ຫຼາຍຊາດໃຫຍ່ໃນເອີຣົບໂຈະການໃຫ້ວັກຊີນ "ແອສຕຣາເຊເນກາ" ຫຼັງພົບພາວະເລືອດກ້າມໃນຜູ້ຮັບວັກຊີນ

ເຢຍລະມັນ, ຝຣັ່ງ ແລະ ອິຕາລີ ໄດ້ໂຈະການໃຫ້ວັກຊີນຂອງອັອກຊ໌ຟອດ-ແອສຕຣາເຊເນກາ ແລ້ວ ຫຼັງຈາກພົບຜູ້ຮັບວັກຊີນມີພາວະເລືອດກ້າມຫຼາຍກໍລະນີໃນເອີຣົບ.
ທັງ 3 ຊາດ ພ້ອມກັບຊາດສະມາຊິກສະຫະພາບເອີຣົບທີ່ນ້ອຍກວ່າອີກຫຼາຍຊາດ ໄດ້ໂຈະການໃຫ້ວັກຊີນເພື່ອເປັນການປ້ອງກັນໄວ້ກ່ອນ ຂະນະທີ່ກຳລັງດຳເນີນການກວດສອບເລື່ອງນີ້ຢູ່.
ອົງການອະນາໄມໂລກ (World Health Organization--WHO) ລະບຸວ່າ ຍັງບໍ່ພົບຫຼັກຖານວ່າ ກໍລະນີທີ່ເກິດຂື້ນມີສາເຫດມາຈາກວັກຊີນ ພ້ອມທັງລະບຸວ່າ ກຳລັງກວດສອບລາຍງານຕ່າງໆ ທີ່ກ່ຽວຂ້ອງກັບວັກຊີນ ແຕ່ເປັນເລື່ອງສຳຄັນທີ່ຕ້ອງມີການໃຫ້ວັກຊີນຕໍ່ໄປ. ນອກຈາກນີ້ຍັງລະບຸເພີ່ມເຕີມອີກວ່າ ນີ້ຄືແນວທາງປະຕິບັດທີ່ດີໃນການກວດສອບຜົນກະທົບຮ້າຍແຮງທີ່ອາດເກີດຂຶ້ນ. ຜູ້ຊ່ຽວຊານດ້ານຄວາມປອດໄພຂອງວັກຊີນຂອງ WHO ກຳລັງຫາລືກັນໃນວັນອັງຄານນີ້ (16 ມີນາ) ກ່ຽວກັບວັກຊີນນີ້.
ດ້ານສຳນັກງານການແພດເອີຣົບ (European Medicines Agency--EMA) ຈະຫາລືກັນໃນມື້ດຽວກັນນີ້ ແລະມີກຳນົດຈະຮ່າງຂໍ້ສະຫຼຸບໃນວັນພະຫັດ (18 ມີນາ). ນອກຈາກນີ້ຍັງລະບຸວ່າ ຄວນຈະມີການໃຊ້ວັກຊີນນີ້ຕໍ່ໄປອີກດ້ວຍ.
ພົບຜູ້ຕິດເຊື້ອຈຳນວນໜຶ່ງໃນເອີຣົບເກີດພາວະເລືອດກ້າມ ຫຼັງຈາກຮັບວັກຊີນ. ຢ່າງໃດກໍຕາມ ຜູ້ຊ່ຽວຊານລະບຸວ່າ ຈຳນວນຜູ້ທີ່ມີພາວະເລືອດກ້າມຫຼັງຮັບວັກຊີນ ບໍ່ໄດ້ຫຼາຍໄປກວ່າການເກີດພາວະນີ້ໃນກຸ່ມປະຊາກອນທົ່ວໄປ.
ແອສຕຣາເຊເນກາ ລະບຸວ່າ ຂະນະນີ້ມີຄົນໃນສະຫະພາບເອີຣົບ ແລະ ສະຫະລາຊະອານາຈັກ (ອັງກິດ) ປະມານ 17 ລ້ານຄົນ ໄດ້ຮັບວັກຊີນຂອງທາງບໍລິສັດແລ້ວ 1 ໂດສ (ເຂັມ) ໂດຍມີລາຍງານການເກີດພາວະເລືອດກ້າມບໍ່ເຖິງ 40 ຄົນຈົນເຖິງອາທິດກ່ອນ.
ນອກຈາກສາມປະເທດທີ່ກ່າວໄປໃນຕອນຕົ້ນແລ້ວ ກໍຍັງມີບັນດາປະເທດອື່ນໆທີ່ໂຈະການໃຫ້ວັກຊີນຂອງແອສຕຣາເຊເນກາກ່ອນ ເຊັ່ນ: ສະເປນ, ເນເທີແລນ, ນໍເວ, ໄອສ໌ແລນ, ບັລແກເຣຍ, ລັກເຊມເບີກ, ເອສໂຕເນຍ, ລິທົວເນຍ ແລະ ລັດເວຍ. ສ່ວນໃນອາຊີມີລາຍງານເມື່ອວັນສຸກກ່ອນວ່າ ໄທເປັນປະເທດທຳອິດທີ່ໂຈະການໃຫ້ວັກຊີນດັ່ງກ່າວໄປກ່ອນ ຫຼັງຈາກທີ່ເດນມາກປະກາດໂຈະການໃຫ້ວັກຊີນໄວ້ 2 ອາທິດ.
ແລ້ວໃນລາວ ວັກຊີນທີ່ກຳລັງສັກກັນນີ້ແມ່ນວັກຊີນໂຕໃດ?
ສຳລັບໃນລາວ, ວັກຊີນທີ່ກຳລັງດຳເນີນການສັກກັນຢູ່ແມ່ນວັກຊີນຂອງ ຊີໂນຟາມ (Sinopharm) ຈາກ ສປ ຈີນ ແລະ ວັກຊີນ ສະປຸດນິກ-V (Sputnik-V) ຈາກຣັດເຊຍ ແລະ ຍັງບໍ່ທັນມີການໃຊ້ວັກຊີນຈາກແອສຕຣາເຊເນກາເທື່ອ.
ອີງຕາມການລາຍງານເມື່ອວັນທີ 15 ມີນາ, ຕອນນີ້ໃນລາວມີຜູ້ໄດ້ຮັບວັກຊີນແລ້ວຈຳນວນ 31,046 ຄົນ ເຊິ່ງໃນນີ້ປະກອບດ້ວຍ ແພດໝໍ, ພະນັກງານດ່ານ, ຜູ້ເດີນທາງອອກໄປຕ່າງປະເທດ, ຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳໂຕ ເປັນຕົ້ນ.
ໂດຍ: ທີມບັນນາທິການ muan.la
ພາບ: MIGUEL MEDINA | AFP
ອ້າງອີງ: