"ອອງ ຊານ ຊູ ຈີ" ແມ່ຍິງຄົນນີ້ແມ່ນໃຜ?

ພາຍຫຼັງທີ່ທະຫານໄດ້ເຂົ້າຈັບກຸມໂຕທ່ານນາງ ອອງ ຊານ ຊູ ຈີ ທີ່ປຶກສາແຫ່ງລັດຂອງມຽນມາ ເມື່ອຕອນເຊົ້າຂອງວັນທີ 1 ກຸມພາ 2021 ກ່ອນທີ່ກອງທັບຈະມີການປະກາດຢຶດອຳນາດ ແລະ ປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ຊື່ຂອງແມ່ຍິງຄົນນີ້ກໍຖືກຄົນທົ່ວໂລກກ່າວເຖິງເປັນວົງກວ້າງ. muan.la ຈະພາໄປຮູ້ຈັກແມ່ຍິງຄົນນີ້ໃຫ້ຫຼາຍຂຶ້ນ.
- ອອງ ຊານ ຊູ ຈີ ນັກການເມືອງຍິງໄວ 75 ປີຜູ້ນີ້ເປັນລູກສາວຂອງ ນາຍພົນ ອອງ ຊານ ວີລະບຸລຸດຜູ້ຕໍ່ສູ້ເພື່ອເອກະລາດ ເຊິ່ງຖືກລອບສັງຫານເມື່ອທ່ານນາງ ຊູ ຈີ ມີອາຍຸໄດ້ພຽງ 2 ປີ ກ່ອນທີ່ມຽນມາຈະໄດ້ຮັບເອກະລາດຈາກອັງກິດໃນປີ 1948
- ທ່ານນາງ ຊູ ຈີ ເຄີຍຖືກຍົກຍ້ອງວ່າເປັນ ຜູ້ນຳດ້ານສິດທິມະນຸດ, ນັກເຄື່ອນໄຫວຜູ້ຢຶດໝັ້ນໃນຫຼັກການ, ຜູ້ຍອມສູນເສຍອິດສະລະພາບ ຖືກກັກຂັງເກືອບ 15 ປີ ໃນລະຫວ່າງປີ 1989 ຫາ 2010 ເພື່ອທ້າທາຍບັນດານາຍພົນຜູ້ໄຮ້ເຊິ່ງຄວາມປານີທີ່ປົກຄອງມຽນມາຫຼາຍທົດສະວັດ.
- ໃນປີ 1991 ທ່ານໄດ້ຮັບລາງວັນໂນເບວສາຂາສັນຕິພາບ ຂະນະທີ່ຖືກຈອງຈຳໃນເຮືອນພັກຂອງຕົນເອງໃນນະຄອນຢ້າງກຸ້ງ ເຊິ່ງໄດ້ຮັບການເຊີດຊູວ່າເປັນ ຕົວຢ່າງທີ່ໂດດເດັ່ນຂອງພະລະກຳລັງຂອງຄົນໄຮ້ອຳນາດ.
- ເດືນອພະຈິກ 2012, ທ່ານໄດ້ນຳພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື ເອັນແອລດີ (NLD) ຊະນະການເລືອກຕັ້ງທົ່ວໄປຢ່າງຖະຫຼົ່ມທະລາຍ ເຊິ່ງຖືເປັນການເລືອກຕັ້ງທົ່ວໄປທີ່ແຂ່ງຂັນກັນຢ່າງເປີດເຜີຍເສລີຄັ້ງທຳອິດໃນຮອບ 25 ປີ, ແຕ່ວ່າລັດຖະທຳມະນູນຂອງປະເທດຂຽນຫ້າມບໍ່ໃຫ້ທ່ານເປັນປະທານາທິບໍດີ ເພາະທ່ານມີບຸດທີ່ຖືສັນຊາດອື່ນ ແຕ່ໃນທາງປະຕິບັດນັ້ນ, ທ່ານຄືຜູ້ນຳປະເທດຕົວຈິງ.
- ຫຼັງເຂົ້າບໍລິຫານປະເທດ, ພາວະຜູ້ນຳຂອງທ່ານຖືກທ້າທາຍດ້ວຍບັນຫາມຸດສະລິມໂຣຮິງຢາທີ່ເປັນຊົນກຸ່ມນ້ອຍຂອງປະເທດ.
- ປີ 2017, ຊາວໂຣຮິງຢານັບແສນຄົນຕ້ອງອົບພະຍົບໄປບັງຄະລາເທດ ພາຍຫຼັງກອງທັບມຽນມາສົ່ງທະຫານເຂົ້າປາບກຸ່ມຕິດອາວຸດທີ່ເຂົ້າໂຈມຕີສະຖານີຕຳຫຼວດຫຼາຍແຫ່ງໃນລັດຢະໄຂ່
- ຜູ້ສະໜັບສະໜຸນທ່ານ ຊູ ຈີ ໃນເວທີສາກົນໃນອະດີດກ່າວຫາທ່ານວ່າ ເມີນເສີຍ ບໍ່ໃສ່ໃຈທີ່ຈະສະກັດກັ້ນການສັງຫານ ແລະ ຂົ່ມຂືນຊາວໂຣຮິງຢາ ທີ່ເກືອບເວົ້າໄດ້ວ່າ ເປັນການຂ້າລ້າງເຜົ່າພັນ ເພາະທ່ານປະຕິເສດທີ່ຈະປະນາມກອງທັບທີ່ຊົງອຳນາດ ແລະ ບໍ່ຍອມຮັບວ່າມີການສັງຫານໝູ່ເກີດຂຶ້ນໃນປະເທດ.
- ເຖິງວ່າຈະປະເຊີນສຽງວິພາກວິຈານຈາກນານາຊາດ, ແຕ່ສຳລັບໃນປະເທດແລ້ວ ທ່ານນາງ ຊູ ຈີ ຍັງໄດ້ຮັບຄວາມນິຍົມເປັນຢ່າງສູງໃນກຸ່ມຊາວພຸດ ທີ່ເປັນປະຊາກອນສ່ວນໃຫຍ່ຂອງປະເທດ.
Advertisement
Replay Ad