ວັນສຸກ ທີ 29 ກັນຍາ 2023

Sexual Harassment: ມຸກຕະຫຼົກທາງເພດສ້າງສຽງຫົວໃດ! ແຕ່ເຮົາຄວນຍອມຮັບ ຫຼື ບໍ່?

Sexual Harassment: ມຸກຕະຫຼົກທາງເພດສ້າງສຽງຫົວໃດ! ແຕ່ເຮົາຄວນຍອມຮັບ ຫຼື ບໍ່?
S! Muan

ສະໜັບສະໜູນເນື້ອຫາ

ປະຕິເສດບໍ່ໄດ້ວ່າ ອາລົມຕະຫຼົກເປັນສິ່ງທີ່ສ້າງສຽງຫົວໃຫ້ກັບເຮົາໄດ້ຢູ່ເລື້ອຍໆ ແຕ່ວ່າໃນບາງກາລະ ບາງສະຖານະການ, ການໃຊ້ມຸກຕະຫຼົກກໍໄດ້ສະທ້ອນເຖິງການເລືອກປະຕິບັດຕໍ່ກັບຜູ້ອື່ນໃນສັງຄົມໄດ້ເຊັ່ນກັນ. ເລື່ອງນີ້ເປັນສິ່ງທີ່ຄົນທົ່ວໄປມັກແນມຂ້າມ ເຊັ່ນ: ມຸກຕະຫຼົກກ່ຽວກັບຮ່າງກາຍ, ມຸກຕະຫຼົກເລື່ອງເພດ ຫຼື ມຸກຕະຫຼົກແບ່ງແຍກເຊື້ອຊາດເປັນຕົ້ນ. ການສ້າງມຸກຕະຫຼົກເຫຼົ່ານີ້ຂຶ້ນມາ ບາງຄັ້ງເປັນການຜະລິດຊໍ້າຄ່ານິຍົມການແບ່ງແຍກທາງເພດ, ເຮັດໃຫ້ດ້ອຍຄ່າ ຫຼື ໝິ່ນປະໝາດເຊື້ອຊາດ ອາດຖືເປັນການຄຸກຄາມຢ່າງໜຶ່ງ. ໂດຍໃນບົດຄວາມນີ້ຈະຊີ້ໃຫ້ເຫັນວ່າ ມຸກຕະຫຼົກເຫຼົ່ານີ້ ໂດຍສະເພາະແມ່ນມຸກຕະຫຼົກທາງເພດ ສາມາດສ້າງຄວາມຂຸ່ນເຄືອງໃຈໃຫ້ກັບຜູ້ຟັງ ຫຼື ເປັນການທຳຮ້າຍຈິດໃຈຜູ້ອື່ນໄດ້. ດັ່ງນັ້ນ ການສ້າງມາລະຍາດທາງສັງຄົມໃໝ່ກ່ຽວກັບການຫຼິ້ນມຸກຕະຫຼົກເຫຼົ່ານີ້ ຈຶ່ງບໍ່ແມ່ນການຈຳກັດເສລີພາບໃນການສື່ສານ ແຕ່ເປັນສິ່ງທີ່ສະທ້ອນໃຫ້ເຫັນວ່າ ຄົນໃນສັງຄົມໃຫ້ຄວາມເຄົາລົບໃນສັກສີຄວາມເປັນມະນຸດຂອງບຸກຄົນອື່ນ.

ຕາມທິດສະດີຂອງ ຊິກມັນ ຟຣອຍ (Sigmund Freud) ນັກປະສາດວິທະຍາຊາວອອສເຕຣຍ ຜູ້ວາງຮາກຖານຂອງວິຊາຈິດວິເຄາະທີ່ຍັງຄົງນຳໃຊ້ມາຮອດປັດຈຸບັນ, ການເລົ່າເລື່ອງຕະຫຼົກເປັນເຄື່ອງມືສະແດງອອກເຖິງຄວາມເປັນສັດຕູ ໂດຍໄດ້ອະທິບາຍໄວ້ວ່າ ການເຮັດໃຫ້ສັດຕູຂອງເຮົາຮູ້ສຶກດ້ອຍຄ່າ, ຮູ້ສຶກວ່າໂຕນ້ອຍລົງ, ຕໍ່າຊ້າ, ໜ້າລັງກຽດ (ດ້ວຍການເຮັດໃຫ້ເຂົາເຈົ້າກາຍເປັນໂຕຕະຫຼົກ), ເຮົາຈະຮູ້ສຶກມ່ວນຊື່ນເບີກບານໃຈ ແລະ ຮູ້ສຶກເຖິງໄຊຊະນະທີ່ເຮົາມີຕໍ່ເຂົາເຈົ້າ ແລະ ໂດຍສະເພາະຢ່າງຍິ່ງເມື່ອມີບຸກຄົນທີສາມມາຮ່ວມເປັນພະຍານດ້ວຍການຮ່ວມຫົວໄປກັບເຮົາ. ດັ່ງນັ້ນ, ຕະຫຼົກລາມົກສາມາດໃຊ້ເປັນເຄື່ອງມືຄຸກຄາມບຸກຄົນ ຫຼື ກຸ່ມບຸກຄົນ (ແມ່ຍິງ) ໃນລະຫວ່າງເພື່ອນຮ່ວມງານດ້ວຍກັນເອງ ແລະ ຜູ້ຟັງເລື່ອງຕະຫຼົກກໍເບິ່ງຄືວ່າຈະມີບົດບາດສຳຄັນໃນແງ່ທີ່ວ່າ ການຫົວໄປກັບເລື່ອງຕະຫຼົກນັ້ນເປັນການຢືນຢັນຄ່ານິຍົມ, ທັດສະນະຄະຕິທີ່ສະແດງອອກບໍ່ວ່າຈະເປັນທາງຄວາມຄິດ ຫຼື ຄວາມຮູ້ສຶກ ໃນເລື່ອງຕະຫຼົກນັ້ນເອງ. ຕະຫຼົກເລື່ອງເພດອາດຖືກນຳມາໃຊ້ພ້ອມກັນເພື່ອກໍ່ກວນບຸກຄົນ ຫຼື ກຸ່ມ ຂະນະທີ່ເຊື່ອມໂຍງກັບຜູ້ອື່ນ. ໃນລັກສະນະນີ້, ຜູ້ຊົມຈະກາຍເປັນອົງປະກອບສຳຄັນຂອງອາລົມຕະຫຼົກທີ່ມີຄວາມເອນອຽງ ໂດຍການຫົວຂອງຜູ້ຊົມໄດ້ຢືນຢັນມຸມມອງທາງເພດທີ່ສະແດງອອກໃນເລື່ອງຕະຫຼົກນັ້ນເອງ.

ໃນປະເທດຕາເວັນຕົກ, ການສຶກສາກ່ຽວກັບເລື່ອງຕະຫຼົກຍຸກຕົ້ນໆ, Alans Reynolds Thompson ສ້າງຂັ້ນໄດຕະຫຼົກຂຶ້ນໂດຍຈັດແບ່ງລຳດັບຂັ້ນຕ່າງໆຂອງເລື່ອງຕະຫຼົກໄວ້ 6 ຂັ້ນຄື: ຂັ້ນ 1 ຄວາມລາມົກອະນາຈານ, ຂັ້ນ 2 ເຄາະຮ້າຍທາງຮ່າງກາຍ, ຂັ້ນ 3 ກົນໄກຂອງໂຄງເລື່ອງ, ຂັ້ນ 4 ໄຫວພິບຄຳຄົມ, ຂັ້ນ 5 ຄວາມບໍ່ສອດຄ່ອງຂອງຕົວລະຄອນ ແລະ ຂັ້ນ 6 ຕະຫຼົກທາງຄວາມຄິດ ແລະ ສຽດສີ. ຈະເຫັນໄດ້ວ່າ ຄວາມລາມົກອະນາຈານທີ່ເປັນເລື່ອງຕະຫຼົກກ່ຽວກັບເພດຖືກຈັດເປັນເລື່ອງຕະຫຼົກຂັ້ນຕໍ່າສຸດ. ມົວ (Moore) ແລະ ຄົນອື່ນໆ ອະທິບາຍກ່ຽວກັບເລື່ອງຕະຫຼົກລາມົກວ່າ ແກ່ນແທ້ຂອງມັນແມ່ນການທີ່ສັງຄົມມີບັນທັດຖານຕໍ່ກັບແມ່ຍິງວ່າເປັນຕົວຜູ້ຖືກກະທຳທາງເພດ. ຕະຫຼົກເລື່ອງເພດ (sexual jokes) ເປັນເຄື່ອງມືໜຶ່ງທີ່ຜູ້ຊາຍສະແດງຄວາມກົດຂີ່ຕໍ່ແມ່ຍິງໃນທາງເພດ ສະແດງເຖິງອະຄະຕິໃນເລື່ອງເພດ ເພາະໃນເລື່ອງຕະຫຼົກເຫຼົ່ານັ້ນ ແມ່ຍິງມັກເປັນຝ່າຍທີ່ຖືກຫົວຂວັນ.

ງານວິໄຈຂອງ Amy Richlin ສາດສະດາຈານຈາກຄະນະສິລະປະຍຸກຄລາດສິກ ຢູ່ມະຫາວິທະຍາໄລແຄລິຟໍເນຍ ເຊິ່ງຕີພິມໃນປີ 1992 ລະບຸວ່າ ຕະຫຼົກເລື່ອງເພດມັກຖືກວິເຄາະວ່າເປັນການສະທ້ອນການຍອມຮັບຂອງສັງຄົມໃນການສະແດງອອກທາງເພດ ແລະ ການກະທຳທາລຸນຮຸນແຮງຕໍ່ແມ່ຍິງ. ມຸກຕະຫຼົກເລື່ອງເພດມີສ່ວນສຳພັນກັບຄວາມກັງວົນ ແລະ ຄວາມຮູ້ສຶກເປັນປະຕິປັກທີ່ຜູ້ຊາຍມີຕໍ່ແມ່ຍິງ. ໃນຫຼາຍສະຖານະການທີ່ຜູ້ຊາຍຮູ້ສຶກວ່າແມ່ຍິງເກັ່ງກວ່າ, ພວກເຂົາຈຶ່ງສ້າງມຸກຕະຫຼົກຂຶ້ນມາເພື່ອໃຫ້ແມ່ຍິງຮູ້ສຶກດ້ອຍຄ່າ ໂດຍເຮັດໃຫ້ແມ່ຍິງກາຍເປັນໂຕຕະຫຼົກ. ການເລົ່າເລື່ອງຕະຫຼົກລາມົກເຮັດໃຫ້ຜູ້ຊາຍຮູ້ສຶກວ່າ ຕົວເອງເປັນຝ່າຍຄວບຄຸມ ແລະ ເພີ່ມຄວາມນັບຖືໃນຕົນເອງ (self-esteem).

ແນວໃດກໍຕາມ, ເມື່ອຍຸກສະໄໝປ່ຽນໄປ ການໃຊ້ມຸກຕະຫຼົກເລື່ອງເພດບໍ່ແມ່ນເປັນແຕ່ເລື່ອງຕະຫຼົກສ້າງສຽງຫົວເທົ່ານັ້ນ ແຕ່ຈັດເປັນດ້ວຍວາຈາຮູບແບບໜຶ່ງ. ໃນສັງຄົມຕາເວັນຕົກ ການເລົ່າເລື່ອງຕະຫຼົກລາມົກໃນບ່ອນເຮັດວຽກກໍ່ໃຫ້ເກີດສະພາບແວດລ້ອມທີ່ເປັນປະຕິປັກ (hostile environment). ງານວິໄຈເລື່ອງການລະເມີດທາງເພດ ແລະ ຜົນກະທົບຕໍ່ສຸຂະພາບທີ່ມີຕໍ່ແມ່ຍິງໃນມະຫາວິທະຍາໄລອິລິນອຍສ໌ຕາເວັນຕົກ ພົບວ່າ ກຸ່ມຕົວຢ່າງ 53.5% ຈາກ 198 ຄົນ ລະບຸວ່າ ການເລົ່າເລື່ອງຕະຫຼົກລາມົກອະນາຈານໃຫ້ຟັງ ຈັດເປັນການຄຸກຄາມທາງເພດຢ່າງໜຶ່ງ.

ການສຳຫຼວດໃນສະຫະລັດອາເມລິກາຂອງ The New York Times Surveyed ລາຍງານໂດຍ Leah Fessler ຖາມຜູ້ຊາຍທີ່ເຮັດວຽກເຕັມເວລາ 615 ຄົນໃນສະຫະລັດອາເມລິກາວ່າ ເຄີຍເລົ່າເລື່ອງລາວ ຫຼື ຕະຫຼົກທາງເພດທີ່ບາງຄົນອາດຄິດວ່າເປັນການຄຸກຄາມ ຫຼື ບໍ່ ເຊິ່ງ 19% ຕອບວ່າ ເຄີຍ. ທັງນີ້ການເລົ່າເລື່ອງຕະຫຼົກລາມົກກ່ຽວກັບເພດ ຖືເປັນການຄຸກຄາມທາງເພດ (ດ້ວຍວາຈາ) ຢ່າງໜຶ່ງໃນສະຫະລັດອາເມລິກາພາຍໃຕ້ກົດໝາຍສິດທິພົນລະເມືອງປີ 1964.

ອີງຕາມເອກະສານຂອງອົງການສະຫະປະຊາຊາດ, ການສະແດງຄວາມເຫັນ, ເລົ່າເລື່ອງຕະຫຼົກ ຫຼື ການສຽດສີກ່ຽວກັບເລື່ອງທາງເພດໂດຍທີ່ບໍ່ເປັນທີ່ຍິນດີ ຖືວ່າເປັນການຄຸກຄາມທາງເພດແບບເບົາບາງ ເຊິ່ງພຶດຕິກຳດັ່ງກ່າວນີ້ຖ້າຫາກຍັງສືບຕໍ່ດຳເນີນຕໍ່ໄປ ສາມາດສ້າງສະພາບແວດລ້ອມຂອງການແລກປ່ຽນຜົນປະໂຫຍດທາງເພດ (Quid pro duo) ຫຼື ສະພາບແວດລ້ອມທີ່ເປັນປະຕິປັກໃນບ່ອນເຮັດວຽກໄດ້.

ຈາກການສັງເກດການສະແດງຄວາມເຫັນໃນໂພສທີ່ກ່ຽວຂ້ອງກັບປະເດັນການຄຸກຄາມທາງເພດໃນທາງອອນລາຍ, ໃນປັດຈຸບັນ ສັງຄົມລາວຍັງມີການຍິນດີ ແລະ ຫົວມ່ວນກັບມຸກຕະຫຼົກເລື່ອງເພດ ໂດຍສ່ວນໃຫຍ່ຍັງບໍ່ເຫັນວ່າ ຕະຫຼົກລາມົກເລື່ອງເພດເປັນການຄຸກຄາມທາງເພດ ແຕ່ເຫັນວ່າເປັນເລື່ອງມ່ວນຊື່ນເພື່ອຜ່ອນຄາຍຄວາມເຄັ່ງຄຽດ. ງານວິໄຈເລື່ອງການຄຸກຄາມທາງເພດໂດຍ Soonthornpasuch ເມື່ອປີ 2007 ພົບວ່າ ກຸ່ມຕົວຢ່າງເອງຄິດວ່າຕະຫຼົກລາມົກບໍ່ເປັນການຄຸກຄາມທາງເພດ ປະເດັນນີ້ຜູ້ຂຽນວິເຄາະວ່າ ພວກເຂົາຍັງຂາດຄວາມຮັບຮູ້ວ່າການຄຸກຄາມທາງເພດບໍ່ແມ່ນພຽງແຕ່ການກະທຳທີ່ໂຈ່ງແຈ້ງເຊັ່ນ: ການລວນລາມ, ເຮັດອະນາຈານ ຫຼື ການຂົ່ມຂືນເທົ່ານັ້ນ ແຕ່ຍັງລວມໄປເຖິງການຄຸກຄາມທາງເພດດ້ວຍວາຈາ ນັບຕັ້ງແຕ່ການເວົ້າຈາ, ການວິພາກວິຈານສະລີລະຮ່າງກາຍ, ການແຕ່ງກາຍ ທີ່ສໍ່ໄປທາງເພດ, ການເວົ້າຈາສອງແງ່ສອງງ່າມ, ການເລົ່າເລື່ອງຕະຫຼົກລາມົກໃຫ້ຟັງ ເຊິ່ງຕາມທິດສະດີຂອງ ຟລອຍແລ້ວ ຕະຫຼົກເລື່ອງເພດຈັດເປັນການທົດສອບຢ່າງໜຶ່ງຂອງຜູ້ຄຸກຄາມທາງເພດ. ໃນນັ້ນ ການຕອບສະໜອງຕໍ່ມຸກຕະຫຼົກທາງບວກ (ເຊັ່ນ ການຫົວຢ່າງມ່ວນຊື່ນ) ຈະຖືກຕີຄວາມເປັນສັນຍານຂອງການມີໃຈໃຫ້ ເຊິ່ງຈະນຳໄປສູ່ການຄຸກຄາມໃນຂັ້ນຕໍ່ໄປ (ທີ່ຮຸນແຮງຂຶ້ນ).

ສະນັ້ນແລ້ວ, ການນຳສະເໜີເລື່ອງຂອງການຄຸກຄາມທາງເພດໃຫ້ເປັນເລື່ອງຕະຫຼົກນັ້ນ ເຖິງແມ່ນວ່າຈະຢູ່ໃນຮູບແບບໃດກໍຕາມ ກໍເປັນສິ່ງທີ່ຈຳເປັນທີ່ພວກເຮົາຕ້ອງຊ່ວຍກັນປະຕິເສດ. ເຮົາຄວນຮຽນຮູ້ຄວາມແຕກຕ່າງລະຫວ່າງຄວາມສຳພັນທີ່ດີ ແລະ ປົກກະຕິ ກັບຄວາມຄວາມສຳພັນທີ່ບໍ່ດີ ໂດຍບໍ່ເຫັນວ່າ ຄວາມຮຸນແຮງທາງເພດເປັນເລື່ອງຕະຫຼົກໄວ້ໃຫ້ສ້າງສຽງຫົວທີ່ຈະນຳມາເວົ້າຫຼິ້ນໃຫ້ຜ່ອນຄາຍຄວາມເຄັ່ງຄຽດ.

ໂດຍ: ທີມບັນນາທິການ muan.la

ອ້າງອີງ:

- The Enjoyment of Sexist Humor, Rape Attitudes, and Relationship Aggression in College Students https://bit.ly/3hZ8bfN
-
 SEXUAL HUMOR APPRECIATION AND ITS RELATIONSHIP TO GENDER, SEX-ROLE ATTITUDE AND SEXIST HUMOR TYPE https://bit.ly/3wAKL4n
-
 Gender, attitudes towards women, and the appreciation of sexist humor https://bit.ly/3bV0Slp
-
 https://bit.ly/3fr1Mbh
-
 https://bit.ly/3yLOjTi
https://bit.ly/3wDWO0H

Advertisement Replay Ad
ອ່ານດວງລາຍວັນປະຈໍາວັນຈັນ ທີ 7 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 7 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 4 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 4 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ