ລາວ-ໄທຮ້ອງເພງຮ່ວມກັນ! ຟັງ ຫຼື ຍັງ? "ພະທາດຫຼວງ" ຜົນງານຈາກ 2 ສິລະປິນດັງ ຈິນຕະຫຼາ x ສິລິພອນ

ມ່ວນຄັກ ຜົນງານເພງດີ ມີຄຸນນະພາບ ຈາກ 2 ຝັ່ງຂອງມາແລ້ວເດີ້ ໝໍລຳສະອອນ ໄດ້ຟັງແລ້ວຫຼື ຍັງ? ເພງ "ພະທາດຫຼວງ" ຈາກສາວສຽງພິນ ນໍ້າສຽງອັນເອກກະລັກ "ຈິນຕະຫຼາ ພູນລາບ" ຮ້ອງຮ່ວມກັບ "ສິລິພອນ ສີປະເສີດ" ສິລະປິນດັງຈາກປະເທດລາວບ້ານເຮົາ ເວົ້າໄດ້ວ່າເປັນການໂຄຈອນມາພົບກັນ ແລະ ໄດ້ຮ່ວມງານກັນເປັນຄັ້ງທຳອິດ ຄວາມຮັກ-ຄວາມແພງຈຶ່ງເກີດຂຶ້ນ ຈາກສິລະປິນ 2 ປະເທດ ເຊິ່ງຜົນງານເພງນີ້ຫາກໍປ່ອຍໃນວັນທີ 3 ມີນາ 2021 ທີ່ຜ່ານມາ, ໃຜຍັງບໍ່ໄດ້ຟັງ ຟັງເລີຍທີ່ວິດີໂອດ້ານລຸ່ມນີ້:
ສົມການລໍຄອຍ ແລະ ບໍ່ເຮັດໃຫ້ແຟນຄລັບຢ່າງເຮົາຕ້ອງຜິດຫວັງ ເພງມ່ວນຫຼາຍ, ສ່ວນ MV ກໍໜ້າຮັກ ພາບງາມຫຼາຍໄດ້ຊົມທັງພະທາດຫຼວງອັນເປັນມິ່ງຂວັນຂອງຊາວລາວ ແລະ ໄດ້ຟັງສຽງຈາກຊຸບຕາທັງ 2 ປະເທດ ຈິນຕະຫຼາ ສຽງມ່ວນມີພະລັງ ສ່ວນສິລິພອນ ສຽງຫວານມ່ວນຫູ. ພິເສດ ນັກສະແດງກໍທັອບໆທັງນັ້ນ ເພາະໄດ້ພະເອກ MV ແມ່ນໜຸ່ມ ອິນດູ່ ສີຫາປັນຍາ ນາຍແບບ-ນັກສະແດງຈາກຄ້າຍກ້າວໜ້າ ມາຖ່າຍທອດບົດບາດ ແລະ ອາລົມໃຫ້ອີກດ້ວຍ ລວມໆແລ້ວລົງຕົວທີ່ສຸດ.
ຟັງເພງແລ້ວ ສາມາດສ່ອງພາບເບື້ອງຫຼັງທີ່ມ່ວນເອົາມາຝາກທີ່ອາລະບໍ້າຮູບລຸ່ມນີ້