ຕົວແທນຄົນລາວສູ່ເວທີລະດັບໂລກ! ຮູ້ຈັກ ໂຕມີວ ເຈົ້າຂອງມຸງກຸດ Miss Grand Laos ຄົນຫຼ້າສຸດ

ພາທຸກຄົນມາຮູ້ຈັກ "ພັດທະນາ ຄິດາພອນ" ຫລື ທີ່ຫລາຍຄົນຮູ້ກັນກໍຄື ໂຕມີວ ເຈົ້າຂອງຕຳແໜ່ງ Miss Graand Laos 2020 ສົດໆຮ້ອນໆ. ບອກເລີຍ ນັບມື້ຍິ່ງງາມ ຫຼ້າສຸດຍັງມີຂ່າວດີ ຄືໂຕມີວຈະເປັນໂຕແທນແມ່ຍິງລາວ ກ້າວຂຶ້ນສູ່ເວທີລະດັບໂລກ ເພື່ອເຂົ້າຮ່ວມປະກວດ Miss Grand International ທີ່ປະເທດໄທ ໃນວັນທີ 28 ກຸມພາ - ວັນທີ 27 ມີນາ 2021 ນີ້ອີກເດີ້. ມາຮູ້ຈັກໂຕມີວກັນເລີຍ:
ປັດຈຸບັນໂຕມີວອາຍຸ 23 ປີ, ຈົບການສຶກສາ ຢູ່ທີ່ສະຖາບັນຣັດຕະນະບໍລິຫານທຸລະກິດ. ຕາມປົກກະຕິສາວໂຕມີວແມ່ນເປັນຄົນຕະຫລົກ, ຍິ້ມເກັ່ງ, ອາລົມດີ ພ້ອມມັກເບິ່ງທຸກຢ່າງໃນແງ່ບວກເປັນສ່ວນໃຫຍ່. ສຳລັບການແຕ່ງໂຕສ່ວນຫລາຍມັກແຕ່ງໂຕຫວານໆ ແລະ ການແຕ່ງໂຕສ່ວນຫລາຍກໍຈະຂຶ້ນກັບກາລະ ແລະ ໂອກາດທີ່ໄປຮ່ວມພ້ອມ.
ກິດຈະກຳຍາມວ່າງແມ່ນມັກໃຊ້ເວລາຢູ່ກັບຄອບຄົວ ແລະ ກໍແບ່ງເວລາອອກກຳລັງກາຍນຳ ເພື່ອສຸຂະພາບ. ອາຫານທີ່ມັກສ່ວນຫລາຍກໍຈະມັກອາຫານລາວໆ. ສຳລັບສະເປັກໃນອຸດົມຄະຕິທີ່ຫຼາຍຄົນຢາກຮູ້ ໂດຍສະເພາະໜຸ່ມໆ. ສາວມີວບອກວ່າ ສ່ວນຫລາຍຜູ້ກ່ຽວບໍ່ຄ່ອຍມີສະເປັກ ຂໍແຕ່ຄົນທີ່ເຂົ້າມາຮັກເຮົາແທ້ອົບອຸ່ນ ແລະ ກໍຮັກຄອບຄົວເຮົານຳເທົ່ານີ້ກໍພໍ (ຟັງໄວເດີ້ໜຸ່ມໆ) ໂຕມີວໄດ້ໃຫ້ສຳພາດຕື່ມວ່າ "ສິ່ງທີ່ພູມໃຈທີ່ສຸດກໍຄືການເຮັດໃຫ້ຄອບຄົວມີຄວາມສຸກທີ່ສຸດກ່ອນ".
ເມື່ອເວົ້າເລື່ອງຜົນງານຜ່ານມາທີ່ອອກສູ່ສາຍຕາ ກໍແມ່ນການຖ່າຍ MV ເພງຂອງປະເທດໄທ ທີ່ໂຕມີວໄດ້ເປັນນາງເອກ ໃນ MV ເພງ (Feedback ຈາກອ້າຍ). ນອກນັ້ນ, ສາວງາມຄົນນີ້ກໍໄດ້ໄປເປັນແຂກຮັບເຊີນ ໃນລາຍການຫມາກນັດພາລົມ, ແຂກຮັບເຊີນໃນລາຍການ Wow Magazine Live, ມີງານຖ່າຍແບບ ແລະ ພຣີເຊັນເຕີ້ອີກດ້ວຍ.ທີ່ຜ່ານມາສາວໂຕມີວເຄີຍປະກວດເວທີນາງສາວນະຄອນຫລວງປີ 2019 ແມ່ນເປັນເວທີທຳອິດທີ່ໂຕມີວລົງປະກວດ ຕໍ່ມາກໍແມ່ນເວທີ Miss World Laos ເຊິ່ງເຮັດໃຫ້ໂຕມີວໄດ້ຕຳແຫນ່ງຮອງອັນດັບ 1 ມິສແກຣນລາວ 2019 ໃນເວທີນັ້ນ.
ສຸດທ້າຍໂຕມີວຂໍຂອບໃຈນຳທຸກໆຄົນທີ່ຄອຍຕິດຕາມສະຫນັບສະໜຸນມີວມາຕະຫລອດໂດຍສະເພາະ Page muan.la ແລະ ມີວກໍຢາກໃຫ້ທຸກໆຄົນຕິດມີວແບບນີ້ໄປຕະຫລອດ. ເຊິ່ງສາວມີວຈະອັບເດດຜົນງານຂອງມີວເອງເລື້ອຍໆ ສາມາດຕິດຕາມໄດ້ທາງ:
Facebook: Tomew Phatthana ຫຼື ທີ່ລິ້ງ: https://www.facebook.com/nouphone.tomew
Page Facebook: Miss Grand Laos ຫຼື ທີ່ລິ້ງ: https://www.facebook.com/missgrandlaos/
ຂໍຂອບໃຈ