ວັນອັງຄານ ທີ 6 ມິຖຸນາ 2023

Alan Turing ນັກຄະນິດສາດ LGBT ຜູ້ຊ່ວຍຊີວິດຄົນນັບລ້ານໃນສົງຄາມໂລກຄັ້ງທີ 2

Alan Turing ນັກຄະນິດສາດ LGBT ຜູ້ຊ່ວຍຊີວິດຄົນນັບລ້ານໃນສົງຄາມໂລກຄັ້ງທີ 2
S! Muan

ສະໜັບສະໜູນເນື້ອຫາ

ຈາກນັກຄະນິດສາດຜູ້ຊ່ວຍຖອດລະຫັດຈົນເຮັດໃຫ້ສົງຄາມໂລກຄັ້ງທີສອງສິ້ນສຸດລົງໄວຂຶ້ນ ແລະ ຊ່ວຍຊີວິດຄົນນັບລ້ານ, ອະລັນ ທົວຣິງ ຖືເປັນໜຶ່ງໃນສະມາຊິກຊຸມຊົນຫຼາກຫຼາຍທາງເພດທີ່ຖືກສັງຄົມລັງກຽດ ແລະ ຖືກກົດໝາຍໃນສະໄໝນັ້ນຕັດສິນໃຫ້ເປັນອາຊະຍາກອນພຽງເພາະວ່າຮັກເພດດຽວກັນ. ເຖິງຈະມີຜົນງານທີ່ໂດດເດັ່ນທາງດ້ານຄະນິດສາດ ແລະ ເຕັກໂນໂລຊີ, ແຕ່ບັ້ນທ້າຍຊີວິດຂອງ ອະລັນ ທົວຣິງ ບໍ່ໄດ້ສວຍງາມຢ່າງທີ່ເຮົາຄິດ. ໃຊ້ເວລາຫຼາຍກວ່າເຄິ່ງສະຕະວັດກ່ອນທີ່ລາວຈະໄດ້ຮັບຄວາມຍຸຕິທຳ ແລະ ໄດ້ຮັບການສັນລະເສີນໂດຍການ ພິມຮູບຂຶ້ນເທິງທະນະບັດຂອງອັງກິດ.

ເນື່ອງໃນໂອກາດເດືອນແຫ່ງຄວາມຫຼາກຫຼາຍທາງເພດ, muan.la ຈະພາໄປຮູ້ຈັກກັບວີລະບຸລຸດຈາກອັງກິດຄົນນີ້ໃຫ້ຫຼາຍຂຶ້ນ.


ພາບ: Ian Usher / Flickr

ອະລັນ ທົວຣິງ (Alan Turing) ເກີດເມື່ອວັນທີ 23 ມິຖຸນາ 1912  ຢູ່ລອນດອນ ປະເທດອັງກິດ ເຂົ້າສຶກສາດ້ານຄະນິດສາດທີ່ ຄິງສ໌ຄໍເລັດຈ໌, ມະຫາວິທະຍາໄລເຄມບຣິດ. ທົວຣິງ ສຶກສາຈົບໂດຍໄດ້ຮັບປະລິນຍາຕີກຽດນິຍົມອັນດັບໜຶ່ງໃນປີ 1934 ເຊິ່ງຕອນນັ້ນລາວມີອາຍຸພຽງ 22 ປີ ແລະໄດ້ຮັບເລືອກໃຫ້ເປັນໜຶ່ງໃນ "ເຟລໂລ (fellow)" ຫຼື ກຸ່ມຄະນາຈານຄົນສຳຄັນໃນມະຫາວິທະຍາໄລເຄມບຣິດ ເຊິ່ງປົກກະຕິຈະມີພຽງແຕ່ຜູ້ທີ່ຮຽນຈົບປະລິນຍາເອກແລ້ວ.

ໃນປີ 1936, ລາວໄດ້ສຶກສາກ່ຽວກັບໂຕເລກທາງຄອມພິວເຕີ ແລະ ນີ້ກໍເປັນໜຶ່ງໃນແນວຄິດທີ່ເປັນພື້ນຖານໃຫ້ແກ່ການເຮັດວຽກຂອງຄອມພິວເຕີໃນຍຸກຕໍ່ມາ.

ຕໍ່ມາໃນໄລຍະສົງຄາມໂລກຄັ້ງທີສອງ, ທົວຣິງ ໄດ້ຮັບຄຳເຊີນໃຫ້ເຂົ້າຮ່ວມສະຖາບັນວິໄຈການເຂົ້າລະຫັດຂອງລັດຖະບານ ເຊິ່ງເປັນອົງກອນຖອດລະຫັດຂອງສະຫະລາຊະອານາຈັກ (ອັງກິດ). ສົງຄາມໂລກຄັ້ງທີສອງເລີ່ມຂຶ້ນຢ່າງເປັນທາງການຈາກການປະກາດສົງຄາມລະຫວ່າງອັງກິດ ແລະ ເຢຍລະມັນໃນປີ 1939 ແລະ ໃນຕອນນັ້ນເຢຍລະມັນກໍໃຊ້ເຄື່ອງ "ອີນິກມາ (Enigma)" ໃນການເຂົ້າລະຫັດເພື່ອສົ່ງຂໍ້ມູນ.

ເຄື່ອງມືດັ່ງກ່າວຖືວ່າເປັນສຸດຍອດເຄື່ອງມືຂອງເຢຍລະມັນທີ່ຝ່າຍສຳພັນທະມິດຕ່າງກໍຕ້ອງແກວ່ງຫົວ ເນື່ອງຈາກມີກົນໄກທີ່ຊັບຊ້ອນ ແລະ ຖອດລະຫັດຍາກຫຼາຍ ເຊິ່ງໂຕເລກໂອກາດທີ່ຈະສາມາດເດົາລະຫັດໄດ້ຖືກມີພຽງ 1 ໃນ 158.962 ລ້ານລ້ານລ້ານ ຈຶ່ງຖືວ່າເປັນເຄື່ອງມືໃນການຮັກສາຄວາມລັບລະດັບສຸດຍອດຂອງເຢຍລະມັນເລີຍກໍວ່າໄດ້.

ແຕ່ເໜືອຟ້າຍັງມີຟ້າ ເພາະເຄື່ອງ Enigma ໄດ້ຖືກກຸ່ມນັກຖອດລະຫັດທີ່ຊື່ວ່າ Hut 8 ເຊິ່ງແນ່ນອນວ່າໃນນັ້ນມີ ທົວຣິງ ເປັນສະມາຊິກ ລວມທັງຫົວກະທິຈາກທົ່ວອັງກິດກວ່າ 200 ຄົນ ທີ່ສາມາດເລັງເຫັນຈຸດອ່ອນ ແລະ ຮ່ວມກັນສ້າງກົນໄກແກະລະຫັດແບບໃໝ່ໄດ້ສຳເລັດ. ຄວາມສຳເລັດດັ່ງກ່າວເຮັດໃຫ້ອັງກິດ ແລະ ຝ່າຍສຳພັນທະມິດ ສາມາດລ່ວງຮູ້ຄວາມລັບ ແລະ ເຈາະຂໍ້ມູນແຜນປະຕິບັດການຂອງຂອງຝ່າຍເຢຍລະມັນໄດ້ຢ່າງງ່າຍດາຍ. ຜົນງານດັ່ງກ່າວນີ້ ເຮັດໃຫ້ສົງຄາມໂລກຄັ້ງທີສອງຈົບລົງໄດ້ໄວຂຶ້ນຢ່າງໜ້ອຍ 2 ປີ ແລະ ຊ່ວຍຊີວິດຄົນຫຼາຍເຖິງ 14 - 21 ລ້ານຄົນ.

ຫຼັງສົງຄາມໂລກຄັ້ງທີສອງ, ທົວຣິງ ຍັງຄົງເຮັດວຽກໃຫ້ໜ່ວຍງານຖອດລະຫັດຂອງລັດຖະບານ ຄຽງຄູ່ກັບວຽກວິຊາການດ້ານຄະນິດສາດ ແລະ ເຕັກໂນໂລຊີ. ໜຶ່ງໃນຜົນງານທີ່ໂດດເດັ່ນຂອງລາວແມ່ນຂຽນບົດຄວາມວິຊາການກ່ຽວກັບລະບົບຊອບແວທີ່ເປັນຮາກຖານໃຫ້ແກ່ການສ້າງປັນຍາປະດິດ (artificial intelligent) ແລະ ສະເໜີແນວຄິດທີ່ຊື່ວ່າ Turing Test ທີ່ໃຊ້ທົດສອບປັນຍາປະດິດວ່າຈະສາມາດລຽນແບບຄວາມຄິດ ແລະ ບົດສົນທະນາຂອງມະນຸດໄດ້ຫຼາຍສໍ່າໃດ.

ແນວໃດກໍຕາມ ຊີວິດຂອງທົວຣິງກໍບໍ່ໄດ້ເປັນເສັ້ນທາງທີ່ໂຮຍດ້ວຍກີບກຸຫຼາບ. ໃນປີ 1952, ລາວຖືກຈັບໃນຂໍ້ຫາ "ກະທຳອະນາຈານ" ເນື່ອງຈາກລາວມີຄູ່ຮັກເປັນຜູ້ຊາຍ. ໃນຕອນນັ້ນ ການເປັນເກຖືວ່າຜິດກົດໝາຍຂອງອັງກິດ. ລາວຖືກນຳໂຕຂຶ້ນສານ ແລະ ຖືກຕັດສິນໃຫ້ເຂົ້າຮັບການ "ບຳບັດ" ເປັນເວລາໜຶ່ງປີ. 

ວິທີການບຳບັດການເປັນເກໃນຕອນນັ້ນແມ່ນໃຫ້ "ເຮັດໝັນ" ໂດຍຖືກບັງຄັບໃຫ້ຮັບຮໍໂມນເພດຍິງເຂົ້າຮ່າງກາຍ ເຊິ່ງສົ່ງຜົນຂ້າງຄຽງໃຫ້ໝົດສະມັດຖະພາບທາງເພດ ແລະ ມີໜ້າເອິກທີ່ໃຫຍ່ຂຶ້ນ ແລະ ອາດເປັນສາເຫດທີ່ເຮັດໃຫ້ທົວຣິງເກີດອາການຊຶມເສົ້າ.

ສອງປີຕໍ່ມາ, ແມ່ບ້ານໄດ້ພົບຮ່າງໄຮ້ຊີວິດຂອງທົວຣິງໃນໄວ 40 ປີ ເທິງຕຽງນອນຂອງລາວ ຂ້າງຕຽງມີແອັບເປິນເອືອບໄຊຢາໄນ ເຊິ່ງເປັນສານພິດຊະນິດຮຸນແຮງ. ມີການສັນນິຖານສາເຫດທີ່ເຮັດໃຫ້ລາຍປິດຊີບໂຕເອງທັງ ໝົດອາໄລຕາຍຢາກຈາກການຖືກບັງຄັບຮັບຮໍໂມນ ລວມທັງຄວາມກົດດັນຈາກສັງຄົມທີ່ລັງກຽດເກໃນສະໄໝນັ້ນ. ແຕ່ກໍຍັງມີອີກຫຼາຍການສັນນິຖານທີ່ວ່າ ທົວຣິງອາດຈະຖືກປິດປາກເພື່ອບໍ່ໃຫ້ເວົ້າຄວາມລັບທາງລັດຖະການ. ແນວໃດກໍຕາມແອັບເປິນດັ່ງກ່າວບໍ່ເຄີຍຖືກກວດສອບວ່າມີໄຊຢາໄນແທ້ ຫຼື ບໍ່.

ໃນປີ 2009, ມີການໂຮມຊຸມນຸມເພື່ອຮຽກຮ້ອງໃຫ້ລັດຖະບານອະໄພຍະໂທດໃຫ້ທົວຣິງ ເຖິງນາຍົກອັງກິດຈະມີການຍອມຮັບວ່າທາງການປະຕິບັດຕໍ່ທົວຣິງຢ່າງຮ້າຍແຮງ ແຕ່ກໍບໍ່ມີການອະໄພຍະໂທດຈົນຮອດປີ 2013. ຫຼັງຈາກທີ່ມີການເຄື່ອນໄຫວຢູ່ຫຼາຍປີ ທົວຣິງກໍໄດ້ຮັບການອະໄພຍະໂທດຍ້ອນຫຼັງໃນເດືອນທັນວາປີ 2013 ເຊິ່ງນັ້ນແມ່ນ 59 ປີຫຼັງຈາກທີ່ລາວເສຍຊີວິດ.

ຜົນຈາກເຫດການຄັ້ງນີ້ ເຮັດໃຫ້ໃນປີ 2017 ໄດ້ມີການປະກາດໃຊ້ກົດໝາຍທີ່ເອີ້ນວ່າ ກົດໝາຍອະລັນ ທົວຣິງ (Alan Turing's Laws) ເຊິ່ງໄດ້ລ້າງມົນທິນໃຫ້ກັບຜູ້ທີ່ຖືກກ່າວຫາ ແລະ ຕັດສິນຄວາມຜິດຮັກເພດດຽວກັນຫຼາຍກວ່າ 65,000 ຄົນ ແລະ ຊ່ວຍລຶບປະຫວັດອາຊະຍາກຳໃຫ້ຜູ້ທີ່ຍັງມີຊີວິດຢູ່ ແລະ ເສຍຊີວິດໄປແລ້ວ.

ຈາກໜ້າປະຫວັດສາດອັນຂົມຂື່ນສູ່ການສັນລະເສີນເທິງໃບເງິນ

ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ຜົນງານ ແລະ ຊີວິດຂອງ ອະລັນ ທົວຣິງ ລວມທັງເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີຂອງລາວທີ່ຖືກມອງຂ້າມ, ທະນາຄານແຫ່ງອັງກິດໄດ້ມີການປະດັບອາຄານສຳນັກງານດ້ວຍທຸງ Pride ສີຮຸ້ງ ລວມທັງປ່ອຍທະນະບັດໃບ 50 ປອນ ທີ່ພິມຮູບຂອງ ທົວຣິງ ໃສ່ອອກມາ ໃນວັນທີ 23 ມິຖຸນາ 2021 ເຊິ່ງເປັນວັນຄ້າຍວັນເກີດຂອງທົວຣິງ.

ແອນດຣູ ໄບລີ ຜູ້ວ່າການທະນາຄານແຫ່ງອັງກິດກ່າວວ່າ "ທະນະບັດຂອງອັງກິດເປັນການສະເຫຼີມສະຫຼອງໃຫ້ແກ່ຜົນງານຂອງບຸກຄົນທີ່ສຳຄັນທີ່ສຸດໃນປະຫວັດສາດຂອງປະເທດ".

ຈາກນັກຄະນິດສາດທີ່ຖືກລືມ, ບຸກຄົນທີ່ສັງຄົມລັງກຽດຍ້ອນຮັກເພດດຽວກັນຈົນເຖິງຂັ້ນຖືກຕີຕາໃຫ້ເປັນອາຊະຍາກອນ ແຕ່ສຸດທ້າຍທົວຣິງກໍໄດ້ຮັບຄວາມຍຸຕິທຳ ແລະ ກາຍເປັນໜຶ່ງວີລະບູລຸດທີ່ຖືກຍ້ອງຍໍ ແລະ ສັນລະເສີນຢ່າງສົມກຽດໃນເດືອນແຫ່ງຄວາມຫຼາກຫຼາຍທາງເພດນີ້ອີກດ້ວຍ.

 ອ້າງອີງ:
https://bit.ly/35L2MS2
-
 https://nyti.ms/2T0C8lp

#MuanInfo #PrideMonth #AlanTuring #ອະລັນທົວຣິງ

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 6 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 5 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 2 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 1 ມິຖຸນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 31 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 30 ພຶດສະພາ ປີ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 29 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 26 ພືດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 24 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 23 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 22 ພຶດສະພາ 2023 ຕາມແຕ່ລະວັນເກີດ

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023

ສປປ ລາວ ມີ PEUGEOT ແລ້ວ! ຮ່ວມສຳຜັດ ແລະ ທົດລອງຂັບໄດ້ແລ້ວ ແຕ່ມື້ນີ້ເຖິງ 21/5/2023

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ 19 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 18 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ 17 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 16 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 15 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 11 ພຶດສະພາ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ