ວັນອັງຄານ ທີ 6 ມິຖຸນາ 2023

ຢາກເປັນຄົນທີ່ດີຂຶ້ນກວ່າເກົ່າ ຄວນປັບປ່ຽນຫຍັງແດ່?

ຢາກເປັນຄົນທີ່ດີຂຶ້ນກວ່າເກົ່າ ຄວນປັບປ່ຽນຫຍັງແດ່?
S! Muan

ສະໜັບສະໜູນເນື້ອຫາ

ແນ່ນອນວ່າ​ໃຜໆ ກໍຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ແຕ່​ຫຼາຍ​ຄົນ​ກໍ​ອາດຈະ​ສົງ​ໄສ​ວ່າ​ການ​ເປັນ​ຄົນທີ່​ດີ​ຂຶ້ນ​ກວ່າ​ເດີມ​ນັ້ນ ຈະ​ຕ້ອງ​ເຮັດແນວໃດແດ່ ຕ້ອງ​ປັບ​ປ່ຽນພຶດຕິກຳແນວໃດ ຂັ້ນ​ຕອນ​ໃນ​ການ​ປ່ຽນແປງ​ພຶດຕິກຳ​ນັ້ນ​ມີ​ຫຼາຍ​ສໍ່າ​ໃດ ເຮົາຈຶ່ງ​ໄດ້​ນຳ​ເລື່ອງ​ນີ້​ມາ​ຝາກ ເພື່ອ​ໃຫ້​ຜູ້​ທີ່​ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ໄດ້​ສຶກ​ສາ ​ແລະ ​ລອງ​ປະຕິບັດ​ຕາມ.

ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ຕ້ອງ​ເຮັດແນວໃດ?

ເຮົາ​ທຸກ​ຄົນ​ຕ່າງ​ກໍ​ຢາກ​ທີ່​ຈະ​ເປັນ​ຄົນທີ່​ດີ​ທີ່ສຸດ ແຕ່​ຫຼາຍ​ຄົນ​ສົງ​ໄສ​ວ່າ ເມື່ອ​ໃຫຍ່​ເປັນຜູ້ໃຫຍ່ແລ້ວ​ຈະ​ສາມາດ​ເປັນ​ຄົນທີ່​ດີ​ຂຶ້ນ​ໄດ້​ ຫຼື ​ບໍ່ ແນ່ນອນ​ວ່າ​ຖ້າ​ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ກໍ​ຈຳ​ເປັນ​ຈະ​ຕ້ອງ​ປັບ​ປຸງຕົວ​ເອງ​ຢູ່​ສະເໝີ ຫາກ​ເຮົາ​ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ​ໄດ້ ເຮົາ​ກໍ​ຕ້ອງ​ຄຳ​ນຶງ​ເຖິງ​ຄວາມ​ເປັນ​ຢູ່​ທີ່​ດີ​ຂຶ້ນ​ຂອງຕົວ​ເອງ ແລະ ​ຜົນປະໂຫຍດສູງ​ສຸດ​ຂອງ​ຜູ້​ອື່ນ. ດັ່ງ​ນັ້ນ ຖ້າ​ເຈົ້າ​ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ຄວນ​ເຮັດ​ຕາມ​ວິທີ​ເຫຼົ່າ​ນີ້.

ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ຕ້ອງປ່ອຍວາງ​ຄວາມ​ເຄັ່ງຄຽດ

ເຮົາ​ທຸກ​ຄົນ​ມັກ​ຈະ​ຕ້ອງ​ພົບ​​ກັບຄວາມຢາກຮ້າຍໃນ​ຊີວິດ, ຄວາມ​ເຄັ່ງຄຽດ​ທີ່​ບໍ່​ສາມາດ​ຄວບ​ຄຸມ​ໄດ້​ຈະ​ສ້າງ​ບັນຫາ​ໃຫ້​ກັບຄວາມສຳພັນ ແລະ ສຸຂະພາບ ເຊິ່ງທັງ​ໝົດ​ນີ້​ສາມາດ​ນຳ​ໄປ​ສູ່​ຄວາມ​ເຄັ່ງຄຽດ ​ແລະ ​ບັນຫາ​ອື່ນໆໄດ້ ຄວາມ​ເຄັ່ງຄຽດ​ຈະ​ເຮັດໃຫ້​ຊີວິດ​ຊັບ​ຊ້ອນ​ຫຼາຍ​ຂຶ້ນ​ ແລະ ​ເຮັດໃຫ້​ເຮົາ​ບໍ່​ເປັນຕົວ​ຂອງຕົວ​ເອງ ນີ້​ຈຶ່ງ​ເປັນ​ເຫດ​ຜົນວ່າ ຖ້າ ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ເຈົ້າ​ກໍ​ຕ້ອງ​ການ​ຮຽນ​ຮູ້​ທີ່​ຈະ​ຈັດການ​ ແລະ ປ່ອຍວາງ​ຄວາມ​ເຄັ່ງຄຽດ.

ການ​ລະບາຍ​ຄວາມ​ເຄັ່ງຄຽດ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສະເໝີ​ໄປ ແຕ່​ຂັ້ນ​ຕອນທຳອິດຄື ການ​ຮຽນ​ຮູ້​ເພີ່ມເຕີມ​ກ່ຽວກັບ​ການ​ຮັບ​ຮູ້​ຄວາມ​ເຄັ່ງຄຽດ​ ແລະ​ ຮູ້​ວ່າ​ຄວນ​ເຮັດແນວໃດ ເມື່ອ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ເຄັ່ງຄຽດ​ເກີດ​ຂຶ້ນ. ການ​ຮັບ​ຮູ້​ຄວາມ​ເຄັ່ງຄຽດ​ມັກ​ເປັນ​ເລື່ອງ​ງ່າຍ ຫາກ​ເຈົ້າ​ພະຍາຍາມ​ສັງເກດ​ວ່າ ເມື່ອ​ໃດ​ທີ່​ເຈົ້າ​ຮູ້ສຶກບໍ່ພໍໃຈ ແລະ ​ຕັດ​ສິນ​ໃຈ​ທີ່​ຈະ​ຈັດການ​ກັບ​ຄວາມ​ຮູ້ສຶກ​ນີ້ ແທນ​ທີ່​ຈະຈັດການກັບຄວາມຮູ້ສຶກຢາກຮ້າຍດ້ວຍ​ການ​ບອກ​ປັດ ​ຫຼື ຂຶ້ນສຽງໃສ່​ຜູ້​ອື່ນ. ລອງມຸ່ງ​ເນັ້ນ​ໄປ​ທີ່​ການ​ສັງເກດ​ວ່າ ເຈົ້າ​ຮູ້ສຶກ​ເຄັ່ງຄຽດ​ເມື່ອໃດ, ເປັນຫຍັງ​ຈຶ່ງຮູ້ສຶກ​ເຄັ່ງຄຽດ, ເມື່ອ​ເຈົ້າ​ຮູ້​ແລ້ວ​ວ່າ​ມີ​ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ​ຄວາມ​ຮູ້ສຶກ​ເຄັ່ງຄຽດ​ ແລະ​ ການ​ສະແດງ​ຄວາມ​ເຄັ່ງຄຽດ​ອອກ​ມາ ຈະ​ເຮັດໃຫ້​ເຈົ້າ​ສາມາດ​ເລືອກ​ໄດ້​ວ່າ​ຈະ​ຈັດການ​ກັບ​ຄວາມ​ເຄັ່ງຄຽດ​ທີ່ເກີດຂຶ້ນແນວໃດ.

ພະຍາຍາມ​ເຕືອນຕົວ​ເອງ​ເອົາ​ໄວ້​ສະເໝີວ່າ ບາງ​ຄົນທີ່​ຕັດ​ເຈົ້າ​ອອກຈາກ​ການ​ຕິດ​ຕໍ່​ສື່​ສານ ອາດ​ເສຍສະມາທິຈາກ​ສິ່ງ​ທີ່​ທ້າ​ທາຍ​ໃນ​ຊີວິດ​ຂອງ​ພວກເຂົາ​ເອງ. ຫາກ​ໝູ່​ຄົນ​ໜຶ່ງ​ເບິ່ງຄື​ຈະ​ຫຍາບ​ຄາຍ​ໃສ່​ເຈົ້າ, ລອງ​ຖາມ​ເຂົາ​ວ່າ ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຂົາແດ່​ໃນ​ມື້​ນີ້ ແລະ​ພະຍາຍາມ​ເບິ່ງ​ວ່າ​ຍັງມີ​ຫຍັງ​ອີກ​ທີ່​ເຈົ້າ​ຍັງ​ບໍ່​ຮູ້​ກ່ຽວກັບ​ສິ່ງ​ທີ່​ເຮັດໃຫ້​ເຂົາ​ຕັດ​ເຈົ້າ​ອອກຈາກການສື່ສານ.

ນອກ​ຈາກ​ນີ້ ເຈົ້າ​ຍັງ​ສາມາດມຸ່ງ​ເນັ້ນ​ໄປ​ທີ່ ຕົວ​ກະຕຸ້ນ” ທີ່​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເຄັ່ງຄຽດ​ ແລະ​ ກຳຈັດ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ໄດ້​ຫຼາຍ​ທີ່ສຸດ ເຊັ່ນ: ຫາກ​ເຈົ້າ​ພົບວ່າຕົວ​ເອງອາລົມບໍ່ດີ ແລະ​ ເຄັ່ງຄຽດ ເມື່ອ​ຕ້ອງຮີບຟ້າວ​ທີ່​ຈະ​ຈັດການ​ບາງຢ່າງ​ໃຫ້​ສຳເລັດ​ໄວ ໆ ຈະ​ໄດ້​ມີ​ເວລາ​ວ່າງ​ເພີ່ມ​ຂຶ້ນ ຈົນ​ເຮັດໃຫ້​ເຈົ້າ​ບໍ່ເວົ້າຈາ​ກັບ​ຄົນ​ອື່ນ ຫຼື ​ອາດຈະ​ເວົ້າ​ຫຼາຍ​ໄປ​ກໍ​ຕາມ, ເຈົ້າ​ຕ້ອງ​ພະຍາຍາມ​ກຳຈັດ​ສິ່ງ​ກະຕຸ້ນ​ນັ້ນ​ອອກ​ໄປ. ຫາກ​ໃຜ​ບາງ​ຄົນ​ກຳ​ລັງ​ພະຍາຍາມ​ເຮັດໃຫ້​ເຈົ້າ​ເຄັ່ງຄຽດ ຄວນ​ພະຍາຍາມ​ຈຳ​ກັດ​ບົດ​ບາດ​ຂອງ​ພວກເຂົາ​ໃນ​ຊີວິດ​ຂອງ​ເຈົ້າ ຫາກ​ຍັງ​ບໍ່​ໄດ້​ຜົນ​ເຈົ້າ​ຄວນ​ຈະ​ຕ້ອງເວົ້າຈາ​ກັບ​ພວກເຂົາ.

ສິ່ງ​ສຳຄັນ​ຄື ຕ້ອງ​ຮຽນ​ຮູ້​ທີ່​ຈະ​ປະ​ຖິ້ມຄວາມເສຍໃຈ ແລະ ​ຄວາມ​ເຄັ່ງຄຽດ​ທີ່​ເຫຼືອ​ຢູ່ໃນ​ແຕ່​ລະ​ມື້. ຢ່າ​ຕື່ນ​ຂຶ້ນ​ມາ​ດ້ວຍ​ຄວາມ​ເສຍ​ໃຈ​ຕັ້ງ​ແຕ່​ຄືນ​ກ່ອນ ພະຍາຍາມມຸ່ງ​ເນັ້ນ​ໄປ​ທີ່ການໃຫ້ອະໄພ ເຖິງແມ່ນວ່າ ເຈົ້າ​ຍັງ​ບໍ່​ສາມາດ​ຈຳ​ກັດ​ບົດ​ບາດ​ຂອງ​ຄົນທີ່​ເຮັດ​ຜິດ ​ແລະ ​ມີບົດບາດ​ສຳຄັນ​ໃນ​ຊີວິດ​ຂອງ​ເຈົ້າ​ໄດ້ ພະຍາຍາມ​ຢູ່​ກັບ​ປັດຈຸບັນ​ໃຫ້​ຫຼາຍ​ທີ່ສຸດ.

ການ​ຝຶກຜ່ອນຄາຍຄວາມ​ເຄັ່ງຄຽດ ເຊັ່ນ: ການເຮັດ​ສະມາທິ ສາມາດ​ຊ່ວຍ​ໃຫ້​ເຈົ້າ​ຫຼຸດຄວາມ​ເຄັ່ງຄຽດ​ໄດ້. ຈົ່ງມຸ່ງ​ເນັ້ນ​ໄປ​ທີ່​ການປ່ອຍວາງ​ເລື່ອງ​ໃນ​ອະດີດ, ໃຫ້ຄວາມສົນໃຈກັບ​ເລື່ອງ​ໃນ​ປັດຈຸບັນ ເຊິ່ງເຮັດ​ໄດ້​ງ່າຍ​ກວ່າ​ທີ​ຈະ​ຫຼີກ​ລ້ຽງ​ການຄິດຄຳນຶງ ແລະ ​ການ​ຢູ່ໃນ​ສະຖານ​ທີ່​ທີ່​ດີ.

ຊ່ວຍ​ເຫຼືອ​ຜູ້​ອື່ນ

ການ​ຊ່ວຍ​ເຫຼືອ​ຜູ້​ອື່ນ​ອາດ​ເບິ່ງ​ຄືວ່າ​ເປັນ​ສິ່ງ​ທີ່​ຊັດເຈນ​ທີ່ສຸດ​ສຳລັບ​ຜູ້​ທີ່ ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ. ສ່ວນ​ໃຫຍ່​ແລ້ວ ຫາກ​ເວົ້າ​ເຖິງ ຄົນ​ດີ” ທຸກ​ຄົນ​ມັກ​ຈະ​ຄິດ​ເຖິງ​ຄົນທີ່​ຍອມ​ເສຍ​ສະຫຼະ​ເພື່ອ​ຄົນ​ອື່ນ ນັ້ນ​ເກໍຍ້ອນວ່າ​ການເຮັດ​ຄວາມ​ດີ​ເປັນການ​ເຊື່ອມ​ໂຍງ​ລະຫວ່າງ​ຄວາມ​ບໍລິສຸດ​ໃຈ ​ແລະ ຄວາມສຸກທາງ​ອາລົມ ຈຶ່ງ​ສາມາດ​ເຮັດໃຫ້​ເຮົາ​ເປັນ​ຄົນທີ່​ຂຶ້ນ​ໄດ້.

ການ​ວິ​ໄຈ​ຈາກ​ແຫຼ່ງ​ທີ່​ມາ​ທີ່​ເຊື່ອ​ຖື​ໄດ້​ພົບວ່າ ອາດ​ເປັນ​ເລື່ອງແທ້​ທີ່​ວ່າ ​ການ​ເປັນ​ຜູ້​ໃຫ້​ມັກ​ດີກວ່າ​ການ​ເປັນ​ຜູ້​ຮັບ. ດັ່ງ​ນັ້ນ ໃນ​ຂະນະ​ທີ່​ເຈົ້າ​ອາດ​ຮູ້ສຶກ​ເຄັ່ງຄຽດ, ວຽກຫຼາຍ ແລະ ກັງວົນກ່ຽວກັບ​ບັນຫາ​ຂອງຕົວ​ເອງ, ລອງ​ຫັນ​ເຫ​ຄວາມ​ສົນ​ໃຈ​ໃນຕົວ​ເຈົ້າ​ໄປ​ຍັງ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ອື່ນ ເຊິ່ງເຈົ້າ​ອາດ​ຊ່ວຍ​ພວກເຂົາ​ໄດ້. ການ​ຊ່ວຍ​ເຫຼືອ​ຜູ້​ອື່ນ​ນັ້ນ​ຈະ​ສາມາດ​ຊ່ວຍ​ຫຼຸດ​ຄວາມ​ເຄັ່ງຄຽດ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ກັບ​ເຈົ້າ​ໄດ້.

ການສຶກສາ​ຈາກ​ແຫຼ່ງ​ທີ່​ເຊື່ອ​ຖື​ໄດ້​ສະບັບໜຶ່ງ​ພົບວ່າ ຄົນເຈັບຟອກໝາກໄຂ່ຫຼັງ, ຄົນເຈັບປ່ຽນໝາກໄຂ່ຫຼັງ ແລະ ​ສະມາຊິກ​ໃນຄອບຄົວທີ່​ເປັນອາສາສະໝັກໃນ​ການ​ສະໜັບ​ສະໜຸນ​ຄົນເຈັບຄົນອື່ນ ມີ​ອາລົມ​ທີ່​ດີ​ຂຶ້ນ ທັງ​ຍັງມີຄວາມໝັ້ນໃຈໃນຕົວ​ເອງ, ການ​ຮັບ​ຮູ້ຕົວ​ເອງ ແລະ​ ຄວາມ​ພາກ​ພູູມໃຈ​ໃນຕົວ​ເອງ​ເພີ່ມ​ຂຶ້ນ​ອີກດ້ວຍ. ນອກ​ຈາກ​ນັ້ນ ຜູ້​ທີ່​ໄດ້ຮັບ​ການ​ສະໜັບ​ສະໜຸນ​ໂດຍທົ່ວ​ໄປ​ພົບວ່າ ຊີວິດ​ຂອງ​ພວກເຂົາ​ກໍ​ປ່ຽນແປງ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ຢ່າງ​ຫຼວງຫຼາຍ.

ການ​ຊ່ວຍ​ເຫຼືອ​ຜູ້​ອື່ນ ນອກ​ຈາກ​ຈະ​ເຮັດໃຫ້​ໂລກ​ໜ້າ​ຢູ່​ຂຶ້ນ​ແລ້ວ ການ​ສະແດງ​ຄວາມ​ບໍລິສຸດ​ໃຈ ຍັງ​ຊ່ວຍ​ໃຫ້​ເຈົ້າ​ເປັນ​ຄົນທີ່ມີຄວາມສຸກ ແລະ ​ມີ​ເມດຕາ​ຫຼາຍ​ຂຶ້ນ ເນື່ອງ​ຈາກ​ມີ​ຫຼາຍ​ວິທີ​ໃນ​ການ​ສະແດງ​ຄວາມ​ບໍລິສຸດ​ໃຈ ນີ້​ຈຶ່ງ​ເປັນ​ເສັ້ນ​ທາງ​ງ່າຍ ໆ ຂອງ​ຜູ້​ທີ່ ຢາກ​ເປັນ​ຄົນທີ່​ດີ​ຂຶ້ນສາມາດ​ເຮັດ​ໄດ້.

ໃຊ້​ປະໂຫຍດ​ຈາກ​ຈຸດ​ແຂງ​ໃນຕົວ​ເຈົ້າ

ການ​ທີ່​ເຈົ້າ​ເສຍ​ເວລາໝົກມຸ່ນຢູ່​ກັບການເຮັດວຽກໃຫ້ສຳເລັດ ຫຼື​ ການ​ໝົກ​ມຸ່ນ​ກັບ​ການເຮັດກິດຈະກຳທີ່​ເຈົ້າ​ໃຫ້​ຄວາມ​ສົນ​ໃຈ​ອື່ນໆ, ສິ່ງ​ນີ້​ນັກ​ຈິດ​ວິທະຍາ​ເອີ້ນວ່າ ກາ​ນ​ທຸ່ມເທ” ເຊິ່ງຖື​ເປັນ​ເລື່ອງ​ທຸກ​ຄົນ​ຄຸ້ນ​ເຄີຍ​ເປັນ​ຢ່າງ​ດີ. ການທຸ່ມເທ​ຄື​ສິ່ງ​ທີ່ເກີດຂຶ້ນ​ເມື່ອ​ເຈົ້າ​ມີ​ສ່ວນ​ຮ່ວມ​ຢ່າງ​ຈິງ​ຈັງ​ໃນກິດຈະກຳຍາມວ່າງ, ການ​ຮຽນ​ຮູ້​ທັກ​ສະ ​ຫຼື​ ວິ​ຊາ​ໃໝ່ໆ ຫຼື​ມີ​ສ່ວນ​ຮ່ວມ​ໃນ​ກິດຈະກຳ​ທີ່​ທ້າ​ທາຍ​ ແລະ​ ຜ່ອນ​ຄາຍ ແຕ່​ເມື່ອ​ເຮົາ​ຮູ້ສຶກ​ທ້າ​ທາຍ​ເກີນ​ໄປ​ກໍ​ຈະ​ເຮັດໃຫ້​ຮູ້ສຶກ​ເຄັ່ງຄຽດ. ເມື່ອ​ສິ່ງ​ຕ່າງໆ ງ່າຍ​ເກີນ​ໄປ​ກໍ​ອາດ​ເຮັດໃຫ້​ຮູ້ສຶກເບື່ອ ບໍ່ວ່າ​ຈະ​ດ້ວຍ​ວິທີ​ໃດ​ການ​ຫາ​ຈຸດ​ລົງຕົວ​ລະຫວ່າງ 2 ສິ່ງ​ນີ້ ຈະ​ເຮັດໃຫ້​ເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ການເຮັດ​ສິ່ງ​ຕ່າງ ໆ ໃນ​ທາງ​ທີ່​ດີ​ຫຼາຍ​ຂຶ້ນ.

ເຈົ້າ​ສາມາດສຳ​ຜັດ​ກັບ​ຄວາມທຸ່ມເທ​ໄດ້​ຈາກ​ຫຼາກ​ຫຼາຍ​ວິທີ​ການ ເຊັ່ນ: ການຂຽນ, ການເຕັ້ນ, ການ​ສ້າງສັນ, ການສຶກສາ​ສິ່ງ​ໃໝ່ ໆ ເພື່ອ​ນຳ​ໄປ​ສອນ​ຜູ້​ອື່ນ​ໄດ້ ສິ່ງ​ນີ້​ອາດ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ທ້າ​ທາຍ ແລະ ​ໃນ​ທາງ​ກົງກັນຂ້າມ ຜູ້​ອື່ນ​ກໍ​ອາດຈະ​ຮູ້ສຶກ​ທ້າ​ທາຍ​​ເຊັ່ນ​ກັນ. ພະຍາຍາມ​ຄິດເຖິງ​ໄລຍະເວລາ​ທີ່​ເຈົ້າ​ພົບວ່າ ຕົວ​ເອງ​ຢູ່ໃນ​ສ​ະຖາ​ນະ​ນີ້​ໃຫ້​ເລື້ອຍ​ທີ່ສຸດ ແລະ​ ລອງ​ເຮັດ​ສິ່ງ​ນັ້ນ​ໃຫ້​ຫຼາຍ​ຂຶ້ນ. ສ​ະຖາ​ນະ​ຂອງ​ການທຸ່ມເທ​ເປັນຕົວ​ບົ່ງ​ຊີ້​ທີ່​ດີ​ວ່າ ກິດຈະກຳ​ນັ້ນ ໆ ເໝາະ​ກັບ​ເຈົ້າ ​ຫຼື ​ບໍ່. ເມື່ອ​ເຈົ້າ​ກຳ​ລັງທຸ່ມເທ​ກັບ​ສິ່ງ​ໃດ​ສິ່ງ​ໜຶ່ງ ນັ້ນ​ຄື​ການ​ທີ່​ເຈົ້າ​ກຳ​ລັງ​ໃຊ້​ປະໂຫຍດ​ຈາກ​ຈຸດ​ແຂງ​ໃນຕົວ​ເຈົ້າ​ເອງ ເຊິ່ງສິ່ງ​ນີ້​ຈະ​ດີ​ຕໍ່​ສຸຂະພາບ​ທາງ​ອາລົມ ແລະ​ ຄວາມ​ສຸກ​ຂອງ​ເຈົ້າ​ເອງ. ນອກ​ຈາກ​ນີ້ ຍັງ​ເປັນ​ສິ່ງ​ທີ່​ດີ​ຕໍ່​ຄົນທົ່ວ​ໄປ​ເທິງ​ໂລກ​ນີ້​ອີກ​ດ້ວຍ ໂດຍ​ປົກກະຕິ​ແລ້ວ​ຈຸດ​ແຂງ​ໃນຕົວ​ເຈົ້າ​ນັ້ນ​ສາມາດ​ນຳ​ມາ​ໃຊ້​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ອື່ນ​ໄດ້​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ.

ເມື່ອ​ເຈົ້າ​ຮຽນ​ຮູ້​ກ່ຽວກັບຕົວ​ເອງ​ຫຼາຍ​ພໍ​ທີ່​ຈະ​ຮູ້​ວ່າ​ແມ່ນຫຍັງ​ຄື​ຈຸດ​ແຂງ​ໃນຕົວ​ເຈົ້າ ແລະ​ ພະຍາຍາມ​ຫາ​ວິທີ​ໃຊ້​ມັນ​ໃຫ້​ເພື່ອ​ເປັນ​ປະໂຫຍດ​ແກ່​ຜູ້​ອື່ນ ພຽງ​ເທົ່າ​ນີ້​ເຈົ້າ​ກໍ​ຈະ​ເປັນ​ຄົນທີ່​ດີ​ຂຶ້ນ​ ແລະ ​ມີ​ຄວາມ​ສຸກ​ຫຼາຍ​ຂຶ້ນ​ເຊັ່ນ​ກັນ.

ລອງ​ໃຊ້​ຂັ້ນ​ຕອນ​ຂອງ​ການ​ປ່ຽນແປງ​ພຶດຕິກຳ (Stages of change)

ສຳລັບ​ຜູ້​ທີ່ ຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ລອງ​ໃຊ້​ເວລາ​ຄາວໜຶ່ງໃນ​ການ​ຂຽນ​ລາຍ​ການ​ເທິງເຈ້ຍ ​ຫຼື ​ເທິງຄອມພິວເຕີ ກ່ຽວກັບ​ການ​ປ່ຽນແປງ​ ແລະ ​ເປົ້າ​ໝາຍ​ທີ່​ເຈົ້າ​ຕ້ອງ​ການ. ເຖິງແມ່ນວ່າ​ບາງຢ່າງ​ອາດຈະ​ເບິ່ງ​ຄື​ວ່າ​ບໍ່​ມີ​ທາງ​ເປັນ​ໄປ​ໄດ້ ເຊັ່ນ: ໝູ່ເພື່ອນ​ທີ່​ສົມບູນ​ແບບ​ສຳລັບ​ເຈົ້າ, ແຕ່​ກໍບໍ່ຕ້ອງກໍ່​ກັງ​ວົນ ລອງ​ຂຽນ​ມັນ​ລົງ​ໄປ​ກ່ອນ. ເຈົ້າ​ອາດ​ເຮັດ​ຕາມ​ຜູ້​ນຳ​ທຸລະກິດ​ທີ່​ເຈົ້າ​ຮູ້​ຈັກ ແລະ​ ມີ​ແຜນ 1 ປີ, 5 ປີ ແລະ 10 ປີ ສຳລັບ​ຊີວິດ​ຂອງ​ເຈົ້າ ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ແຜນ​ການ​ທີ່​ກຳນົດ​ໄວ້ ເປັນ​ພຽງແຕ່​ຄວາມ​ຕ້ອງ​ການ​ ແລະ ​ເປົ້າ​ໝາຍ​ກໍ​ພໍ.

ການ​ລະນຶກເຖິງ​ສິ່ງ​ທີ່​ເຈົ້າ​ຫວັງ​ໄວ້​ໃນ​ອະນາຄົດ​ຈະ​ຊ່ວຍ​ເຮັດໃຫ້​ເຈົ້າ​ຮູ້ສຶກ​ເຄັ່ງຄຽດ​ນ້ອຍ​ລົງ​ໃນ​ຊີວິດ​ປັດຈຸບັນ ແລະ ​ຊ່ວຍ​ໃຫ້​ເຈົ້າ​ເຫັນຕົວ​ເລືອກ​ເພີ່ມເຕີມ​ສຳລັບ​ການ​ປ່ຽນແປງ​ທີ່​ພວກເຂົາ​ນຳ​ສະເໜີ. ມີ​ຫຼາຍ​ວິທີ​ໃນ​ການມຸ່ງ​ເນັ້ນ​ໄປ​ທີ່​ການ​ປ່ຽນແປງ ແຕ່​ຂັ້ນ​ຕອນ​ຂອງ​ຮູບ​ແບບ​ການ​ປ່ຽນແປງ​ສາມາດ​ນຳ​ເຈົ້າ​ໄປ​ສູ່ຕົວ​ຕົນ​ທີ່​ດີ​ທີ່ສຸດ​ໄດ້​ງ່າຍ​ກວ່າ​ເສັ້ນ​ທາງ​ອື່ນໆ. ຮູບ​ແບບ​ການ​ປ່ຽນແປງ​ນີ້ ສາມາດ​ປັບ​ໃຫ້​ເຂົ້າ​ກັບຄວາມຄິດທີ່​ເຈົ້າ​ມີ​ໃນ​ຕອນ​ນີ້​ ແລະ​ ສາມາດ​ໃຊ້​ໄດ້​ກັບ​ຄົນ​ສ່ວນ​ໃຫຍ່​ໄດ້ອີກ​ດ້ວຍ. ສຳລັບ​ຂັ້ນ​ຕອນ​ການ​ປ່ຽນແປງ​ພຶດຕິກຳ (Stages of change) ມີ​ຢູ່​ນຳກັນ 5 ຂັ້ນ ເຊິ່ງແຕ່​ລະ​ຂັ້ນ​ມີ​ດັ່ງ​ນີ້:

  • ຂັ້ນ​ກ່ອນ​ຄິດ (Precontemplation) ຄື ການ​ບໍ່​ສົນ​ໃຈ​ກັບ​ບັນຫາ
  • ຂັ້ນເລີ່ມຄິດ​ພິຈາລະນາ (Contemplation) ຄື ການຮັບຮູ້​ເຖິງ​ບັນຫາ
  • ຂັ້ນເລີ່ມປະຕິບັດ (Preparation) ຄື ກຽມພ້ອມ​ທີ່​ຈະ​ປ່ຽນແປງ
  • ຂັ້ນ​ປະຕິບັດ (Action) ຄື ປະຕິບັດການ​ປ່ຽນແປງ​ພຶດຕິກຳ​ໂດຍ​ກົງ ເພື່ອ​ໄປ​ສູ່​ເປົ້າ​ໝາຍ
  • ຂັ້ນ​ປະຕິບັດ​ສ​ະໝໍ່າ​ສະເໝີ (Maintenance) ຄື ການ​ປະຕິບັດ​ພຶດຕິກຳ​ທີ່​ປັບ​ປ່ຽນ​ໃໝ່​ຢ່າງ​ສະໝໍ່າ​ສະເໝີ

ສ່ວນ​ທີ່​ສຳຄັນ​ທີ່ສຸດ​ຢ່າງ​ໜຶ່ງ​ຂອງ​ການ​ປ່ຽນແປງຕົວ​ເອງ​ໄປ​ເປັນ​ຄົນທີ່​ດີ​ຂຶ້ນ ຄື ເຈົ້າ​ຕ້ອງ​ບໍ່​ກົດ​ດັນຕົວ​ເອງ​ໃຫ້​ປ່ຽນແປງ​ກ່ອນ​ທີ່​ເຈົ້າ​ຈະ​ພ້ອມ ແລະ ​ເຈົ້າ​ຈະ​ຕ້ອງ​ບໍ່​ຍອມ​ພ່າຍແພ້​ຫາກ​ພົບວ່າຕົວ​ເອງ​ຖອຍ​ຫຼັງ.

ເບິ່ງ​ແຍງຕົວ​ເອງ​ໃຫ້​ດີ

ເຈົ້າ​ອາດ​ບໍ່​ສາມາດ​ຄວບ​ຄຸມສະຖານະການທີ່​ເຈົ້າ​ປະເຊີນ​ໄດ້​ສະເໝີ​ໄປ ແຕ່​ຖ້າ​ເຈົ້າຢາກ​ເປັນ​ຄົນທີ່​ດີ​ຂຶ້ນ ເຈົ້າ​ຕ້ອງ​ພະຍາຍາມ​ຄວບ​ຄຸມ​ໃຫ້ຕົວ​ເອງ​ເບິ່ງ​ແຍງຕົວ​ເອງ​ໃຫ້​ດີ. ເນື່ອງ​ຈາກການດູແລຕົວເອງ ອາດ​ສົ່ງ​ຜົນ​ຕໍ່​ລະ​ດັບ​ຄວາມ​ເຄັ່ງຄຽດ​ຂອງ​ເຈົ້າ​ ແລະ ​ເຮັດໃຫ້​ເຈົ້າເຕີບໃຫຍ່ຂຶ້ນ ເມື່ອ​ຕ້ອງ​ປະເຊີນ​ຄວາມ​ທ້າ​ທາຍ​ໃນ​ຊີວິດ. ການ​ເບິ່ງ​ແຍງຕົວ​ເອງ​ຖື​ວ່າ​ມີ​ຄວາມ​ສຳຄັນ​ຕໍ່​ການສ້າງ​ຄວາມສາມາດໃນການປັບໂຕ​ເມື່ອ​ຕ້ອງປະເຊີນ​ກັບ​ຄວາມ​ເຄັ່ງຄຽດ​ທີ່​ບໍ່​ສາມາດ​ຫຼີກ​ລ້ຽງ​ໄດ້​ດ້ວຍ​ເຫດຜົນ​ຫຼາຍ​ປະ​ການ. ເມື່ອ​ເຈົ້າອ່ອນເພຍ, ກິນ​ອາຫານ​ບໍ່​ພຽງ​ພໍ ນັ້ນ​ຈະ​ເຮັດໃຫ້​ເຈົ້າ​ມີ​ປະຕິ​ກິ​ລິຍາ​ຕອບສະໜອງ​ຕໍ່​ຄວາມ​ເຄັ່ງຄຽດ​ທີ່​ຕ້ອງ​ປະເຊີນ​ໃນ​ຊີວິດ​ຫຼາຍ​ຂຶ້ນ ແທນ​ທີ່​ຈະ​ກຳຈັດ​ຄວາມ​ເຄັ່ງຄຽດ​ທີ່​ມີ​ຢູ່​ໄປ​ໄດ້ ອາດ​ກາຍ​ເປັນ​ສ້າງ​ບັນຫາ​ໃຫ້ຕົວ​ເອງ​ຫຼາຍ​ຂຶ້ນ.

ໃນ​ທາງ​ກົງກັນຂ້າມ ຫາກ​ເຈົ້າ​ເບິ່ງ​ແຍງຕົວ​ເອງ​ເປັນ​ຢ່າງ​ດີ ທັງຮ່າງກາຍ ແລະ ຈິດໃຈ, ເຈົ້າຈະ​ມີ​ຄວາມຮອບ​ຄອບ​ຫຼາຍຍິ່ງ​ຂຶ້ນ​ເມື່ອ​ຕ້ອງ​ປະເຊີນ​ກັບ​ຄວາມ​ເຄັ່ງຄຽດ ແລະ​ມັນ​ຈະ​ເຮັດໃຫ້​ເຈົ້າ​ເຕີບໃຫຍ່ຈາກ​ຄວາມ​ທ້າ​ທາຍ​ທີ່​ປະເຊີນ​ຫຼາຍກວ່າ​ພຽງແຕ່ການ​ເອົາຕົວ​ລອດ. ການ​ເບິ່ງ​ແຍງ​ຮ່າງກາຍ, ຈິດ​ວິນຍານ ແລະ ​ຈິດ​ໃຈ​ຂອງ​ເຈົ້າ​ຢ່າງ​ເໝາະ​ສົມ ສາມາດ​ເຮັດໃຫ້​ເຈົ້າ​ມີ​ພາ​ວະ​ໃນ​ການ​ຈັດການ​ກັບ​ຄວາມ​ເຄັ່ງຄຽດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ສິ່ງ​ນີ້​ຈະ​ຊ່ວຍ​ໃຫ້​ເຈົ້າ​ຈັດການ​ກັບ​ຄວາມ​ທ້າ​ທາຍ​ທີ່ເກີດຂຶ້ນ​ໄດ້​ຫຼາຍ​ຂຶ້ນ.

Advertisement Replay Ad

ຂໍຂອບໃຈ

ຂໍ້ມູນ : hellokhunmor

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 10 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 10 ພຶດສະພາ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ