ວັນສຸກ ທີ 29 ກັນຍາ 2023

ທີພລັດ (TPLUS) ແລະ Borussia Dortmund ຈັບມືກັນມອບສິ່ງດີໆແກ່ແຟນໆທີມເຫຼືອງ-ດໍາໃນລາວ

ທີພລັດ (TPLUS) ແລະ Borussia Dortmund ຈັບມືກັນມອບສິ່ງດີໆແກ່ແຟນໆທີມເຫຼືອງ-ດໍາໃນລາວ
S! Muan

ສະໜັບສະໜູນເນື້ອຫາ

ວຽງຈັນ, ວັນທີ 2 ກຸມພາ 2020: ທີພລັດ (TPLUS) ແມ່ນເຄືອຂ່າຍໂທລະສັບມືຖືຊັ້ນແນວໜ້າໃນ ສປປ ລາວ, ຮູ້ຈັກກັນດີໃນນາມເບີຫຼັກ 7. ເພື່ອເປັນການມອບໂອກາດ ແລະ ປະສົບການດີໆໃຫ້ແກ່ລູກຄ້າ. ທີພລັດໄດ້ຈັບມືກັບສະໂມສອນໂບຣັດຊີອາ ດ໋ອດມູນ (Borussia Dortmund) ສະໂມສອນລະດັບຕໍານານຈາກລີກບຸນເດສລີກ້າປະເທດເຢຍລະມັນ. ການຈັບມືກັນຄັງນີ້ຈະເປີດໂອກາດໃຫ້ແຟນໆຊາວລາວສາມາດຕິດຕາມຂ່າວຄາວ, ພາບຂ່າວ ແລະ ກິດຈະກໍາຕ່າງໆ ລວມເຖິງການສົ່ງຄໍາທັກທາຍຈາກນັກກີລາຂອງດ໋ອດມູນເຖິງແຟນໆໃນປະເທດລາວ.

ພວກເຮົາ ເຄືອຂ່າຍທີພລັດ (TPLUS) ຮູ້ສຶກເປັນກຽດ ແລະ ພູມໃຈທີ່ຈະໄດ້ເປັນເຄືອຂ່າຍບຸລິມະສິດໃນການມອບໂອກາດສຸດພິເສດໃຫ້ແກ່ແຟນໆດ໋ອດມູນໃນ ສປປ ລາວໃຫ້ສາມາດເຂົ້າເຖິງ ແລະ ສໍາພັດກັບປະຫວັດອັນຍິ່ງໃຫຍ່-ຍາວນານຂອງທີມ, ຮ່ວມຊື່ນຊົມຜູ້ຫຼິ້ນລະດັບໂລກໃນທີມ, ພ້ອມໆກັບຮ່ວມຕິດຕາມເລື່ອງລາວຂອງການກ້າວຂິ້ນເປັນແຊັມປຽນຂອງສະໂມສອນດ໋ອດມູນ ແລະ ອື່ນໆ.

ແຟນໆຊາວລາວຈະໄດ້ຮັບ ແລະ ສໍາຜັດປະສົບການ ການເປັນແຟນຄລັບລະດັບພຣີເມຍຂອງສະໂມສອນ ໂບຣັດຊີອາ ດ໋ອດມູນ. ຍັງບໍ່ໝົດເທົ່ານັ້ນ, ພວກເຮົາເຄືອຂ່າຍທີພລັດຍັງມີອີກຫຼາຍໆກິດຈະກໍາທີ່ຈະທະຍອຍສົ່ງອອກມາເພື່ອເອົາໃຈແຟນໆຂອງເຄືອຂ່າຍພວກເຮົາ.

ສີເຫຼືອງ-ດໍາ ຖືເປັນສີທາງການຂອງເຄືອຂ່າຍທີພລັດ ແລະ ສະໂມສອນດ໋ອດມູນ, ສີຖືເປັນສັນຍາລັກສຸດພິເສດຂອງການຮ່ວມມືກັນລະຫວ່າງສອງອົງກອນ. ໃນ ສປປ ລາວ ສະໂມສອນດ໋ອດມູນເປັນທີ່ຮູ້ຈັກກັນດີໃນສົມຍານາມຂອງເສືອແຫ່ງລີກບຸນເດສລີກ້າເຢຍລະມັນ ເນື່ອງຈາກທັກສະໃນການຫຼິ້ນ ແລະ ຄວາມເປັນມືອາຊີບຂອງທີມເທິງສະໜາມແຂ່ງ, ມາພ້ອມກັບຊຸດແຕ່ງກາຍເຫຼືອງ-ດໍາອັນເປັນເອກະລັກ. ໃນຂະນະດຽວກັນ ສີເຫຼືອງ-ດໍາ ກໍ່ເປັນສະເໝືອນສັນຍາລັກອັນໂດດເດັ່ນຂອງ ເຄືອຂ່າຍທີພລັດ/ເບີຫຼັກ 7, ຮູ້ຈັກກັນໂດຍທົ່ວໄປວ່າເປັນເສືອແຫ່ງວົງການໂທລະຄົມໃນ ສປປ ລາວ. ສີເຫຼືອງ-ດໍາ ເປັນສີທີ່ຈື່ໄດ້ງ່າຍ, ເປັນສັນຍາລັກຂອງຄວາມແຂງແກ່ນ ແລະ ການຮ່ວມມືອັນຊົງພະລັງທີ່ຈະຊ່ວຍນໍາພາແຮງບັນດານໃຈມາສູ່ຄົນລາວຮຸ່ນໃໝ່-ບັນດາແຟນໆຂອງເຄື່ອຂ່າຍທີພລັດ ແລະ ແຟນໆຂອງສະໂມສອນດ໋ອດມູນໃນ ສປປ ລາວ.

ທ່ານ ເພັດສະຫວັນ ເຄີນວິໄລ, ຜູ້ອໍານວຍການຂອງບໍລິສັດ ທີພລັດ ດິຈິຕອນຈໍາກັດຜູ້ດຽວໄດ້ໃຫ້ຄໍາເຫັນວ່າ: ໃນນາມຂອງບໍລິສັດ ທີພລັດ/ເບີຫຼັກ 7, ຂ້າພະເຈົ້າມີຄວາມພູມໃຈ ແລະ ເປັນກຽດທີ່ໄດ້ນໍາສະເໜີການຮ່ວມມືກັນລະຫວ່າງເຄືອຂ່າຍຂອງພວກເຮົາ ກັບສະໂມສອນບານເຕະຊັ້ນນໍາຈາກປະເທດເຢຍລະມັນ ກໍ່ຄື ສະໂມສອນໂບຣັດຊີອາ ດ໋ອດມູນ, ຂ້າພະເຈົ້າຫວັງຢ່າງຍິ່ງວ່າການຈັບມືກັນຂອງພວກເຮົາໃນຄັ້ງນີ້ຈະກາຍເປັນຮາກຖານສໍາຄັນທີ່ຈະຊ່ວຍສ້າງຄວາມເປັນໄປໄດ້ໃນການພັດທະນາກີລາບານເຕະ ແລະ ນັກກີລາບານເຕະໃນ ສປປ ລາວ ໄປຕັ້ງແຕ່ລະດັບໜຸ່ມນ້ອຍ. ສິ່ງທີ່ກ່າວມານີ້ຖືວ່າເປັນຂໍ້ຄວາມອັນດີສົ່ງຕົງເຖິງແຟນໆຂອງໂບຣັດຊີອາ ດ໋ອດມູນ (BVB) ໃນ ສປປ ລາວ ໂດຍສະເພາະແມ່ນບັນດາເຍົາວະຊົນຄົນຮຸ່ນໃໝ່ເພື່ອໃຫ້ເຂົາເຈົ້າຮັບຮູ້ວ່າ ເຄືອຂ່າຍທີພລັດຂອງພວກເຮົາຮູ້ສຶກຍິນດີສະເໝີທີ່ໄດ້ມອບໂອກາດ ແລະ ປະສົບການສຸດພິເສດແກ່ບັນດາທ່ານທີ່ເຊື່ອໝັ້ນ ແລະ ເປັນແຟນຄລັບເຄືອຂ່າຍທີພລັດຂອງພວກເຮົາ.

ນອກຈາກນີ້ ທ່ານ ເພັດສະຫວັນ ເຄີນວິໄລ ຍັງໄດ້ກ່າວເພີ່ມເຕີມອີກວ່າ: ການຈັບມືກັບສະໂມສອນໂບລັດຊີອາ ດ໋ອດມູນເປັນພຽງສ່ວນໜື່ງຂອງບັນດາກິດຈະກໍາດີໆ ຈາກເຄືອຂ່າຍຂອງພວກເຮົາ, ໃນຄວາມຈິງແລ້ວພວກເຮົາຍັງມີກິດຈະກໍາອື່ນໆດີໆອີກຫຼາຍຢ່າງທີ່ພວກເຮົາກໍາລັງວາງແຜນຈະມອບໃຫ້ແກ່ລູກຄ້າຂອງພວກເຮົາຕະຫຼອດທັງປີ.

ພ້ອມນີ້ກໍາມະການຜູ້ຈັດການຂອງສະໂມສອນໂບຣັດຊີອາ ດ໋ອດມູນ ປະຈໍາພາກພື້ນອາຊີປາຊິຟິກ, ທ່ານ Suresh Letchmanan ໄດ້ກ່າວເສີມວ່າ: “ພວກເຮົາຮູ້ສຶກປະທັບໃຈວິທີການສົ່ງເສີມກີລາບານເຕະຂອງທີພລັດ ແລະ ຂໍສະແດງຄວາມຍິນດີທີ່ທາງເຄືອຂ່າຍມີການພັດທະນາຂະຫຍາຍໂຕ ກາຍເປັນແບຼນທີ່ມີນະວັດຕະກໍາ ແລະ ເປັນທີ່ໜ້າຈັບຕາໃນເວທີທຸລະກິດດ້ານໂທລະຄົມຢ່າງວ່ອງໄວ”. “ທີ່ສໍາຄັນອີກຄື ສີເຫຼືອງ-ດໍາຕ່າງກໍ່ເປັນສັນຍາລັກຂອງທັງເຄືອຂ່າຍທີພລັດ ແລະ ສະໂມສອນພວກເຮົາ ເຊິ່ງກໍ່ແນ່ນອນວ່າມັນເປັນອົງປະກອບທີ່ເໝາະກັນທີ່ສຸດກັບພວກເຮົາ ໂບຣັດຊີອາ ດ໋ອດມູນ (BVB)”. ສະນັ້ນໃນໂອກາດນີ້ຂາພະເຈົ້າຂໍໃຊ້ຄໍາວ່າ ຍິນດີຕ້ອນຮັບເຂົ້າສູ້ການເປັນຄອບຄົວດຽວກັນກັບພວກເຮົາໂບຣັດຊີອາ ດ໋ອດມູນ (BVB).

Advertisement Replay Ad
ທີພລັດ (TPLUS) ແລະ Borussia Dortmund ຈັບມືກັນມອບສິ່ງດີໆແກ່ແຟນໆທີມເຫຼືອງ-ດໍາໃນລາວ

ທີພລັດ (TPLUS) ແລະ Borussia Dortmund ຈັບມືກັນມອບສິ່ງດີໆແກ່ແຟນໆທີມເຫຼືອງ-ດໍາໃນລາວ

Lao Toyota F.C. ດຶງ “ຊານະ ມະນີຜົນ” ຮ່ວມທີມ ລຸ້ນແຊ້ມລີກສູງສຸດຂອງປະເທດ

Lao Toyota F.C. ດຶງ “ຊານະ ມະນີຜົນ” ຮ່ວມທີມ ລຸ້ນແຊ້ມລີກສູງສຸດຂອງປະເທດ

ບົດສຳພາດສຸດພິເສດ: ຮູ້ຈັກ "ຊານະ ມະນີຜົນ" ນັກເຕະຈາກຫຼວງພະບາງທີ່ມາແຮງ ໃນ 24 ຂໍ້ນີ້

ບົດສຳພາດສຸດພິເສດ: ຮູ້ຈັກ "ຊານະ ມະນີຜົນ" ນັກເຕະຈາກຫຼວງພະບາງທີ່ມາແຮງ ໃນ 24 ຂໍ້ນີ້

ຈັດເຕັມ! ເປີດແຂ່ງອີສະປອດຊີງແຊ້ມປະເທດລາວ 2020 ຊຸກຍູ້ນັກກີລາລາວກຽມຊີງໄຊໃນພາກພື້ນ-ສາກົນ

ຈັດເຕັມ! ເປີດແຂ່ງອີສະປອດຊີງແຊ້ມປະເທດລາວ 2020 ຊຸກຍູ້ນັກກີລາລາວກຽມຊີງໄຊໃນພາກພື້ນ-ສາກົນ

ຕິດເຊື້ອແບບບໍ່ມີອາການ! ດາວເຕະມ້າລາຍ "ໂຣນັນໂດ້" ຕິດໂຄວິດ-19

ຕິດເຊື້ອແບບບໍ່ມີອາການ! ດາວເຕະມ້າລາຍ "ໂຣນັນໂດ້" ຕິດໂຄວິດ-19

ນີ້ແມ່ນເຫດຜົນທີ່ເຮົາຄວນມາ #ແລ່ນເພື່ອນ້ອງ2020 ຫຼາຍກວ່າໄປແລ່ນຕາມຄົນທີ່ເຂົາບໍ່ມີໃຈໃຫ້ເຮົາ

ນີ້ແມ່ນເຫດຜົນທີ່ເຮົາຄວນມາ #ແລ່ນເພື່ອນ້ອງ2020 ຫຼາຍກວ່າໄປແລ່ນຕາມຄົນທີ່ເຂົາບໍ່ມີໃຈໃຫ້ເຮົາ

ແນວຄົນມັນຮັກ! ໂຣນັນໂດ້ ສາຍເປຊື້ແຫວນເພັດໃຫ້ແຟນສາວ ຂໍບອກລາຄາແພງສຸດໃນໝູ່ນັກເຕະ

ແນວຄົນມັນຮັກ! ໂຣນັນໂດ້ ສາຍເປຊື້ແຫວນເພັດໃຫ້ແຟນສາວ ຂໍບອກລາຄາແພງສຸດໃນໝູ່ນັກເຕະ

ສິ່ງທີ່ຄວນຮູ້ ເມື່ອ "ລີໂອເນລ ເມດຊີ" ແຈ້ງບາຊາຂໍຍ້າຍທີມ ຊັອກແຟນບານທົ່ວໂລກ

ສິ່ງທີ່ຄວນຮູ້ ເມື່ອ "ລີໂອເນລ ເມດຊີ" ແຈ້ງບາຊາຂໍຍ້າຍທີມ ຊັອກແຟນບານທົ່ວໂລກ

ສ່ອງຄວາມລວຍອາພາດເມັນຫຼູໃນດູໄບຂອງ "ໂຣເຈີ ເຟເດິເຣີ" ນັກກີລາລວຍທີ່ສຸດໃນໂລກປີ 2020

ສ່ອງຄວາມລວຍອາພາດເມັນຫຼູໃນດູໄບຂອງ "ໂຣເຈີ ເຟເດິເຣີ" ນັກກີລາລວຍທີ່ສຸດໃນໂລກປີ 2020

ເປັນຫຍັງແຟນຄລັບຂອງ “ລິເວີພູ (Liverpool) ແລະ ແມນຢູ (Man U)” ຄືບໍ່ຖືກກັນ?

ເປັນຫຍັງແຟນຄລັບຂອງ “ລິເວີພູ (Liverpool) ແລະ ແມນຢູ (Man U)” ຄືບໍ່ຖືກກັນ?

ນັກໄຕຣກີລາສາວຖືກ 'ຂົ່ມເຫງ' ຈົນນຳໄປສູ່ການຈົບຊີວິດຂອງໂຕເອງ ສະເທືອນວົງການກີລາເກົາຫຼີໃຕ້

ນັກໄຕຣກີລາສາວຖືກ 'ຂົ່ມເຫງ' ຈົນນຳໄປສູ່ການຈົບຊີວິດຂອງໂຕເອງ ສະເທືອນວົງການກີລາເກົາຫຼີໃຕ້

ລໍຄອຍມາເຖິງ 30 ປີ ແລະ ໃນທີ່ສຸດ "LIVERPOOL" ກໍຄວ້າໄດ້ໄຊຊະນະທີ່ຍິ່ງໃຫຍ່!

ລໍຄອຍມາເຖິງ 30 ປີ ແລະ ໃນທີ່ສຸດ "LIVERPOOL" ກໍຄວ້າໄດ້ໄຊຊະນະທີ່ຍິ່ງໃຫຍ່!

ເສິກໃຫຍ່ໃນລາລີກາ: ບາເຊໂລນາ ກຽມພົບ ເຊບິຢາ ທ້າຍອາທິດນີ້

ເສິກໃຫຍ່ໃນລາລີກາ: ບາເຊໂລນາ ກຽມພົບ ເຊບິຢາ ທ້າຍອາທິດນີ້

ລວມ 10 ນັກເຕະທີ່ໄວທີ່ສຸດໃນ LaLiga ສະເປນ ໃນລະດູການ 2019/20

ລວມ 10 ນັກເຕະທີ່ໄວທີ່ສຸດໃນ LaLiga ສະເປນ ໃນລະດູການ 2019/20

ແຟນບານກຽມໂຕ ພຣີເມຍລີກ ກັບມາແຂ່ງຂັນອີກຄັ້ງ

ແຟນບານກຽມໂຕ ພຣີເມຍລີກ ກັບມາແຂ່ງຂັນອີກຄັ້ງ

ລາວອີ-ສະປອດ ເປີດຮັບສະໝັກບຸກຄະລາກອນ ກຽມສ້າງເປັນຄູຝຶກ ແລະ ກໍາມະການຕັດສິນອາຊີບ

ລາວອີ-ສະປອດ ເປີດຮັບສະໝັກບຸກຄະລາກອນ ກຽມສ້າງເປັນຄູຝຶກ ແລະ ກໍາມະການຕັດສິນອາຊີບ

"ຊຽງຂວາງ ເກມ" ຈະເກີດ ຫຼື ບໍ່? ຮູ້ຜົນທ້າຍເດືອນມິຖຸນານີ້

"ຊຽງຂວາງ ເກມ" ຈະເກີດ ຫຼື ບໍ່? ຮູ້ຜົນທ້າຍເດືອນມິຖຸນານີ້

ບໍ່ລອດ "ເອຟຊີ ໂຊລ" ຖືກໃໝ 730 ລ້ານກີບ ຍ້ອນໃຊ້ "ຕຸກກະຕາຢາງ" ແທນຜູ້ຊົມ ຊີ້ດູໝິ່ນກຽດແຟນບານເພດຍິງ

ບໍ່ລອດ "ເອຟຊີ ໂຊລ" ຖືກໃໝ 730 ລ້ານກີບ ຍ້ອນໃຊ້ "ຕຸກກະຕາຢາງ" ແທນຜູ້ຊົມ ຊີ້ດູໝິ່ນກຽດແຟນບານເພດຍິງ

ສຕລ ລົງມືກໍ່ສ້າງ ແລະ ສ້ອມແປງໂຄງລ່າງພື້ນຖານສະໜາມກີລາຈາກທຶນຊ່ວຍເຫຼືອຂອງ FIFA

ສຕລ ລົງມືກໍ່ສ້າງ ແລະ ສ້ອມແປງໂຄງລ່າງພື້ນຖານສະໜາມກີລາຈາກທຶນຊ່ວຍເຫຼືອຂອງ FIFA

ວົງການບານເຕະຮູ້ ຫຼື ຍັງ? ພຣີເມຍລີກແຈ້ງຜົນກວດ ຜູ້ຕິດເຊື້ອໂຄວິດ ມີ 6 ຄົນ ຈາກ 748 ຄົນ!

ວົງການບານເຕະຮູ້ ຫຼື ຍັງ? ພຣີເມຍລີກແຈ້ງຜົນກວດ ຜູ້ຕິດເຊື້ອໂຄວິດ ມີ 6 ຄົນ ຈາກ 748 ຄົນ!

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ