ເປີດໂຕໃນລາວແລ້ວ OPPO Reno6 Z 5G ຖືກໃຈສາຍຖ່າຍຮູບ Portrait ພ້ອມດີຊາຍທີ່ເປັນເອກະລັກ

OPPO Laos ເປີດໂຕ OPPO Reno6 Z 5G ສະມາດໂຟນຮຸ່ນໃໝ່ຫຼ້າສຸດພາຍໃຕ້ແນວຄິດ “Every Emotion, In Portrait” ທີ່ເນັ້ນການຖ່າຍຮູບ ແລະ ວິດີໂອແບບພໍເທຣດບໍ່ວ່າຈະຢູ່ໃນອາລົມໃດ ສູ່ສຸດຍອດປະສົບການໃຊ້ງານທີ່ແຕກຕ່າງ ແລະ ໂດດເດັ່ນ ດ້ວຍນະວັດຕະກຳສຸດລໍ້າເຊັ່ນ AI 3 ກ້ອງຫຼັງ ຄວາມລະອຽດສູງສຸດເຖິງ 64 ລ້ານພິກເຊວ ແລະ ອັດແໜ້ນດ້ວຍເຕັກໂນໂລຊີທີ່ລໍ້າສະໄໝ ຮອງຮັບການໃຊ້ງານຂອງຄົນຍຸກໃໝ່.
OPPO Reno6 Z 5G ມາພ້ອມກັບຟີເຈີເອົາໃຈຄົນຮຸ່ນໃໝ່ທີ່ມັກຖ່າຍຮູບ ແລະ ວິດີໂອແບບ portrait ບໍ່ວ່າຈະເປັນ Bokeh Flare Portrait ແລະ portrait Beautification Video.
ສຳລັບຟີເຈີ Bokeh Flare Portrait ຈະເຮັດໃຫ້ການຖ່າຍພາບບຸກຄົນອອກມາສວຍງາມ, ໂດດເດັ່ນ ແລະ ແຕກຕ່າງທັງກາງເວັນ ແລະ ກາງຄືນ. ຜູ້ໃຊ້ສາມາດເບຼີແສງໄຟພື້ນຫຼັງໃຫ້ກາຍເປັນດວງໄຟ bokeh ແລະ ເພີ່ມຄວາມສົດໃສຂອງບຸກຄົນໃນຮູບຖ່າຍ ເຊິ່ງທັງໝົດນີ້ເປັນຜົນຈາກເຕັກໂນໂລຊີ AI ທີ່ສະຫຼາດລໍ້າ. ຟີເຈີນີ້ໃຊ້ໄດ້ທັງກ້ອງໜ້າ ແລະ ກ້ອງຫຼັງ.
ສ່ວນຟີເຈີ Portrait Beautification Video ມີໄວ້ສຳລັບຖ່າຍວິດີໂອແບບ portrait ເຊິ່ງສາມາດຈົດຈຳຈຸດສຳຄັນເທິງໃບໜ້າເຮົາໄດ້ເຖິງ 193 ຈຸດ ເພື່ອປັບແຕ່ງໃບໜ້າໃຫ້ສວຍງາມຢ່າງເປັນທຳມະຊາດ ບໍ່ວ່າຈະເປັນການຊ່ວຍຫຼຸດຈຸດດ່າງດຳ, ປັບໂທນຜິວຂອງໃບໜ້າໃຫ້ເໝາະກັບຜິວຂອງຄໍ ແລະ ແຂນ ແລະ ປັບຄວາມສົດໃສຂອງດວງຕາໃຫ້ເບິ່ງພິເສດຫຼາຍຍິ່ງຂຶ້ນ.
ນອກຈາກເລື່ອງຂອງກ້ອງຖ່າຍຮູບແລ້ວ ແນ່ນອນວ່າທີ່ຂາດບໍ່ໄດ້ໃນສະມາດໂຟນໃນຍຸກນີ້ກໍຄືເລື່ອງຂອງນະວັດຕະກຳ ແລະ ປະສິດທິພາບການໃຊ້ງານນັ້ນເອງ. OPPO Reno6 Z 5G ມາພ້ອມກັບລະບົບສາກໄວທີ່ເປັນເອກະລັກຈາກ OPPO ຢ່າງ 30W VOOC Flash Charge 4.0 ທີ່ສາມາດສາກແບັດເຕັມໄດ້ພາຍໃນເວລາພຽງ 40 ນາທີ. ໂດຍສະມາດໂຟນຮຸ່ນນີ້ມາພ້ອມກັບແບັດເຕີຣີຂະໜາດໃຫຍ່ 4310mAh.
ນອກຈາກນັ້ນ ກໍຍັງຮອງຮັບການເຊື່ອມຕໍ່ແບບ 5G ທີ່ເຮັດໃຫ້ການທ່ອງໂລກອອນລາຍໄວຂຶ້ນກວ່າເກົ່າ (ປະເທດລາວເຮົາຈະສາມາດນຳໃຊ້ໄດ້ໃນອະນາຄົດ).
ສ່ວນເລື່ອງຂອງໜ່ວຍປະມວນຜົນ, OPPO Reno6 Z 5G ໃຊ້ຊິບເຊັດ MediaTek Dimensity 800U, RAM 8GB, ROM 128 GB ພ້ອມເຕັກໂນໂລຊີ RAM Expansion ເຮັັດໃຫ້ສາມາດເພີ່ມປະສິດທິພາບໃຫ້ກັບສະມາດໂຟນແບບອັດຕະໂນມັດ ມອບປະສົບການໃຊ້ງານທີ່ລ່ຽນໄຫຼທີ່ສຸດເຖິງວ່າຈະໃຊ້ງານຫຼາຍແອັບພ້ອມກັນກໍຕາມ.
ນອກຈາກຄວາມແຮງ ແລະ ຟີເຈີທີ່ອັດແໜ້ນແລ້ວ, ການອອກແບບຕົວເຄື່ອງກໍເວົ້າໄດ້ເລີຍວ່າງາມຖືກໃຈແນ່ນອນ ເພາະຕົວເຄື່ອງນຳໃຊ້ດີຊາຍທີ່ໂດດເດັ່ນເປັນເອກະລັກຂອງ OPPO ທີ່ເອີ້ນວ່າ Reno Glow ທີ່ເຮັດໃຫ້ຝາຫຼັງປະກາຍຍິບຍັບ ພ້ອມຍັງສາມາດປ້ອງກັນຮອຍນິ້ວມືອີກດ້ວຍ.
ສຳລັບໜ້າຈໍ, ສະມາດໂຟນຮຸ່ນນີ້ມາພ້ອມກັບໜ້າຈໍຂະໜາດໃຫຍ່ 6.43 ນິ້ວ ແບບ AMOLED FHD+ ໃນອັດຕາສ່ວນໜ້າຈໍຕໍ່ເຄື່ອງເຖິງ 90.8% ເຮັດໃຫ້ເບິ່ງເນື້ອຫາຄຸນນະພາບສູງໄດ້ຢ່າງເຕັມຕາ ແລະ ເພີດເພີນສະບາຍຕາ.
ຮຸ່ນນີ້ມີ 2 ສີໃຫ້ເລືອກຕາມສະຕາຍ ແລະ ອາລົມທີ່ແຕກຕ່າງນັ້ນກໍຄື Aurora ທີ່ສີສັນຈະປ່ຽນໄປເລື້ອຍໆດັ່ງກັບແສງເໜືອ ເມື່ອມີແສງຕົກກະທົບໃນມຸມຕ່າງໆ. ອີກສີໜຶ່ງແມ່ນ Stellar Black ທີ່ເປັນສີດຳມີເອັບເຟັກຫຼິ້ນກັບແສງແບບຄຼາດສິກຄືກັບທ້ອງຟ້າຍາມຄໍ່າຄືນທີ່ເຕັມໄປດ້ວຍດວງດາວ.
ປິດທ້າຍກັນທີ່ລະບົບປະຕິບັດການ, OPPO Reno6 Z 5G ມາພ້ອມກັບລະບົບປະຕິບັດການ Color OS 11.1 ທີ່ມີຟີເຈີອຳນວຍຄວາມສະດວກເດັ່ນໆຫຼາຍຢ່າງ ເປັນຕົ້ນແມ່ນ: ແປພາສາແບບງ່າຍໆພຽງແຕ່ໃຊ້ 3 ນິ້ວແຄັບໜ້າຈໍ, ການຄວບຄຸມໂດຍໃຊ້ທ່າທາງການສຳຜັດກາງອາກາດ ແລະ ໂໝດການເຂົ້າໃຊ້ງານແບບເລັ່ງດ່ວນ.
ໝູ່ເພື່ອນສາມາດສັ່ງຈອງ OPPO Reno6 Z 5G ໄດ້ແລ້ວ ໂດຍໃນປະເທດລາວເປີດໂຕມາທີ່ລາຄາ 4,899,000 ກີບ ໂດຍໄລຍະເວລາສັ່ງຈອງແມ່ນຕັ້ງແຕ່ວັນທີ 27/7/2021 ຫາວັນທີ 1/8/2021 ສາມາດສັ່ງຈອງໄດ້ທີ່ຕົວແທນຈຳໜ່າຍ OPPO ທົ່ວປະເທດ ໂດຍຈະໄດ້ຮັບຂອງແຖມມູນຄ່າ 680,000 ກີບ.
ສຳລັບມື້ວາງຂາຍແມ່ນນັບຕັ້ງແຕ່ວັນທີ 2/8/2021 ເປັນຕົ້ນໄປ.
ສະເປັກ OPPO Reno6 5G
ການອອກແບບ |
Front 2D, Back 3D |
ໜ້າຈໍ |
6.43 ນິ້ວ, AMOLED FHD+, ອັດຕາສ່ວນໜ້າຈໍຕໍ່ຕົວເຄື່ອງ 90.8% |
ຂະໜາດ/ຮູບຮ່າງ |
7.92mm (Black), 7.97 mm (Aurora), 173g |
ກ້ອງຫຼັງ |
64MP + 8MP (Ultra wide) + 2MP (Macro) |
ກ້ອງໜ້າ |
32MP |
ໜ່ວຍປະມວນຜົນ |
5G Processor / MediaTek Dimensity 800U |
ແບັດເຕີຣີ |
4310mAh, 30W VOOC Flash Charge 4.0 |
ຄວາມຈຳ |
RAM 8GB, ROM 128GB |
ສີ |
Aurora, Stellar Black |
ອື່ນໆ |
Color OS 11.1, AON, 10-Layer Cooling System |