[LIVE UPDATE] ສະຫຼຸບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ & ສະພາປະຊາຊົນຂັ້ນແຂວງ 2021
![[LIVE UPDATE] ສະຫຼຸບຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ & ສະພາປະຊາຊົນຂັ້ນແຂວງ 2021](https://s.isanook.com/la/0/rp/r/w700h420/ya0xa0m1w0/aHR0cHM6Ly9zLmlzYW5vb2suY29tL2xhLzAvdWQvMTQvNzQ5NDEvdGVtcGxhdGUtcmVjb3ZlcmVkLnBuZw==.png)
23 ກຸມພາ 2021
10:40 ໂມງ
ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ມີຜູ້ຮັບສະໝັກເລືອກຕັ້ງ ສສຊ ທັງໝົດ 20 ທ່ານ, ໃນນີ້ເລືອກເອົາ 15 ທ່ານ ເຊິ່ງຜົນຂອງການນັບຄະແນນແມ່ນໄດ້ 15 ທ່ານຕໍ່ໄປນີ້ເຂົ້າໄປນັ່ງເປັນສະມາຊິກສະພາແຫ່ງຊາດຊຸດທີ 9:
1. ທ່ານ ສົມມາດ ພົລເສນາ
2. ທ່ານ ສາຍທອງ ໄຊຍະວົງ
3. ທ່ານ ພົຈວ. ສາຍໃຈ ກົມມະສິດ
4. ທ່ານ ຈັນທະບູນ ສຸກອາລຸນ
5. ທ່ານ ນາງ ບຸນມີ ຈຸນລະຈັກ
6. ທ່ານ ແກ້ວລັດຕະນະ ສີຫາວົງ
7. ທ່ານ ປອ. ສົມໄຊ ສີຫາຈັກ
8. ທ່ານ ປອ. ນາງ ຈັນໂສດາ ພອນທິບ
9. ທ່ານ ອຳໄພ ຈິດມານົນ
10. ທ່ານ ປອ. ໄຊບັນດິດ ຣາຊະພົນ
11. ທ່ານ ພັທ. ສີວິໄລ ແກ້ວປະເສີດ
12. ທ່ານ ມະນີວົງ ແສນລາດ
13. ທ່ານ ຄຳໄຕ ແກ້ວດວງດີ
14. ທ່ານ ປອ. ສົມສັກ ແສນສັກດາ
15. ທ່ານ ນາງ ບຸນສຸວັນ ໂພໄຊຊະນະສັກ
10:17 ໂມງ
ຂໍຕ້ອນຮັບຜູ້ອ່ານທຸກທ່ານເຂົ້າສູ່ການລາຍງານສົດຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2. ການເລືອກຕັ້ງຄັ້ງນີ້ມີຂຶ້ນໃນວັນອາທິດທີ 21 ກຸມພາ 2021 ທີ່ຜ່ານມາ. ທີມຂ່າວ muan.la ຈະສືບຕໍ່ອັບເດດຜົນຂອງການເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງໃຫ້ທ່ານຮູ້ເປັນແຕ່ລະໄລຍະຈົນກວ່າຈະຮູ້ຜົນຢ່າງຄົບຖ້ວນ.