ຈະເກີດຫຍັງຂຶ້ນຖ້າອິນເຕີເນັດໃຊ້ບໍ່ໄດ້ຈັກ 1 ມື້?

ຫະ? ອິນເຕີເນັດໃຊ້ໄດ້ບໍ່ໄດ້ ຈະບ້າຫວາ? ກວດເບິ່ງດຸວ່າເຣົາເຕີ້ມີບັນຫາບໍ່? ແລ້ວຂ້ອຍຈະເຮັດວຽກແນວໃດ?
ຄົງເປັນເລື່ອງທີ່ສ້າງຄວາມປວດຫົວໃຫ້ຫຼາຍໆຄົນໃນຍຸກນີ້ ຖ້າຫາກຢູ່ດີໆອິນເຕີເນັດໃຊ້ບໍ່ໄດ້ຂຶ້ນມາແບບກະທັນຫັນພ້ອມກັນທົ່ວໂລກ ເພາະກໍຄືດັ່ງທີ່ເຮົາຮູ້ວ່າ ທຸກມື້ນີ້ມີຫຼາຍກິດຈະກຳທີ່ອາໄສອິນເຕີເນັດໃນການດຳເນີນການ ຖ້າຂາດອິນເຕີເນັດໄປກໍຄືເຮັດຫຍັງບໍ່ໄດ້ເລີຍ!
Muan.la ຈະພາໄປເບິ່ງນຳກັນວ່າ ຖ້າອິນເຕີເນັດໃຊ້ບໍ່ໄດ້ 1 ມື້ຈະເກີດຫຍັງຂຶ້ນ?
ທຸລະກຳທາງການເງິນ
ໃນຍຸກນີ້ທຸລະກຳຫຼາຍຢ່າງຂອງທະນາຄານໄດ້ຫັນປ່ຽນມາໃຊ້ທາງອອນລາຍຫຼາຍຂຶ້ນແລ້ວ. ຍົກຕົວຢ່າງຢູ່ສະຫະລັດ, ຜົນສຳຫຼວດໃນປີ 2018 ພົບວ່າ 63% ຂອງຜູ້ໃຊ້ສະມາດໂຟນແມ່ນມີແອັບຈັດການການເງິນໃນໂທລະສັບຂອງພວກເຂົາ ແລະ ກໍເປັນໜຶ່ງໃນ 3 ແອັບທີ່ຄົນສະຫະລັດໃຊ້ຫຼາຍທີ່ສຸດ.
ຖ້າອິນເຕີເນັດໃຊ້ບໍ່ໄດ້, ແນ່ນອນວ່າແອັບທາງການເງິນຕ່າງໆເຫຼົ່ານັ້ນຈະໃຊ້ບໍ່ໄດ້ເລີຍ ແລະ ເຈົ້າກໍຕ້ອງໄປທະນາຄານເພື່ອເຮັດທຸລະກຳຕ່າງໆ. ພ້ອມນັ້ນ ການຈ່າຍເງິນຕ່າງໆທາງອອນລາຍກໍຈະບໍ່ສາມາດເຮັດໄດ້ ຕ້ອງໄດ້ໃຊ້ເງິນສົດເທົ່ານັ້ນ.
ໃນລາວ ຫຼາຍທະນາຄານກໍຫັນປ່ຽນມາໃຊ້ແອັບໃນການຖອນເງິນຈາກຕູ້ເອທີເອັມແທນການໃຊ້ບັດເອທີເອັມ. ຖ້າອິນເຕີເນັດໃຊ້ບໍ່ໄດ້ ແລະ ລືມບັດໄວ້ເຮືອນ ແນ່ນອນວ່າຈະບໍ່ສາມາດຖອນເງິນອອກມາຈາກຕູ້ໄດ້.
ສຳລັບການຈ່າຍເງິນເດືອນຂອງຫຼາຍບໍລິສັດທີ່ເຮັດຜ່ານທາງອອນລາຍແບັງຄິງ ກໍຈະບໍ່ສາມາດເຮັດໄດ້ຄືເກົ່າ ແລະຕ້ອງໄດ້ຊອກວິທີການໃໝ່ໃນການເບີກ ຈ່າຍເງິນເດືອນໃຫ້ກັບພະນັກງານ.
ການຕິດຕໍ່ສື່ສານ
ອີກໜຶ່ງຢ່າງທີ່ໄດ້ຮັບຜົນກະທົບຫຼາຍແມ່ນການຕິດຕໍ່ສື່ສານ ໂດຍສະເພາະຜູ້ທີ່ໃຊ້ໂຊຊຽວເນັດເວີກ ແລະ ສິ່ງທີ່ພວກເຂົາຈະປ່ຽນໄປໃຊ້ແມ່ນການໂທ ແລະ ສົ່ງຂໍ້ຄວາມແບບປົກກະຕິ ແລະ ຜົນທີ່ຕາມມາແມ່ນອາດເກີດບັນຫາກັບທາງເຄືອຂ່າຍຂອງຜູ້ໃຫ້ບໍລິການ ທີ່ເກີດຈາກຈຳນວນຜູ້ໃຊ້ທີ່ເພີ່ມຂຶ້ນຢ່າງກະທັນຫັນ.
ທຸລະກິດທີ່ເອື່ອຍອີງອິນເຕີເນັດ
ເວັບໄຊຂາຍເຄື່ອງອອນລາຍ, ບໍລິການສົ່ງພັດສະດຸທີ່ໃຊ້ລະບົບອອນລາຍ, ເວັບໄຊຈອງໂຮງແຮມ, ບໍລິການສົ່ງອາຫານ, ບໍລິການເອີ້ນລົດແທັກຊີອອນລາຍ ແລະ ອື່ນໆທີ່ຄ້າຍຄືກັນນີ້ຈະໄດ້ຮັບຜົນກະທົບຢ່າງໜັກ ເພາະບັນດາບໍລິການເຫຼົ່ານີ້ລ້ວນແລ້ວແຕ່ຕ້ອງອາໄສອິນເຕີເນັດໃນການໃຫ້ບໍລິການ. ບໍ່ມີອິນເຕີເນັດ ກໍໝາຍຄວາມວ່າລູກຄ້າຈະບໍ່ສາມາດເຂົ້າແອັບ ຫຼື ເວັບໄຊຂອງພວກເຂົາໄດ້ ເປັນອີກໜຶ່ງຝັນຮ້າຍທີ່ພວກເຂົາບໍ່ຢາກຄິດເຖິງເລີຍລະ.
ນອກຈາກບາງບັນຫາທີ່ກ່າວມານັ້ນແລ້ວ ກໍຍັງມີດ້ານອື່ນໆອີກທີ່ຈະຖືກຜົນກະທົບທັງ ການປິ່ນປົວໃນໂຮງໝໍ, ການຂົນສົ່ງ, ອຸປະກອນທີ່ໃຊ້ອິນເຕີເນັດຕ່າງໆ ແລະ ອື່ນໆ.
ໂອກາດທີ່ອິນເຕີເນັດຈະໃຊ້ບໍ່ໄດ້ພ້ອມກັນທົ່ວໂລກມີຄວາມເປັນໄດ້ຫຼາຍສໍ່າໃດ?
ຜູ້ຊ່ຽວຊານກ່າວວ່າ ໂອກາດທີ່ອິນເຕີເນັດຈະໃຊ້ພ້ອມກັນບໍ່ໄດ້ທົ່ວໂລກແມ່ນເປັນໄປໄດ້ໜ້ອຍຫຼາຍ ເນື່ອງຈາກສາເຫດທີ່ຈະເຮັດໃຫ້ເກີດເຫດແບບນັ້ນຂຶ້ນແມ່ນ ອຸກາບາດຕຳໂລກ, ການໂຈມຕີທາງອອນລາຍຂະໜາດໃຫຍ່ທົ່ວໂລກ, ສົງຄາມນິວເຄຼຍໃນທົ່ວໂລກ ຫຼື ການລຸກວາບຂອງດວງຕາເວັນ (solar flare).
ອີກຢ່າງໜຶ່ງກໍຄື ອິນເຕີເນັດບໍ່ແມ່ນພຽງແຕ່ຄອມພິວເຕີໜ່ວຍດຽວທີ່ເປັນສູນກາງ ແຕ່ປະກອບດ້ວຍລະບົບເຄືອຂ່າຍຂະໜາດໃຫຍ່ທົ່ວໂລກ ສະນັ້ນແລ້ວການຖອດສາຍໃນຈຸດໃດຈຸດໜຶ່ງຈະບໍ່ສາມາດສົ່ງຜົນກະທົບໄປທົ່ວໂລກໄດ້.
ຄັນມັນຈະກະທົບຫຼາຍຂະໜາດນັ້ນ ເຮົາຫຼຸດຜ່ອນການນຳໃຊ້ອິນເຕີເນັດລົງດີບໍ? ຄຳຕອບກໍຄື ບໍ່. ຍ້ອນອິນເຕີເນັດນີ້ເອງທີ່ເຮັດໃຫ້ຂັ້ນຕອນການດຳເນີນການຕ່າງໆສັ້ນລົງ ແລະ ວ່ອງໄວຂຶ້ນ ເຮັດໃຫ້ຊີວິດໃນແຕ່ລະວັນຂອງເຮົາສະດວກສະບາຍກວ່າແຕ່ກ່ອນ. ແທນທີ່ເຮົາຈະຫຼຸດຜ່ອນການເອື່ອຍອີງໃສ່ອິນເຕີເນັດ ເຮົາຫັນມາໃສ່ໃຈກັບບັນຫາທີ່ອາດເກີດຂຶ້ນຕໍ່ກັບເຕັກໂນໂລຊີນີ້ຈະດີກວ່າ.
ໂດຍ: ທີມບັນນາທິການ muan.la
ອ້າງອີງ: