ບໍ່ຟັງບໍ່ໄດ້ແລ້ວ! ສົ່ງຕໍ່ຄວາມເຈັບແບບຈຸກໆຜ່ານເພງ "ເກັບແຕ້ມ" ຂອງໜຸ່ມ ແຈັກກີ້ The Voice

ຟັງກັນແລ້ວຫຼື ຍັງ? ຜົນງານເພງໃໝ່ ທີ່ກຳລັງມາແຮງ ແລະເປັນທີ່ນິຍົມໃນໄວລຸ້ນ ສາຍ K-Pop ໃນເພງ "ເກັບແຕ້ມ" ຂອງໜຸ່ມແຈັກກີ້ The Voice ກາຍເປັນເພງຮິດທີ່ເວົ້າເຖິງຢ່າງເປັນວົງກວ້າງ. ສຳລັບແຈັກກີ້ແລ້ວເພງຄືສ່ວນໜຶ່ງໃນຊີວິດຈິດໃຈ ໜຸ່ມແຈັກກີ້ເປັນຄົນມັກຮ້ອງເພງຕັ້ງແຕ່ຕອນຍັງນ້ອຍ ແຕ່ສ່ວນໂຕເປັນຄົນຂີ້ອາຍ ແລະ ບໍ່ກ້າສະແດງອອກ. ແຕ່ຫລັງຈາກໄດ້ເຫັນລຸ້ນອ້າຍສິນລະປິນຫລາຍຄົນ ເຮັດອອກມາໄດ້ດີ ແລະ ມີຄວາມເທ້ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ໜຸ່ມແຈັກກີ້ເລີ່ມສຶກສາການຮ້ອງເພງຢ່າງຈິງຈັງໃນປີ 2014-2015 ຈົນເຖິງປັດຈຸບັນ.
ພິເສດ ແຈັກກີ້ໄດ້ໃຫ້ສຳພາດກັບມ່ວນວ່າ "ແຮງບັນດານໃຈທີ່ແຕ່ງເນື້ອເພງຂອງເພງເກັບແຕ້ມ ແມ່ນເກີດຈາກປະສົບການຈິງ ເພາະແຈັກເອງກໍເປັນຄົນໜຶ່ງທີ່ອ່ອນໄຫວງ່າຍກັບຄວາມຮັກ ແຕ່ມີໄລຍະໜຶ່ງຮູ້ສຶກຄື ອີຫຍັງໆກໍຈະບໍ່ສົມຫວັງຕາມທີ່ເຮົາຫວັງ ເລີຍຖືກເກັບແຕ້ມມາຕະຫຼອດເລີຍແຕ່ງເພງນີ້ຂຶ້ນມາເພື່ອລະບາຍອາລົມຂອງໂຕເອງ." ໃຜຍັງບໍ່ໄດ້ຟັງ ກົດຟັງເລີຍທີ່ວິດີໂອລຸ່ມນີ້.
ຕອນນີ້ເພງນີ້ ກໍກ້າວສູ່ 1 ລ້ານວິວເປັນຮຽບຮ້ອຍ, ບໍ່ພຽງເທົ່າໃດເດືອນເທົ່ານັ້ນ ຂໍສະແດງຄວາມຍິນດີນຳແຈັກກີ້ ແລະ ທີມງານທຸກຄົນ. ການທີ່ເພງ ແນວປັອບ, ສະຕິງ ຫຼືແນວເພງເສົ້າ ໃນປະເທດລາວເຮົາ 1,000,000 ວິວ ເປັນອີ່ຫຍັງທີ່ຫຼາຍ ແລະປະສົບຜົນສຳເລັດ. ເພາະບ້ານເຮົາດຽວນີ້ວິວຈະຫຼາຍແມ່ນເພງທີ່ມີແນວທາງໃຫ້ຄວາມບັນເທີງ ແລະ ແປກໃໝ່ຫຼາຍກວ່າ. ຕອນນີ້ໜຸ່ມແຈັກກີ້ກຳລັງ ຮຽບຮຽງ ແລະ ຫາດົນຕີໃຫ້ເໝາະສົມກັບເພງໃໝ່ທີ່ຊື່ວ່າ "ໃຈແຕກ" ເພື່ອໃຫ້ທຸກຄົນໃນຊົມກັນ ຮັບຮອງວ່າບໍ່ຜິດຫວັງກັນແນ່ນອນ ໄວໆນີ້.
ທີ່ຜ່ານມາແຈັກມີຜົນງານເພງລວມກັນມາທັງໝົດ 4 ເພງ ບໍ່ວ່າຈະເປັນເພງ ຜິດ, ຈົບ, ບອກມາ ແລະ ເກັບແຕ້ມ. ແຕ່ຈະພິເສດສຸດຄືເພງ "ເກັບແຕ້ມ" ແຈັກກີ້ໄດ້ເລົ່າສູ່ຟັງວ່າ: "ຍ້ອນເນື້ອຫາທີ່ແຫວກແນວ ແລະ ດົນຕີທີ່ແປກໃໝ່ ເຊິ່ງປະສົມປະສານກັນອອກມາຢ່າງລົງໂຕ." ຄຳວ່າ"ແຕ້ມ" ໃຜກໍຢາກເກັບ! ແຕ່ເຊື່ອເທາະ ບໍ່ມີໃຜຢາກເປັນຄົນຖືກ"ເກັບ" ເຮົາເປັນພຽງເເຕ້ມທີ່ເຂົາສະສົມມາບໍ່ເຄີຍໃຫ້ເປັນໂຕຈິງໃນສາຍຕາ.
ສຳລັບໃຜຕິດຕາມແຈັກກີ້ຕັ້ງແຕ່ຕອນໄປ The Voice ຢູ່ໄທ ຫຼື ແຟນຄລັບໃໝ່ເປັນກຳລັງໃຈ ແລະ ສະໜັບສະໜຸນໜຸ່ມຄົນນີ້ເດີ້, ເປັນເພງລາວອີກເພງໜຶ່ງທີ່ຟັງທຳອິດແລ້ວຕິດຫູ...ໃຜກໍບອກວ່າມັນມ່ວນເລີຍນີ້ແຫລະ ຟັງແຕ່ມື້ອອກທຳອິດຈົນດຽວນີ້ ກໍຟັງທຸກມື້ ຮູ້ໂຕອີກເທື່ອກະຕິດເພງນີ້ແຮງແລ້ວ. ສາມາດໄປສ່ອງພາບແຈັກກີ້ເພີ້ມເຕີ່ມໄດ້ທີ່ອາລະບໍ້າຮູບລຸ່ມສຸດ.
ສາມາດຕິດຕາມຜົນງານຂອງໜຸ່ມຄົນນີ້ ໄດ້ທີ່ຊ່ອງທາງ:
ເຟສບຸກສ່ວນຕົວ: Jacky Thv Channe Little JK ຫຼື ກົດທີ່ລິ້ງ: https://www.facebook.com/JkTwentyTree
ໄອຈີ: jk.pmmvx ຫຼື ກົດທີ່ລິ້ງ: https://www.instagram.com/jk.pmmvx/
ຢູທູບ: JACKY XIX ຫຼື ກົດທີ່ລິ້ງ: https://www.youtube.com/channel/UCMFnt-i9bU5uleYOmLjKHig
ຂໍຂອບໃຈ
ວີດີໂອ : JACKY XIX