ຄວາມສຳພັນທີ່ມີຄຸນນະພາບ ສຳຄັນກວ່າເງິນຄຳ ຊື່ສຽງ ຫຼື ຕຳແໜ່ງໃຫຍ່ໂຕ

ຫຼາຍຄົນບອກວ່າເງິນຊື້ຄວາມສຸກບໍ່ໄດ້ ແຕ່ບາງຄົນກໍແຍ້ງວ່າ ຖ້າມີເງິນກໍຈະຊ່ວຍໃຫ້ເປັນທຸກນ້ອຍລົງໄດ້. ຂະນະດຽວກັນ ຫຼາຍຄົນກໍກ່າວວ່າສຸຂະພາບທີ່ດີນັ້ນຊື້ຫາບໍ່ໄດ້ຢ່າງທັນໃຈດ້ວຍເງິນ ແຕ່ສຸຂະພາບທີ່ດີກໍເປັນເລື່ອງຂອງການລົງທຶນທີ່ຕ້ອງໃຊ້ເງິນເຊັ່ນກັນ.
ໃນຂະນະທີ່ບາງສັງຄົມບາງວັດທະນະທຳໃຫ້ຄວາມສຳຄັນກັບເງິນ ແລະ ຄວາມສຳເລັດໃນໜ້າທີ່ການງານ ວ່າເປັນກະແຈໄປສູ່ຄວາມສຸກ ແລະ ຊີວິດທີ່ຍືນຍາວ ແຕ່ຄົນອາເມຣິກາຫຼາຍຄົນກໍເຫັນວ່າ ຄວາມພາກພູູມໃຈ ແລະ ຄວາມຮັບຮູ້ໃນຄຸນຄ່າຂອງຕົວເອງ ບໍ່ວ່າຕຳແໜ່ງ ຫຼື ວຽກງານທີ່ເຮັດຈະໃຫຍ່ນ້ອຍພຽງໃດ ຫຼື ຢູ່ໃນສະຖານະທາງສັງຄົມແບບໃດ ກໍສາມາດເຮັດໃຫ້ເກີດຄວາມສຸກໃນຊີວິດໄດ້ເຊັ່ນກັນ.
ນັກວິໄຈຂອງຄະນະແພດສາດມະຫາວິທະຍາໄລຮາເວີດ ສົນໃຈສຶກສາຫາຄຳຕອບວ່າ ແມ່ນສິ່ງໃດເຮັດໃຫ້ຄົນເຮົາມີຄວາມສຸກ? ໂດຍຕິດຕາມສຶກສາກຸ່ມຕົວຢ່າງແບບຕໍ່ເນື່ອງຕະຫຼອດຊີວິດ ຕັ້ງແຕ່ໜຸ່ມຈົນແກ່ເຖົ້າໂດຍເລີ່ມຕັ້ງແຕ່ປີ 1938 ຫຼື ໃຊ້ເວລາປະມານ 80 ປີ ແລະ ພົບວ່າຄວາມມັ່ງຄັ່ງຮັ່ງມີ, ສະຖານະທາງສັງຄົມ ເຊິ່ງລວມທັງການໄດ້ຮັບການນັບໜ້າຖືຕາ ລວມທັງຕຳແໜ່ງໜ້າທີ່ວຽກງານທີ່ດີນັ້ນ ບໍ່ຈຳເປັນຈະຕ້ອງເຮັດໃຫ້ເກີດຄວາມສຸກ ແລະສຸຂະພາບທີ່ດີສະເໝີໄປ.
ອາຈານ Robert Waldinger ເຊິ່ງເປັນຜູ້ຊ່ຽວຊານດ້ານຈິດຕະເວດທີ່ຄະນະແພດສາດຂອງມະຫາວິທະຍາໄລຮາເວີດ ແລະ ເປັນຜູ້ອຳນວຍການໂຄງການສຶກສາເລື່ອງນີ້ກ່າວວ່າ ສິ່ງທີ່ໄດ້ພົບຈາກການສຶກສາຜູ້ຄົນຢ່າງຕໍ່ເນື່ອງຕະຫຼອດຊີວິດ ກໍຄືຄວາມສຳພັນທີ່ເຮົາມີກັບຄົນອື່ນອ້ອມຕົວນັ້ນ ສົ່ງຜົນຕໍ່ສຸຂະພາບ ແລະ ຄວາມສຸກໃນຊີວິດຂອງເຮົາ.
ອາຈານ Waldinger ຊີ້ວ່າ ໃນຂະນະທີ່ການເບິ່ງແຍງຮ່າງກາຍມີຄວາມສຳຄັນ, ແຕ່ການໃສ່ໃຈໃນຄວາມສຳພັນກໍສຳຄັນບໍ່ໜ້ອຍກວ່າກັນ ເພາະຖືເປັນການເບິ່ງແຍງຕົວເອງໃນອີກລັກສະນະໜຶ່ງ ແລະ ຍັງເນັ້ນວ່າ ຄວາມສຳພັນທີ່ດີນັ້ນບໍ່ພຽງຊ່ວຍປົກປ້ອງ ແລະ ມີຜົນດີຕໍ່ສຸຂະພາບຮ່າງກາຍເທົ່ານັ້ນ, ແຕ່ຍັງດີຕໍ່ຈິດໃຈ ແລະ ຕໍ່ສະໝອງອີກດ້ວຍ.
ອາຈານ Robert Waldinger ອະທິບາຍວ່າ ການມີຄວາມສຳພັນທີ່ດີມີຄຸນນະພາບກັບຄົນອື່ນນີ້ ບໍ່ຈຳກັດຢູ່ສະເພາະກັບຄູ່ສົມລົດທົ່ານັ້ນ ແຕ່ຍັງລວມທັງກັບເພື່ອນ, ຜູ້ຮ່ວມງານ ແລະ ສະມາຊິກໃນຄອບຄົວອີກດ້ວຍ ແລະ ທີ່ສຳຄັນກວ່າກໍຄື ຄວາມສຳພັນທີ່ເຮົາມີນີ້ມີບົດບາດສຳຄັນກວ່າປັດໄຈເລື່ອງຄວາມມັ່ງຄັ່ງ, ຖານະທາງສັງຄົມ, ລະດັບສະຕິປັນຍາ ຫຼື ພັນທຸກຳ ໃນການຊ່ວຍສ້າງຄວາມສຸກ ເຮັດໃຫ້ເຮົາມີສຸຂະພາບດີ ແລະ ມີອາຍຸຍືນຍາວ.
ນອກຈາກນັ້ນ ຄວາມສຳພັນທີ່ວ່ານີ້ບໍ່ຈຳເປັນຈະຕ້ອງເປັນຄວາມສຳພັນແບບອາລົມຮັກ ຫຼື ກັບຄົນຕ່າງເພດ ແຕ່ອາດເປັນຄວາມສຳພັນກັບໃຜກໍຕາມໃນລັກສະນະທີ່ເຮັດໃຫ້ເຮົາຮູ້ສຶກສະບາຍໃຈ ສາມາດໄວ້ເນື້ອເຊື່ອໃຈ ແລະ ພຶ່ງພາອາໄສເຊິ່ງກັນ ແລະ ກັນໄດ້.
ແລະ ທີ່ສຳຄັນທີ່ສຸດກໍຄືຄວາມສຳພັນທີ່ເຮົາມີກັບຄົນອື່ນນີ້ບໍ່ຈຳເປັນຕ້ອງສົມບູນແບບສະເໝີໄປ ແຕ່ຂໍໃຫ້ເປັນຄວາມສຳພັນໃນລັກສະນະທີ່ເວົ້າໄດ້ວ່າ ມີຄົນບາງຄົນທີ່ເຮົາສາມາດເວົ້າໄດ້ວ່າໝູ່ເພື່ອນ ແລະ ເພິ່ງພາໄດ້ຍາມທີ່ມີບັນຫານັ້ນເອງ.
ຂໍຂອບໃຈ
ຂໍ້ມູນ : VOA via sanook