ວັນອັງຄານ ທີ 6 ມິຖຸນາ 2023

ບໍ່ທໍາມະດາ! ເນັດໄອດໍ້ ປາບູ່ ກ້າວສູ່ວົງການ ເປັນນາງເອກ ແລະ ຜູ້ກຳກັບເອງ ໃນຊີຣີແດນປິດສະໜາ

ບໍ່ທໍາມະດາ! ເນັດໄອດໍ້ ປາບູ່ ກ້າວສູ່ວົງການ ເປັນນາງເອກ ແລະ ຜູ້ກຳກັບເອງ ໃນຊີຣີແດນປິດສະໜາ
S! Muan

ສະໜັບສະໜູນເນື້ອຫາ

ຮູ້ຈັກ ປາບູ່ ຈາກເນັດໄອດໍ້ ສູ່ຜູ້ຢູ່ທັງເບື້ອງໜ້າ ແລະ ເບື້ອງຫຼັງວົງການ ພ້ອມສົ່ງຕໍ່ຄວາມສຸກ ເຮຮາ ແລະ ສຽງຫົວ ເພື່ອສົ່ງສານນັ້ນອອກມາໃຫ້ຜູ້ຊົມໄດ້ບັນເທີງຢ່າງສຸກໃຈ. ພົບກັບບົດສໍາພາດພິເສດ ທີ່ຈະເຮັດໃຫ້ເພື່ອນໆຮູ້ຈັກກັບປາບູ່ໄດ້ເລີຍ.

1.ປາບູ່ມີສາຍາຫຍັງບໍ່ໃນວົງການ?? ເປັນຫຍັງຈຶ່ງມັກຫຼິ້ນ TikTok?

ປາບູ່: ສາຍາສ່ວນຫຼາຍຄົນກໍເອີ້ນປາບູ່ ແຕ່ມັກໄປກັບສາຍຝົນເຂົາເຈົ້າກໍເອີ້ນປາບູ່ສາຍຝົນ ສາຍຮາ ຫຼື ຕະຫລົກ.

125215794_3263054983804436_13

ປາບູ່ມັກຫຼິ້ນ TikTok ເພາະວ່າມ່ວນ ອີກຢ່າງຄາຍຄຽດ ຫລິ້ນເວລາວ່າງ ໄດ້ເບິ່ງແລ້ວລົງຄລິບຕະຫລົກຫລິ້ນ ຊຶ່ງປາບູ່ກໍຫລິ້ນມາດົນແລ້ວ ໜ້າຈະແມ່ນເຂົາເຈົ້າມັກໃນສິ່ງທີ່ເຮົາຕະຫລົກ ແລະ ເຮັດໃຫ້ຄົນຕິດຕາມຈົນມີລາຍໄດ້ບາງສ່ວນ ແລະ ມີຄົນມັກຄົນຕິດຕາມແລ້ວເຮົາກໍມີຄວາມສຸກ

2.​ອັນໃດຄືຈຸດປ່ຽນທີ່ຄິດວ່າເຮັດໃຫ້ຄົນຮູ້ຈັກເຮົາ? ຊື່ສຽງ ແລະ ຍອດຟໍໂລເວີໄດ້ປ່ຽນແປງຊີວິດເຮົາທາງໃດແດ່?

ປາບູ່: ເລີ່ມຕົ້ນແມ່ນເຮັດຄລິປຕະຫຼົກກັບຫມູ່ຍ້ອນຄວາມມັກຮັກການເຮັດຄລິບແດ່ແລ້ວກໍເຮັດມາເລື້ອຍໆ ຈົນມີຄົນມາຈ້າງຣີວິວ ແລະ ເຮັດໃຫ້ເກີດມີລາຍໄດ້, ໄດ້ຮູ້ຈັກຫມູ່ຫຼາຍໆຄົນຮູ້ຈັກຄົນໃນວົງການ ມີຜູ້ໃຫຍ່ໃຈດີໃຫ້ໂອກາດ ແລະ ສະຫນັບສະຫນຸນຈ້າງວຽກຈົນກາຍເປັນລາຍໄດ້ຫຼັກຂອງເຮົາເລີຍ.

3. ສໍາລັບຊີຣີແດນປິດສະໜາແມ່ນປາບູ່ຮັບບົດເປັນຫຍັງ?

223646650_3975954625847798_20

ປາບູ່: ເປັນນາງເອກ ແລະ ເປັນຜູ້ກຳກັບເອງເລີຍ ເປັນເລື່ອງທໍາອິດ ທີ່ທັງສະແດງ ກຳກັບເອງ ເພາະຈຸດເລີ່ມຕົ້ນກໍໄດ້ລອງລົມກັບທີມງານວ່າຢາກເຮັດຊີຣີ ຫລື ລະຄອນສັ້ນຫຼິ້ນໆ ແຕ່ວ່າ ກໍຢາກໃຫ້ອອກມາດີ ແລະ ມີຄຸນນະພາບ ເຊິ່ງທີມງານກໍເຫັນດີ ແລະ ມັກໃນໄອເດຍຂອງເຮົາແລ້ວກໍ່ໄດ້ເລີ່ມຂຽນບົດເລື່ອງໃຫ້ທີມງານເບິ່ງທຸກຄົນກໍມັກເລີຍຕັດສິນໃຈລົງມືສ້າງຊີຣີ

"ແດນປິດສະໜາ the series ເປັນຊີຣີແນວໃດ?

ປາບູ່: ເລື່ອງນີ້ ຈະມີຢູ່ 2 ມິຕິ ໂດຍແມ່ນປາບູ່ກັບສາຍຝົນເປັນຄົນເດີນເລື່ອງ: ປາບູ່ກັບສາຍຝົນເປັນຫມູ່ທີ່ຮັກແພງກັນຫລາຍທີ່ສຸດ ແລະ ປາບູ່ຢູ່ກັບແມ່ໃນໂລກປັດຈຸບັນ.​ ປາບູ່ໄດ້ຫລົງເຂົ້າໄປໃນເມືອງລັບແລ ເຊິ່ງເມືອງນັ້ນມີແຕ່ຜູ້ຊາຍ ແລະ ເພດທີ 3 ຍົກເວັ້ນຜູ້ຍິງແຕ່ສາຍຝົນໃນໂລກປັດຈຸບັນບໍ່ໄດ້ເຂົ້າໄປ ຈຶ່ງໄດ້ໄປພົບກັບບຸນຫຼອດ (ສາຍຝົນໃນອີກພົບ1) ຍ້ອນປາບູ່ເຮັດຜິດບາງຢ່າງ. ຈຶ່ງຫາທາງອອກໄປຈາກບ່ອນນີ້ ແຕ່ຈະເສຍຢ່າງໃດຢ່າງໜຶ່ງໄປ.​ ຫຼັງຈາກນັ້ນກໍໄດ້ເກີດພົບຮັກກັບຜູ້ຊາຍຄົນໜຶ່ງ ແຕ່ກໍຖືກກີດກັນ ແລະ ອຸປະສັກຫລາຍຢ່າງ ຈຶ່ງເຮັດໃຫ້ເກີດເລື່ອງວຸ່ນວາຍ ແຕ່ແນວໃດປາບູ່ກໍຕ້ອງໄດ້ກັບໂລກປັດຈຸບັນ ໂດຍມີດຸກດິກເປັນຄົນຊ່ວຍໃຫ້ອອກໄປ ແຕ່ເຈົ້າຕ້ອງແລກດ້ວຍສິ່ງທີ່ເຈົ້າຮັກ ນັ້ນກໍຄື: ກະແຈໄຂເມືອງ.​ພັດຈາກມິດແທ້ ກໍ່ຄືສາຍຝົນ, ພັດຈາກຄົນທີ່ຕົນເອງຮັກ ກໍຄືພະເອກພະເອກ). ເລື່ອງລາວຈະເປັນແນວໃດຈະມີໃຜຮ່ວມສະແດງແດ່ກະຢາກໃຫ້ທຸກຄົນຕິດຕາມຕື່ມອີກ ຮັບຮອງວ່າມ່ວນມັນຕ່າງຈາກທີ່ເຄີຍເຫັນຜ່ານໆມາແນ່ນອນ.

158696203_3569420073167924_42

4. ນອກຈາກເອົາດີ ທາງດ້ານຕະຫຼົກຍັງເອົາດີດ້ານການຮ້ອງເພງອີກ?

ປາບູ່: ແມ່ນແລ້ວເພາະເປັນຄົນມັກຮ້ອງເພຮງແຕ່ຫາກໍ່ມີໂອກາດໄດ້ເຮັດເພຮງເປັນຂອງໂຕເອງ ຜົນງານເພງທີ່ຜ່ານມາ ປາບູ່ມີເພງພໍ່ຂອງລູກ ກັບ ເພງ ແອບແຊບ ແລະ ມີເພງໂຄເວີ້ອື່ນໆອີກ

5. ປົກກະຕິຄິດວ່າເຮົາເປັນຜູ້ຍິງແບບໃດ? ສິ່ງທີ່ມັກເຮັດ ກິດຈະກໍາຍາມວ່າງເດ?

ປາບູ່: ເອົາຈິງໆ ກະເປັນຄົນທຳມະດາປົກກະຕິແບບຄົນທົ່ວໄປ ເປັນຄົນອາລົມດີ ເຂົ້າຄົນອື່ນໄດ້ໝົດ ມັກມ່ວນ ມັກສ້າງສຽງຫົວໃຫ້ຄົນຮອບຂ້າງ ມັກເຮັດຄລິປໃຫ້ອື່ນເບິ່ງ ແລະ ອື່ນໆ. ກິດຈະກໍາຍາມວ່າງມັກເຮັດຄລິບຫລິ້ນກັບຫມູ່ ເຮັດວຽກບ້ານເຮືອນ ພາຄອບຄົວໄປຫລິ້ນ ແລະ ກໍພົບປະສັງສັນກັບຫມູ່

143828750_3473544699422129_60

6. ເຫັນເຮັດທັງເບື້ອງໜ້າ-ເບື້ອງຫຼັງ ສໍາລັບວຽກໃນວົງການບັນເທີງ ປາບູ່ໄດ້ເຮັດຫຍັງແດ່ແລ້ວ? 

ປາບູ່: ຮູ້ວ່າເຄີຍເຮັດເກືອບທຸກຢ່າງ ນັກສະແດງ, ນັກຮ້ອງ, ສະແດງຕະຫລົກ, ສະແດງໜັງ, ສະແດງຊີຣີ ເປັນຜູ້ກຳກັບ ອອກງານຕ່າງໆ ແລະ ຊ່ວຍວຽກເບື້ອງຫຼັງອື່ນໆອີກ ເປີດວາບຊ່ອງທາງການຕິດຕາມ ແລະ ຝາກຜົນງານເພື່ອນໆສາມາດໄປສ່ອງໄດ້ທີ່

Facebook: Pabou douangboupha Tiktok: pabou_123 Fan page: pabou channel ແລະ saiyfon thongpaserd YouTube: pabou channel ແລະ ເຮັດຄລິປໃນຊ່ອງທາງຕ່າງໆ ອີກຂອບໃຈທຸກຄົນທີ່ຕິດຕາມ ແລະ ຝາກທຸກຄົນຕິດຕາມປາບູ່ແດ່ເດີ້ ຈະສ້າງສັນຜົນງານດີດີມ່ວນໆ ມາໃຫ້ທຸກຄົນໄດ້ເບິ່ງ

Advertisement Replay Ad

ຂໍຂອບໃຈ

ພາບ : Pabou douangboupha

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ