ອ່ານດວງລາຍວັນປະຈໍາວັນສຸກ ທີ 12 ກຸມພາ 2021 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ວາງແຜນທີ່ຈະເຮັດທຸລະກິດຈະການວຽກງານໃໝ່ ເງິນທຶນກໍພ້ອມແລ້ວ ບຸກຄະລາກອນກໍພ້ອມ ເລີ່ມທຸລະກິດໃໝ່ໄດ້ເລີຍ
ການເງິນ ຖ້າຂໍເຄຣດິດທາງສະຖາບັນການເງິນເອົາໄວ້ກໍຈະໄດ້ຮັບການອະນຸມັດ
ຄວາມຮັກ ຈະພົບສະຖານະການທີ່ຢຸດນິ່ງບໍ່ມີການປ່ຽນແປງ ຄົນຮັກຈະເມີນເສີຍກັບທ່ານກໍເປັນໄປໄດ້
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 7
ຄົນເກີດວັນຈັນ
ການງານ ໄລຍະນີ້ເບິ່ງຄືກຳລັງລັງເລວ່າຈະລົງທຶນໃນເລື່ອງທຸລະກິດຕໍ່ ຫຼື ຢຸດໃນເລື່ອງຂອງການລົງທຶນດີ ກຳລັງພິຈາລະນາໃນຄວາມຮູ້ສຶກເຫຼົ່ານີ້ຢູ່
ການເງິນ ຫາລາຍໄດ້ໃຊ້ຈ່າຍໄດ້ດີຂຶ້ນ ມີຄວາມຄ່ອງຕົວຫຼາຍຂຶ້ນ ແລະ ຮູ້ວ່າຈະຕ້ອງມີວິທີການຫາເຂົ້າມາເພີ່ມເຕີມໃຫ້ໄດ້ຢ່າງໃດຈຶ່ງຈະສ້າງຖານະໄດ້ດີຂຶ້ນ
ຄວາມຮັກ ໄລຍະນີ້ຖ້າເຮັດບຸນເລື້ອຍໆ ແລ້ວຜູ້ທີ່ບໍ່ມີຄົນຮັກມີໂອກາດພົບຮັກໃນສະຖານທີ່ເດີນທາງໄປເຮັດບຸນກໍເປັນໄປໄດ້
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 9
ຄົນເກີດວັນອັງຄານ
ການງານ ໄດ້ເງິນທຶນມາໃນການລົງທຶນຫຼາຍຂຶ້ນ ໄລຍະນີ້ເປັນການໃຊ້ເງິນທຶນອອກໄປ ແລະ ຖ້າເບິ່ງຜົນຕອບຮັບທາງດ້ານຍອດຂາຍຫຼືຜົນກຳໄລທີ່ຈະຄ່ອຍໆໄດ້ກັບເຂົ້າມາ
ການເງິນ ສຸກສົມຫວັງເປັນຢ່າງຫຼາຍໃນເລື່ອງຂອງການໄດ້ຊັບ ໄດ້ມໍລະດົກ ໄດ້ທີ່ດິນ ຊັບສິນ ໄລຍະນີ້ມີຖານະລ້ຳລວຍຫຼາຍຂຶ້ນເປັນຢ່າງຫຼາຍ
ຄວາມຮັກ ເໝືອນຮູ້ແລ້ວວ່າໃນອະນາຄົດຄວນຈະໃຊ້ຊີວິດຢູ່ກັບໃຜໃນໄລຍະນີ້ ເປັນຄົນດຽວທີ່ທ່ານຄິດຮອດເລື້ອຍໆ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີບົວ
ເລກນຳໂຊກ 3
ຄົນເກີດວັນພຸດ
ການງານ ຖ້າຢາກປະສົບຄວາມສຳເລັດຕ້ອງເຂົ້າເຖິງແຫຼ່ງເງິນທຶນໃນການກູ້ຢືມ ການເດີນທາງໄກເຮັດວຽກຕ່າງທີ່ຕ່າງຖິ່ນຫຼືຕ່າງປະເທດຈະເຮັດໃຫ້ຕົນເອງນັ້ນສ້າງຖານະໄດ້ແນ່ນອນ
ການເງິນ ຖ້າຢາກພົບອິດສະລະທາງດ້ານການເງິນຄວນເລີ່ມລົງທຶນດ້ານຊັບສິນ
ຄວາມຮັກ ໝູ່ເພື່ອນຈະແນະນຳໃຫ້ຮູ້ຈັກໃຜບາງຄົນ ແຕ່ຈະຖືກໃຈ ຫຼື ບໍ່ ເບິ່ງຄືຈະຍັງບໍ່ເລືອກ ຈະເລືອກຄວາມກ້າວໜ້າໃຫ້ກັບຊີວິດຫຼາຍກວ່າທີ່ຈະເລືອກໃຜເຂົ້າມາເປັນຄູ່ຮັກໃນໄລຍະນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີດໍາ
ເລກນຳໂຊກ 0
ຄົນເກີດວັນພະຫັດ
ການງານ ກຳລັງສຶກສາວິທີການໃໝ່ໆ ໃນການເລີ່ມທຸລະກິດໃນຮູບແບບໃໝ່ ແຕ່ຈະໂດດເດັ່ນໃນອາຊີບໃນໄລຍະນີ້ຈະຮຸ່ງເຮືອງເພາະອາຊີບນາຍໜ້າການຄ້າທີ່ດິນ
ການເງິນ ມີລາຍຈ່າຍຫຼາຍ ມີໂອກາດທີ່ຈະນຳເງິນໄປໃຊ້ໜີ້ເກົ່າໆ ຫຼືນຳເງິນໄປຕໍ່ເງິນໃນການລົງທຶນໃນທຸລະກິດຮູບແບບໃໝ່
ຄວາມຮັກ ຈະພົບຄົົນທີ່ຮູ້ໃຈ ສະຫຼຽວສະຫຼາດ ສົນທະນາກັນດ້ວຍຄວາມເຂົ້າໃຈ ແລະມີຄວາມສຸກລົງຕົວກັບຄວາມສຳພັນໃນເທື່ອນີ້
ເຄື່ອງມຸງຄຸນ ຄໍາຝຣັ່ງ
ສີມຸງຄຸນ ສີຂາວ
ເລກນຳໂຊກ 1
ຄົນເກີດວັນສຸກ
ການງານ ໄລຍະນີ້ຈະໄດ້ເຮັດວຽກກັບທີມງານ ແລະ ຮຸ້ນສ່ວນທີ່ຈະເກີດຄວາມສໍາເລັດ ແລະ ມີຄວາມກ້າວໜ້າ
ການເງິນ ແມ່ນຈະໄດ້ເງິນເຂົ້າມາຢ່າງວ່ອງໄວ ແຕ່ຈະເສຍເງິນໂດຍບໍ່ທັນຕັ້ງໂຕ ແຕ່ກໍຍັງພໍຈະມີເຫຼືອເກັບຢູ່ດ້ວຍ
ຄວາມຮັກ ຖ້າຢາກມີສະເໜ່ ແລະ ມີຄວາມສົມຫວັງດ້ານຄວາມຮັກ ຈະຕ້ອງປັບປ່ຽນໃນເລື່ອງຂອງການແຕ່ງຕົວໃນໄລຍະນີ້ ກໍຈະເຮັດໃຫ້ຕົນເອງນັ້ນມີໂຊກ ແລະ ມີສະເໜ່ຫຼາຍຂຶ້ນ ມີໂອກາດພົບຄູ່ຄອງ ກໍເປັນໄປໄດ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີມ້ວງ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ເຖິງເວລາທີ່ຈະໄດ້ຮັບຜົນລາງວັນໃນເລື່ອງຂອງການທຸ້ມເທດ້ານການງານມາດົນແລ້ວກັບຄວາມສຳເລັດ ຄຳຊົມເຊີຍ ແລະ ຜົນກຳໄລທີ່ໜ້າພໍໃຈ
ການເງິນ ລາຍຈ່າຍມີຫຼາຍເປັນພິເສດຫຼືລ້ຽງບໍ່ໄດ້ ແຕ່ກໍຫາໄດ້ຢ່າງວ່ອງໄວ ຫຼື ມີດວງໃນການສ່ຽງໂຊກ
ຄວາມຮັກ ພົບຮັກກັບຄົນທີ່ມີສະເໜ່ຫຼາຍໆ ເປັນຄົນທີ່ມີອາຍຸຂ້ອນຂ້າງຕ່າງກັນ ທ່ານຈະນຳຄວາມຮັກ ແລະ ຄວາມປາດຖະໜາດີ ແລະ ຄວາມສຸກສົມຫວັງມາສູ່ທ່ານ
ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ
ສີມຸງຄຸນ ສີດໍາ
ເລກນຳໂຊກ 8