ໄຂຂໍ້ຂ້ອງໃຈ ທວງໜີ້ຜ່ານ Facebook ຜິດກົດໝາຍ ຫຼື ບໍ່?

ໃນຍຸກ 4G ໃຜກໍມີການຫຼິ້ນ social networks ເກືອບທຸກຄົນ ບໍ່ວ່າຈະເປັນ Facebook, Instagram, Twitter, LINE, WhatsApp, WeChat ເມື່ອຄິດຮອດກັນ ກໍໃຊ້ບັນດາ social networks ທີ່ກ່າວມານັ້ນເປັນເຄື່ອງມື ແລະ ສື່ກາງໃນການຕິດຕໍ່ພົວພັນ ຊຶ່ງກັນ ແລະ ກັນ ລວມໄປເຖິງການຢືມເງິນກັນ. ແຕ່ພໍຢືມເງິນກັນແລ້ວ ບາງຄົນກໍມິດງຽບ ແລະ ຫ່າງຫາຍໄປ, ທັກທາຍໄປກໍບໍ່ຕອບກັບ, ໄປຫາຢູ່ເຮືອນກໍບໍ່ຢູ່, ໄປຫາຢູ່ບ່ອນເຮັດວຽກກໍບໍ່ເຫັນ, ສະນັ້ນ ຈະເຮັດແນວໃດດີ ຊຶ່ງເຈົ້າໜີ້ສ່ວນຫຼາຍກໍອາໄສການໂພສ (post) ລົງໜ້າ wall ໃນ Facebook ໄປເລີຍ ເພື່ອໃຫ້ຄົນອື່ນໄດ້ເຫັນ ແລະ ພໍທີ່ຈະຫາທາງຊ່ວຍທວງໜີ້ໃຫ້ພ້ອມ.
ຖ້າຜູ້ອ່ານຫາກກໍາລັງຄິດແບບນີ້ຢູ່ ຜູ້ຂຽນຂໍໃຫ້ຢຸດເຊົາເລີຍ ເພາະການກະທໍາດັ່ງກ່າວ ອາດຈະເປັນການລະເມີດກົດໝາຍໄດ້.
ປະມວນກົດໝາຍອາຍາ ມາດຕາ 206 ກໍານົດວ່າ "ບຸກຄົນໃດ ຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກຕໍານິວິຈານ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ".
ເມື່ອພິຈາລະນາຈາກບົດບັນຍັດດັ່ງກ່າວ ຈະເຫັນໄດ້ວ່າ ການທວງໜີ້ຜ່ານໜ້າ wall ຂອງ Facebook ເປັນການກະທໍາຜິດໃນສະຖານການເຮັດໃຫ້ບຸກຄົນອື່ນອັບອາຍ ເຖິງວ່າການກູ້ຢືມເງິນກັນຈະເປັນຄວາມຈິງກໍຕາມ ເນື່ອງຈາກວ່າການລະບຸຊື່, ນາມສະກຸນ ແລະ ຈໍານວນໜີ້ສິນ ທີ່ລູກໜີ້ຕິດຢູ່ ລົງໃນ Facebook ຫຼື ພື້ນທີ່ສາທາລະນະຮູບແບບອື່ນ ທີ່ປະຊາຊົນສາມາດເຂົ້ານໍາໃຊ້ເປັນຈໍານວນຫຼາຍ ເຮັດໃຫ້ບຸກຄົນອື່ນ ນອກເໜືອຈາກລູກໜີ້ ແລະ ເຈົ້າໜີ້ພົບເຫັນ ຈຶ່ງເປັນການລະເມີດກຽດສັກສີຂອງລູກໜີ້ ແລະ ເຮັດໃຫ້ລູກໜີ້ອັບອາຍ ຈຶ່ງເປັນການກະທໍາຜິດໃນສະຖານການເຮັດໃຫ້ບຸກຄົນອື່ນອັບອາຍ ຕາມມາດຕາ 206 ຂອງປະມວນກົດໝາຍອາຍາ ດັ່ງທີ່ກ່າວມາຂ້າງເທິງນັ້ນ ຫຼື ໃນກໍລະນີທີ່ເຈົ້າໜີ້ໄດ້ລົບ post ດັ່ງກ່າວອອກແລ້ວກໍຕາມ ແຕ່ຄວາມຜິດໄດ້ເກີດຂຶ້ນ ແລະ ສໍາເລັດແລ້ວ ຊຶ່ງບໍ່ສາມາດລົບລ້າງການກະທໍາຜິດຂອງເຈົ້າໜີ້ໄດ້.
ພາບ: Austin Distel / Unsplash
ນອກຈາກນັ້ນ, ຖ້າການທວງໜີ້ຜ່ານ Facebook ດັ່ງກ່າວ ຫາກມີການນໍາໃຊ້ຄໍາສັບທີ່ມີລັກສະນະບໍ່ສ້າງສັນ, ຫຍາບຊ້າ ຫຼື ເຖິງຂັ້ນປ້ອຍດ່າລູກໜີ້ ຈົນລາມໄປເຖິງການປ້ອຍດ່າຮອດເຊື້ອສາຍ ໃນລັກສະນະຂອງການປະຈານລູກໜີ້ ເຈົ້າໜີ້ອາດຈະຖືກລູກໜີ້ຮ້ອງຟ້ອງໃຫ້ດໍາເນີນຄະດີຕາມມາດຕາ 207 ຂອງປະມວນກົດໝາຍອາຍາ ຊຶ່ງກໍານົດວ່າ "ບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼື ກະທໍາແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1,000,000 ກີບ ຫາ 5,000,000 ກີບ".
ດັ່ງນັ້ນ, ຖ້າເຈົ້າໜີ້ຕ້ອງການທວງໜີ້ ກໍຂໍໃຫ້ທວງແບບສ່ວນຕົວດີກວ່າ ເຊັ່ນ ການໂທລະສັບໄປຫາໂດຍກົງ, ການໄປຫາຢູ່ເຮືອນ, ການຕິດຕໍ່ຫາພໍ່ແມ່ ຫຼື ຄົນໃກ້ຊິດຂອງລູກໜີ້ ຫຼື ຖ້າຕ້ອງການໃຊ້ Facebook ຫຼື social networks ປະເພດອື່ນ ກໍຂໍໃຫ້ສົ່ງຂໍ້ຄວາມຫາແບບສ່ວນຕົວດີກວ່າ ຫຼີກເວັ້ນການປະກາດລົງໃນພື້ນທີ່ສາທາລະນະທີ່ຫຼາຍຄົນເຫັນ ເພາະເວລາຢືມກັນກໍມີພຽງແຕ່ສອງຄົນເທົ່ານັ້ນທີ່ມີສ່ວນກ່ຽວຂ້ອງ ກໍຄື ເຈົ້າໜີ້ ແລະ ລູກໜີ້.
ເຖິງວ່າກົດໝາຍຈະກໍານົດໃນລັກສະນະທີ່ເປັນການຄຸ້ມຄອງລູກໜີ້ ແຕ່ໃນທ້າຍທີ່ສຸດຖ້າຫາກວ່າ ໜີ້ສິນບໍ່ໄດ້ຮັບການໃຊ້ແທນຄືນແລ້ວ ເຈົ້າໜີ້ກໍສາມາດໃຊ້ສິດໄດ້ຕາມກົດໝາຍ ກໍຄື ຖ້າເຈົ້າໜີ້ຫາກເຫັນວ່າທວງໜີ້ແລ້ວ ແຕ່ລູກໜີ້ຍັງບໍ່ຍອມປະຕິບັດ ຫຼື ບໍ່ຍອມໃຊ້ແທນໜີ້ສິນ ກໍຂໍໃຫ້ເຈົ້າໜີ້ລວບລວມເອົາຫຼັກຖານຕ່າງໆ ເປັນຕົ້ນ ສັນຍາກູ້ຢືມເງິນ ຖ້າເຮັດສັນຍາຮ່ວມກັນໄວ້, ຂໍ້ຄວາມເວລາສົນທະນາກັນໃນເວລາກູ້ຢືມ ແລ້ວປະກອບກັນຍື່ນຄໍາຮ້ອງຟ້ອງຕໍ່ສານໃຫ້ເປັນຄະດີ ຕາມກົດໝາຍໃນຂັ້ນຕໍ່ໄປ.
ໃນທ້າຍທີ່ສຸດ ການຕັດສີນໃຈໃຫ້ບຸກຄົນອື່ນຢືມເງິນນັ້ນ ນອກຈາກຕ້ອງພິຈາລະນາຈາກເຫດຜົນ ຫຼື ຄວາມຈໍາເປັນໃນການຢືມແລ້ວ ຜູ້ອ່ານອາດຈະຕ້ອງຄິດໄວ້ລ່ວງໜ້າວ່າ ຖ້າລູກໜີ້ຫາກບໍ່ຍອມສົ່ງເງິນຄືນ ຈະເຮັດແນວໃດ ແລະ ຄວນຖາມລູກໜີ້ນໍາອີກວ່າ ຈະມີວິທີການ ຫຼື ຊ່ອງທາງໃນການໃຊ້ເງິນຄືນຄືແນວໃດ. ທາງດຽວຂອງເຈົ້າໜີ້ເວລາລູກໜີ້ບໍ່ໃຊ້ເງິນຄືນ ກໍຄືການໃຊ້ສິດຕາມກົດໝາຍ ດ້ວຍການຮ້ອງຟ້ອງຕໍ່ສານເທົ່ານັ້ນ. ການປະຈານລູກໜີ້ຜ່ານທາງພື້ນທີ່ສາທາລະນະ ຖ້າລູກໜີ້ຂອງຜູ້ອ່ານເປັນຄົນແບບຊຽງໝ້ຽງ ຜູ້ອ່ານອາດຈະຕົກເປັນຜູ້ຖືກຫາໃນຄະດີອາຍາ ກໍເປັນໄປໄດ້.
ບົດໂດຍ: ວິລະວົງ ຍຸບົນພາກ
ພາບໜ້າປົກ: Solen Feyissa / Unsplash
ອ້າງອີງ:
- ປະມວນກົດໝາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017;
- ປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018.