"ໄຂ້ໃຈ" ເກີດຂຶ້ນໄດ້ແທ້ ການແພດຍຸກກາງຖືເປັນອາການເຈັບປ່ວຍ ແລະ ກໍມີວິທີປິ່ນປົວນຳ!

ພາບໜ້າປົກ: NLW / WIKIMEDIA COMMONS
ຮັກຫຼາຍກໍເປັນທຸກໃຈຈົນສົ່ງຜົນກະທົບຕໍ່ກັບຮ່າງກາຍ ຫຼື ບາງຄັ້ງຄວາມຮັກບໍ່ສົມຫວັງກໍເຮັດໃຫ້ເປັນແບບນັ້ນໄດ້ເຊັ່ນກັນ. ໃນຍຸກກາງຂອງເອີຣົບໄດ້ກຳນົດໃຫ້ອາການເຫຼົ່ານີ້ເປັນ "ໄຂ້ໃຈ" ເຊິ່ງບາງຄັ້ງຖ້າບໍ່ໄດ້ຮັບການປິ່ນປົວກໍອາດເຮັດໃຫ້ເຖິງແກ່ຊີວິດໄດ້.
ຍຸກກາງຂອງເອີຣົບແມ່ນໄລຍະສະຕະວັດທີ 5 ຫາປາຍສະຕະວັດທີ 15 ເຊິ່ງໃນຕອນນັ້ນໄດ້ມີຄວາມເຊື່ອກ່ຽວກັບຄວາມຮັກຄວາມຜູກພັນທີ່ພາໃຫ້ເກີດອາການເຈັບເປັນໄດ້. ດຣ. ລໍຣາ ຄາລາສ ຜູ້ຊ່ຽວຊານດ້ານວັນນະຄະດີ ແລະ ການແພດຍຸກກາງ ຈາກມະຫາວິທະຍາໄລສະວອນຊີ ຂອງອັງກິດ ໄດ້ຂຽນກ່ຽວກັບການບົ່ງມະຕິ ແລະ ວິທີປິ່ນປົວໄຂ້ໃຈດ້ວຍການແພດແຜນບູຮານເອົາໄວ້.
ທັງນີ້ ຄວາມເຊື່ອເກົ່າແກ່ກ່ຽວກັບໄຂ້ໃຈນີ້ ໃນປັດຈຸບັນວິທະຍາສາດ ແລະ ການແພດໄດ້ຮັບຮອງແລ້ວວ່າເກີດຂຶ້ນໄດ້ແທ້ ເຊິ່ງເປັນອິດທິພົນມາຈາກການຜັນຜວນຂອງສານສື່ປະສາດໃນສະໝອງ ເຊັ່ນ: ໂດປາມີນ, ອະດຣີນາລີນ ແລະ ເຊໂຣໂທນິນ ເຊິ່ງນີ້ເຮັດໃຫ້ຄົນທີ່ຢູ່ໃນຫ້ວງຂອງຄວາມຮັກມີອາການເຈັບເປັນໄດ້.
ການແພດຂອງຍຸກກາງຖືວ່າ ກາຍ ແລະ ໃຈມີຄວາມສຳພັນກັນຢ່າງໃກ້ຊິດ ໂດຍສະເພາະສານ 4 ຊະນິດໃນຮ່າງກາຍເຊັ່ນ: ເລືອດ, ນໍ້າເມືອກ, ນໍ້າບີດຳ ແລະ ນໍ້າບີເຫຼືອງ ເຊິ່ງຖ້າເສຍສົມດຸນ ກໍຈະເກີດຄວາມເຈັບປ່ວຍ ແລະ ພະຍາດຕ່າງໆຕາມມາ.
ແພດຊາວເກຣັກທີ່ຊື່ວ່າ ກາເລນ (Galen) ເຊື່ອວ່າ ຄົນທີ່ມີນິໄສມັກເປັນທຸກມີທ່າອ່ຽງຈະໂສກເສົ້າກັບຄວາມຮັກຫຼາຍ ລວມທັງເຈັບປ່ວຍດ້ວຍໄຂ້ໃຈໄດ້ງ່າຍ ເນື່ອງຈາກມີນໍ້າບີດຳຫຼາຍເກີນໄປຈົນເຮັດໃຫ້ຮ່າງກາຍເຢັນ ແລະ ແຫ້ງ.
ອາການຂອງພະຍາດໄຂ້ໃຈທີ່ປາກົດໃນຕຳລາແພດຂອງຍຸກກາງນັ້ນ ມີທັງຄວາມຮູ້ສຶກຫົດຫູ່ໝອງໝົ່ນ, ນອນບໍ່ຫຼັບ, ໝົດຫວັງກຳລັງໃຈ, ເບື່ອອາຫານ ໄປຈົນເຖິງມີອາການໃຈສັ່ນ, ເຈັບຫົວ, ປວດຮາກ, ຮາກ, ຫາຍໃຈຕິດຂັດ, ເປັນລົມໝົດສະຕິ ຫຼື ຊັກເປັນຕົ້ນ.
ສຳລັບວິທີການປິ່ນປົວກໍມີຫຼາຍແບບ ໜຶ່ງໃນນັ້ນແມ່ນ ການເຮັດໃຫ້ຄົນເຈັບສະຫງົບສະຕິອາລົມ, ພັກຜ່ອນ ແລະ ດົມຢາເພື່ອຊ່ວຍຜ່ອຍຄາຍ ແລະ ຕ້ອງເຮັດໃຫ້ຮ່າງກາຍອົບອຸ່ນຂຶ້ນ ເຊັ່ນ: ອອກໄປອາບແດດ ຫຼື ຮັບແສງແດດໃນສວນ, ອາບນໍ້າອຸ່ນທີ່ປະສົມແກ່ນພືດທີ່ມີສັບພະຄຸນໃຫ້ຄວາມຊຸ່ມຊື່ນ ເຊັ່ນ: ດອກບົວ ຫຼື ດອກໄວໂອເລັດ.
ສ່ວນຂອງກິນທີ່ແນະນຳສຳລັບຄົນເຈັບໄຂ້ໃຈກໍມີ: ຊີ້ນແກະ, ໄຂ່, ປາ, ຜັກກາດຫອມ, ໝາກໄມ້ສຸກ ແລະ ຮາກຂອງຕົ້ນເຮເລບໍ (Hellebore). ສ່ວນນໍ້າບີດຳໃນຮ່າງກາຍທີ່ມີຫຼາຍເກີນໄປ ອາດກຳຈັດອອກໄດ້ໂດຍການກິນຢາລະບາຍ ຫຼື ຢາຖ່າຍຊະນິດຂ້ອນຂ້າງແຮງ ລວມທັງໃຊ້ວິທີກີດເລືອດ (Bloodletting) ເພື່ອຖ່າຍເລືອດເສຍອອກ ເຊິ່ງເປັນວິທີທີ່ແພດໃນເອີຣົບນິຍົມໃຊ້ປິ່ນປົວພະຍາດຫຼາຍຊະນິດໃນສະໄໝບູຮານ.
ສຳລັບໃຜທີ່ກຳລັງມີອາການບໍ່ສະບາຍ ຫຼື ເຈັບປວດຈາກຄວາມຮັກ ອາດລອງໃຊ້ວິທີປິ່ນປົວແບບຍຸກກາງເບິ່ງກໍໄດ້.
ແປ ແລະ ຮຽບຮຽງໂດຍ: ທີມບັນນາທິການ muan.la
ທີ່ມາ: BBC
ພາບໜ້າປົກ: NLW / WIKIMEDIA COMMONS