ເຈົ້າປຽບດັ່ງສັດຊະນິດໃດໃນ Chronotype ອີງຕາມເວລານອນ ແລະ ເວລາເຮັດວຽກຂອງເຈົ້າ?

ຄົນທີ່ນອນເດິກຕື່ນສວາຍ ບໍ່ໄດ້ແປວ່າຕ້ອງເປັນຄົນທີ່ຂີ້ຄ້ານ, ນິໄສເສຍ ຫຼື ຂາດວິໄນ... ແຕ່ເຂົາເຈົ້າອາດຈະມີ Chronotype ທີ່ແຕກຕ່າງກັນໄປ.
ບາງຄົນປະສົບບັນຫາເລື່ອງການຢາກເຂົ້ານອນໄວ ແຕ່ນອນໄວແນວໃດກໍນອນບໍ່ຫຼັບ ແລະ ຢາກຕື່ນເຊົ້າແນວໃດກໍຕື່ນບໍ່ໄດ້ ຕ້ອງໄດ້ເພິ່ງໂມງປຸກຕະຫຼອດ. ໃນຂະນະທີ່ບາງຄົນກໍເຂົ້ານອນຕັ້ງແຕ່ 10 ໂມງແລງ ຕື່ນໄດ້ເອງຕອນ 6 ໂມງເຊົ້າ. ເຂົາເຈົ້າເຮັດແນວນັ້ນໄດ້ແນວໃດ?
Chronotype ແມ່ນຫຍັງ? ມັນເປັນລັກສະນະເສັ້ນເວລາຂອງແຕ່ລະບຸກຄົນໃນມື້ໜຶ່ງ ທີ່ຈະມີໄລຍະເວລາສະເພາະຂອງຕົນເອງວ່າ ໃນໄລຍະເວລາຂອງມື້ໜຶ່ງ ເວລາໃດທີ່ຕື່ນໂຕທີ່ສຸດ ແລະ ເວລາໃດທີ່ຢາກນອນທີ່ສຸດ ເຊິ່ງມີຄວາມແຕກຕ່າງກັນໄປ ໂດຍມີການປຽບທຽບກຸ່ມຄົນກັບສັດ 4 ຊະນິດ ໄດ້ແກ່ ໝີ, ສິງ, ໝາປ່າ ແລະ ໂລມາ. ລອງມາເລີ່ມສຳຫຼວດຕົວເອງເບິ່ງວ່າ ເຈົ້າເປັນສັດຊະນິດໃດໃນແຕ່ລະ Chronotype.
ສິງ (The Lion Chronotype)
ຖ້າເຈົ້າເປັນຄົນທີ່ມັກຕື່ນເຊົ້າກວ່າຄົນອື່ນຕັ້ງແຕ່ໄກ່ຍັງບໍ່ທັນຂັນດີ ເຈົ້າກໍລຸກອອກມາຈາກບ່ອນນອນຢ່າງວ່ອງໄວ ເພາະມື້ນີ້ມີກິດຈະກຳລໍຖ້າໃຫ້ເຈົ້າໄປປະເຊີນອີກຫຼວງຫຼາຍ. ດັ່ງນັ້ນ ເວລາທີ່ເໝາະແກ່ການຕື່ນນອນທີ່ສຸດຈຶ່ງເປັນປະມານຕອນ 6 ໂມງເຊົ້າ ຊຶ່ງບັນດານັກທຸລະກິດ ແລະ CEO ມັກຈະຖືກຈັດຢູ່ໃນກຸ່ມນີ້ ເພາະຖືໄດ້ວ່າເປັນເຈົ້າແຫ່ງສັດປ່າ ຕ້ອງຟ້າວບຕື່ນມາໃຫ້ມີເວລາເຮັດຫຍັງໄດ້ອີກຫຼາຍຢ່າງໝົດມື້. ແຕ່ພໍຍາມຕາເວັນຄ້ອຍແລງລົງມາ ເຫື່ອແຮງກໍຈະເລີ່ມຄ່ອຍໆຫົດຫາຍ ເຮັດໃຫ້ເປັນຄົນທີ່ມັກຟ້າວເຂົ້ານອນໄວ. ເວລາທີ່ເໝາະຈະເຂົ້ານອນຈຶ່ງເປັນເວລາຕັ້ງແຕ່ປະມານ 10 ໂມງແລງ ເພື່ອກຽມເກັບພະລັງໄວ້ເຮັດວຽກຕໍ່ໄດ້ໃນມື້ຖັດໄປ. ເວລາທີ່ເໝາະແກ່ການເຮັດວຽກງານສຳລັບຊາວສິງກໍຄື ໄລຍະ 8 ໂມງເຊົ້າເຖິງທ່ຽງ ຫຼັງຕື່ນນອນບໍ່ດົນ ບໍ່ສວາຍຈົນເກີນໄປ ກ່ອນທີ່ພະລັງຈະເລີ່ມຕົກໃນຕອນສວາຍ.
ໝີ (The Bear Chronotype)
ຫາກເຈົ້າເປັນຄົນທີ່ຕ້ອງການເວລາພັກຜ່ອນດົນໆ 1 ມື້ຕ້ອງນອນບໍ່ຕ່ຳກວ່າ 8 ຊົ່ວໂມງ ການນອນ 11 ໂມງແລງ ຄືເວລາທີ່ເໝາະທີ່ສຸດ ກ່ອນຈະຕ້ອງລຸກຂຶ້ນຕື່ນໄປເຮັດວຽກໃນເວລາປະມານ 7 ໂມງເຊົ້າ ເປັນໄປຕາມເວລາດວງຕາເວັນຂຶ້ນ ແລະ ຕົກໃນແຕ່ລະມື້ ຄືກັບໝີທີ່ມີຄວາມກະຕືລືລົ້ນ ມັກອອກລ່າໃນຕອນກາງເວັນ ພໍຕົກແລງມາກໍຈະເລີ່ມເມື່ອຍໆ ພ້ອມກັບມາພັກຕໍ່ຍາວໆ ໃນຕອນກາງຄືນ. ດັ່ງນັ້ນ ເວລາທີ່ເໝາະແກ່ການເຮັດວຽກນຈຶ່ງເປັນໄລຍະ 10 ໂມງເຊົ້າເຖິງ ບ່າຍ 2 ເຊິ່ງຄົນກຸ່ມນີ້ເຖິງຈະມີແຮງເຮັດວຽກໄດ້ດີທີ່ສຸດ.
ໝາປ່າ (The Wolf Chronotype)
ຖ້າວ່າເຈົ້າເປັນຄົນທີ່ຖ້າດວງຕາເວັນບໍ່ຕົກດິນກໍບໍ່ມີແຮງລຸກຂຶ້ນມາປັ່ນວຽກ ແຖມພໍເຊົ້າມາ ກວ່າຈະເດັ້ງໂຕລຸກຂຶ້ນມາຈາກບ່ອນນອນໄດ້ອີກແຕ່ລະເທື່ອ ຕ້ອງຜ່ານການກົດ Snooze ໂມງປຸກໃນມືຖືບໍ່ຮູ້ຈັກເທື່ອ, ຍິນດີຕ້ອນຮັບເຂົ້າສູ່ກຸ່ມໝາປ່າ ແຖມເຂົາເຈົ້າວ່າຄົນກຸ່ມນີ້ມັກເປັນສາຍຄຣີເອທີຟ, ມີຄວາມຄິດສ້າງສັນ ຍິ່ງຕົກເດິກຍິ່ງຄຶກຄື້ນ ແລະ Creativity ຍິ່ງເພີ່ມຂຶ້ນລົວໆ. ເວລາທີ່ເໝາະແກ່ການເຮັດວຽກງານສຳລັບກຸ່ມນີ້ຈຶ່ງມັກເປັນຕອນເດິກ ຄືໄລຍະ 5 ໂມງແລງເຖິງທ່ຽງຄືນ ຊຶ່ງກໍຢາກຂັດກັບເວລາເຮັດວຽກຂອງຄົນທົ່ວໄປແດ່ ຈົນບາງທີອາດກາຍເປັນບັນຫາໃນການເຮັດວຽກໄດ້ຄືກັນ.
ໂລມາ (The Dolphin Chronotype)
ຫາກເຈົ້າເປັນຄົນທີ່ມີບັນຫາເລື່ອງການນອນ ມັກຈະນອນຫຼັບໆ ຕື່ນໆ ຄືກັບໂລມາ ທີ່ເຂົາວ່າກັນວ່າ ມັນມັກຈະຫຼັບໂດຍມີສະໝອງອີກເຄິ່ງຊີກຕື່ນຕົວເຮັດວຽກຢູ່ ເພື່ອລະວັງງໄພອັນຕະລາຍອ້ອມຂ້າງ ເຮັດໃຫ້ຄົນປະເພດນີ້ມັກເປັນຄົນທີ່ຂີ້ກັງວົນ, ມັກເກັບຕຕົວ ເຮັດວຽກຄົນດຽວໄດ້ດີກວ່າ, ເບິ່ງເປັນຄົນຕິສ ແຕ່ກໍເປັນກຸ່ມຄົນທີ່ນັບວ່າສະຫຼາດ ຫົວໄວຄົນໜຶ່ງເລີຍ. ເວລານອນທີ່ເໝາະສົມຈຶ່ງເປັນຕອນ 11:30 ໂມງແລງ ແລ້ວຄ່ອຍຕື່ນນອນອີກເທື່ອໃນຕອນ 6:30 ໂມງເຊົ້າກຳລັງດີ. ສ່ວນເວລາທີ່ເໝາະແກ່ການເຮັດວຽກສຳລັບຄົນກຸ່ມນີ້ກໍເປັນຕອນບ່າຍ 3 ເຖິງ 9 ໂມງແລງ ເພາະຄວາມຮູ້ສຶກທີ່ວ່ານອນບໍ່ຄ່ອຍຈະພໍ ຕື່ນມາເຊົ້າໆ ຈຶ່ງບໍ່ຄ່ອຍມີແຮງ ກວ່າຈະເຕີມພະລັງໃຫ້ກັບມາມີແຮງເຮັດວຽກໄດ້ກໍຕົກບ່າຍກວ່າໆພໍດີ.
ໃນການແບ່ງຄົນເປັນປະເພດຕາມ Chronotype ນີ້ ບໍ່ໄດ້ມີໄວ້ໃຊ້ເປັນຂໍ້ອ້າງສຳລັບການເຮັດພຶດຕິກຳບາງຢ່າງ ແຕ່ມີເພື່ອໃຫ້ຄົນໄດ້ເຂົ້າໃຈ ແລະ ຮູ້ຈັກ ‘ໂມງຊີວິດ’ ຂອງຕົວເອງ ແລະສາມາດນຳມາປັບໃຊ້ໃນການເຮັດວຽກງານໃຫ້ອອກມາມີປະສິດທິພາບທີ່ສຸດຕາມເວລາທີ່ເໝາະສົມຈາກລັກສະນະນິໄສຂອງຕົວເອງ.
ເພາະແຕ່ລະຄົນມີ ‘ພະລັງງານ’ ກັກເກັບໄວ້ໃຊ້ໃນແຕ່ລະໄລຍະເວລາທີ່ບໍ່ຄືກັນ ແລະ ມີເວລາສຳລັບ ‘Productivity’ ທີ່ຕ່າງກັນອອກໄປ ຈຶ່ງບໍ່ໄດ້ແປວ່າຄົນຕື່ນເຊົ້າເທົ່ານັ້ນຈະເປັນຄົນດຸໝັ່ນ ແຕ່ພຽງແຕ່ເຮົາ ‘ດຸໝັ່ນ’ ຄົນລະເວລາກັນເທົ່ານັ້ນເອງ.
ອ້າງອີງ: