ໃນການສະໝັກວຽກ ຢ່າຕົກມ້າຕາຍຕັ້ງແຕ່ການຕັ້ງຊື່ອີເມວ ເພາະບາງບໍລິສັດອາດຈະບໍ່ເປີດພິຈາລະນາເລີຍຊ້ຳ, ເພາະເຂົາຈະຮູ້ສຶກວ່າມັນເບິ່ງບໍ່ໜ້າເຊື່ອຖື ແລະ ເບິ່ງຄືເດັກນ້ອຍຫຼິ້ນເຮືອນນ້ອຍຫຼາຍກວ່າທີ່ຈະມາຂໍວຽກເຮັດ. ພວກຊື່ທີ່ເປັນຊື່ຫຼິ້ນ, ເປັນຄຳສັບພາສາໄວລຸ້ນ ແບບສະໝັກອີເມວເທື່ອທຳອິດ ຫຼື ເມວທີ່ໃຊ້ສົ່ງວຽກຫາໝູ່ເພື່ອນສະໄໝຮຽນກໍເກັບໄວ້ໃຊ້ກັບໝູ່ເພື່ອນ ຢ່ານຳມາໃຊ້ກັບການສື່ສານແບບທາງທຸລະກິດທີ່ຕ້ອງການຄວາມເປັນທາງການ, ເປັນມືອາຊີບ ແລະ ເບິ່ງໜ້າເຊື່ອຖື. ຊື່ອີເມວຄວນຈະປະກອບດ້ວຍ ຊື່ແທ້, ນາມສະກຸນ ແລ້ວຕາມດ້ວຍບັນຊີທີ່ທັນສະໄໝເຊັ່ນ Gmail ຫຼື Outlook ທີ່ມີຟັງຊັນການໃຊ້ງານຫຼາກຫຼາຍ.
ລະບຸຊື່ເລື່ອງໃຫ້ຊັດເຈນວ່າເປັນອີເມວສະໝັກວຽກ
ເມື່ອຕ້ອງການສົ່ງອີເມວໄປສະໝັກວຽກ ກໍຄວນຕ້ອງລະບຸຫົວເລື່ອງໃຫ້ຊັດເຈນວ່າສົ່ງມາເພື່ອຂໍສະໝັກວຽກ (ພ້ອມລະບຸຕຳແໜ່ງທີ່ຕ້ອງການສະໝັກ) ເພື່ອທີ່ວ່າຫາກອີເມວຂອງເຮົາໄປຢູ່ໃນຈົດໝາຍຂີ້ເຫຍື້ອ ແລ້ວໂຊກດີທີ່ປາຍທາງກວດເບິ່ງ ຖ້າເຫັນວ່າເປັນອີເມວສະໝັກວຽກຈະໄດ້ບໍ່ຕົກຫຼົ່ນໄປ. ຕົວຢ່າງຊື່ເລື່ອງທີ່ຄວນລະບຸໃນຫົວອີເມວ ເຊັ່ນ: “ຕ້ອງການສະໝັກວຽກໃນຕຳແໜ່ງ…” ເຊັ່ນດຽວກັນກັບນັກສຶກສາທີ່ຈະຂໍຝຶກງານກັບບໍລິສັດຕ່າງໆ ຈົດໝາຍຂໍຝຶກງານ ກໍໃຫ້ຕັ້ງຊື່ໃນລັກສະນະດຽວກັນ ເຊັ່ນ “ຂໍຮັບພິຈາລະນາຝຶກງານໃນຕຳແໜ່ງ…” ຈະເບິ່ງເປັນມືອາຊີບຫຼາຍກວ່າ.
ຂຽນໃຫ້ຖືກຕາມຮູບແບບການຂຽນອີເມວເພື່ອສະໝັກວຽກ
ຢ່າງທີ່ບອກໄປຂ້າງຕົ້ນວ່າການຂຽນອີເມວສະໝັກວຽກ ຕ້ອງຮັກສາມາລະຍາດໃນການຕິດຕໍ່ສື່ສານແບບທາງການໄວ້ ເຊິ່ງມີຮູບແບບການຂຽນອີເມວທີ່ເປັນທາງການ ເຖິງວ່າຈະບໍ່ໄດ້ກຳນົດວ່າຕ້ອງເປັນຮູບແບບແບບນັ້ນເປະໆ ແຕ່ຄວນມີສ່ວນປະກອບສຳຄັນ ໆ ໃຫ້ຄົບຄືກັບຂຽນຈົດໝາຍ ດັ່ງນີ້:
- ຄຳຂຶ້ນຕົ້ນ-ຄຳລົງທ້າຍ
- ຄຳຂຶ້ນຕົ້ນ: ຂຶ້ນຕົ້ນດ້ວຍຄຳວ່າ “ເຖິງ/Dear” ພ້ອມລະບຸຊື່ຜູ້ຮັບອີເມວໃຫ້ຊັດເຈນ. ກໍລະນີທີ່ໃນປະກາດຮັບສະໝັກວຽກມີຊື່ແຈ້ງຢູ່ແລ້ວ ແຕ່ຫາກບໍ່ມີໃຫ້ລະບຸເປັນຕຳແໜ່ງທີ່ກ່ຽວຂ້ອງກັບການຮັບສະໝັກວຽກ ຕາມດ້ວຍຊື່ບໍລິສັດ. ແຕ່ຫຼີກລ້ຽງການໃຊ້ຊື່ບໍລິສັດຢ່າງດຽວ ເນື່ອງຈາກບໍລິສັດເປັນສະຖານທີ່ ສະຖານທີ່ຈະຮັບຮູ້ເລື່ອງທີ່ເຮົາຮຽນເຖິງບໍ່ໄດ້.
- ຄຳລົງທ້າຍ: ປິດທ້າຍອີເມວດ້ວຍ “ຂໍຂອບໃຈ” ຫຼື ຖ້າຕ້ອງການຄວາມເປັນທາງການກວ່ານັ້ນ ໃຫ້ໃຊ້ຄຳວ່າ “ຂໍສະແດງຄວາມນັບຖື” ຕາມດ້ວຍຊື່-ນາມສະກຸນ ຂອງຕົນເອງ.
- ສ່ວນເນື້ອຫາ
- ເປີດເລື່ອງດ້ວຍການແນະນຳຕົວເອງສັ້ນ ໆ ວ່າເປັນໃຜມາ, ຈາກໃສ, ຮຽນຈົບຫຍັງມາ. ຈາກນັ້ນລະບຸວ່າເຫັນປະກາດຮັບສະໝັກວຽກນີ້ຈາກຊ່ອງທາງໃດ ແລ້ວຄ່ອຍບອກເຖິງຕຳແໜ່ງງານທີ່ຕ້ອງການສະໝັກວຽກ.
- ລະບຸເຫດຜົນໃນການຂໍສະໝັກວຽກຕຳແໜ່ງນີ້ ພ້ອມຄຸນສົມບັດຂອງຕົນເອງສັ້ນໆ ທີ່ຄິດວ່າໜ້າສົນໃຈ ແລະ ເໝາະກັບວຽກ ເຊັ່ນ: ປະສົບການ, ທັກສະທີ່ບໍລິສັດຕ້ອງການ ຫຼື ກິດຈະກຳຍາມວ່າງທີ່ກ່ຽວຂ້ອງ ລວມທັງສິ່ງທີ່ຈະເຮັດໃຫ້ກັບອົງກອນໄດ້ ຫາກມີໂອກາດຮ່ວມງານ.
- ລະບຸຊ່ອງທາງການຕິດຕໍ່ກັບ ໃນກໍລະນີທີ່ຫາກມີການນັດສຳພາດວຽກ. ອາດຈະໃຫ້ຕອບກັບອີເມວນີ້ ຫຼື ຕິດຕໍ່ກັບດ້ວຍເບີໂທລະສັບ.
- ຫາກມີເອກະສານອື່ນໆ ແນບປະກອບການສະໝັກວຽກ ເຊັ່ນ: ເຣຊູເມ່ (Resume) ຫຼື ພອດໂຟລິໂອ (Portfolio) ໃຫ້ແຈ້ງໃນເນື້ອຫາອີເມວດ້ວຍມີເອກະສານແນບມາ ແນບມາຈັກໄຟລ໌.
ນອກຈາກນີ້ ຕ້ອງໃຊ້ພາສາທີ່ເໝາະສົມກັບວັດທະນະທຳອົງກອນ (ເຮັດວຽກບ້ານກ່ຽວກັບອົງກອນທີ່ຈະສະໝັກວຽກນຳ) ໃຊ້ພາສາສຸພາບ, ສັ້ນ, ກະທັດຮັດ, ບໍ່ຍາວຢຽດ, ເຂົ້າໃຈງ່າຍ, ແຕ່ຂໍ້ມູນສົມບູນ ແລະ ຢ່າຂຽນອວຍຕົວເອງເກີນຈິງໄປຫຼາຍ. ຄຳນຶງເຖິງຄວາມເປັນທາງການ, ໜ້າເຊື່ອຖື ແລະ ມືອາຊີບ.
ຢ່າຕັ້ງຊື່ໄຟລ໌ແນບແບບອີ່ຫຍັງກະໄດ້
ຈຳໄວ້ສະເໝີວ່າເອກະສານທີ່ໃຊ້ປະກອບການສະໝັກວຽກ, ທຸກຢ່າງຕ້ອງເປັນທາງການ ເພາະຄວາມໜ້າເຊື່ອຖື ແລະ ຄວາມເປັນມືອາຊີບເປັນເລື່ອງສຳຄັນ ບໍ່ວ່າຈະເຄີຍມີປະສົບການການເຮັດວຽກ ຫຼື ບໍ່ກໍຕາມ, ໄຟລ໌ແນບທີ່ໃຊ້ປະກອບການພິຈາລະນາສະໝັກວຽກ ເຊັ່ນ: ເຣຊູເມ່ (Resume) ຫຼື ພອດໂຟລິໂອ (Portfolio) ຢ່າຕັ້ງຊື່ໄຟລ໌ແບບອີ່ຫຍັງກະໄດ້ ເພາະຖ້າເຂົາຈະເອີ້ນເຮົາໄປສຳພາດວຽກ, ເຂົາກໍຈະພິຈາລະນາຈາກອົງປະກອບທຸກຢ່າງທີ່ສົ່ງໄປ .ສ່ວນການຕັ້ງຊື່ໄຟລ໌ແນບກໍຕັ້ງຊື່ຄ້າຍໆ ກັບຊື່ອີເມວ ຄື ໃຊ້ຊື່ແທ້ຕາມດ້ວຍຊື່ໄຟລ໌ທີ່ສົ່ງໄປ ເຊັ່ນ ຊື່ແທ້_Resume, ຊື່ແທ້_Portfolio ເປັນຕົ້ນ.
ກວດກາອີກເທື່ອກ່ອນກົດສົ່ງ
ເປັນຂັ້ນຕອນສຸດທ້າຍທີ່ສຳຄັນທີ່ສຸດ ເຊິ່ງຂັ້ນຕອນນີ້ເປັນດ່ານທີ່ບອກຫຍັງໄດ້ຫຼາຍຢ່າງ ທີ່ແນ່ນອນແມ່ນ ມັນບອກໄດ້ວ່າເຮົາເປັນຄົນຮອບຄອບ ຫຼື ຖືເບົາຫຼາຍນ້ອຍສໍ່າໃດ. ຫາກກົດສົ່ງຫຍັງຜິດໆ ຖືກໆ ໄປ ໂດຍທີ່ບໍ່ກວດກາໃຫ້ຮຽບຮ້ອຍກ່ອນ. ສະນັ້ນ ກ່ອນກົດສົ່ງອີເມວ ລອງກວດກາເລື່ອງການຂຽນສະກົດຄຳໃຫ້ຖືກຕ້ອງ, ການໃຊ້ຄຳຜິດຄວາມໝາຍ, ການຮຽງປະໂຫຍກ, ກວດກາຊື່ໄຟລ໌ຕ່າງໆ ໃຫ້ດີ ຈະໄດ້ບໍ່ຜິດພາດ, ເບິ່ງໜ້າເຊື່ອຖື ແລະ ເປັນມືອາຊີບ. ທີ່ສຳຄັນ ກວດອີເມວປາຍທາງນຳວ່າ ຖືກຕ້ອງ ຫຼື ບໍ່ ບໍ່ດັ່ງນັ້ນອາດຈະສົ່ງໄປຜິດຄົນ ຫຼື ບໍ່ກໍສົ່ງໄປບໍ່ເຖິງຍ້ອນຊື່ອີເມວບໍ່ມີຢູ່ແທ້.
ຂໍຂອບໃຈ
ຂໍ້ມູນ : tonkit360 via sanook