ແຈກວິທີ ໃຊ້ WhatsApp Web ໃນຄອມພິວເຕີພ້ອມກັນ 4 ເຄື່ອງ ມືຖືແບັດໝົດ ຫຼື ບໍ່ມີເນັດກໍຍັງໃຊ້ໄດ້

ປະຕິເສດບໍ່ໄດ້ວ່າ WhatsApp ກາຍມາເປັນຊ່ອງທາງສື່ສານທີ່ຫຼາຍຄົນໃຊ້ຕິດຕໍ່ສົນທະນາໃນຊີວິດປະຈຳວັນກັນຢູ່ເລື້ອຍໆ ບໍ່ວ່າຈະເປັນລົມເລື່ອງທົ່ວໄປ ຫຼື ລົມວຽກງານ. ແຕ່ໃນບາງຄັ້ງ ເຮົາກໍຕ້ອງການໃຊ້ງານໃນຄອມພິວເຕີ ໂດຍສະເພາະໃນເວລາເຮັດວຽກ. ໃນຈຸດນີ້ເອງທີ່ WhatsApp Web ເຂົ້າມາມີບົດບາດ.
ແຕ່ວ່າ ການໃຊ້ງານເວີຊັນເວັບນີ້ ເຮົາກໍຍັງບໍ່ທັນສາມາດຕັດຂາດຈາກແອັບໃນມືຖືໄດ້ ເພາະມືຖືຂອງເຮົາຕ້ອງໄດ້ເຊື່ອມຕໍ່ເນັດຕະຫຼອດເວລາ ຫຼື ຖ້າແບັດໝົດກໍຈະໃຊ້ບໍ່ໄດ້ເລີຍ. ບັນຫານີ້ກຳລັງຈະໝົດໄປເພາະທາງ WhatsApp ກຳລັງທົດສອບໃຫ້ສາມາດໃຊ້ເວີຊັນເວັບໃນຄອມພິວເຕີໄດ້ ໂດຍທີ່ເປັນອິດສະຫຼະຈາກມືຖື. ໝາຍຄວາມວ່າ ມືຖືບໍ່ຈຳເປັນຕ້ອງເຊື່ອມຕໍ່ກັບອິນເຕີເນັດ ຫຼື ປິດເຄື່ອງຢູ່ກໍຍັງສາມາດໃຊ້ສົນທະນາຜ່ານທາງເວີຊັນເວັບໄດ້.
ພິເສດກໍແມ່ນ ເຮົາສາມາດເຊື່ອມຕໍ່ກັບອຸປະກອນອື່ນໆ (ຄອມພິວເຕີ ຫຼື ແທັບເລັດ) ໄດ້ເຖິງ 4 ເຄື່ອງພ້ອມກັນ! ນີ້ຖືວ່າພຽງພໍສຳລັບການໃຊ້ງານໃນສະຖານະການຕ່າງໆເຊັ່ນ: ຄອມພິວເຕີສ່ວນຕົວ 1 ເຄື່ອງ, ຄອມພິວເຕີເຮັດວຽກ 1 ເຄື່ອງ, ແທັບເລັດ 1 ເຄື່ອງ ແລະ ອາດຈະມີຄອມພິວເຕີສຳຮອງອີກ 1 ເຄື່ອງ.
ຕອນນີ້ ຟີເຈີນີ້ຍັງບໍ່ທັນເປີດໃຫ້ທຸກຄົນໃຊ້ເທື່ອ ຖ້າຢາກໃຊ້ຕ້ອງໄດ້ໄປລົງທະບຽນເຂົ້າຮ່ວມການທົດສອບໄດ້ທີ່ Android / iOS ຫຼື ດາວໂຫຼດ APK (ສຳລັບ Android) ຈາກ APKMirror ມາຕິດຕັ້ງ.
ວິທີການນຳໃຊ້ WhatsApp Web ໃນຫຼາຍອຸປະກອນ (ໃນຄອມພິວເຕີ ແລະ ແທັບເລັດ)
- ຫຼັງຈາກເຂົ້າຮ່ວມການທົດສອບ ແລະ ກົດອັບເດດແອັບແລ້ວ, ໃຫ້ເປີດແອັບຂຶ້ນມາແລ້ວແຕະ ເຄື່ອງໝາຍຈໍ້າສາມເມັດທີ່ຢູ່ດ້ານຂວາເທິງ.
- ແຕະ Linked devices. ຖ້າຫາກເຊື່ອມຕໍ່ກັບເວີຊັນເວັບໄວ້ແລ້ວກ່ອນໜ້ານີ້ ໃຫ້ຕັດການເຊື່ອມຕໍ່ທັງໝົດກ່ອນ. ຈາກນັ້ນແຕະ Multi-device beta ແລ້ວເລືອກ JOIN BETA
- ເປີດບຣາວເຊີໃນຄອມພິວເຕີ ໄປທີ່ WhatsApp Web ທີ່ web.whatsapp.com
- ຢູ່ມືຖື ໃຫ້ເລືອກ Link A Device ຈາກນັ້ນ ສະແກນ QR Code ເພື່ອເຊື່ອມຕໍ່ກັບຄອມພິວເຕີ.
- ຢູ່ໜ້າຈໍຄອມພິວເຕີ ຈະເຫັນຂໍ້ຄວາມທີ່ບອກວ່າ ເຮົາກຳລັງໃຊ້ WhatsApp Web ເວີຊັນ Beta ຢູ່.
- ສາມາດເຊື່ອມຕໍ່ອຸປະກອນ (ຄອມພິວເຕີ / ແທັບເລັດ) ໄດ້ເພີ່ມອີກ 3 ເຄື່ອງ
ຖ້າເຮົາບໍ່ແນ່ໃຈວ່າ ເມື່ອມືຖືບໍ່ມີເນັດ ຫຼື ແບັດໝົດມັນຈະຍັງໃຊ້ໄດ້ຫຼືບໍ່ ກໍສາມາດລອງຕັດການເຊື່ອມຕໍ່ເນັດໃນມືຖື ຫຼື ປິດມືຖືເພື່ອທົດສອບກໍໄດ້.
ມີສິ່ງໜຶ່ງທີ່ຄວນຮູ້ກໍຄື WhatsApp Web ຈະເຊື່ອມຕໍ່ໄດ້ດົນສຸດ 14 ມື້ ຫຼັງຈາກນັ້ນ ເຮົາຈະຕ້ອງໄດ້ເຊື່ອມຕໍ່ໃໝ່ຕາມວິທີຂ້າງເທິງເພື່ອນຳໃຊ້ເທິງຄອມພິວເຕີ/ແທັບເລັດຕໍ່.