ຟັງກັນ ຫຼື ຍັງ? "ຮັກຊົ່ວຄາວ" ຜົນງານເພງຮ້ອນແຮງຈາກນັກຮ້ອງດີວ້າ ຕິ່ງ ໄພລາວັນ ແລະ ດາລຸນນີ

ຍັງຈື່ ສາວ ຕິ່ງ ໄພລາວັນ ວົງທະຈັນ ນັກຮ້ອງສຽງດີ ເຈົ້າຂອງບົດເພງ "ນີ້ຫວາ ຄົນຮັກກັນ" ໃນຫຼາຍປີທີ່ຜ່ານມາ ແລະ ຜົນງານອື່ນໆຕັ້ງແຕ່ປີ 2008 ເປັນຕົ້ນມາບໍ? ຫຼັງຈາກໄດ້ຫ່າງຫາຍໄປຈາກວົງການໃນໄລຍະທີ່ຜ່ານມາ ຕອນນີ້ກໍມີຜົນງານເພງໃໝ່ໃຫ້ແຟນໄດ້ຕິດຕາມລະເດີ້ ກັບມາສູ່ວົງການເພງແລ້ວ ບອກໄດ້ເລີຍວ່າ ແຟນຄລັບບໍ່ມີຜິດຫວັງ ເປັນການຕ້ອນຮັບປີ 2021 ໃນເພງໃໝ່ທີ່ມີຊື່ວ່າ "ຮັກຊົ່ວຄາວ" ພ້ອມທັງຮ້ອງຮ່ວມກັບ ດາລຸນນີ ແລະ ຍັງມີ ສິດ Pull -T-CLUB ຮ່ວມແຈມນຳອີກດ້ວຍ. ພິເສດແຕ່ງເນື້ອຮ້ອງໂດຍ ແຊມ ອິນທະລາພິທັກ. ໃຜຍັງບໍ່ໄດ້ຟັງ ກົດຟັງເລີຍທີ່ວິດີໂອດ້ານລຸ່ມນີ້:
ສຳລັບຜົນງານເພງ ຮັກຊົ່ວຄາວ, ນອກຈາກຈະໄດ້ຍິນສຽງດີຂອງນັກຮ້ອງໂຕແມ່ຢ່າງ ຕິ່ງ ໄພລາວັນ ແລະ ດາລຸນນີ ແບບມ່ວນໆ ແລະ ເພີດເພີນແລ້ວ, ຍັງມີທ່າເຕັ້ນແບບເຊັກຊີຂອງທັງ 2 ໃນຄລິບວິດີໂອອີກດ້ວຍ ແລະ ມີທ່ອນແຣບຂອງໜຸ່ມສິດ Pull -T-CLUB ເຮັດໃຫ້ບົດເພງມີມິຕິ ແລະ ລົງໂຕຂຶ້ນໄປອີກ.
ແນວໃດມ່ວນກໍຝາກທຸກຄົນສະຫນັບສະໜຸນເພງລາວນຳກັນໃຫ້ດັງຂຶ້ນກວ່າເກົ່າ ແລະ ເປັນກຳລັງໃຈໃຫ້ເຫຼົ່ານັກຮ້ອງພ້ອມສ້າງຜົນງານເພງທີ່ມີຄຸນນະພາບໃຫ້ເຮົາໄດ້ຟັງເລື້ອຍໆເດີ້. ຝາກຕິດຕາມຜົນງານເພງໃຫມ່ ໃນຊ່ອງ Youtube: Da Variaty Channel