ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ໜຸນ SME ເຈລະຈາຈັບຄູ່ຜູ້ຈຳໜ່າຍໃນລາວ ສ້າງເຄືອຂ່າຍຂະຫຍາຍການຄ້າ

ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ຢູ່ວຽງຈັນ ເປີດເຜີຍໂຄງການເຈລະຈາຈັບຄູ່ທຸລະກິດໄທ-ລາວ ລະຫວ່າງຜູ້ປະກອບການ SME ຂອງໄທ ກັບຜູ້ຈັດຈໍາໜ່າຍໃນ ສປປ ລາວ ສ້າງເຄືອຂ່າຍຂະຫຍາຍການຄ້າໄຮ້ພົມແດນ.
ທ່ານ ກະວິນ ວິຣິຍະພານິດ ຜູ້ອໍານວຍການ ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດຢູ່ວຽງຈັນ ເປີດເຜີຍເຖິງການຈັດໂຄງການເຈລະຈາທຸລະກິດອອນລາຍ ໄທ-ສປປ.ລາວ ( Thai-Lao Business Matching Online 2021 ) ທີ່ນະຄອນຫຼວງວຽງຈັນ ສປປ.ລາວ ວ່າມີວັດຖຸປະສົງເພື່ອເພີ່ມສັກກະຍະພາບການຄ້າ ການລົງທຶນ ເຊື່ອມໂຍງກຸ່ມປະເທດພູມພາກລຸ່ມແມ່ນໍ້າຂອງ ໃນການສ້າງໂອກາດຣີສະຕາດທຸລະກິດເພື່ອຝ່າວິກິດສະຖານະການໃນປະຈຸບັນ ລວມທັງຍັງເປັນການເປີດໂອກາດໃຫ້ຜູ້ປະກອບການທຸລະກິດສາມາດຂະຫຍາຍທຸລະກິດຜ່ານແພັດຟອມອອນລາຍ.
ໂດຍໃນປີນີ້ທາງໂຄງການເນັ້ນໜັກໄປທີ່ກຸ່ມສິນຄ້າອາຫານ ແລະ ເຄື່ອງດື່ມ, ທຸລະກິດແຟນຊາຍ, ສິນຄ້າການກະເສດ Smart Farmer, ສິນຄ້າສຸຂະພາບ ແລະ ຄວາມສວາຍງາມ ເຊິ່ງໂຄງການນີ້ຄາດວ່າຈະໄດ້ຜົນຕອບຮັບທີ່ດີ ທັງຈາກຜູ້ປະກອບການໄທ ແລະ ລາວ ໂດຍໃນເບື້ອງຕົ້ນ ໄດ້ມີຜູ້ປະກອບການໄທທີ່ປະສົບຄວາມສໍາເລັດໃນປະເທດໄທລົງທະບຽນເຂົ້າຮ່ວມໂຄງການເພື່ອຂະຫຍາຍທຸລະກິດໄປຍັງ ສປປ ລາວ ຢ່າງຫຼວງຫຼາຍ.
"ໂຄງການສົ່ງເສີມການຂາຍ ແລະ ເຈລະຈາທຸລະກິດອອນລາຍ ໄທ-ສປປ.ລາວ ຫຼື THAI - LAO Business Matching Online 2021 ເຊິ່ງຈັດໂດຍ ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ຢູ່ວຽງຈັນເປັນການສ້າງໂອກາດທາງການຄ້າ ຕາມແນວຄິດ "ສ້າງເຄືອຂ່າຍ ຂະຫຍາຍການຄ້າໄຮ້ພົມແດນ" ໂດຍໃນໂຄງການນີ້ຈະມີການຈັບຄູ່ທຸລະກິດຊັ້ນນໍາ ຂອງໄທ ແລະ ສປປ.ລາວ ການລົງທຶນ ແລະ ແຟນຊາຍ ຈຶ່ງຂໍເຊີນຜູ້ປະກອບການທີ່ສົນໃຈເຂົ້າໄປເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ http://www.businesstradingcenter.com" ທ່ານກະວິນກ່າວ.