ອ່ານດວງລາຍວັນປະຈໍາວັນພຸດ ທີ 27 ມັງກອນ 2021 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ມີໂອກາດປັບປ່ຽນໜ້າທີ່ ຕຳແໜ່ງ ຫຼື ສະຖານະການຕ່າງໆ ທີ່ທ່ານຕ້ອງພົບອຸປະສັກຈາກຜູ້ທີ່ເປັນເຈົ້ານາຍເຮັດໃຫ້ອຶດອັດໃຈກໍເປັນໄປໄດ້
ການເງິນ ມີຄວາມໝັ້ນຄົງທາງດ້ານການເງິນດີພໍສົມຄວນ ບໍ່ມີເລື່ອງເດືອດຮ້ອນໃດໆ ເຂົ້າມາລົບກວນຈິດໃຈ
ຄວາມຮັກ ມີໂອກາດພົບໃຜບາງຄົນ ແຕ່ເປັນການເບິ່ງໆ ກັນຫຼາຍກວ່າທີ່ຈະຕັດສິນໃຈ ຕ້ອງແບ່ງເວລາ ຫຼື ໃຫ້ເວລາກັນຫຼາຍຂຶ້ນຈຶ່ງຈະດີ
ເຄື່ອງມຸງຄຸນ ຫິນນໍາໂຊກສີເຫຼືອງ
ສີມຸງຄຸນ ສີຟ້າອ່ອນ
ເລກນຳໂຊກ 1 6
ຄົນເກີດວັນຈັນ
ການງານ ຈະວາງແຜນເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ກ່ຽວກັບເລື່ອງການງານໄດ້ພົບກັບຄວາມກ້າວໜ້າຢ່າງທີ່ຄາດຫວັງ
ການເງິນ ຍັງຢູ່ໃນເກນຊົງຕົວຫຼາຍກວ່າ ແຕ່ກໍສະຫຼຽວສະຫຼາດໃນການໃຊ້ຈ່າຍ ສາມາດທີ່ຈະຜ່ານພົ້ນສະຖານະການການເງິນຂາດມືໄປໄດ້
ຄວາມຮັກ ມີໂອກາດພົບຄູ່ ພົບຄົນທີ່ຖືກໃຈໃນໄລຍະນີ້ ແຕ່ໄລຍະທາງ ຫຼື ເລື່ອງຂອງເວລາຍັງມີໃຫ້ກັນບໍ່ຫຼາຍພໍ
ເຄື່ອງມຸງຄຸນ ແຫວນເງິນ
ສີມຸງຄຸນ ສີຂຽວ
ເລກນຳໂຊກ 5
ຄົນເກີດວັນອັງຄານ
ການງານ ຍັງຢູ່ໃນສະຖານະການທີ່ບໍ່ແນ່ນອນ ໄລຍະນີ້ເປັນການແກ້ໄຂສະຖານະການແບບສະເພາະໜ້າໄປເລື້ອຍໆ
ການເງິນ ມີເລື່ອງທີ່ຕ້ອງຈ່າຍອອກໄປໃນໄລຍະນີ້ ເລື່ອງການໃຊ້ຈ່າຍທີ່ເກີນຄວາມຈຳເປັນ ຫຼື ບໍ່ເກີດປະໂຫຍດກໍຄວນຈະຕັດອອກໄປດ້ວຍ
ຄວາມຮັກ ຄວາມສຳພັນຖືກພັດທະນາໄປຢ່າງດີ ແລະ ລົງຕົວໃນໄລຍະນີ້ ມີໂອກາດສຸກສົມຫວັງກ່ຽວກັບເລື່ອງຄວາມຮັກເປັນຢ່າງຫຼາຍ
ເຄື່ອງມຸງຄຸນ ເພັດສີຂາວ
ສີມຸງຄຸນ ສີສົ້ມ
ເລກນຳໂຊກ 9
ຄົນເກີດວັນພຸດ
ການງານ ມີການປ່ຽນແປງຍົກຍ້າຍການເດີນທາງຂ້ອນຂ້າງເລື້ອຍໆໃນໄລຍະນີ້ ການເຈລະຈາຕໍ່ລອງທາງດ້ານການງານກໍ່ໃຫ້ເກີດໂຊກ
ການເງິນ ມີຄົນອຸປະຖຳທາງດ້ານການເງິນ ຫຼືຈະໄດ້ເງິນໄດ້ໂຊກເພີ່ມເຕີມເຂົ້າມາຫຼາຍຂຶ້ນກໍເປັນໄປໄດ້
ຄວາມຮັກ ຍັງບໍ່ລົງຕົວປານໃດ ເພາະທ່ານຍັງມີພາລະກິດວຸ່ນໆ ຫຼາຍກວ່າທີ່ຈະໃຫ້ຄວາມສຳຄັນດ້ານຄວາມຮັກ
ເຄື່ອງມຸງຄຸນ ໄຂມຸກ
ສີມຸງຄຸນ ສີຂາວ
ເລກນຳໂຊກ 6
ຄົນເກີດວັນພະຫັດ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ຕ້ອງວາງແຜນໃນເລື່ອງຂອງການລົງທຶນໃຫ້ດີ ຕ້ອງຄວບຄຸມຄ່າໃຊ້ຈ່າຍ ແລະ ຄວບຄຸມຕົ້ນທຶນໃຫ້ດີກວ່າທີ່ເປັນຢູ່
ການເງິນ ໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ ໃຊ້ຄວາມປະຢັດແດ່ກໍຈະມີໂຊກ
ຄວາມຮັກ ໂດດເດັ່ນຖ້າຈະພົບໃຜໃນໄລຍະນີ້ຢູ່ໃນເກນຜິວຂາວນັ້ນເອງ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນສຸກ
ການງານ ຈະເຮັດສິ່ງໃດຮ່ວມກັບທີມງານຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ເພາະຮ່ວມມືກັນໄດ້ເປັນຢ່າງດີ
ການເງິນ ຍັງມີຄວາມກັງວົນໃນການໃຊ້ຈ່າຍ ແລະ ການໃຊ້ເງິນຢູ່ໃນໄລຍະນີ້
ຄວາມຮັກ ຢູ່ໃນເກນທີດີ ຈະໄດ້ພົບກັບຄົນຜົວຂາວລາວຈະເປັນຄົນອັດທະຍາໄສດີ ແຕ່ກໍຄວນເບິ່ງກັນໄປກ່ອນ
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີແດງ
ເລກນຳໂຊກ 5 6
ຄົນເກີດວັນເສົາ
ການງານ ຈະເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ຊື່ສຽງຂອງທ່ານຖືກເວົ້າເຖິງໃນທາງທີ່ດີ ຖ້າມີການເດີນທາງໄກຈະກໍ່ໃຫ້ເກີດໂຊກ
ການເງິນ ມີໂຊກຈະໄດ້ເງີນຢ່າງບໍ່ທັນຄາດຝັນ ບໍ່ທັນຕັ້ງຕົວ ແຕ່ຈະຕິດຂັດອຸປະສັກກ່ອນ ແລ້ວຈຶ່ງຈະໄດ້ເຂົ້າມາໃນພາຍຫຼັງນັ້ນເອງ
ຄວາມຮັກ ຍັງເສີຍໆ ໃນເລື່ອງເຫຼົ່ານີ້ຫຼາຍກວ່າ ແມ່ນຈະມີຄົນເຂົ້າມາ ແຕ່ກໍຍັງບໍ່ເລືອກໃຜນັ້ນເອງ
ເຄື່ອງມຸງຄຸນ ເພັດ
ສີມຸງຄຸນ ສີດໍາ
ເລກນຳໂຊກ 9