ອ່ານດວງລາຍວັນປະຈໍາວັນພະຫັດ ທີ 4 ກຸມພາ 2021 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ວາງແຜນລົງມືເຮັດທຸລະກິດໃດໆ ກໍຈະເກີດຄວາມໂຊກດີ ແລະຄວາມສຳເລັດ ແຕ່ກໍຕ້ອງລະວັງເລື່ອງຂອງສຸຂະພາບດ້ວຍເຊັ່ນກັນ
ການເງິນ ຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ໃນໄລຍະນີ້ ບໍ່ໂດດເດັ່ນ ແຕ່ກໍບໍ່ເດືອດຮ້ອນໃດໆ
ຄວາມຮັກ ໂຊກດີ ມີໂຊກໃນເລື່ອງຂອງຄວາມຮັກກັບຄົນຮູ້ໃຈທີ່ຕົນເອງຈະໄດ້ພົບໃນໄລຍະນີ້
ເຄື່ອງມຸງຄຸນ ຫິນນໍາໂຊກ
ສີມຸງຄຸນ ສີແດງ
ເລກນຳໂຊກ 8
ຄົນເກີດວັນຈັນ
ການງານ ການເຈລະຈາດ້ວຍຄວາມສະຫຼຽວສະຫຼາດ ຈະນຳພາໂອກາດແລະ ຄວາມສຳເລັດທີ່ດີມາສູ່ຕົນ ແລະ ໂຊກດີທີ່ມີບໍລິວານລໍຖ້າຊ່ວຍເຫຼືອສະເໝີ
ການເງິນ ໃຊ້ຄວາມປະຢັດຮ່ວມຈຶ່ງຈະດີໃນໄລຍະນີ້ ຄວນວາງແຜນການໃຊ້ເງິນຢ່າງຮອບຄອບ
ຄວາມຮັກ ມີຂ່າວດີກ່ຽວກັບເລື່ອງຂອງຄວາມຮັກ ມີໂອກາດພົບຮັກ ພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້
ເຄື່ອງມຸງຄຸນ ສາຍຄໍຄໍາ
ສີມຸງຄຸນ ສີບົວ
ເລກນຳໂຊກ 9
ຄົນເກີດວັນອັງຄານ
ການງານ ຈະຕ້ອງມີການປັບປ່ຽນວິທີການບາງຢ່າງໃນການເຮັດວຽກງານ ທີ່ຈະສ້າງໂອກາດ ແລະ ຄວາມສຳເລັດທີ່ດີມາສູ່ຕົນ
ການເງິນ ຈະຫາເຂົ້າມາໄດ້ຢ່າງຕໍ່ເນື່ອງ ເກີດຄວາມກັງວົນໃຈແດ່ ແຕ່ກໍສາມາດຫາເງິນເຂົ້າມາໄດ້ເພີ່ມຂຶ້ນຕະຫຼອດ
ຄວາມຮັກ ຈະພົບຄົນຜິວຂາວ ສະຫຼຽວສະຫຼາດ ຫຼືພົບຄົນທີ່ມີເກນອາຍຸນ້ອຍກວ່າ ຄວາມຮັກໂດຍພາບທັງຫມົດຈະສຸກສົມຫວັງດີຂຶ້ນເປັນຢ່າງຫຼາຍ
ເຄື່ອງມຸງຄຸນ ຫິນນໍາໂຊກສີບົວ
ສີມຸງຄຸນ ສີນໍ້າຕານ
ເລກນຳໂຊກ 8
ຄົນເກີດວັນພຸດ
ການງານ ໃຊ້ຄວາມຄິດພິຈາລະນາກ່ຽວກັບເລື່ອງຂອງວິທີການເຮັດວຽກງານ ແລະ ມີການຕັດສິນໃຈທີ່ກໍໍ່ໃຫ້ເກີດຄວາມກ້າວໜ້າ
ການເງິນ ມີໂຊກຈະໄດ້ເງິນເຂົ້າມາເພີ່ມຫຼາຍຂຶ້ນໃນໄລຍະນີ້ກໍເປັນໄປໄດ້
ຄວາມຮັກ ຈະພົບຄົນເກັ່ງ ຈິງຈັງ ຈິງໃຈ ມີອາຊີບກ່ຽວຂ້ອງກັບການເຈລະຈາ ງານດ້ານບໍລິຫານ ຫຼື ການວາງແຜນທຸລະກິດຕ່າງໆ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 7
ຄົນເກີດວັນພະຫັດ
ການງານ ມີຄວາມມຸ່ງໝັ້ນຕັ້ງໃຈໃນການສ້າງຜົນງານທີ່ດີຂຶ້ນສະເໝີ ເຮັດວຽກຢ່າງລະອຽດຮອບຄອບ ແຕ່ກໍອາດພົບພາວະກົດດັນຕ່າງໆ ເພີ່ມຂຶ້ນ
ການເງິນ ໂຊກດີ ມີໂຊກຈະໄດ້ເງິນເຂົ້າມາເພີ່ມເຕີມເພີ່ມຂຶ້ນທຸກຄັ້ງໃນໄລຍະນີ້ກໍເປັນໄປໄດ້ນັ້ນເອງ
ຄວາມຮັກ ຈະພົບຄົນເກັ່ງ ຜິວຂາວ ມີຄວາມສາມາດ ມີຊື່ສຽງ ເປັນຄົນທີ່ຕົນເອງຈະຮູ້ສຶກພູມໃຈທີ່ໄດ້ຄົບຫາ
ເຄື່ອງມຸງຄຸນ ແຫວນຄໍາ
ສີມຸງຄຸນ ສີຄຣີມ
ເລກນຳໂຊກ 2
ຄົນເກີດວັນສຸກ
ການງານ ການມີຄວາມລະອຽດຮອບຄອບຈະກໍ່ໃຫ້ເກີດຄວາມສຳເລັດທີ່ໜ້າພໍໃຈ ແຕ່ການຮ່ວມງານກັບບໍລິວານອາດມີບັນຫາ ຄວນເຮັດທຸລະກິດແບບສາຍດ່ຽວຈຶ່ງຈະດີກວ່າໃນໄລຍະນີ້
ການເງິນ ໂຊກດີ ມີໂຊກຈະໄດ້ເງິນກ້ອນໃຫຍ່ເຂົ້າມາ ແຕ່ກໍຕ້ອງຈ່າຍອອກໄປຢ່າງວ່ອງໄວດ້ວຍເຊັ່ນກັນ
ຄວາມຮັກ ຍັງບໍ່ຕັດສິນໃຈເລື່ອງເຫຼົ່ານີ້ ເພາະຢາກຈະມີຄວາມເປັນອິດສະຫຼະໃນການໃຊ້ຊີວິດຫຼາຍກວ່າ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 5
ຄົນເກີດວັນເສົາ
ການງານ ເຮັດຕາມໜ້າທີ່ໃຫ້ດີທີ່ສຸດກໍພໍ ເຖິງແມ່ນຈະເບື່ອແຕ່ກໍພະຍາຍາມເຮັດໃຫ້ເກີດຄວາມສຳເລັດ
ການເງິນ ຢູ່ໃນເກນຊົງຕົວ ໃນໄລຍະນີ້ໃຊ້ຄວາມປະຢັດຮ່ວມນຳຈຶ່ງຈະດີ
ຄວາມຮັກ ຕ້ອງການທີ່ຈະໄດ້ເພື່ອນຄູ່ຄິດ ຫຼາຍກວ່າທີ່ຈະຫາຄວາມຮັກດ້ວຍອາລົມທີ່ມັກຮັກຫຼາຍກ່ອນ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີມ່ວງ
ເລກນຳໂຊກ 1