ໃຈບົ່ງການໃຫ້ເປັນນັກຮ້ອງ "ໂຊໂລ້" ໜຸ່ມໄຟແຮງກັບເສັ້ນທາງຝັນ ທີ່ໄດ້ມາຍ້ອນຄວາມພະຍາຍາມ

ໂຊໂລ້ໄດ້ໃຫ້ສຳພາດກັບມ່ວນວ່າ "ດ້ວຍການເວລາຜ່ານໄປເປັນເວລາ 6 ປີ ທີ່ຢູ່ນໍາກັນເລີຍເຮັດໃຫ້ທຸກຄົນມີພາລະ ເເລະໜ້າທີ່ທີ່ຕ້ອງໄປຮັບຜິດຊອບຕົນເອງ ເລີຍບໍ່ມີເວລາຈະມາຮ່ວມໂຕກັນ ຈຸດນັ້ນເລີຍເຮັດໃຫ້ໂຊໂລ້ ຈໍາເປັນຕ້ອງລາອອກວົງ X-Army ເພື່ອເດີນຕາມທາງທີ່ຕົນເອງຮັກເເລະ ຝັນໄວ້ໃນໄວເດັກດ້ວຍການເປັນນັກຮ້ອງເຕັມໂຕ ໃນນາມ ZoloX remember ( ໂຊໂລ້ເອັກ ລີເມັມເບີ້) ເເລະໄດ້ປ່ອຍຜົນງານທຳອິດທີ່ມີຊື່ວ່າ "ຈື່ Remeber".
ສຳລັບຜົນງານເພງ "ຈື່" ເຊື່ອວ່າເພງນີ້ຖ້າໃຜໄດ້ຟັງຄົງອິນ ແລະ ມັກຢູ່ບໍ່ໜ້ອຍ ເພາະຜູ້ກ່ຽວທີ່ເເຕ່ງຂຶ້ນມາຈາກຊີວິດຈິງທີ່ໄດ້ເເຍກທາງກັບເເຟນເກົ່າທີ່ຄົບກັນມາໄດ້ 4 ປີ ເເລະ ເພງນີ້ໄດ້ໜຸ່ມເຊິ້ນ ເເກ້ວບຸນພັນ ມາຮ່ວມຮ້ອງໃນບົດເພງນີ້ອີກດ້ວຍ. ນອກຈາກນັ້ນ SionX ທັງຍັງເປັນຄົນທີ່ສ້າງ ZoloX ຂຶ້ນມາດ້ວຍການໃຫ້ໂອກາດໄດ້ເດີນຕາມຝັນ ເເລະ ສະໜັບສະໜຸນ. ຜົນງານເພງຈື່ ເປັນຜົນງານເພງທຳອິດທີ່ໄດ້ຮັບກະແສດີ ໄດ້ນັກສະເເດງທີ່ເປັນ Net Idol ຈາກຝັ່ງປະເທດ "Berry ying" (ເບີລີຫຍິງ) ເປັນນາງເອກ MV ເເລະ ມັນຄືບາດກ້າວຄັ້ງຍິ່ງໃຫຍ່ທີ່ສໍາຄັນສໍາລັບຕົວ ZoloX ເເລະ SionX ເປັນຄົນທີ່ເຮັດໃຫ້ຕົວໂຊໂລ້ມີໄຟ ພ້ອມທີ່ຈະປະເຊີນກັບຄວາມຝັນທີ່ຕ້ອງພິສູດ ເເລະ ຜ່ານຜ່າກັບອຸປະສັກທີ່ຕ້ອງພົບ ເເລະ ບຸກຄົນອີກທ່ານໜຶ່ງທີ່ມີບົດບາດສົ່ງເສີມໃຫ້ໂຊໂລ້ສູ້ເລື່ອງວົງການເຮັດເພງມາຕະຫຼອດນັ້ນຄື ໂຈ່ໂຈ້ ມີລາໂຄ້ ລວມເຖິອ້າຍ Babymax lao100 (Babymax studio) ນັ້ນເອງ ທີ່ເປັນຄົນໃຫ້ໂອກາດໜຸ່ມຄົນນີ້ໄດ້ກັບມາເຮັດເພງອີກຄັ້ງ ດ້ວຍການສະໜັບສະໜຸນການເຮັດເພງ.
ເວົ້າໄດ້ວ່າ ໃຊ້ເວລາເກືອບ 8 ປີເຕັມໆ ໃນການເກັບກ່ຽວປະສົບການໃນເເວດວົງດົນຕີ ເເລະ ສາຍບັນເທີງ ລົ້ມລຸກຄຸກຄານມາຫຼາຍ ເເຕ່ຍ້ອນຄວາມຝັນເເລະຄວາມພະຍາຍາມ ໃຈບົ່ງການທີ່ຈະເປັນນັກຮ້ອງເເລະນັກເເຕ່ງເພງ ເລີຍເກັບກ່ຽວຄວາມຮູ້ມາເລື້ອຍໆ ຈົນສາມາດເຮັດຕາມໃນສິ່ງທີ່ຕົນເອງຕ້ອງການທີ່ຢາກຈະເຮັດໄດ້ ເເລະ ໄວໆນີ້ ວັນທີ 1 ມີນາ 2021 ຈະປ່ອຍ ເພງທີ 2 ຊື່ວ່າເພງ"ຫລົງໃຈ" ທີ່ເວົ້າເຖິງເຫດການທີ່ເຮົາຫລົງໃຈໄປຮັກຄົນໜຶ່ງທີ່ເຂົາບໍ່ໄດ້ຮັກເຮົາ ເເລະ ພາບໃນຫົວຂອງຄົນໜຶ່ງທີ່ຍັງບໍ່ເຄີຍລືມອາດີດຂອງຕົນເອງໄດ້ ເຊິ່ງບົດເພງນີ້ກະເເທກໃຈ ເເລະຕໍາໃຈກັບຫຼາຍໆ ຄົນທີ່ເຈິກັບບັນຫາເຫຼົ່ານີ້ ຢ່າງເເນ່ນອນ ຢໍ້າ ວັນທີ 01/03/2021 ZoloX ປ່ອຍເພງໃໝ່ ທີ່Page ZoloX
ສຸດທ້າຍ, ໂຊໂລ້ ຂໍຝາກທຸກຄົນເຂົ້າໄປຕິດຕາມຜົນງານໄດ້ທີ່ Facebook ສ່ວນຕົວ "Zolox Ratanavong zolo" ເເລະ Page ສ່ວນໂຕ"Zolox remember" ເເລະ Youtube chanel "ZoloX Remember" ເເລະ IG"ZoloX Remember" ເເລະ TikTok" ZoloX Remember"