ຊະນະໃຈທຸກຄົນ "ໂດ່ງ ພັດທະນາ" ສິລະປິນຈາກຄ້າຍ Tara ຄວ້າຫຼຽນເງິນ ຈາກການແຂ່ງຂັນກີລາເທຄວັນໂດ

"ພັດທະນາ ໄຊຍະກຸມມານ" ຫຼື "ໂດ່ງ" ດີກຣີນັກເທຄວັນໂດທີມຊາດລາວ. ປັດຈຸບັນ ອາຍຸ 21 ປີ ອາຊີບນັກສຶກສາ ເຊິ່ງກຳລັງສຶກສາຢູ່ທີ່ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ ປີທີ 1 ແລະ ກ້າວສູ່ສິລະປິນເຕັມໂຕ ໃນສັງກັດ Tara Academy.
ບອກກ່ອນຄົນນີ້ບໍ່ທຳມະດາ ເອົາດີດ້ານກີລາ ແລະ ວຽກໃນວົງການບັນເທີງນຳອີກດ້ວຍ, ເຊິ່ງໜຸ່ມໂດ່ງກໍໄດ້ໃຫ້ສຳພາດກັບທີມງານຂ່າວ Muan.la ວ່າ: "ກ່ອນຈະເປັນທີມຊາດແມ່ນຊ້ອມຢູ່ສະໂມສອນເສືອນ້ອຍ ຕອນອາຍຸ 13 ປີ. ແລ້ວໄປແຂ່ງແຕ່ລະລາຍການ ກໍສາມາດກວາດໄດ້ຫຼຽນຄຳຕະຫຼອດ ທັງຕິດ 1 ໃນ 3 ຕະຫຼອດ ແລະ ສະຫະພັນເທຄວັນໂດແຫ່ງຊາດກໍໄດ້ເອີ້ນໂຕໄປຝຶກຊ້ອມຢູ່ທີມຊາດ ແລະ ໄດ້ມີໂອກາດເຂົ້າແຂ່ງຂັນ SEAGAME ຢູ່ປະເທດມາເລເຊຍ ແລະ ເຮັດໃຫ້ຕິດທີມຊາດເລີຍ. ທຳອິດຊ້ອມປົກກະຕິ ບໍ່ໄດ້ຊ້ອມໜັກຫຼາຍ ແຕ່ພໍເຫັນລຸ້ນອ້າຍໄດ້ໄປແຂ່ງທີ່ປະເທດ ເຂົາຊ້ອມໜັກ ໄດ້ໄປແຂ່ງຂັນ ແລະ ສາມາດຄວ້າຫຼຽນມາໄດ້ ຈຶ່ງເຮັດໃຫ້ໂດ່ງມີຄວາມຕັ້ງໃຈຊ້ອມ ລຸກຕື່ນແຕ່ເຊົ້າທຸກມື້ ແລ່ນຕອນ 5-6 ໂມງ ແລະ ຫຼັງຈາກເລີກຮໍ່າຮຽນມາກໍເຝິກຊ້ອມຕໍ່."
ນອກຈາກດີກຣີນັກເທຄວັນໂດ ທີມຊາດແລ້ວ, ໜຸ່ມໂດ່ງຍັງມີຄວາມສາມາດໃນການສະແດງ ຫຼ້າສຸດໄດ້ມີໂອກາດສະແດງໃນຊີຣີ "One Love ກູໂຫດໃດ໋ ມຶງໄຫວຫວາ" ຮັບບົດຕົວລະຄອນຊື່ມິກ ເປັນບົດແບບຢູ່ກຸ່ມໂຕຮ້າຍ ມັກມີເລື່ອງຕີກັນກັບກຸ່ມພະເອກທຸກຕອນ ນິໄສເປັນພວກແບບອັດຕະພານ ແຕ່ເປັນຄົນທີ່ຮັກອ້າຍຫຼາຍ ຮັກທີ່ສຸດ. ເຖິງຈະໄດ້ຮັບບົດຮ້າຍ ແຕ່ໂຕແທ້ບໍ່ຮ້າຍເລີຍເດີ້!!.ສຳລັບບົດໃນຊີຣີເລື່ອງນີ້ ໂດ່ງໄດ້ໃຫ້ສຳພາດກັບມ່ວນວ່າ "ຮູ້ສຶກມັນທ້າທ້າຍ ແລະ ກໍຍາກຫຼາຍ ເພາະມັນຕ້ອງໄດ້ສະແດງໃຫ້ເຖິງບົດບາດ ທີ່ເຮົາບໍ່ໄດ້ລອງມາກ່ອນ ແລະ ອີກຢ່າງນ້ອງເອງກໍບໍ່ເຄີຍຜ່ານການສະແດງມາກ່ອນ ນີ້ເປັນຄັ້ງທຳອິດໃນຊີວິດ, ແຕ່ນ້ອງກໍໄດ້ເອົາໃຈໃສ່ເຝິກຊ້ອມ ແລະ ທຳຄວາມເຂົ້າໃຈກັບຕົວລະຄອນນີ້ ໃຫ້ສະແດງອອກມາໃຫ້ດີທີສຸດເທົ່າຈະທີ່ເຮັດໄດ້."
ໃຜຢາກຮູ້ຈັກໂດ່ງໃຫ້ຫຼາຍຂຶ້ນ ແລະ ຢາກໄປສ່ອງການເຄື່ອນໄຫວສາມາດຕິດຕາມໄດ້ທີ່: FB: Dong Tkd lao ແລະ Instagram: phatthana xayyakoummarn
ຂໍຂອບໃຈ
ພາບ : Dong Tkd Lao