ເປີດໂຕ OPPO A94 ອັດແໜ້ນດ້ວຍປະສິດທິພາບ ທັງການຖ່າຍພາບ & ຄວາມໄວ ໃນລາຄາທີ່ຄຸ້ມຄ່າ

ພົບກັບສະມາດໂຟນຮຸ່ນໃໝ່ຈາກ OPPO ທີ່ຄັ້ງນີ້ໄດ້ນຳສະເໜີນ້ອງໃໝ່ໃນຊີຣີ A ໃນຊື່ A94 ເອົາໃຈຜູ້ໃຊ້ທີ່ຕ້ອງການຄວາມໄວ ແລະ ມັກຖ່າຍຮູບ ໂດຍງານເປີດໂຕສະມາດໂຟນຮຸ່ນນີ້ຢູ່ລາວ ມີຂຶ້ນໃນວັນທີ 4 ເມສາ 2021 ນີ້ ທີ່ນະຄອນຫຼວງວຽງຈັນ.
OPPO A94 ມາພ້ອມກັບສະໂລແກນ Live Life At Full Speed ໃນລາຄາທີ່ຈັບຕ້ອງໄດ້ ແຕ່ໃຫ້ປະສິດທິພາບທີ່ຄຸ້ມຄ່າ ໂດຍໂຟກັດໃສ່ຄຸນສົມບັດດ້ານການປະມວນຜົນ ແລະ ການຖ່າຍພາບ ເຊິ່ງເປັນສິ່ງທີ່ຜູ້ໃຊ້ສະມາດໂຟນຍຸກນີ້ໃຫ້ຄວາມສຳຄັນ ແລະ ເຮັດໃຫ້ການໃຊ້ສະມາດໂຟນມ່ວນຊື່ນ ແລະ ຄົບເຄື່ອງຫຼາຍຂຶ້ນ.
ຈຸດເດັ່ນຂອງ OPPO A94 ແບ່ງອອກເປັນ 2 ສ່ວນຄື: ການປະມວນຜົນ ແລະ ການຖ່າຍພາບ. ເລີ່ມກັນທີ່ການປະມວນຜົນ, ສະມາດໂຟນຮຸ່ນນີ້ມາພ້ອມກັບລະບົບສາກໄວ 30W VOOC Flash Charge 4.0 ເຊິ່ງການສາກພຽງແຕ່ 5 ນາທີ ກໍເຮັດໃຫ້ສາມາດໃຊ້ເບິ່ງວິດີໂອເທິງ YouTube ໄດ້ດົນເຖິງ 3 ຊົ່ວໂມງເຄິ່ງ (10 ນາທີ ສາກໄດ້ 25%, 20 ນາທີສາກໄດ້ 48%, 30 ນາທີສາກໄດ້ 69% ແລະ 56 ນາທີສາກໄດ້ 100%).
ນອກຈາກນັ້ນ ກໍມາພ້ອມກັບແບັດເຕີຣີຂະໜາດໃຫຍ່ 4,310 mAh ເຊິ່ງຖ້າສາກເຕັມ 100% ສາມາດໃຊ້ເບິ່ງ YouTube ຢ່າງຕໍ່ ເນື່ອງດົນເຖິງ 16 ຊົ່ວໂມງ ແລະ ໃຊ້ Instagram ຕໍ່ເນື່ອງໄດ້ 8 ຊົ່ວໂມງ.
ໃນສ່ວນຂອງ CPU ແມ່ນໃຊ້ MTK P95 ແລະ ເພີ່ມປະສິດທິພາບຂອງ AI ເຊິ່ງມີຜົນຕໍ່ເລື່ອງຂອງຄວາມໄວໃນການໃຊ້ງານ ແລະ ການປະມວນຜົນທີ່ກ່ຽວຂ້ອງກັບການຖ່າຍພາບ ແລະ ວິດີໂອນຳອີກ.
ສຳລັບການຖ່າຍພາບ, OPPO A94 ມາພ້ອມກ້ອງເຖິງ 4 ໂຕ ປະກອບດ້ວຍກ້ອງຫຼັກ 48 ລ້ານພິກເຊວ, ເລນມຸມກວ້າງ 8 ລ້ານພິກເຊວ, ເລນມາໂຄຣ 2 ລ້ານພິກເຊວ ແລະ ເຊັນເຊີວັດໄລຍະ 2 ລ້ານພິກເຊວ. ສ່ວນກ້ອງໜ້າແມ່ນມີຄວາມລະອຽດ 32 ລ້ານພິກເຊວ. ເຊິ່ງກ້ອງຂອງຮຸ່ນນີ້ອັບເກຣດປະສິດທິພາບດ້ວຍ AI ເຮັດໃຫ້ຖ່າຍຮູບອອກມາງາມ ແລະ ບໍ່ຕ້ອງປັບແຕ່ງຫຼາຍກ່ອນທີ່ຈະໂພສລົງໃນໂຊຊຽວຕ່າງໆ.
ຈຸດເດັ່ນຂອງກ້ອງກໍຄືເລື່ອງຂອງການຖ່າຍວິດີໂອ ເຊິ່ງຟີເຈີທີ່ເຮົາຈະບໍ່ກ່າວເຖິງບໍ່ໄດ້ແມ່ນໂໝດ AI Color Portrait Video ເຊິ່ງເປັນການຖ່າຍວິດີໂອໂດຍເນັ້ນບຸກຄົນເປັນຫຼັກດ້ວຍການຮັກສາສີໄວ້ ແຕ່ພື້ນຫຼັງຈະກາຍເປັນສີຂີ້ເທົ່າ. ສ່ວນອີກໜຶ່ງຟີເຈີເດັ່ນກໍຄື Dual-View Video ທີ່ຖ່າຍວິດີໂອໂດຍໃຊ້ກ້ອງໜ້າ ແລະ ກ້ອງຫຼັງພ້ອມກັນ. ລອງຄິດເຖິງການຖ່າຍວິດີໂອເພື່ອເຊີໄພຣສ໌ວັນເກີດ ກໍຈະອອກມາແປກໃໝ່ເພາະສາມາດເຫັນໄດ້ທັງພາບຂອງເຈົ້າຂອງວັນເກີດ ແລະ ໃບໜ້າຂອງຜູ້ເຊີໄພຣສ໌ໄດ້ພ້ອມໆກັນໃນວິດີໂອດຽວ.
ນອກຈາກນັ້ນແລ້ວ ກ້ອງຂອງ OPPO A94 ກໍຍັງມີຟີເຈີຄັກໆອີກຫຼາຍຢ່າງ ເປັນຕົ້ນແມ່ນ Dynamic Bokeh ທີ່ຈະເຮັດໃຫ້ພື້ນຫຼັງລະລາຍເປັນໂບເກ້ງາມໆ, Night Flare Portrait ທີ່ເພີ່ມເອັບເຟັກ SLR, AI Scene Enhancement 2.0 ທີ່ສາມາດກວດຈັບສະຖານະການໄດ້ເຖິງ 20 ແບບ ແລະ ປັບສີສັນໃຫ້ເໝາະສົມ ແລະ Night Plus ທີ່ໃຊ້ຖ່າຍພາບກາງຄືນໄດ້ເຖິງ 3 ແບບແຕກຕ່າງກັນ.
ໃນສ່ວນຂອງການອອກແບບໂຕເຄື່ອງ, OPPO A94 ມີນໍ້າໜັກເບົາພຽງ 172 ກຣາມ ແລະ ບາງພຽງ 7.8 ມິນລີແມັດ ເຮັດໃຫ້ເວລາຈັບມີຄວາມສະບາຍມື ມາພ້ອມກັບສີສັນແວວວາວ Fantastic Purple ທີ່ໄລ່ເສດສີມ່ວງ ແລະ ຂຽວ ມີເອກະລັກທີ່ສວຍງາມ ແລະ ອີກສີໜຶ່ງແມ່ນສີສະປອດ Fluid Black ເຊິ່ງເປັນສີດຳແບບຄຼາດສິກ ຖືກໃຈໄວລຸ້ນ.
ສະຫຼຸບກໍຄື, ສຳລັບໃຜທີ່ກຳລັງແນມຫາສະມາດໂຟນທີ່ລາຄາບໍ່ສູງຫຼາຍ ແຕ່ມີປະສິດທິພາບສູງຄຸ້ມຄ່າເກີນລາຄາ, OPPO A94 ເປັນອີກຮຸ່ນໜຶ່ງທີ່ໜ້າສົນໃຈ ໂດຍສະເພາະດ້ານຂອງການອອກແບບທີ່ສວຍງາມທັງສີ ແລະ ຂະໜາດເຄື່ອງ, ກ້ອງຖ່າຍພາບ ແລະ ວິດີໂອທີ່ມີຟີເຈີຄົບເຄື່ອງ ລວມທັງມີຄວາມໄວທີ່ຈັບຕ້ອງໄດ້ທັງການການສາກແບັດເຕີຣີທີ່ໄວ, ໜ່ວຍປະມວນຜົນໄວ ແລະ ແບັດເຕີຣີທີ່ໃຫຍ່. ຢູ່ລາວເລີ່ມເປີດໃຫ້ຈອງຕັ້ງແຕ່ວັນທີ 4 ຫາ 9 ເມສາ 2021 ແລະ ເປີດວາງຂາຍວັນທີ 10 ເມສາ 2021 ໃນລາຄາ 2,999,000 ກີບ.
ສະຫຼຸບສະເປັກພື້ນຖານຂອງ OPPO A94
- ໜ້າຈໍ: 6.3 ນິ້ວ AMOLED
- ຂະໜາດ / ນໍ້າໜັກ: 8 ມມ / 172 ກຣາມ
- ໜ່ວຍປະມວນຜົນ: MTK P95
- ກ້ອງໜ້າ: 32 MP
- ກ້ອງຫຼັງ: 48 MP + 8 MP + 2 MP + 2 MP
- ແບັດເຕີຣີ: 4,310 mAh ພ້ອມລະບົບສາກໄວ 30W VOOC Flash Charge 4.0
- ຄວາມຈຳ: RAM 8 GB + ROM 128 GB
- ອື່ນໆ: ສະແກນລາຍນິ້ວມື
- ລາຄາ: 2,999,000 ກີບ