ພິສູດຕົນເອງ! "ບ໋ອບບີ້" ຊະນະການປະກວດ LTC Boy 2020 ພ້ອມສາຍແວວໃນວົງການບັນເທີງ

ຮູ້ຜົນກັນແລ້ວສຳລັບການປະກວດ LTC Boy 2020. ມ່ວນເລີຍຈະພາມາຮູ້ຈັກກັບ ມິນທະດາ ບັນນະວົງ ຫຼືວ່າ ບ໋ອບບີ້ ຜູ້ຊະນະເລີດ ການປະກວດ LTC Boy 2020 ທີ່ຫາກໍຜ່ານມາ ເຊິ່ງການປະກວດຄັ້ງນີ້ມີຜູ້ເຂົ້າປະກວດຫລາຍກວ່າ 200 ຄົນ. ແຕ່ໜຸ່ມບ໋ອບບີ້ກໍສາມາດເອົາຊະນະໄປໄດ້, ຍ້ອນຄວາມສາມາດທີ່ຫຼາກຫຼາຍຈຶ່ງບໍ່ແປກໃຈເປັນຫຍັງຕ້ອງຈຶ່ງຕ້ອງເປັນຄົນນີ້. ບ໋ອບບີ້ປັດຈຸບັນ, ອາຍຸ 18 ປີ ກຳລັງສຶກສາ ຢູ່ trường Hữu nghĩ T78. ເມື່ອມີເວລາວ່າງບ໋ອບບີ້ມັກຫລິ້ນກີລາເຕະບານ ແລະ ເຂົ້າຟິສເນັດ.
ນອກນັ້ນ, ຍັງເປັນອີກໜຶ່ງຫຼໍ່ທີ່ຫລົງໃຫລໃນການຖ່າຍຮູບເປັນພິເສດ ເພາະຮູ້ສຶກວ່າການຖ່າຍຮູບມັນເປັນສິນລະປະ ແລະ ຝຶກໃຫ້ໃຈເຢັນຂຶ້ນ.
ປົກກະຕິໜຸ່ມຄົນນີ້ກໍຮັກມັກໃນການເດີນແບບໃນຕອນໄວເດັກຢູ່ແລ້ວ ແລະ ເຫດຜົນທີ່ປະກວດ ຢາກພິສູດ ແລະ ຊຸກຍູ້ຕົນເອງເຂົ້າວົງການບັນເທີງ ທີ່ເກັບປະສົບການເພື່ອຕໍ່ຍອດໃນອະນາຄົດ. ພ້ອມໄດ້ໃຫ້ສຳພາດກັບມ່ວນວ່າ "ຫຼັງຈາກທີ່ຮູ້ວ່າຕົນເອງເປັນຜູ້ຊະນະແມ່ນຮູ້ສຶກດີໃຈແລະ ບໍ່ຄິດວ່າຈະໄດ້ເຂົ້າຮອບເລິກໆປານນີ້ ແຕ່ພໍໄດ້ຍິນປະກາດຊື່ເຂົ້າຮອບ 5 ຄົນສຸດດີໃຈແຮງ ແລະ ພໍປະກາດໄດ້ທີໜຶ່ງ ຮູ້ສຶກດີໃຈທີ່ໄດ້ປະສົບຜົນສຳເລັດອີກບາດກ້າວໜຶ່ງ."
ນອກຈາກການປະກວດ LTC Boy 2020 ໜຸ່ມຄົນນີ້ຍັງເຄີຍປະກວດ ຫນຸ່ມສາວສຸຂະພາບດີທີ່ສູນການຄ້າລາວໄອເຕັກ ເຂົ້າຮອບ 20 ຄົນ. ປັດຈຸບັນບ໋ອບບີ້ ເປັນນາຍແບບ ນັກສະແດງ ແລະ ເປັນແບຣນແອັມບາສເດີຂອງ ລາວໂທລະຄົມ ແລະ ມີຜົນງານກຳລັງຈະຖ່າຍປົກວາລະສານ ແມັກກະຊີນ ໂຊຊາຍຕີ້. ປັດຈຸບັນໄດ້ເຂົ້າປະກວດຊຸດປະຈຳຊາດຢູ່ ສສ. ຫວຽດນາມ ແລະ ໄດ້ຮັບລາງວັນອີກດ້ວຍ. ແນວໃດກໍຊ່ວຍຝາກຕິດຕາມຜົນງານຂອງດາລາໄຟແຮງຄົນນີ້ແດ່ເດີ້!
ຊ່ອງທາງການຕິດຕາມບ໋ອບບີ້ Facebook: Bobby Minthada Bannavong