ຄວາມເຄັ່ງຄຽດຈາກການວ່າງງານ ເມື່ອພະຍາດລະບາດນຳພາຄວາມເສົ້າເຂົ້າມາ ແລະ ວິທີຮັບມື

ໃນໄລຍະທີ່ຍັງເກີດວິກິດເສດຖະກິດບໍ່ຄ່ອຍດີ ເນື່ອງຈາກບັນຫາພະຍາດລະບາດ ຄືກັບໃນປັດຈຸບັນນີ້ ການວ່າງງານ ກໍອາດຈະເປັນບັນຫາທີ່ຍາກຈະຫຼີກລ້ຽງໄດ້. ແຕ່ການວ່າງງານນັ້ນນອກຈາກຈະເຮັດໃຫ້ເຮົາຕ້ອງປະເຊີນກັບບັນຫາທາງດ້ານການເງິນແລ້ວ, ຍັງອາດນຳມາເຊິ່ງບັນຫາສຸຂະພາບຈິດ ເພາະຄວາມເຄັ່ງຄຽດທີ່ຫຸ້ມເຂົ້າມາໄດ້ອີກດ້ວຍ. ເຮົາເລີຍຢາກຈະມາແນະນຳ ແນວທາງໃນການຮັບມືກັບ ຄວາມເຄັ່ງຄຽດຈາກການວ່າງງານ ທີ່ດີຕໍ່ສຸຂະພາບຈິດຂອງທ່ານ.
ການວ່າງງານ ສົ່ງຜົນແນວໃດຕໍ່ສຸຂະພາບຈິດ?
ການວ່າງງານນັ້ນຈັດໄດ້ວ່າເປັນໜຶ່ງໃນບັນຫາໃຫຍ່ໃນຊີວິດຫຼາຍໆຄົນ ເພາະສົ່ງຜົນໂດຍກົງກັບບັນຫາເລື່ອງປາກທ້ອງ ທີ່ມີຄວາມສ່ຽງຢ່າງຫຼາຍທີ່ຈະນຳໄປສູ່ບັນຫາພະຍາດຊຶມເສົ້າ, ການໃຊ້ຄວາມຮຸນແຮງ ແລະ ການຂ້າໂຕຕາຍໄດ້. ຈາກສະຖິຕິພົບວ່າ ຜູ້ທີ່ວ່າງງານນັ້ນມີໂອກາດສູງທີ່ຈະເກີດບັນຫາສຸຂະພາບຈິດຕ່າງໆຫຼາຍກວ່າຜູ້ທີ່ກຳລັງມີວຽກງານທີ່ໝັ້ນຄົງອີກດ້ວຍ.
ເຫດຜົນທີ່ວ່າເປັນຫຍັງຄວາມເຄັ່ງຄຽດຈາກການວ່າງງານນັ້ນຈຶ່ງຜົນຢ່າງຮຸນແຮງຕໍ່ສຸຂະພາບຈິດ ມີດັ່ງນີ້:
ຄວາມຍາກລຳບາກໃນການຫາຊື້ສິ່ງທີ່ຈຳເປັນຕໍ່ການດຳເນີນຊີວິດ ການທີ່ເຮົາຈະໃຊ້ຊີວິດໄດ້ນັ້ນຈຳເປັນຕ້ອງໃຊ້ເງິນ ບໍ່ວ່າຈະເປັນການຊື້ອາຫານ, ເຄື່ອງນຸ່ມຫົ່ມ, ຢາປິ່ນປົວພະຍາດ ຫຼື ືທີ່ຢູ່ອາໄສ. ຜູ້ທີ່ວ່າງງານຈະຕ້ອງພະຍາຍາມຂົນຂວາຍເພື່ອຈະໄດ້ເຕີມເຕັມຄວາມຈຳເປັນເຫຼົ່ານັ້ນ ເຮັດໃຫ້ເກີດຄວາມເຄັ່ງຄຽດ ແລະ ສົ່ງຜົນໃຫ້ສຸຂະພາບຈິດເສຍໄດ້.
ມີປະຕິສຳພັນກັບຜູ້ອື່ນນ້ອຍລົງ ຜູ້ທີ່ວ່າງງານມັກຈະມີຄວາມອາຍ ແລະ ພະຍາຍາມຫຼີກລ້ຽງທີ່ຈະຕິດຕໍ່ພົບຫາກັບໝູ່ເພື່ອນ ຫຼື ຄົນຮູ້ຈັກ ຫຼື ບໍ່ມີໂອກາດໄດ້ພົບເຈິກັບຄົນອື່ນຫຼາຍເທົ່າກັບຕອນມີວຽກເຮັດ ເຮັດໃຫ້ເກີດຄວາມຮູ້ສຶກໂດດດ່ຽວ, ຫົດຫູ່ ແລະ ອາລົມບໍ່ດີໄດ້ຫຼາຍຂຶ້ນ.
ບໍ່ມີເປົ້າໝາຍໃນຊີວິດ ການເຮັດວຽກງານນັ້ນເປັນຫົນທາງໜຶ່ງທີ່ຈະເຮັດໃຫ້ເຮົາມີເປົ້າໝາຍໃນຊີວິດ, ມີຈຸດມຸ່ງໝາຍທີ່ເຫັນໄດ້ຊັດເຈນຂຶ້ນວ່າ ສິ່ງທີ່ຄວນເຮັດໃນແຕ່ລະມື້ແມ່ນຫຍັງ. ການວ່າງງານຈະເຮັດໃຫ້ເຈົ້າສູນເສຍເປົ້າໝາຍນັ້ນ ແລະ ອາດເຮັດໃຫ້ຫຼາຍຄົນຮູ້ສຶກຂາດຄວາມໝາຍໃນການມີຊີວິດ ແລະ ເຮັດໃຫ້ຈິດຕົກ ແລະ ສຸຂະພາບຈິດເສຍໄດ້.
ຮັບມືກັບຄວາມເຄັ່ງຄຽດໄດ້ບໍ່ດີ ບາງຄົນອາດຈະຮັບມືກັບຄວາມເຄັ່ງຄຽດຈາກການວ່າງງານໄດ້ຢ່າງບໍ່ເໝາະສົມຄື ແທນທີ່ຈະພະຍາຍາມຫາວຽກ, ຫາລາຍໄດ້, ຫຼຸດລາຍຈ່າຍ ຫຼື ຫາວິທີທີ່ຈະໃຫ້ຕົວເອງຫຼຸດພົ້ນຈາກພາວະວ່າງງານນັ້ນ ແຕ່ອາດຈະຫັນໄປຫາເຄື່ອງດື່ມຶນເມົາ ແລະການໃຊ້ຄວາມຮຸນແຮງແທນ ກາຍເປັນການເສຍທັງສຸຂະພາບກາຍ ແລະ ສຸຂະພາບຈິດແທນ.
ຫົນທາງໃນການຮັບມືກັບ ຄວາມເຄັ່ງຄຽດຈາກການວ່າງງານ
ເຮົາມີວິທີດີໆ ທີ່ຈະຮັບມືກັບຄວາມເຄັ່ງຄຽດຈາກການວ່າງງານ ບໍ່ໃຫ້ກາຍເປັນບັນຫາຕໍ່ສຸຂະພາບຈິດໄດ້ ດັ່ງນີ້:
- ຍອມຮັບຄວາມຮູ້ສຶກຂອງຕົວເອງ
ຄວາມຮູ້ສຶກເສົ້າເສຍໃຈນັ້ນເປັນເລື່ອງປົກກະຕິ ບໍ່ວ່າໃຜຫາກຕ້ອງສູນເສຍວຽກຢ່າງກະທັນຫັນ ລ້ວນແລ້ວແຕ່ກໍຕ້ອງຮູ້ສຶກຫຼົງທາງ, ໄຮ້ຫົນທາງ, ເຮັດຫຍັງບໍ່ຖືກ ແລະ ເສຍໃຈກັນທັງນັ້ນ. ການທີ່ເຮົາຈະສາມາດຮັບມືກັບຄວາມຮູ້ສຶກເສົ້າທີ່ເກີດຂື້ນໄດ້ຢ່າງເໝາະສົມ. ກ່ອນອື່ນເຮົາຕ້ອງສາມາດຍອມກັບຄວາມຮູ້ສຶກເສົ້າເສຍໃຈເຫຼົ່ານີ້ໃຫ້ໄດ້ກ່ອນ. ເຮົາຈຶ່ງຈະສາມາດປະເຊີນໜ້າກັບຄວາມເຄັ່ງຄຽດ ແລະ ຄວາມເສົ້າເຫຼົ່ານີ້ໄດ້ຢ່າງຖືກຕ້ອງ.
- ຕັ້ງສະຕິ
ຄວາມເຄັ່ງຄຽດ ແລະ ຄວາມກັງວົນຈາກການວ່າງງານ ອາດສົ່ງຜົນກະທົບຕໍ່ການຕັດສິນໃຈຂອງເຮົາ ເຮັດໃຫ້ເຮົາມີໂອກາດເລືອກຍ່າງໃນເສັ້ນທາງທີ່ຜິດໄດ້ຫຼາຍຂຶ້ນ. ດັ່ງນັ້ນເຮົາຈຶ່ງຄວນຕັ້ງສະຕິໃຫ້ດີ ແລະ ເບິ່ງໃຫ້ຮອບດ້ານ ກ່ອນທີ່ຈະລົງມືຕັດສິນໃຈ ຫຼື ກະທຳການໃດໆ.
- ຫາຄວາມຊ່ວຍເຫຼືອ
ໃນກໍລະນີທີ່ຮ້າຍແຮງ ເຈົ້າບໍ່ຄວນຈະຮູ້ສຶກອາຍທີ່ຈະຊອກຫາຄວາມຊ່ວຍເຫຼືອຈາກຄົນອ້ອມຂ້າງ ທັງຄອບຄົວ ຫຼື ໝູ່ເພື່ອນ ເພື່ອໃຫ້ຊ່ວຍເຫຼືອກ່ຽວກັບເລື່ອງທີ່ຈຳເປັນ ເຊັ່ນ: ອາຫານ, ຢາປິ່ນປົວພະຍາດ ຫຼື ທີ່ພັກອາໄສຊົ່ວຄາວ. ແຕ່ກໍບໍ່ຄວນທີ່ຈະເພິ່ງພາພວກເຂົາຫຼາຍເກີນໄປຈົນກາຍເປັນພາລະໃຫ້ກັບອີກຝ່າຍ. ເພາະຢ່າລືມວ່າພວກເຂົາກໍອາດຈະໄດ້ຮັບຜົນກະທົບຈາກພາວະເສດຖະກິດແບບນີ້ດ້ວຍເຊັ່ນກັນ.
- ຫາທາງແກ້ໄຂບັນຫາ
ຊອກຫາຫົນທາງທີ່ຈະຊ່ວຍແກ້ໄຂສະຖານະການທີ່ເຈົ້າກຳລັງປະເຊີນຢູ່ໃນປັດຈຸບັນ ເຊັ່ນ: ຊອກຫາວຽກໃໝ່, ຫາລາຍໄດ້ເສີມ ຫຼື ພະຍາຍາມເພີ່ມທັກສະຂອງຕົວເອງ ທີ່ຈະສາມາດຊ່ວຍຈຸນເຈືອໃຫ້ເຈົ້າສາມາດໃຊ້ຊີວິດຢູ່ຕໍ່ໄປ. ເຖິງວ່າວຽກນັ້ນອາດຈະບໍ່ມີໃຫ້ເລືອກເທົ່າໃດ ແຕ່ຢ່າງນ້ອຍກໍຍັງເຮັດໃຫ້ຊີວິດຂອງເຈົ້າສາມາດກ້າວຕໍ່ໄປໄດ້.
ຂໍຂອບໃຈ
ຂໍ້ມູນ : hellokhunmor