ບໍ່ໂສດອີກຕໍ່ໄປ! ຍິນດີນຳນັກຮ້ອງ "ໜຶ່ງ ຊຸບເປີວັນ" ພ້ອມສ້າງຄອບຄົວໃໝ່ກັບຫວານໃຈ "ແຄ໋ດຕີ້"

ຍັງຈື່ກັນໄດ້ບໍ່? "ໜຶ່ງ ຊຸບເປີວັນ" ຫຼື "ວິທະຍາ ໂພທິສານ" ຖ້າເວົ້າເຖິງຊື່ນີ້ ຫຼາຍຄົນຄົງຄຸ້ນໜ້າຄ່າຕາກັນດີສຳລັບນັກຮ້ອງສະຕິງໃນຍຸກບຸກເບີກເພງລາວ ໃນຫຼາຍປີກ່ອນ ເຈົ້າຂອງເພງ "ສິ່ງໜຶ່ງທີ່ຢາກຂໍ" ເວົ້າໄດ້ວ່າເປັນເພງດັງທີ່ໄດ້ຮັບຄວາມນິຍົມເລີຍລະໃນຕອນນັ້ນ. ປັດຈຸບັນໜຸ່ມຄົນນີ້ ສະລະໂສດແລ້ວເດີ້! ພ້ອມສ້າງຄອບຄົວໃໝ່ກັບເຈົ້າສາວປ້າຍແດງ ທີ່ມີຊື່ວ່າ "ຊັດຕະຍາ ຈິນດາກົງພະຈັນ" ເຊິ່ງທັງ 2 ຕ່າງກໍໄດ້ຜ່ານຜ່າອຸປະສັກ ແລະ ໄດ້ຄົບຫາເບິ່ງໃຈກັນພໍສົມຄວນ ຈົນໃນທີ່ສຸດກໍຕັດສິນໃຈຕົກລົງ ປົງໃຈໃຊ້ຊີວິດຄູ່ຮ່ວມກັນ.
ຖ້າເວົ້າເຖິງພິທີງານຫມັ້ນ ເວົ້າໄດ້ວ່າເປັນອີກໜຶ່ງງານ ທີ່ຈັດໄດ້ຢ່າງອົບອຸ່ນ ແບບຄອບຄົວ ຕາມປະເພນີດີງາມຂອງລາວເຮົາ, ໂດຍງານໝັ້ນຂອງທັງ 2 ໄດ້ຈັດຖືກກົງກັບວັນແຫ່ງຄວາມຮັກອີກດ້ວຍ, ຈັດຂຶ້ນເມື່ອວັນອາທິດ 14 ກຸມພາ ທີ່ຜ່ານມາ ທີ່ບ້ານສີໄຄເໜືອ ນະຄອນຫຼວງວຽງຈັນ.
ແນ່ນອນວ່າຫຼັງຈາກຮູບພາບຖືກໂພສໄປໃນໂລກອອນລາຍ ຫຼາຍຄົນຕ່າງກໍມາສະແດງຄວາມຍິນດີນຳທັງ 2 ທ່າມກາງຄວາມດີໃຈ ແລະ ຍິນດີຂອງເພື່ອນໃນວົງການບັນເທີງ, ຄອບຄົວ, ຍາດຕິພີ່ນ້ອງ ແລະ ແຟນຄລັບ. ພ້ອມນີ້ທີມງານມ່ວນກໍຂໍສະແດງຄວາມຍິນດີນຳ ຄູ່ຮັກປ້າຍແດງ ຂໍໃຫ້ຮັກກັນຈົນເຖົ້າຈົນແກ່ ຍືນຍາວໝັ້ນ ແລະ ມີຄວາມສຸກຫຼາຍໆເດີ້.
ສຳລັບໜຸ່ມໜຶ່ງ ໃນຄັ້ງທີ່ເພິ່ນມີຜົນງານໃນວົງການບັນເທີງ ຈັດໄດ້ວ່າເປັນອີກໜຶ່ງສິລະປິນທີ່ໜ້າຕາດີ ແລະ ມີຄຸນນະພາບທັງການຮ້ອງເພງ ແລະ ເຕັ້ນ, ທັງຍັງເປັນນັກພາກ ໃນຮູບເງົາຊື່ດັງເລື່ອງ "Never Say Die". ຜົນງານທີ່ຜ່ານມາໃນວົງການບັນເທີງແມ່ນຖ່າຍແບບ, ໂຄສະນາ ແລະ ພາກສຽງ. ທັງຕອນນີ້ຍັງເປັນຜູ້ບໍລິຫານ Laopride Company ອີກດ້ວຍ.
ຂໍຂອບໃຈ
ພາບ : Alounny Phothisane Khanthaphixay , Catty Ty , Vithaya Phothisane