ຕ້ອງຮູ້! 5 ທັກສະການເຮັດວຽກທີ່ນັກສຶກສາຈົບໃໝ່ຍຸກໂຄວິດຕ້ອງມີຕິດໂຕ

ໃນໄລຍະທີ່ເກີດສະຖານະການການແພ່ລະບາດຂອງ COVID-19 ນັກສຶກສາຈົບໃໝ່ມີບັນຫາການວ່າງງານສູງ ແລະ ຕ້ອງພົບກັບສະພາວະການແຂ່ງຂັນໃນຕະຫຼາດແຮງງານທີ່ສູງຂຶ້ນ ເນື່ອງຈາກຫຼາຍບໍລິສັດຕ້ອງປິດກິດຈະການ, ຢຸດກິດຈະການຊົ່ວຄາວ, ຫຼຸດຈຳນວນພະນັກງານລົງ ຫຼື ບໍ່ມີນະໂຍບາຍຮັບພະນັກງານໃໝ່ ເຮັດໃຫ້ຕຳແໜ່ງງານທີ່ຈະຮັບນັກສຶກສາຈົບໃໝ່ເຊິ່ງມີບໍ່ຫຼາຍຢູ່ແລ້ວຫຼຸດນ້ອຍລົງໄປອີກ ແຕ່ບໍ່ວ່າຈະເກີດຫຍັງຂຶ້ນກໍຕ້ອງພ້ອມຮັບມືຢູ່ສະເໝີ. ແບບນີ້ແລ້ວ ໃນຍຸກໂຄວິດແບບນີ້ ທັກສະທີ່ນັກສຶກສາຈົບໃໝ່ຄວນມີຕິດໂຕໄວ້ ເພື່ອເພີ່ມໂອກາດໃນການຖືກຈ້າງງານຈາກບໍລິສັດ ຫຼື ນາຍຈ້າງ ຄວນມີຫຍັງແດ່?
1. ປັບໂຕເກັ່ງ ຮຽນຮູ້ໄດ້ຢ່າງວ່ອງໄວ
ສຳລັບການເຮັດວຽກໃນຍຸກນີ້ ຄວາມສາມາດໃນການປັບໂຕຄືສິ່ງສຳຄັນຢ່າງສູງໃນການເຮັດວຽກ ເພາະຄວາມສາມາດໃນການປັບໂຕນັ້ນຈະຊ່ວຍໃຫ້ພ້ອມຮັບການປ່ຽນແປງຕະຫຼອດເວລາ ແລະ ການປ່ຽນແປງທີ່ວ່ອງໄວ, ໂລກຂອງການເຮັດວຽກມັກມີສິ່ງໃໝ່ ໆ ສະເໝີ. ດັ່ງນັ້ນ ທັກສະການເຮັດວຽກທີ່ນັກສຶກສາຈົບໃໝ່ຕ້ອງມີອີກຢ່າງ ແມ່ນຄວາມສາມາດໃນການຮຽນຮູ້ໄດ້ດ້ວຍຕົວເອງ ແລະ ຮຽນຮູ້ໄດ້ໄວ ເພື່ອທີ່ຈະຕາມກະແສ ຫຼື ນຳກະແສນັ້ນມາໃຊ້ປະໂຫຍດໄດ້. ຫາກສາມາດປັບໂຕກັບການປ່ຽນແປງຕ່າງ ໆ ເຫຼົ່ານີ້ໄດ້ໄວ ກໍຈະເຮັດໃຫ້ມີໂອກາດຮັບເຂົ້າເຮັດວຽກໄດ້ຫຼາຍກວ່າຄົນທີ່ຮຽນຮູ້ ແລະ ປັບໂຕໄດ້ຊ້າ.
2. ຊ່ຽວຊານດ້ານເຕັກໂນໂລຊີ
ແນ່ນອນວ່າໃນໄລຍະທີ່ເກີດສະຖານະການການແພ່ລະບາດຂອງ COVID-19 ຫຼາຍບໍລິສັດເລືອກທີ່ຈະ Work from Home ເພື່ອຮັກສາໄລຍະຫ່າງລະຫວ່າງກັນ ແລະ ຫຼຸດການພົບກັບຜູ້ອື່ນ. ດັ່ງນັ້ນ ຈຶ່ງຕ້ອງມີການປະຊຸມ ຫຼື ວາງແຜນການເຮັດວຽກ ຜ່ານໂປຣແກຣມອອນລາຍຕ່າງໆ ບໍ່ວ່າຈະເປັນ Facebook, Line, Zoom, Google Meet ຫຼື ອັບໂຫຼດຟາຍວຽກຜ່ານ Google Drive ເປັນຕົ້ນ. ເພາະສະນັ້ນ ນັກສຶກສາຈົບໃໝ່ຄວນຈະຕຽມຕົວໃນການໃຊ້ເຄື່ອງມືເຫຼົ່ານີ້ໃຫ້ພ້ອມ.
3. ມີຄວາມສາມາດດ້ານພາສາທີສອງ ແລະ ສາມ
ພາສາເປັນສື່ກາງໃນການສື່ສານລະຫວ່າງກັນ ຍິ່ງໃນໂລກປັດຈຸບັນທີ່ການສື່ສານບໍ່ໄດ້ຈຳກັດຢູ່ພຽງແຕ່ໃນຊຸມຊົນ, ເມືອງ ຫຼື ປະເທດດຽວກັນອີກຕໍ່ໄປ ແຕ່ເປັນການສື່ສານກັນລະຫວ່າງຄົນທົ່ວໂລກ, ຕ່າງພື້ນຖານ, ຕ່າງພາສາ ແລະ ພາສາອັງກິດກໍເປັນພາສາກາງຂອງຄົນທັງໂລກທີ່ໃຊ້ຕິດຕໍ່ສື່ສານກັນ ພາສາອັງກິດຈຶ່ງຖືວ່າມີຄວາມສຳຄັນທີ່ຄວນເປັນຢ່າງຍິ່ງທີ່ຕ້ອງສື່ສານໄດ້.
ແຕ່ນອກຈາກພາສາທີ່ສອງແລ້ວ ພາສາທີ່ສາມກໍມີຄວາມຈຳເປັນບໍ່ໜ້ອຍກວ່າກັນ ເພາະຖ້າວ່າສື່ສານພາສາຕ່າງປະເທດໄດ້ຫຼາຍກວ່າ 1 ພາສາ ຈະຖືວ່າໄດ້ປຽບຄົນອື່ນໆຢູ່ຫຼາຍ, ເນື່ອງຈາກປັດຈຸບັນມີຜູ້ລົງທຶນບໍລິສັດຈາກຕ່າງປະເທດ ຫຼື ການຕິດຕໍ່ຄ້າຂາຍກັບຕ່າງປະເທດຫຼາຍຂຶ້ນ. ດັ່ງນັ້ນຄົນທີ່ມີທັກສະ ແລະ ຄວາມສາມາດດ້ານພາສາ ຈຶ່ງເປັນທີ່ຕ້ອງການຂອງບໍລິສັດ ແລະ ນາຍຈ້າງຫຼາຍກວ່ານັ້ນເອງ.
4. ໃຊ້ໂປຣແກຣມ Adobe Photoshop ຂັ້ນພື້ນຖານໄດ້
ຖືເປັນອີກທັກສະທີ່ຄວນມີຕິດຕົວໄວ້ ເພາະໄດ້ໃຊ້ງານຢ່າງແນ່ນອນ ສຳລັບ Adobe Photoshop ເຖິງແມ່ນວ່າຈະເປັນໂປຣແກຣມທາງດ້ານສາຍວຽກດ້ານພາບ, ວຽກກຣາຟິກ ທີ່ໃຊ້ປັບແຕ່ງຮູບພາບ, ສ້າງວຽກອອກແບບ, ແກ້ໄຂວຽກກຣາຟິກ, ແຕ້ມຮູບ ແລະ ຈັດເຮັດສື່. ແຕ່ໂປຣແກຣມນີ້ສາມາດໃຊ້ງານສອດຄ່ອງກັບ Microsoft PowerPoint ໄດ້ ເພື່ອຈະເຮັດໃຫ້ວຽກນຳສະເໜີອອກມາງາມ ແລະ ມີຄວາມເປັນມືອາຊີບຫຼາຍຂຶ້ນ. ດັ່ງນັ້ນ ຫາກສາມາດໃຊ້ໂປຣແກຣມນີ້ໃນຂັ້ນພື້ນຖານໄດ້ ກໍຖືວ່າໄດ້ປຽບກວ່າຄົນອື່ນແລ້ວຂັ້ນໜຶ່ງ.
5. ມີທັກສະໃນການຕັດຕໍ່ວິດີໂອ
ປັດຈຸບັນການບໍລິໂພກສື່ຂອງຜູ້ຊື້ປ່ຽນໄປ ຈາກຂໍ້ຄວາມ ຫຼື ຮູບພາບ ມາເປັນພາບເຄື່ອນໄຫວ ຫຼື ເນື້ອຫາໃນຮູບແບບວິດີໂອ ເຮັດໃຫ້ວິດີໂອກາຍເປັນສື່ທີ່ສຳຄັນໃນການສື່ສານກັບຜູ້ບໍລິໂພກ. ນັກສຶກສາຈົບໃໝ່ທີ່ສົນໃຈວຽກດ້ານອອນລາຍ ຫຼື ການຕະຫຼາດ ຈຶ່ງຄວນຮຽນຮູ້ ແລະ ມີທັກສະການຕັດຕໍ່ວິດີໂອເອົາໄວ້ນຳ ເພາະມີບໍລິສັດຈຳນວນບໍ່ນ້ອຍທີ່ກຳລັງໃຫ້ຄວາມສົນໃຈການກໍ່ການຕະຫຼາດຜ່ານສື່ວິດີໂອ. ດັ່ງນັ້ນທັກສະການຕັດຕໍ່ວິດີໂອຈຶ່ງເປັນທີ່ຕ້ອງການຫຼາຍໃນຕະຫຼາດແຮງງານເຊັ່ນກັນ.