ບໍ່ທຳມະດາ! ນຸ ສິງພິພັດ ປະກົບຄູ່ກັບ ນານາ ກຽມປ່ອຍຜົນງານການສະແດງ MV ໃນເພງຈີນຍອດຮິດ!

ບໍ່ເວົ້າເຖິງບໍ່ໄດ້ ສິລະປິນລາວໄວໜຸ່ມ ໜ້າຕາດີ ມີຄວາມສາມາດ ບໍ່ວ່າຈະເປັນການເຕັ້ນ, ການເດີນແບບ, ຖ່າຍແບບ ແລະ ສະແດງ ຕ້ອງຍົກໃຫ້ອີກໜຶ່ງສັງກັດ First Modeling ທີ່ລວມທັບສິລະປິນ ທີ່ມີຄາເລັກເຕີ້, ກ້າສະແດງອອກ ແລະ ຄວາມສາມາດທີ່ເດັ່ນຊັດ. ເຊັ່ນດຽວກັນກັບ ນຸ ສິງພິພັດ ແລະ ນານາ ຈາກ First Modeling. ຫຼ້າສຸດ ທັງ 2 ກໍມີຜົນງານການສະແດງໃນ MV ເພງດັງຍອດຮິດຂອງຈີນ ມ່ວນເລີຍຈະພາເພື່ອນໆໄປຮູ້ຈັກກັບຄູ່ພະນາງກັນແດ່!
ເລີ່ມຈາກ "ນຸ ສິງພິພັດ" ປັດຈຸບັນກໍາລັງສຶກສາຢູ່ ສປ. ຈີນ ສາຂາການຄ້າລະຫວ່າງປະເທດປີສຸດທ້າຍ. ເປັນອີກໜຶ່ງໜຸ່ມທີ່ມ່ວນຢາກໃຫ້ທຸກຄົນໄດ້ຮູ້ຈັກ ເພາະນອກຈາກໜ້າຕາດີແລ້ວຍັງມີຄວາມສາມາດພິເສດໃນດ້ານການເຕັ້ນ, ການຖ່າຍຮູບ, ເປັນນັກກີລາຕີດອກປີກໄກ່ (ຕອນຢູ່ຈີນແມ່ນໄດ້ມີໂອກາດສອນເດັກນ້ອຍຈີນ ຢູ່ສະໂມສອນໜຶ່ງໃນເມືອງທີ່ໄດ້ສຶກສາຢູ່).
ປີ 2016 ທີ່ຜ່ານມາ, ນຸເຄີຍເປັນນັກເຕັ້ນ ເຊິ່ງມີທີມເຕັ້ນທີ່ມີຊື່ທີມວ່າ Sevenknights ມີສະມາຊິກນຳກັນ 7 ຄົນ. ເຊິ່ງໜຸ່ມຄົນນີ້ເປັນໜຶ່ງໃນສະມາຊິກໃນທີມເຕັ້ນນັ້ນ ເຄີຍໄດ້ລາງວັນທີ 1 ຈາກງານເຕັ້ນ K-POP WORLD in LAOS 2016. ເວົ້າໄດ້ວ່າສີມືການເຕັ້ນກໍບໍ່ແມ່ນທຳມະດາ. ສຳລັບຜົນງານທີ່ຜ່ານມາກໍ່ມີຖ່າຍໂຄສະນາ ຮ້ານ Sabaidee Gift Shop ແລະ ຜົນງານການສະແດງກໍ່ມີຮູບເງົາສັ້ນ ຢູ່ໃນງານເທດສະການຮູບເງົາເມືອງແຄນ, ຢູ່ຂອນແກ່ນປະເທດໄທ. ສາມາດຕິດຕາມຜົນງານນຸ ໄດ້ທີ່ Facebook: Nu Singphiphat
ສຳລັບ "ນານາ ພົມມະວົງ" ອາຍຸ 22 ປີ ເລີ່ມຕົ້ນເຂົ້າວົງການ ຕັ້ງແຕ່ປີ 2015-2016 ໄລຍະຕົ້ນໆເລີຍຂອງ First Modeling ເຂົ້າມາໃນນາມນາງແບບ ຮ່ວມປະກວດ First Modeling Model Contest 2016 ໄດ້ລາງວັນ ນາງສາວຜິວງາມ ແລະ ໄດ້ນາງສາວຜິວດີຂອງ Acnes ອີກດ້ວຍ ແລະ ຮ່ວມເດີນລາວແຟຊັນວີກ, ເດີນພົມແດງ ຢູ່ເມືອງຄານ ປະເທດໄທມີການຖ່າຍແບບ ແລະ ຖ່າຍວາລະສານ ແຕ່ຫຼັກໆຄືຈະມາສາຍເດີນແບບ ເພາະສູງ. ສາມາດຕິດຕາມ ຜົນງານ ນານາ ໄດ້ທີ່: Facebook: Nana Phommavong