ສາຍສໍາພັນທີ່ດີ ລາວ-ໄທ ບໍ່ຖິ້ມກັນ! ນຸນີ່-ອ໊ອຟ ແຈກອາຫານ ໃຫ້ເຈົ້າໜ້າທີ່ ໃນເຫດການໄຟໄໝ້ໂຮງງານ

ໃຈກຸສົນແທ້! ນຸນີ່-ອ໊ອຟ ພ້ອມທີມງານ ເຝີແຊບ ໂດຍລາຍພາງ ໄດ້ມີໂອກາດ ເປັນຕົວແທນນ້ອຍໆໃຫ້ກັບພີ່ນ້ອງທີ່ມີນໍ້າໃຈໃນການຊ່ວຍເຫຼືອ ມອບອາຫານ ນໍ້າດື່ມ ແລະ ເຄື່ອງຈໍາເປັນ ໃຫ້ເຈົ້າໜ້າທີ່ຜູ້ປະສົບໄພ ໂດຍທັງ 2 ໄດ້ເປັນສື່ກາງລະດົມທຶນ ແລະ ຊ່ວຍເຫຼືອລົງພື້ນທີ່ແຈກຢາຍກັບມືເອງ ໃນເຫດການໄຟໄໝ້ໂຮງງານກິ່ງແກ້ວ ທີ່ຜ່ານມາ. ທັງນີ້ ນຸນີ່ ແລະ ອ໊ອຟ ຍັງໄດ້ໂພສວ່າ: "ຈະເອົາຄໍາຂອບໃຈ ແທນອ້າຍໆນ້ອງໆ ທີ່ປະສົບໄພ ຝາກມາໃຫ້ກັບເອື້ອຍອ້າຍນ້ອງທີ່ບໍລິຈາກ ແລະ ສົ່ງກໍາລັງໃຈໃຫ້ທຸກຄົນ ຂໍໃຫ້ສຸຂະພາບແຂງແຮງ ປອດໄພ ທັງຄົນໃຫ້ ແລະ ຄົນຮັບເດີ້"
ບຸນທີ່ໄດ້ຮ່ວມເປັນສ່ວນໜຶ່ງ ໃນການແບ່ງປັນນໍ້າໃຈ ໃຫ້ຜູ້ປະສົບໄພ #ເຫດການໄຟໄໝ້ໂຮງງານກິ່ງແກ້ວທີ່ປະເທດໄທ ຂອບໃຈ Noony Koumphonphakdee ແລະ ອ໊ອຟ Yingyot Aoflaiprang Kanjananiyom ທີ່ເປັນສະພານບຸນຄັ້ງນີ້ ແລະ ຂໍອະນຸໂມທະນາບຸນກັບທຸກທ່ານ ຂໍໃຫ້ບຸນຮັກສາເທວະດາຄຸ້ມຄອງ.
ເຊື່ອວ່າ ສໍາລັບ ຄູ່ຮັກສາວລາວ-ບ່າວໄທ ຈາກລາຍການ Take Me Out Thailand ຫຼາຍຄົນຄົງຮູ້ຈັກດີ. ຫຼັງຈາກໜຸ່ມອ໊ອຟ ແລະ ສາວນຸນີ່ເທັກກັນອອກມາໄດ້ ທັງສອງກໍຕົກລົງສຶກສາເບິ່ງໃຈກັນ, ຈົນໜຸ່ມອ໊ອຟ ໄດ້ໄປສູ່ຂໍສາວນຸນີ່ຕາມປະເພນີ ເຊິ່ງເປັນງານທີ່ອົບອຸ່ນ ແລະ ໜ້າຮັກ. ຕັ້ງແຕ່ວັນນັ້ນເຖິງວັນນີ້ທັງສອງກໍຍັງເປັນຄູ່ຮັກທີ່ເຫຼົ່າຊາດເນັດມັກ ແລະ ຕິດຕາມຢູ່ສະເໝີ ດ້ວຍຄວາມໜ້າຮັກ ເຮຮາຂອງສາວນຸນີ່ ແລະ ດ້ວຍຄວາມເປັນໜຸ່ມທີ່ອົບອຸ່ນຂອງອ໊ອຟ ຈຶ່ງເຮັດໃຫ້ທັງສອງກາຍເປັນຄູ່ຮັກທີ່ໄດ້ຮັບການຈັບຕາເບິ່ງເປັນພິເສດ.
ຫຼ້າສຸດຍັງແບ່ງປັນນໍ້າໃຈໃຫ້ຜູ້ປະສົບໄພ ລົງພື້ນທີ່ ລະດົມທຶນຊ່ວຍສຸດຄວາມສາມາດ ຂໍຊົມເຊີຍ.