"ເພາະຄຸນຄ່າຄວາມເປັນມະນຸດນຳກັນ ເຮົາທຸກຄົນມີໃນໂຕຢູ່ແລ້ວ" ສຳພາດພິເສດ ປໍ້ ຕະການ ໜຶ່ງໃນ LGBTQ

#ShareWithPride ຄວາມພາກພູມໃຈ ເປັນເລື່ອງຂອງພວກເຮົາທຸກຄົນ ແລະ muan.la ຂໍເປັນສ່ວນໜຶ່ງໃນການສະເຫຼີມສະຫຼອງຄວາມພາກພູມໃຈນີ້ຕະຫຼອດເດືອນມິຖຸນາ ດ້ວຍບົດສຳພາດ ແລະ ສິ່ງທີ່ເຊື່ອໝັ້ນມາສະເໝີຂອງ ປໍ້ ຕະການ ຫຼື ກັນຣະຍານີ ໂພທິມາດ ທີ່ຫຼາຍຄົນຮູ້ຈັກກັນດີ ໃນຖານະນາງແບບ ແລະ Miss Queen Laos 2019 ໜຶ່ງໃນສະມາຊິກຊຸມຊົນຄວາມຫຼາກຫຼາຍທາງເພດ.
1.ປໍ້ ຄິດວ່າການທີ່ເຮົາຍອມຮັບຄວາມເປັນໂຕເອງ ແລະ ສັງຄົມເຄົາລົບໃນໂຕເຮົານັ້ນ ມີຜົນດີຕໍ່ກັບເຮົາແນວໃດ?
ປໍ້: ແນ່ນອນ ການທີ່ເຮົາຈະໃຫ້ສັງຄົມມາຍອມຮັບໂຕຕົນທີ່ເຮົາເປັນຢູ່ນັ້ນ ເຮົາຕ້ອງເລີ່ມຈາກການຍອມຮັບໂຕເອງກ່ອນ ແລະ ເຫັນຄຸນຄ່າໂຕເອງໃຫ້ຫຼາຍໆ ເພາະຄຸນຄ່າຄວາມເປັນມະນຸດນຳກັນເຮົາທຸກຄົນມີໃນໂຕຢູ່ແລ້ວ ແຕ່ການທີ່ຈະໃຫ້ຄົນອື່ນມາຍອມຮັບຄຸນຄ່າທາງຈິດໃຈ ຄວາມສາມາດ ຜົນງານ ແມ່ນເຮົາຕ້ອງຮູ້ສ້າງຂຶ້ນມາ ເພາະການທີ່ເຮົາຈະມາຮຽກຮ້ອງໃຫ້ຄົນອື່ນມາເຫັນຄ່າແຕ່ຄວາມເປັນຄົນນຳກັນລ້າໆບໍ່ໄດ້ ແຕ່ເຮົາຕ້ອງມີຜົນງານ, ຄວາມຮູ້, ຄວາມສາມາດ, ຄຸນງາມຄວາມດີທີ່ມີຕໍ່ສັງຄົມ, ການປະຕິບັດ, ການກະທຳໃນຮູບແບບທີ່ເຫມາະສົມ ສິ່ງເຫຼົ່ານີ້ຈະພິສູດໃຫ້ສັງຄົມເຫັນບໍ່ຫນ້ອຍກໍຫຼາຍ ແລ້ວການຍອມຮັບ ການເປັນ LGBTQ+ ຂອງເຮົາຈະດີຂຶ້ນໄປເລື້ອຍໆ ອາດຈະຊ້າແດ່ ແຕ່ປໍ້ເຊື່ອວ່າ ມື້ຫນຶ່ງເຮົາຈະຖືກຍອມຮັບ ແລະ ທຸກຄົນເປີດໃຈໃຫ້ກຸ່ມເພດທີ 3 ຄືພວກເຮົາຫຼາຍຂຶ້ນ.
2.ເຮົາຢາກເວົ້າຫຍັງກ່ຽວກັບໂຕເຮົາ ທີ່ຫຼາຍຄົນອາດຈະຍັງບໍ່ທັນຮູ້ ແລະ ເຂົ້າໃຈຢ່າງຖ່ອງແທ້?
ປໍ້: ສິ່ງທີ່ປໍ້ຢາກໃຫ້ຄົນຮູ້ ກ່ຽວກັບປໍ້ນັ້ນຄື ຄວາມເປັນໂຕຕົນທີ່ແທ້ຈິງ ຮູບລັກພາຍນອກປໍ້ອາດຈະເປັນຄົນເບິ່ງແຂງ ເບິ່ງຫນ້າຄືຢາກຮ້າຍ ບໍ່ມັກຍິ້ມອາດເຮັດໃຫ້ຫຼາຍຄົນບໍ່ຍອມຮັບ ຫຼື ເປີດໃຈໃນໂຕປໍ້ ແຕ່ຢາກບອກວ່າ ຢ່າຟ້າວຕັດສິນຮູບລັກພາຍນອກເທື່ອເດີ້ ເຫັນເປັນແບບນີ້ ແມ່ນເປັນຄົນຈິດໃຈດີ ຍອມຮັບຮັບຄຳຕິຊົມ ແລະຄຳປຶກສາຈາກທຸກຄົນ ຖ້າໄດ້ລົມນຳແລ້ວຈະຮູ້ສຶກມ່ວນ ແລະ ຢາກເປັນມິດນຳກັນ.
3.ການໃຊ້ຊີວິດຂອງ ປໍ້ ໃນຖານະສະມາຊິກຊຸມຊົນ LGBT ໃນລາວມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດແດ່?
ປໍ້: ຄິດວ່າ ການໃຊ້ຊີວິດໃນຖານະທີ່ເປັນຫນຶ່ງໃນກຸ່ມ ຫຼື ຊຸມຊົນ LGBTQ+ ໃນລາວຂອງປໍ້ແມ່ນ ເຮົາເອງແມ່ນ ຮູ້ສຶກໂຊກດີຫຼາຍ ທີ່ເກີດຢູ່ໃນປະເທດລາວ ເພາະປະເທດລາວ ເຮົາເປັນເມືອງພຸດ ສະນັ້ນແລ້ວການຖືກຍອມຮັບ ແລະ ເຄົາລົບ ເພດທີ 3 ຈຶ່ງຂ້ອນຂ້າງດີ. ໃນທີ່ນີ້ຄວາມຫມາຍຂອງປໍ້ແມ່ນ ການຖືກທຳຮ້າຍຮ່າງກາຍ ແລະ ການກົດຂີ່ຂູດຮີດຈາກກຸ່ມ ຄົນທີ່ບໍ່ມັກເພດທີ 3 ແມ່ນ ເຫດການແບບນີ້ ບໍ່ຄ່ອຍເກີດຂຶ້ນໃນລາວເລີຍ ເຊິ່ງຖ້າເຮົາທຽບໃສ່ປະເທດອື່ນ ທີ່ຍັງບໍ່ມີການຍອມຮັບ ແລະ ການກົດຂີ່ ທຳຮ້າຍຮ່າງກາຍໃນຮູບແບບການກະທຳຢ່າງຊັດເຈນ. ຖືວ່າກຸ່ມ LGBTGQ+ ໃນລາວເຮົາແມ່ນໂຊກດີຫຼາຍ ທີ່ບໍ່ມີເຫດການແບບນີ້ເກີດຂຶ້ນໃນລາວເຮົາ.
ເຖິງແມ່ນວ່າຈະບໍ່ຄ່ອຍມີເຫດການນີ້ເກີດຂຶ້ນກໍຕາມ ແຕ່ຍັງມີກຸ່ມ LGBTQ+ ໃນລາວສ່ວນຫຼາຍແມ່ນຖືກເລືອກປະຕິບັດ ການໄດ້ຮັບໂອກາດ ສິດທິເທົ່າທຽມຄືຄົນອື່ນທົ່ວໄປ ຍັງຂ້ອນຂ້າງຈະບໍ່ທົ່ວເຖິງ ແລະ ກັງວົນຫຼາຍໃນສ່ວນນີ້ເຊັ່ນ: ກຸ່ມ LGBTQ ສ່ວນຫຼາຍແມ່ນຖືກ ປະຕິເສດເຂົ້າເຮັດວຽກ ຫຼື ຖືກປະຕິເສດໂອກາດຫຼາຍໆຍ່າງທີ່ເປັນຄວາມຝັນຂອງພວກເຂົາຫຼາຍໆຄົນ ທັງທີ່ ກຸ່ມ LGBTQ+ ຫຼາຍຄົນນັ້ນມີຄວາມຮູ້ຄວາມສາມາດ ບໍ່ແຕກຕ່າງຈາກບຸກຄົນທົ່ວໄປ ຫຼື ເຖິງແມ່ນວ່າເຮົາຈະໄດ້ຮັບໂອກາດຍ້ອນຄວາມສາມາດທີ່ເຮົາມີ ແຕ່ເຮົາການເປັນໂຕເລືອກສຸດທ້າຍສະເຫມີຂອງໂອກາດນັ້ນໆ ແລະ ຍັງມີກຸ່ມຄົນບາງຄົນທີ່ຍັງບໍ່ເປີດໃຈ ຍອມຮັບເພດທີ 3 ແລະ ຍັງແນມວ່າກຸ່ມ LGBTQ+ ເປັນໂຕຕະຫຼົກໃນສັງຄົມ ເຊິ່ງປໍ້ຄິດຄິດວ່າບັນຫາເຫຼົ່ານີ້ ຄວນຈະຫມົດໄປ ຍາກໃຫ້ທຸກຄົນເຂົ້າໃຈ ເປີດໃຈຍອມຮັບ ແລະ ໃຫ້ໂອກາດກຸ່ມ LGBTQ ຢ່າມອງວ່າເຮົາເປັນເພດຫຍັງ ແຕ່ໃຫ້ມອງເຫັນວ່າເຮົາເປັນຄົນໆຫນຶ່ງທີ່ມີຄວາມສາມາດ ມີຄຸນຄ່າຄວາມເປັນຄົນເທົ່າກັນ.
4.ປໍ້ເຄີຍໄປປະກວດ Miss Internal Queen, ຢາກໃຫ້ເລົ່າຄວາມປະທັບໃຈໃນຄັ້ງນັ້ນສູ່ຟັງແດ່?
ປໍ້: ຄັ້ງຫນຶ່ງປໍ້ເຄີຍໄປເປັນໂຕແທນຂອງກຸ່ມ LGBTQ+ ໃນລາວເພື່ອໄປຮ່ວມປະກວດເວທີອັນຊົງກຽດ ແລະ ຍິ່ງໃຫຍ່ທີ່ສຸດ ເປັນເວທີຄວາມຝັນຂອງສາວປະເພດສອງຫຼາຍໆຄົນ ນັ້ນກໍຄື ເວທີ Miss International Queen 2019 ປໍ້ຢາກບອກວ່າມັນເປັນບົດບາດຫນຶ່ງທີ່ທ້າທາຍຫຼາຍ ແລະ ເປັນປະສົບການທີ່ດີຫຼາຍໃນຊີວິດຂອງປໍ້ ທີ່ໄດ້ໄປຢືນຢູ່ເວທີອັນຊົງກຽດນີ້ ປໍ້ພູມໃຈທີ່ສຸດທີ່ສາຍສະພາຍລາວຢູ່ຕິດໂຕປໍ້ຕະຫຼອດເວລາ ແລະ ເຮັດໃຫ້ປໍ້ຮູ້ສຶກວ່າ ເຮົາມາເພື່ອຄົນລາວທັງປະເທດ ແລະ ເອື້ອຍອ້າຍ ນ້ອງກຸ່ມ LGBTQ+ ໃຫ້ກຳລັງໃຈຫຼາຍໃນໄລຍະປະກວດ ເຖິງແມ່ນວ່າຄັ້ງນັ້ນປໍ້ອາດຈະບໍ່ໄດ້ລາງວັນຫຍັງມາຝາກຄົນລາວເຮົາ ແຕ່ປໍ້ຢາກບອກວ່າ ປະສົບການທີ່ໄດ້ຮັບມາຈາກເວທີນັ້ນຍິ່ງໃຫຍ່ຫຼາຍ ປໍ້ໄດ້ມິດຕະພາບ ຄວາມເປັນມິດຈາກບັນດາຫມູ່ນາງງາມທົ່ວໂລກ ທີ່ຮ່ວມມາປະກວດນຳກັນ ເຮົາໄດ້ແລກປ່ຽນຄວາມຄິດ, ວັດທະນາທຳ ແລະ ການໃຊ້ຊີວິດໃນສັງຄົມຂອງແຕ່ລະປະເທດ ແລະ ປໍ້ຍັງຄົງຈົດຈຳຄວາມຊົງຈຳທີ່ດີນີ້ສະເຫມີ, ປໍ້ບໍ່ເຄີຍຮູ້ສຶກເສຍໃຈຫຍັງເລີຍ ແລະ ມີຄວາມສຸກຫຼາຍກວ່າກັບການເປັນຕົວແທນໄປປະກວດຄັ້ງນັ້ນ ເພາະປໍ້ໄປເຮັດຕາມຄວາມຝັນ ໄດ້ເຮັດສິ່ງທີ່ເຮົາຮັກ ແລະ ປໍ້ເຮັດດີທີ່ສຸດແລ້ວ ແລະ ຢາກບອກວ່າ ການທີ່ເຮົາຊະນະບາງສິ່ງບໍ່ໄດ້ຫມາຍຄວາມວ່າເຮົາຈະຕ້ອງເປັນທີ 1 ສະເຫມີ ແຕ່ເມື່ອໃດທີ່ເຮົາເອົາຊະນະໃຈເຮົາໄດ້ ແລະ ກ້າເຮັດໃນສິ່ງທີ່ໂຕເອງບໍ່ກ້ານັ້ນຄືລາງວັນທີ່ຍິ່ງໃຫຍ່ໃນຊີວິດ.
ສຳລັບ ປໍ້ ຕະການ ແມ່ນເປັນອີກໜຶ່ງບຸກຄົນທີ່ມີຜົນງານໃນແວດວົງບັນເທີງ ທັງໃນປະເທດ ແລະ ຕ່າງປະເທດ ບໍ່ວ່າຈະເປັນຜົນງານ ການຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຕົວແທນຄົນລາວ ໄປປະກວດ Miss International Queen 2019 ຮ່ວມສຳພາດລາຍການຊື່ດັງທາງຊ່ອງ GMM 25 ອີກດ້ວຍ ເອົາເປັນວ່າໃຜຢາກຕິດຕາມຜົນງານຂອງປໍ້ ສາມາດສ່ອງໄດ້ທີ່:
ເຟສບຸກ: Por Takarn
ໄອຈີ: Por Takarn
ຂໍຂອບໃຈ
ພາບ : Facebook: Por Takarn