ວັນອັງຄານ ທີ 28 ມີນາ 2023

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24 ຊົ່ວໂມງ ຢູ່ປາກເຊ ແຂວງຈຳປາສັກ

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24 ຊົ່ວໂມງ ຢູ່ປາກເຊ ແຂວງຈຳປາສັກ

ບໍລິສັດ ໂລກ້າ ຈຳກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງ ໄດ້ເປີດໃຫ້ບໍລິການແລ້ວ ທີ່ ປາກເຊ, ເຊິ່ງກ່ອນຈະມີການເປີດໂຕທີ່ ນະຄອນປາກເຊ ໂລກ້າ ໄດ້ເປີດໃຫ້ບໍລິການແລ້ວທີ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພຣະບາງ.  ແຕ່ໄວໆນີ້ ບໍລິສັດ ໂລກ້າ ຈໍາກັດ ໄດ້ຮ່ວມກັບ ບໍລິສັດ ໂຊກມີໄຊ ຈຳກັດ ຜູ້ດຽວ ເພື່ອໃຫ້ບໍລິການແທັກຊີອອນລາຍ. ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ ແລະ ກະແສທີ່ຮຽກຮ້ອງຈາກລູກຄ້າທີ່ຢູ່ຕ່າງແຂວງ ໂດຍສະເພາະແມ່ນແຂວງຈຳປາສັກ.

ການເຊັນສັນຍາ ຂອງການເປີດໂຕບໍລິການໂລກ້າ ໄດ້ຈັດຂຶ້ນໃນເວລາ 14:00ໂມງ ຂອງ ວັນທີ 29 ມິຖຸນາ 2021 ທີ່ ຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງຈຳປາສັກ. ເຊິ່ງໄດ້ຮັບກຽດຈາກບັນດາທ່ານທີ່ໄດ້ຮ່ວມເປັນສັກຂີພະຍານຄື: ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ, ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງແຂວງ ຈໍາປາສັກ, ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ.

ໂດຍການຮ່ວມເຊັນສັນຍາ ດັ່ງກ່າວ, ທ່ານ ສຸລິໂຍ ວົງດາລາ ຜູ້ອຳນວຍການ ບໍລິສັດ ໂລກ້າ ຈຳກັດ ໄດ້ກ່າວເຖິງຄວາມເປັນມາຂອງໂລກ້າ, ບໍລິການຕ່າງໆຂອງໂລກ້າ ແລະ ນຳສະເໜີເຖິງແຮງບັນດານໃຈໃນການຮ່ວມມືກັນລະຫວ່າງ ໂລກ້າ () ພ້ອມທັງເນັ້ນວ່າ: ບໍລິສັດ ໂລກ້າ ຈຳກັດ ຂອງເຮົາໄດ້ເບິ່ງເຫັນເຖີງຄວາມຕ້ອງການຂອງລູກຄ້າທາງແຂວງຈຳປາສັກ ທີ່ຮຽກຮ້ອງຢາກເຫັນການບໍລິການແບບໃໝ່ທີ່ໜ້າສົນໃຈ ແລະ ກໍຖືວ່າເປັນກະແສຕອບຮັບທີ່ດີ. ເຮັດໃຫ້ເຮົາໄດ້ມີແນວທາງໃໝ່ໃນການຂະຫຍາຍການບໍລິການໃຫ້ແກ່ລູກຄ້າ ແລະ ໄດ້ມີ ບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ ທີ່ໄດ້ໃຫ້ບໍລິການຢູ່ທາງຈຳປາສັກຢູ່ແລ້ວ ໄດ້ເຫັນດີເຖີງແນວທາງ ແລະ ນະໂຍບາຍທີ່ກົງກັນຈື່ງໄດ້ລົງມັດຕິຮ່ວມເຊັນສັນຍາໃນຄັ້ງນີ້.

ສຳລັບ ທາງບໍລິສັດ ໂຊກມີໄຊ ຈຳກັດຜູ້ດຽວ, ທ່ານ ຢູຣະນັນ ລາດຊະວົງ ຮອງອຳນວຍການ ບໍລິສັດ ໂຊກມີໄຊ ໄດ້ກ່າວເຖີງແຮງບັນດານໃຈໃນການຮ່ວມມືກັບ ບໍລິສັດ ໂລກ້າ ຈຳກັດ ວ່າ: ການຮ່ວມເຊັນສັນຍາໃນຄັ້ງນີ້ ຖືວ່າເປັນປາກົດການດີທີ່ໄດ້ເກີດຂື້ນຢູ່ໃນນະຄອນປາກເຊຂອງເຮົາ ແລະ ເປັນໂອກາດດີທີ່ ບໍລິສັດ ໂລກ້າ ຈຳກັດ. ໄດ້ນຳລະບົບການໃຊ້ງານການເອີ້ນລົດແບບອອນລາຍ ເຊີ່ງເປັນທາງເລືອກໃໝ່ໃຫ້ລູກຄ້າ ທີ່ຈະເພີ່ມຄວາມສະດວກສະບາຍ ແລະ ລາຄາທີ່ໂປ່ງໃສ, ເຮົາໄດ້ຄາດຫວັງວ່າ ບໍລິສັດ ໂຊກມີໄຊ ແລະ ບໍລິສັດ ໂລກ້າ ຈະດຳເນີນຮ່ວມພັດທະນາຕໍ່ໄປດ້ວຍກັນ.

ທ່ານສຸລິຍາ ນາເຟືອງວິໄລ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈໍາປາສັກ ໄດ້ໃຫ້ຄຳຄິດເຫັນວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າທັງສອງບໍລິສັດໄດ້ມີການຮ່ວມມື ແລະ ຮ່ວມກັນພັດທະນາການບໍລິການຂົນສົ່ງໂດຍສານ ນັບວ່າເປັນຈຸດເລີ່ມຕົ້ນຄວາມໝາຍໃໝ່ໃນການພັດທະນາການຄົມມະນາຄົມຂົນສົ່ງຂອງ ສປປ ລາວ.



ທ່ານ ລັດສະໄໝ ຮຸ່ງໄຊຍະສິງ ຮອງປະທານ ສູນບໍລິການວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງແຂວງຈຳປາສັກ ໄດ້ກ່າວວ່າ: ຮູ້ສືກຍິນດີທີ່ທຸລະກິດຂອງບໍລິສັດທັງສອງໄດ້ຕົກລົງຮ່ວມເຊັນສັນຍາຮ່ວມມືກັນລະຫວ່າງ ບໍລິສັດ ໂຊກມີໄຊ ແລະ ບໍລີສັດ ເພື່ອຈະເຮັດໃຫ້ການໃຫ້ບໍລິການເພື່ອປະຊາຊົນພາຍໃນແຂວງຈຳປາສັກ, ນັກທ່ອງທ່ຽວທັງພາຍນອກ ແລະ ພາຍໃນທີ່ຈະເຂົ້າມາໃນອານາຄົດ ເຮັດໃຫ້ການບໍລິການແທັກຊີນັ້ນດີຂື້ນກວ່າເກົ່າ ແລະ ມັນໄດ້ເປັນບາດກ້າວທີ່ສຳຄັນທີ່ສຸດ ເພື່ອໃຫ້ການພັດທະນາດ້ານການບໍລິການໃຫ້ມັນເກີດໜໍໍ່ອອກຜົນຂື້ນໄປ.

ທ່ານ ສິໂຫ ຈັນທະຄູນ ຮອງຫົວໜ້າຂະແໜງການຄຸ້ມຄອງຂົນສົ່ງ ພະແນກໂຍທາທິການ ແລະ ການຂົນສົ່ງ ແຂວງຈໍາປາສັກ ໄດ້ກ່າວວ່າ: ຮູ້ສືກດີໃຈທີ່ທັງສອງບໍລິສັດໄດ້ໃຫ້ຄວາມສົນໃຈການບໍລິການທີ່ຈະເຮັດໃຫ້ປະຊາຊົນໄດ້ມີຫຼາຍທາງເລືອກ ແລະ ສາມາດຮູ້ລາຄາທີ່ໂປ່ງໃສໄດ້.

ຫຼັງຈາກໄດ້ຮັບຄວາມຊີ້ແນະ ແລະ ຄໍາແນະນໍາຂອງແຂກຜູ້ມີກຽດທຸກທ່ານແລ້ວ ທ່ານ ສຸລິໂຍ ວົງດາລາ ອໍານວຍການບໍລິສັດ ໂລກ້າ ຈໍາກັດ ແລະ ທ່ານນາງ ພິ່ງກີ້ ທອນທົງເດດ ອໍານວຍການບໍລີສັດ ໂຊກມີໄຊ ຈໍາກັດ ຜູ້ດຽວ ໄດ້ພ້ອມກັນລົງນາມເຊັນສັນຍາການຮ່ວມມືຄັ້ງດັ່ງກ່າວ. ພິທີເຊັນສັນຍາຄັ້ງນີ້ ມີຄວາມສໍາຄັນເປັນຢ່າງຍິ່ງໃນການພັດທະນາວຽກງານບໍລິການດ້ານແທັກຊີໃນແຂວງຈໍາປາສັກ.

ນອກຈາກການເປີດໃຫ້ບໍລິການ ໃນສາຂາປາກເຊແລ້ວ, ໂລກ້າ ຍັງໄດ້ເນັ້ນເລື່ອງຂອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການ ການໂດຍສານທຸກຖ້ຽວຂອງໂລກ້າແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500,000,000 ກີບ ຈາກ ພົງສະຫວັນປະກັນໄພ (APA) ແລະ ໂລກ້າ ຍັງມີສິດທິພິເສດ ໂດຍການໃຫ້ລູກຄ້າສາມາດສະສົມຄະແນນຈາກການໃຊ້ບໍລິການຂອງໂລກ້າເພື່ອແລກຂອງຂັວນ ແລະ ບໍລິການຕ່າງໆອີກດ້ວຍ.

ພ້ອມນີ້ ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສ ເພາະນຳໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະ ຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດ ເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ).

Advertisement Replay Ad
iPhone 14 ພ້ອມວາງຈຳໜ່າຍໃນລາວແລ້ວ ໂດຍ ເມີຄັນທາຍ (Mercantile)

iPhone 14 ພ້ອມວາງຈຳໜ່າຍໃນລາວແລ້ວ ໂດຍ ເມີຄັນທາຍ (Mercantile)

FSN ASIA ບໍລິສັດການຕະຫຼາດດິຈິຕອລອັນດັບໜຶ່ງຂອງອາຊີ ເຂົ້າລົງທຶນໃນ ‘ບິສຈີຕອລ’

FSN ASIA ບໍລິສັດການຕະຫຼາດດິຈິຕອລອັນດັບໜຶ່ງຂອງອາຊີ ເຂົ້າລົງທຶນໃນ ‘ບິສຈີຕອລ’

ເປີດປະສົບການຄັ້ງທຳອິດໃນລາວ! TPLUS ຮ່ວມມືກັບ Universal Studio

ເປີດປະສົບການຄັ້ງທຳອິດໃນລາວ! TPLUS ຮ່ວມມືກັບ Universal Studio

Samsung Galaxy S22 ເປີດໂຕພ້ອມໃຫ້ຈອງແລ້ວ ເຜີຍຄຸນສົມບັດສຸດລໍ້າ ທີ່ສຸດທຸກຂີດຈໍາກັດ ແຫກທຸກກົດເກນ

Samsung Galaxy S22 ເປີດໂຕພ້ອມໃຫ້ຈອງແລ້ວ ເຜີຍຄຸນສົມບັດສຸດລໍ້າ ທີ່ສຸດທຸກຂີດຈໍາກັດ ແຫກທຸກກົດເກນ

ພໍ່ແມ່ຕ້ອງກົດ Subscribe ໄວ້! Meysa Thanva Kids Channel ສື່ການຮຽນສອນສຳລັບເດັກສີມືຄົນລາວ

ພໍ່ແມ່ຕ້ອງກົດ Subscribe ໄວ້! Meysa Thanva Kids Channel ສື່ການຮຽນສອນສຳລັບເດັກສີມືຄົນລາວ

ລວມພະລັງພິກໂສມໜ້າເສດຖະກິດດິຈິຕອນລາວ! ກະຊວງເຕັກໂນໂລຊີ ແລະ ການສື່ສານລົງນາມ MOU ກັບ LICA

ລວມພະລັງພິກໂສມໜ້າເສດຖະກິດດິຈິຕອນລາວ! ກະຊວງເຕັກໂນໂລຊີ ແລະ ການສື່ສານລົງນາມ MOU ກັບ LICA

ບໍ່ຕ້ອງຕົກໃຈ Facebook,​WhatsApp, Messenger ແລະ Instagram ຫລົ້ມທົ່ວໂລກ

ບໍ່ຕ້ອງຕົກໃຈ Facebook,​WhatsApp, Messenger ແລະ Instagram ຫລົ້ມທົ່ວໂລກ

ເລື່ອງກິນໃຫ້ອຸ່ນໃຈ! ຟູດແພນດ້າ ກາຍເປັນແອັບສົ່ງອາຫານທຳອິດທີ່ໃຫ້ບໍລິການຄົບ 18 ແຂວງທົ່ວລາວ

ເລື່ອງກິນໃຫ້ອຸ່ນໃຈ! ຟູດແພນດ້າ ກາຍເປັນແອັບສົ່ງອາຫານທຳອິດທີ່ໃຫ້ບໍລິການຄົບ 18 ແຂວງທົ່ວລາວ

Codashop ເປີດຕົວຮູບໂສມໃໝ່ທີ່ໂດດເດັ່ນ

Codashop ເປີດຕົວຮູບໂສມໃໝ່ທີ່ໂດດເດັ່ນ

ໂລກ້າ ຮ່ວມມືກັບ ບີວາຍດີ ເປີດໂຕໂຄງການທົດລອງນຳໃຊ້ລົດໄຟຟ້າໃຫ້ບໍລິການແທັກຊີຢູ່ລາວ

ໂລກ້າ ຮ່ວມມືກັບ ບີວາຍດີ ເປີດໂຕໂຄງການທົດລອງນຳໃຊ້ລົດໄຟຟ້າໃຫ້ບໍລິການແທັກຊີຢູ່ລາວ

ເປີດໂຕໃນລາວແລ້ວ OPPO Reno6 Z 5G ຖືກໃຈສາຍຖ່າຍຮູບ Portrait ພ້ອມດີຊາຍທີ່ເປັນເອກະລັກ

ເປີດໂຕໃນລາວແລ້ວ OPPO Reno6 Z 5G ຖືກໃຈສາຍຖ່າຍຮູບ Portrait ພ້ອມດີຊາຍທີ່ເປັນເອກະລັກ

ແຈກວິທີ ໃຊ້ WhatsApp Web ໃນຄອມພິວເຕີພ້ອມກັນ 4 ເຄື່ອງ ມືຖືແບັດໝົດ ຫຼື ບໍ່ມີເນັດກໍຍັງໃຊ້ໄດ້

ແຈກວິທີ ໃຊ້ WhatsApp Web ໃນຄອມພິວເຕີພ້ອມກັນ 4 ເຄື່ອງ ມືຖືແບັດໝົດ ຫຼື ບໍ່ມີເນັດກໍຍັງໃຊ້ໄດ້

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24 ຊົ່ວໂມງ ຢູ່ປາກເຊ ແຂວງຈຳປາສັກ

ໂລກ້າ ຮ່ວມມື ບໍລິສັດ ໂຊກມີໄຊ ຂະຫຍາຍບໍລິການແທັກຊີອອນລາຍ 24 ຊົ່ວໂມງ ຢູ່ປາກເຊ ແຂວງຈຳປາສັກ

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ!

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ!

Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ

Facebook ຮ່ວມສະຫຼອງປີໃໝ່ລາວດ້ວຍຟີເຈີໃໝ່ ເພື່ອຊ່ວຍໃຫ້ຄົນລາວເຊື່ອມຕໍ່ກັນໃນເວລາທີ່ຢູ່ຫ່າງໄກກັນ

ເປີດໂຕ OPPO A94 ອັດແໜ້ນດ້ວຍປະສິດທິພາບ ທັງການຖ່າຍພາບ & ຄວາມໄວ ໃນລາຄາທີ່ຄຸ້ມຄ່າ

ເປີດໂຕ OPPO A94 ອັດແໜ້ນດ້ວຍປະສິດທິພາບ ທັງການຖ່າຍພາບ & ຄວາມໄວ ໃນລາຄາທີ່ຄຸ້ມຄ່າ

ເລີໂນໂວ ເປີດໂຕ ThinkBook ລຸ້ນໃໝ່ຫຼ້າສຸດ ຮັບເທຣນ “ເຮັດວຽກໄດ້ຈາກທຸກບ່ອນ” (work-from-anywhere)

ເລີໂນໂວ ເປີດໂຕ ThinkBook ລຸ້ນໃໝ່ຫຼ້າສຸດ ຮັບເທຣນ “ເຮັດວຽກໄດ້ຈາກທຸກບ່ອນ” (work-from-anywhere)

ຈະເກີດຫຍັງຂຶ້ນຖ້າອິນເຕີເນັດໃຊ້ບໍ່ໄດ້ຈັກ 1 ມື້?

ຈະເກີດຫຍັງຂຶ້ນຖ້າອິນເຕີເນັດໃຊ້ບໍ່ໄດ້ຈັກ 1 ມື້?

ຊາວອາຊີຕາເວັນອາຄະເນ 18% ພາກັນແຊຂ່າວລົງໂຊຊຽວໂດຍບໍ່ໄດ້ກວດສອບກ່ອນວ່າເປັນເລື່ອງແທ້ ຫຼື ປອມ

ຊາວອາຊີຕາເວັນອາຄະເນ 18% ພາກັນແຊຂ່າວລົງໂຊຊຽວໂດຍບໍ່ໄດ້ກວດສອບກ່ອນວ່າເປັນເລື່ອງແທ້ ຫຼື ປອມ

ການຮັກສາຄວາມປອດໄພໃນໂລກອອນລາຍໃຫ້ແກ່ໄວໜຸ່ມໃນໄລຍະໂລກລະບາດ: ຜູ້ປົກຄອງສາມາດເຮັດໄດ້ແນວໃດ?

ການຮັກສາຄວາມປອດໄພໃນໂລກອອນລາຍໃຫ້ແກ່ໄວໜຸ່ມໃນໄລຍະໂລກລະບາດ: ຜູ້ປົກຄອງສາມາດເຮັດໄດ້ແນວໃດ?

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ