"ບໍ່ມີວັນຈາກ" ຮູບເງົາ Sci-Fi ສະຫຍອງຂວັນ ເລື່ອງຫຼ້າສຸດຂອງລາວ ທີ່ຄໍໜັງຫ້າມພາດຢ່າງເດັດຂາດ

ບໍ່ມີວັນຈາກ (The Long Walk) ຮູບເງົາສະຫຍອງຂວັນໄຊໄຟ (sci-fi) ເລື່ອງທຳອິດຂອງລາວ ຈາກຜູ້ກຳກັບ ແມັດຕີ້ ໂດ ເຊິ່ງມີຜົນງານທີ່ຜ່ານມາແມ່ນຮູບເງົາເລື່ອງ "ນ້ອງຮັກ" (2016) ແລະ "ຈັນທະລີ" (2012).
ເນື້ອເລື່ອງຂອງຮູບເງົາແມ່ນເວົ້າເຖິງ ຊາຍຊະລາຄົນໜຶ່ງເຊິ່ງມີຄວາມສາມາດຕິດຕໍ່ກັບວິນຍານໄດ້ ຕອນຍັງນ້ອຍລາວໄດ້ພົບກັບວິນຍານຂອງຜູ້ຍິງຄົນໜຶ່ງທີ່ສາມາດພາລາວໄປອະນາຄົດ ແລະ ຍ້ອນກັບໄປໃນອະດີດໄດ້ ໂດຍສະເພາະໃນເລື່ອງແມ່ນລາວໄດ້ຍ້ອນກັບໄປໃນອະດີດ 50 ປີກ່ອນທີ່ຕອນນັ້ນແມ່ຂອງລາວກຳລັງປ່ວຍ ແລະ ທົນເຈັບປວດຈາກພະຍາດ.
ບໍ່ມີວັນຈາກ ໄດ້ເລີ່ມດຳເນີນການສ້າງມາຕັ້ງແຕ່ປີ 2016 ກ່ອນທີ່ຈະມີການເດີນສາຍເຂົ້າສາຍຕາມເທດສະການຮູບເງົາຕ່າງໆໃນທົ່ວໂລກ ເປັນຕົ້ນກໍແມ່ນ ເວນິສ ອິຕາລີ, ໂຕຣອນໂຕ ແຄນາດາ, ປູຊານ ເກົາຫຼີໃຕ້ ແລະ ໂຕກຽວ ປະເທດຍີ່ປຸ່ນ.
ພິເສດກໍຄື ໃນເທດສະການຮູບເງົາສະຫຍອງຂວັນບຣູກລິນ (Brooklyn Horror Film Festival) ເມື່ອປີ 2019, ບໍ່ມີວັນຈາກ ສາມາດຄວ້າໄດ້ 2 ລາງວັນຄື: ລາງວັນນັກສະແດງຊາຍດີເດັ່ນ ໄດ້ແກ່ "ຊຽງຍານ ຈັນທະລັງສີ" ແລະ ລາງວັນກຳກັບພາບດີເດັ່ນ ເຊິ່ງເປັນຂອງ "Matthew Macar".
ແລະ ໃນເທດສະການຮູບເງົາຢູ່ສະເປນ ແລະ ເປີໂຕຣິໂກ, ແມັດຕີ ໂດ ກໍໄດ້ຮັບລາງວັນຜູ້ກຳກັບຮູບເງົາດີເດັ່ນ ລວມທັງ ປໍ ສີລັດສາ ຜູ້ຮັບບົດເດັກຊາຍ ເຊິ່ງເປັນນັກສະແດງນຳຂອງເລື່ອງ ກໍໄດ້ຮັບລາງວັນນັກສະແດງນຳດີເດັ່ນຈາກເທດສະການຮູບເງົາຢູ່ຟິລິບປິນອີກດ້ວຍ.
ຄວາມແປກໃໝ່ໃນຮູບເງົາລາວ
ເວົ້າໄດ້ວ່າເປັນຮູບເງົາລາວເລື່ອງທຳອິດທີ່ມີເນື້ອເລື່ອງທີ່ແປກໃໝ່ ເນື່ອງຈາກເປັນຮູບເງົາແບບ Sci-Fi ເຊິ່ງເຫດການເກີດຂຶ້ນໃນອະນາຄົດ ປີ 2065 ທີ່ແຝງໄປດ້ວຍເງື່ອນງຳ ອຳພາງຫຼາຍອັນ ແລະ ຕິດພັນກັບຄວາມເຊື່ອຂອງຄົນລາວ ເຊິ່ງຜູ້ກຳກັບ ແມັດຕີ້ ໂດ ແລະ ຕັອດ ລີນ້າ ໜຶ່ງໃນນັກສະແດງນຳ ເຄີຍກ່າວໄວ້ໃນເທດສະການຮູບເງົາ Giornate degli AUTORI ທີ່ເມືອງເວນິສ ປະເທດອິຕາລີວ່າ ຮູ້ສຶກດີໃຈທີ່ສຸດ ແລະ ມັນເຕັມໄປດ້ວຍຄວາມຕື້ນຕັນ ທີ່ໄດ້ນຳສະເໜີຫຼາກຫຼາຍມຸມມອງ, ຄວາມເຊື່ອ, ການດຳລົງຊີວິດ ທີ່ຕິດພັນກັບວັດທະນະທຳ, ປະເພນີ ຂອງຄົນລາວ ໃນເວທີຮູບເງົາລະດັບສາກົນ.
ການປະສົມປະສານລະຫວ່າງຄວາມເຊື່ອ ແລະ ການດຳລົງຊີວິດຂອງຄົນລາວເຂົ້າກັບເລື່ອງຂອງຄວາມລໍ້າຍຸກໃນອະນາຄົດ ຈຶ່ງເປັນສິ່ງໜຶ່ງທີ່ໜ້າສົນໃຈຫຼາຍໃນ ບໍ່ມີວັນຈາກ ເພາະທັງສອງຢ່າງນີ້ເປັນເລື່ອງທີ່ເວົ້າໄດ້ວ່າກົງກັນຂ້າມກັນ ແຕ່ ບໍ່ມີວັນຈາກ ສາມາດມັດທັງສອງຢ່າງນີ້ເຂົ້າກັນຈົນເຮັດໃຫ້ຜູ້ຊົມຕ້ອງໄດ້ຈົດຈໍ່ກັບລາຍລະອຽດຂອງເລື່ອງຈົນລືມໄປວ່າ ເລື່ອງຂອງວິນຍານ ແລະ ວິທະຍາສາດເປັນສິ່ງທີ່ແຕກຕ່າງກັນແບບສຸດຂົ້ວ.
ໃນເລື່ອງນີ້ເຮົາຈະໄດ້ເຫັນການດຳລົງຊີວິດຂອງຄົນລາວໃນເຂດຊົນນະບົດທີ່ຍັງອາໄສຢູ່ແບບເພິ່ງພາທຳມະຊາດ ໃນຂະນະທີ່ເວລາຜ່ານໄປອີກ 50 ປີ (ປີ 2065) ສະພາບແວດລ້ອມຂອງສາກຫຼັງຂອງເລື່ອງກໍບໍ່ໄດ້ປ່ຽນແປງໄປເລີຍ ທີ່ເພີ່ມເຂົ້າມາກໍມີພຽງແຕ່ຄວາມລໍ້າຍຸກບໍ່ວ່າຈະເປັນການຈ່າຍເງິນແບບດິຈິຕອນ, ອຸປະກອນມືຖືທີ່ຝັງລົງໃນແຂນ ແລະ ສະແດງຜົນເທິງຜິວໜັງໄດ້ ລວມທັງເຄື່ອງໃຊ້ໄຟຟ້າອຳນວຍຄວາມສະດວກຕ່າງໆ.
ຄຽງຄູ່ກັນກໍແມ່ນເລື່ອງຂອງຄວາມເຊື່ອ ໂດຍສະເພາະກ່ຽວກັບຊີວິດຫຼັງຄວາມຕາຍ, ພິທີການສົ່ງສະການທັງແບບເຜົາ ແລະ ແບບຝັງ ເຊິ່ງແຕ່ລະອັນກໍມີຄວາມເຊື່ອທີ່ຕ່າງກັນ.
ສຳລັບໃຜທີ່ມັກເລື່ອງລາວທີ່ມີຄວາມຊັບຊ້ອນ ແບບຍ້ອນເວລາກັບໄປກັບມາ ຮູບເງົາລາວເລື່ອງນີ້ເປັນເລື່ອງທີ່ເຈົ້າບໍ່ຄວນພາດຢ່າງເດັດຂາດ ເພາະເວົ້າໄດ້ວ່າເປັນຮູບເງົາໄຊໄຟທີ່ດີທີ່ສຸດຂອງລາວໃນຕອນນີ້ເລີຍກໍວ່າໄດ້.
ສຳລັບນັກສະແດງ ກໍຮັບປະກັນສີມືການສະແດງດ້ວຍນັກສະແດງຊາຍ ຊຽງຍານ - ຍານນະວຸດທິ ຈັນທະລັງສີ ທີ່ຮັບບົດເປັນໂຕເອກຜູ້ດຳເນີນເລື່ອງລາວ ທີ່ໄດ້ຮັບລາງວັນນັກສະແດງຊາຍດີເດັ່ນຈາກເທດສະການຮູບເງົາສະຫຍອງຂວັນບຣູກລິນ ແລະ ຕ໋ອດ ລີນ້າ (ວິລຸນາ ເພັດມະນີ) ເຈົ້າແມ່ນັກສະແດງຮູບເງົາສະຫຍອງຂວັນຂອງລາວທີ່ກາຣັນຕີຜົນງານທີ່ຜ່ານມາເຊັ່ນ: ນ້ອງຮັກ ເມື່ອປີ 2016 ແລະ ໃນປີ 2021 ຍັງຈະມີອີກໜຶ່ງຜົນງານກໍຄື The Signal.
ຮູບເງົາ ບໍ່ມີວັນຈາກ (The Long Walk) ມີກຳນົດເຂົ້າສາຍໃນໂຮງຮູບເງົາຢູ່ລາວໃນວັນທີ 11 ກຸມພາ 2021 ນີ້.
ໂດຍ: ທີມບັນນາທິການ muan.la
ອ້າງອີງ: