ໃນມື້ທີ່ໂຄວິດກີດກັ້ນໄທ ແລະ ລາວ ຄົນໄທຈຶ່ງຜຸດໄອເດຍ "ຫຼວງພະບາງຈຳລອງ" ຢູ່ໃຈກາງບາງກອກ

ໃນວັນທີ່ໂຄວິດກີດກັ້ນສອງປະເທດຈາກກັນ ຄົນໄທຈຶ່ງຜຸດໄອເດຍ "ຫຼວງພະບາງຈຳລອງ" ໃຫ້ຄົນໄທເຊົາຄິດຮອດຫຼວງພະບາງ ຢູ່ໃຈກາງບາງກອກ.
ຫຼວງພະບາງ ເມືອງມໍລະດົກໂລກ UNESCO ທີ່ບໍ່ວ່າໃຜໄດ້ມາຢາມ ແລະ ກັບໄປແລ້ວ ກໍຍັງຄິດຄະນຶງຫາຢາກກັບມາສຳຜັດບັນຍາກາດອີກຈັກເທື່ອ ທັງສະຖາປັດຕະຍະກຳ, ຜູ້ຄົນ, ວິຖີຊີວິດ ແລະ ອາຫານການກິນ ນີ້ຈຶ່ງເປັນທີ່ມາຂອງໄອເດຍ ເມືອງຈຳລອງຫຼວງພະບາງໃນຄອນເຊັບ "ໃຈບາງ... ທີ່ຫຼວງພະບາງ" ທີ່ສູນການຄ້າຊີຄອນ ບາງແຄ ນະຄອນຫຼວງບາງກອກ ຂອງໄທ.
ພາຍໃນງານນີ້ໄດ້ຍົກເອົາຈຸດເດັ່ນຕ່າງໆຂອງຫຼວງພະບາງມາລວມໄວ້ບ່ອນດຽວ ທັງການຈຳລອງ ຫໍໄຫວ້ສີກຸຫຼາບ ທີ່ວັດຊຽງທອງ, ມຸມຖ່າຍຮູບຕັກບາດເຂົ້າໜຽວໜ້າວັດແສນສຸຂາຣາມ, ອາຄານເຂດເມືອງເກົ່າທີ່ປະສົມປະສານລະຫວ່າງສະຖາປັດຕະຍະກຳເອີຣົບ ແລະ ຈີນ, ຮ້ານກາເຟຊື່ດັງ "ປະຊານິຍົມ", ອາຫານລາວຈາກຕະຫຼາດເຊົ້າ ແລະ ຕະຫຼາດມືດ ບໍ່ວ່າຈະເປັນ ເຝີລາວ, ເຂົ້າປຽກເສັ້ນ, ຕຳໝາກຫຸ່ງຫຼວງພະບາງ, ເຂົ້າຈີ່ປາເຕ ແລະ ອື່ນໆ.
ພາບ: Seacon Bangkae l ซีคอน บางแค
ກໍເປັນອີກໜຶ່ງງານທີ່ເຮັດໃຫ້ເຮົາເຫັນໄດ້ຢ່າງຊັດເຈນວ່າ ຊາວໄທເຊິ່ງເປັນບ້ານໃກ້ເຮືອນຄຽງຂອງເຮົາມີຄວາມຫຼົງໃຫຼໃນຫຼວງພະບາງ ປາຍທາງທ່ອງທ່ຽວຍອດນິຍົມຂອງລາວແຫ່ງນີ້ຫຼາຍສໍ່າໃດ. ຕອນນີ້ ເຮົາກໍຫວັງພຽງແຕ່ວ່າ ເມື່ອສະຖານະການພະຍາດລະບາດຜ່ອນຄາຍລົງ ແລະ ໄປມາຫາສູ່ກັນໄດ້ ພວກເຂົາຈະໄດ້ກັບຄືນມາສຳຜັດຫຼວງພະບາງແທ້ໆກັນອີກຄັ້ງ ໃຫ້ສົມກັບຄວາມຄິດຮອດຄິດເຖິງທີ່ພວກເຂົາມອບໃຫ້ເມືອງແຫ່ງນີ້ ພ້ອມທັງເຮັດໃຫ້ຫຼວງພະບາງກັບມາຄຶກຄື້ນຄືນຄືເມື່ອກ່ອນ.
ຂໍຂອບໃຈ