ແນວໃດກໍເປັນໄດ້ແຕ່ໝູ່! ປ່ອຍແລ້ວ "ຮູ້ຢູ່" ເພງໃໝ່ຂອງກຸ່ມຮິບຮັອບໄວໜຸ່ມລາວ MAOMUN

ແມ່ນຫຍັງຄືການຮູ້ຢູ່ ແຕ່ກໍຍັງພະຍາຍາມເພາະໃຈມັນຮັກໄປແລ້ວ ວ່າແນວໃດຈິດໃຈ? ຕ້ອງຈັດມາຟັງແລ້ວເດີ້ ສຳລັບເພງ "ຮູ້ຢູ່" ຈາກວົງດົນຕີໄວລຸ້ນຢ່າງເມົາມັນມິວສິກ (MaoMunMusic) ມາສົ່ງຕໍ່ອາລົມໝູ່ຮັກໝູ່ ຜ່ານເພງນີ້ ຮັບຮອງທັງເນື້ອໃນ ແລະ ດົນຕີຖືກໃຈສາຍຟັງເພງອົກຫັກແນ່ນອນ ເຊິ່ງເນື້ອໃນປະມານວ່າ: "ແນວໃດກໍເປັນໄດ້ແຕ່ໝູ່ ເຖິງພົມລິຂິດອາດຈະເຮັດໃຫ້ສອງຄົນເຮົາມາພົບກັນ ແຕ່ພົມລິຂິດບໍ່ໄດ້ສ້າງໃຫ້ເຮົາເປັນຄູ່ກັນ". ເພງມ່ວນ MV ດີ ເນື້ອຫາຊຶ້ງກິນໃຈແບບນີ້ ໃຜຍັງບໍ່ໄດ້ຟັງ ຟັງເລີຍທີ່ວິດີໂອລຸ່ມນີ້:
ສຳລັບຜົນງານເພງ "ຮູ້ຢູ່" ຫາກໍປ່ອຍໃຫ້ຟັງເຕັມໆໃນວັນທີ 10 ມີນາ 2021 ທີ່ຜ່ານມາ ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີຈາກຊາວເນັດ ດ້ວຍເນື້ອຫາເພງທີ່ມ່ວນ ເຂົ້າເຖິງອາລົມ ແລະ ດ້ວຍນໍ້າສຽງຂອງ 2 ໜຸ່ມນີ້ ອີບ ແລະ ໂຈອີ້ ແລ້ວຍິ່ງບໍ່ເຮັດໃຫ້ແຟນຄລັບຕ້ອງຜິດຫວັງ.
ດ້ານ MV ເພງພາບສີ ສຽງ ກໍຄືດີ ແຖມນັກສະແດງຍັງສະແດງອອກມາຢ່າງສົມບົດບາດ ເປັນທຳມະຊາດອີກເດີ້ ຕໍ່ໃຫ້ບໍ່ມີບົດເວົ້າຫຍັງຫຼາຍ ພຽງແຕ່ຖ່າຍທອດຜ່ານແວວຕາ ແລະ ອາລົມ ກໍຮັບຮູ້ເຖິງຄວາມຮູ້ສຶກນັ້ນແລ້ວ. ຍົກໃຫ້ເພງນີ້ເປັນອີກໜຶ່ງຜົນງານເພງດີ ມີຄຸນນະພາບໃນປີ 2021 ທີ່ຕ້ອງກາຍເປັນເພງຮິດ ເປີດຟັງປະຈຳແລ້ວແຫຼະ!
ແນວໃດກໍຢ່າລືມສະໜັບສະໜຸນເພງລາວນຳກັນເດີ້ ເປັນກຳລັງໃຈໃຫ້ສິລະປິນໄດ້ມີຜົນງານດີໆໃຫ້ເຮົາໄດ້ຮັບຊົມ ຮັບຟັງຕະຫຼອດ. ເອົາລະໄປສ່ອງພາບທີ່ມ່ວນເອົາມາຝາກໃນອາລະບໍ້າຮູບກັນເລີຍ.