ໜ້າຮັກລະມຸນລະໄມ "ອາຊ້ຽນ ຈັນທະມາລີນ" ເນັດໄອດໍ້-ສິລະປິນຈາກ New Gen

ຕ້ອນຮັບປີ 2021 ດ້ວຍການອັບເດດ ດາລາໜ້າໃໝ່ "ອາຊ້ຽນ ຈັນທະມາລີນ" ທີ່ເລີ່ມເຂົ້າວົງການບັນເທີງດ້ວຍອາຍຸ 16 ປີ ນ້ອງໃໝ່ທີ່ສັງກັດຢູ່ຄ້າຍ New Gen Entertainment ທັງເປັນເນັດໄອດໍ້ ທີ່ຖືກໃຈທັງໄວລຸ້ນນ້ອຍ ແລະ ລຸ້ນໃຫຍ່ກັນເລີຍ ເອັນດູເດ້! ທັງໜ້າຮັກ ແລະ ຍິ້ມຫວານບາດໃຈ.
ປັດຈຸບັນອາຊຽນ ເປັນນັກຮຽນ ຮຽນຢູ່ໂຮງຮຽນມັດທະຍົມມໍປາຍ ທົ່ງປົ່ງ. ຜູ້ກ່ຽວໄດ້ກ້າວສູ່ ນາຍແບບ-ນັກສະແດງເຕັມໂຕ ເລີ່ມຈາກຄວາມມັກຮັກໃນດ້ານນີ້ໂດຍສະເພາະ, ມັກຖ່າຍຮູບ ແລະ ວິດີໂອລົງ Facebook ແລ້ວກະແສຕອບຮັບດີ ຈຶ່ງເຮັດໃຫ້ອາຊ້ຽນເລີ່ມສົນໃຈ ແລະ ເຂົ້າມາໃນວົງການບັນເທີງເປັນຕົ້ນມາ, ເຖິງຈະເປັນນ້ອງໃໝ່ ແຕ່ກໍມີຜົນງານມາແລ້ວ ເພາະຜ່ານມາກໍມີຜົນງານຫຼາຍຢ່າງບໍ່ວ່າຈະເປັນຖ່າຍແບບຮ້ານຕັດຜົມ The BarBer Lao ແລະ ເຄີຍໄປເປັນເອກຕ້າໃຫ້ສັງກັດ ທາລາ ໃນຊີຣີ "One Love ກູໂຫດໃດ໋ ມຶງໄຫວຫວາ"
ສຳລັບສະເໜ່ ສະເພາະໂຕ ເປັນຄົນໂຕນ້ອຍ, ໝ້າຮັກ, ຍິ້ມຫວານ, ໝ້າຕີ໋ ເວລາຍິ້ມແລ້ວມີສະເໝ່ ຂວັນໃຈສາວນ້ອຍສາວໃຫຍ່. ນອກນີ້ ຍັງເປັນໄວໜຸ່ມທີ່ໜ້າສົ່ງເສີມ ນອກຈາກເຮັດວຽກໃນວົງການບັນເທີງ ແລະ ຮຽນໜັງສືໄປນຳແລ້ວ, ອາຊ້ຽນຍັງເປັນຄົນຄຳຮູ້ ມັກຊ່ວຍວຽກພໍ່ແມ່ ຄືຂາຍເຄື່ອງ ຫາເງິນຊຸກຍູ້ຕົນເອງອີກເດີ້ ຊົມເຊີຍ!
ກິດຈະກໍາຍາມວ່າງມັກຫຼິ້ນກີຕ້າຮ້ອງເພງ ແລະ ມັກຖ່າຍຮູບ. ນອກນັ້ນ, ອາຊ້ຽນໄດ້ໃຫ້ສຳພາດກັບມ່ວນວ່າ: "ຕອນນີ້ຫຼົງໃຫຼໃນການຝຶກຊ້ອມການສະແດງຖ່າຍແບບເປັນພິເສດ ແລະ ຄວາມຝັນສູງສຸດແມ່ນຢາກເປັນນັກສະແດງນາຍແບບອັນດັບຕົ້ນໆຂອງປະເທດ ແລະ ຢາກຮ່ວມງານກັບດາລາລາວ"
ເປີດວາບ FB: Asien Junthamalin, TikTok:asien7788 ແລະ IG:Asien junthamalin
ຂໍຂອບໃຈ
ພາບ : Asien Junthamalin