ລາວເຮົາຕ້ອງປັງ! ເຜີຍໂສມໜ້າ ສາວງາມຫຼາຍເຊື້ອຊາດ ໃນເວທີ Miss Grand International 2020

ເປີດໂຕຜູ້ປະກວດແລ້ວເດີ້ ສຳລັບເວທີທີ່ທຸກຄົນລໍຄອຍ ບໍ່ວ່າຈະເປັນນາງງາມເອງ, ແຟນຄລັບ ແລະ ແຟນນາງງາມຕ່າງກໍຕື່ນເຕັ້ນ ທັງລຸ້ນໄປນຳວ່ານາງງາມປະເທດໃດຈະເປັນເຈົ້າຂອງມຸງກຸດ Miss Grand International 2020 ໄປຄອງ. ບອກເລີຍມີແຕ່ຄົນງາມໆ ກິນກັນບໍ່ລົງອີຫຼີ ຄວາມໝັ້ນໃຈມາຮ້ອຍ ພ້ອມມາຊີງມຸງກຸດ ເຊັ່ນດຽວກັນກັບ "ພັດທະນາ ຄິດາພອນ" ຫຼື ໂຕມີວ Miss Grand Laos ງານນີ້ກຽມພ້ອມຈະເປັນໂຕແທນແມ່ຍິງລາວ ກ້າວຂຶ້ນສູ່ເວທີລະດັບໂລກ ເພື່ອເຂົ້າຮ່ວມປະກວດ Miss Grand International ຢ່າງສົມສັກສີ.
ດັ່ງນັ້ນ ມີຫວາທີມງານມ່ວນຈະພາດບໍ່ອັບເດດ ມ່ວນເລີຍຈະຖືໂອກາດນີ້ພາເພື່ອນໆໄປສ່ອງເຫຼົ່ານາງງາມຈາກ 60 ກວ່າປະເທດ ໃຫ້ຫອມປາກຫອມຄໍກັນກ່ອນຈະຮອດມື້ປະກວດແທ້ທີ່ບາງກອກ ປະເທດໄທ ໃນວັນທີ 28 ກຸມພາ - 27 ມີນາ 2020 ນີ້ ເອົາລະໄປສ່ອງພາບງາມໆຂອງສາວໆ ທີ່ອາລະບໍ້າຮູບລຸ່ມນີ້ກັນເລີຍ:
ຮ່ວມຕິດຕາມ ແລະ ໃຫ້ກຳລັງໃຈ ສາວລາວໃນເວທີລະດັບໂລກກັນແດ່ເດີ້ ທີ່ເພຈ: Miss Grand International
ຂໍຂອບໃຈ
ພາບ : Miss Grand International