Lao Toyota F.C. ດຶງ “ຊານະ ມະນີຜົນ” ຮ່ວມທີມ ລຸ້ນແຊ້ມລີກສູງສຸດຂອງປະເທດ

ຖ້າຍ້ອນກັບໄປເມື່ອປາຍປີກ່ອນ ຄົງບໍ່ມີໃຜທີ່ຈະບໍ່ໄດ້ຍິນຊື່ຂອງ “ຊານະ ມະນີຜົນ” ໜຸ່ມນ້ອຍຈາກເມືອງມໍລະດົກໂລກ ຫຼວງພະບາງ ເຊິ່ງໄດ້ກາຍເປັນກະແສໃນໂລກອອນລາຍຢ່າງວ່ອງໄວ ພາຍຫຼັງປາກົດໂຕໃນການແຂ່ງຂັນບານເຕະຊີງແຊ້ມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວຄົບຮອບ 45 ປີ. ມາຄັ້ງນີ້ ຊານະ ໄດ້ຮັບໂອກາດໃໝ່ທີ່ຈະເຮັດໃຫ້ເສັ້ນທາງໃນສາຍອາຊີບນັກເຕະກ້າວໜ້າໄປອີກ ໂດຍຖືກ ລາວ ໂຕໂຢຕ້າ ເອຟຊີ (Lao TOyota F.C.) ດຶງໂຕເຂົ້າຮ່ວມທີມຢ່າງເປັນທາງການແລ້ວ.
ສະໂມສອນດັງໄດ້ຖະແຫຼງຢ່າງເປັນທາງການຜ່ານທາງເຟສບຸກເມື່ອຕອນທ່ຽງຂອງວັນທີ 20 ມັງກອນ 2021 ພ້ອມທັງລະບຸວ່າ ສະໂມສອນພ້ອມທີ່ຈະຊຸກຍູ້ ແລະ ໃຫ້ໂອກາດສຳລັບນັກແຕະພະລັງໜຸ່ມ “ຊານະ ມະນີຜົນ” ເຂົ້າຮ່ວມທີມໃນການແຂ່ງຂັນລາວລີກ 1 ລະດູການ 2021 ໂດຍ ຊານະຈະໄດ້ໃສ່ເສື້ອໝາຍເລກ 17 ເຊິ່ງເປັນເລກປະຈຳໂຕຂອງນັກເຕະໜຸ່ມນ້ອຍຄົນນີ້ຢູ່ແລ້ວ.
ສຳລັບ ຊານະ ມະນີຜົນ ນີ້ ເປັນນັກເຕະທີມຊາດລາວ U19 ອາຍຸ 17 ປີ (ເກີດປີ 2003) ປັດຈຸບັນເປັນນັກສຶກສາປີທີ 1 ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ ເລີ່ມເຂົ້າສູ່ວົງການບານເຕະເມື່ອອາຍຸພຽງ 10 ປີ.
ຜົນງານທີ່ຜ່ານມາ ໃນປີ 2014 ຫາ 2019 ສັງກັດຢູ່ທີ່ ອາຄາເດມີຫຼວງພະບາງ, ປີ 2019 ເປັນນັກກີລາທີມແຂວງຫຼວງພະບາງ (ຊຸດນັກຮຽນ), ທີມຊາດລາວ U19, ນັກກີລາທີມແຂວງຫຼວງພະບາງໃນການແຂ່ງຂັນຊີງແຊ້ມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ນະຄອນຫຼວງວຽງຈັນ.
ນອກຈາກນີ້ ຊານະ ຍັງມີອ້າຍເຊິ່ງເປັນສິລະປິນໃນວົງການບັນເທີງລາວ ນັ້ນກໍຄື “ຊານົນ ມະນີຜົນ” ເຊິ່ງເປັນທາງນາຍແບບ, ນັກສະແດງ ແລະ ນັກຮ້ອງ ແລະ ຈາກກະແສຄວາມແຮງໃນໂລກໂຊຊຽວ ຊານະຈຶ່ງຖືກດຶງໂຕເຂົ້າມາໃນວົງການບັນເທີງເຊັ່ນກັນ ໂດຍໃນປັດຈຸບັນມີທັງຜົນງານການຖ່າຍໂຄສະນາ ແລະ ຖ່າຍເອັມວີເພງ ຫຼ້າສຸດກໍແມ່ນຜົງານເພງຂອງ UNA Studio ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້.
ຂໍຂອບໃຈ
ພາບ : LAO Toyota F.C. , Instagram / sanamnp7