6 ອົງປະກອບຂອງການເປັນ Startup ທີ່ທ່ານຄວນຮູ້ກ່ອນລົງມື

Startup ແມ່ນຫຍັງ?
ການເລີ່ມຕົ້ນເຮັດທຸລະກິດແມ່ນບໍ? ແລ້ວຖ້າຜູ້ທີ່ເລີ່ມເຮັດ Startup ນີ້ຕ້ອງປະສົບຜົນສໍາເລັດໝົດທຸກຄົນບໍ?
ມີຫຼາຍກຸ່ມຄົນທີ່ເລີ່ມທຸລະກິດດັ່ງກ່າວນີ້ແຕ່ກໍໄປບໍ່ລອດ.
ຖ້າທ່ານເປັນຄົນໜຶ່ງທີ່ກໍາລັງຈະເລີ່ມກ້າວຂາເຂົ້າສູ່ວົງການນີ້ທ່ານຕ້ອງຮູ້ກ່ອນວ່າ Startup ທີ່ທ່ານກໍາລັງຈະເຮັດຢູ່ນີ້ນັ້ນຕ້ອງມີອົງປະກອບຫຍັງແນ່ຈຶ່ງຈະເຮັດໃຫ້ທຸລະກິດຂອງເຮົາປະສົບຜົນສໍາເລັດໄດ້.
ການເຮັດ Start up ບໍ່ແມ່ນທ່ານຈະມີພຽງເງີິນເທົ່ານັ້ນຈຶ່ງຈະສາມາດເຮັດໄດ້ບຸກຄົນໃນທີມຂອງທ່ານກໍຕ້ອງກຽມພ້ອມເຊັ່ນດຽວກັນ.
ເວົ້າງ່າຍໆກໍແມ່ນການທີ່ທຸລະກິດຂອງທ່ານຈະໄປໄດ້ໄກທ່ານຕ້ອງມີທີມງານທີ່ມີປະສິດທິພາບ ແລະ ແນວທາງໃນທາງດຽວກັນນັ້ນເອງ.
ທຸລະກິດ Start up ຈະດໍາເນີນໄປໄດ້ດ້ວຍດີນັ້ນຕ້ອງປະກອບດ້ວຍ 6 ອົງປະກອບຫຼັກໆຄື:
-
CEO (Chief Executive Officer)
ແມ່ນຜູ້ນໍາຂອງທີມ ແລະ ເປັນຄົນທີ່ຈະເຮັດໜ້າທີ່ຕັດສິນໃຈວ່າຈະດໍາເນີນຕໍ່ໄປໃນທິດທາງໃດ
ຕ້ອງເປັນຄົນທີ່ມີຄຸນສົມບັດໃນການເຊື່ອໝັ້ນໂຕເອງ, ກ້າທີ່ຈະຝັນໃນສິ່ງທີ່ຕົນຕ້ອງການ ເຖິງແມ່ນວ່າຄົນອື່ນຈະແນມເບິ່ງວ່າເປັນແນວໃດ ເພາະຖ້າເຮົາມີຄວາມເຊື່ອໝັ້ນວ່າຈະເຮັດໄດ້ລູກທີມກໍຈະມີຄວາມເຊື່ອໝັ້ນໃນໂຕເຮົາເຊັ່ນກັນ.
ໜ້າທີ່ຫຼັກໆກໍຈະມີ:
-
ການວາງແຜນກົນລະຍຸດ ແລະ ທິດທາງຂອງບໍລິສັດ.
-
ກໍານົດວັດທະນະທໍາ ແລະ ຄຸນຄ່າໃນອົງກອນ.
-
ຕັດສິນໃຈໃນເລື່ອງສໍາຄັນຕ່າງໆ.
-
ໃສ່ໃຈຄວາມຕ້ອງການຂອງທຸກຝາຍໃນບໍລິສັດ, ນັກລົງທຶນຈົນຮອດລູກຄ້າ.
-
CPO (Chief Product Officer)
ຄືບຸກຄົນທີ່ຮູ້ຈັກຜະລິດຕະພັນຂອງບໍລິສັດຕົນເອງດີທີ່ສຸດ ແລະ ສາມາດເຮັດໃຫ້ຮູ້ວ່າປັນຫາຢູ່ບ່ອນໃດ ແລະ ຫາທາງແກ້ໄຂໃນທີ່ສຸດ. ຕ້ອງເປັນບຸກຄົນທີ່ກ້າຄິດກ້າຝັນ ແລະ ເຮັດໃຫ້ຝັນນັ້ນເປັນຄວາມຈິງ ແລະ ຕ້ອງແນມໃຫ້ເຫັນວ່າຕະຫຼາດໃນອະນາຄົດນັ້ນເປັນແນວໃດ ເພື່ອເຮັດຜະລິດຕະພັນອອກມາຕອບສະໜອງຄວາມຕ້ອງການ.
ໜ້າທີ່ຫຼັກໆແມ່ນ:
-
ເຂົ້າໃຈ ແລະ ຄາດການຄວາມຕ້ອງການຂອງລູກຄ້າຜ່ານການຄົ້ນຄວ້າ.
-
ຕອບຄໍາຖາມໄດ້ວ່າສິນຄ້ານັ້ນແກ້ໄຂບັນຫາຫຍັງ ແລະ ໃຜຄືກຸ່ມລູກຄ້າ.
-
ຕັ້ງລາຄາສິນຄ້າທີ່ພິຈາລະນະຈາກຕົ້ນທຶນ ແລະ ຄວາມຕ້ອງການຂອງຕະຫຼາດ.
-
CTO (Chief Technical Officer)
ຄືບຸກຄົນທີ່ລົງມືສ້າງຜະລິດຕະພັນນັ້ນຂຶ້ນມາ ແລະ ຈັດການກັບບັນຫາທາງເຕັກນິກ ຕ້ອງເປັນຄົນທີ່ມີຄວາມສາມາດທາງດ້ານເຕັກໂນໂລຊີຂ້ອນຂ້າງສູງແລະ ຕ້ອງແກ້ໄຂບັນຫາໄດ້ຢ່າງວ່ອງໄວ.
ໜ້າທີ່ຫຼັກແມ່ນ:
-
ສ້າງ ແລະ ພັດທະນາຜະລິດຕະພັນ.
-
ວາງແຜນການໃຊ້ງານຊັບພະຍາກອນທາງເຕັກໂນໂລຊີໃຫ້ຄຸ້ມຄ່າ ແລະ ເຮັດກຳໄລໄດ້ສູງສຸດ.
-
ເບິ່ງແຍງໂຄງສ້າງພື້ນຖານ.
-
ສຶກສາ ແລະ ປະຍຸກເຕັກໂນໂລຊີໃໝ່ຢູ່ຕະຫຼອດເວລາເພື່ອໃຫ້ໄດ້ປຽບໃນການແຂ່ງຂັນ.
-
CSO (Chief Sales Officer)
ຄືບຸກຄົນທີ່ພ້ອມຈະຂາຍທຸກຢ່າງທຸກຜະລິດຕະພັນທີ່ຜະລິດຂຶ້ນມາ ແລະ ເປັນຜູ້ທີ່ເຮັດໃຫ້ແນວຄວາມຄິດປ່ຽນເປັນກໍາໄລ, ເປັນຄົນທີ່ທັກສະໃນການເວົ້າໂນມນ້າວເພື່ອປິດການຂາຍ.
ໜ້າທີ່ຫຼັກໆແມ່ນ:
-
ຕັ້ງເປົ້າຍອດການຂາຍ.
-
ວາງກົນລະຍຸດການຂາຍ.
-
ວິເຄາະ Performance ຂອງບໍລິສັດຕົນ ແລະ ຄູ່ແຂ່ງ
-
CMO (Chief Marketing Officer)
ຄືບຸກຄົນທີ່ເບິ່ງວຽກດ້ານການຕະຫຼາດ, ການໂຄສະນາ ແລະ ຕົວຕົນຂອງຜະລິດຕະພັນ. ຕ້ອງເປັນບຸກຄົນທີ່ມີຄວາມສາມາດໃນການນໍາສະເໜີແນວຄວາມຄິດທີ່ທໍາມະດາແຕ່ຟັງແລ້ວໃຫ້ຮູ້ສຶກວ່າພິເສດ, ມີທັກສະການເລົ່າເລື່ອງ ແລະ ສ້າງພາບລັກໃຫ້ກັບຜະລິດຕະພັນ.
ໜ້າທີ່ຫຼັກແມ່ນ:
-
ເບິ່ງແຍງດ້ານການຫາລູກຄ້າໃໝ່ ແລະ ຮັກສາລູກຄ້າເກົ່າລວມເຖິງການມີປະຕິສໍາພັນໃນການຕິຕາມລູກຄ້າຢູ່ຕະຫຼອດ.
-
ການປະຊາສໍາພັນ.
-
ການກໍານົດພາບລັກຂອງຜະລິດຕະພັນ.
-
ວິເຄາະ ແລະ ວາງແຜນການຕະຫຼາດ.
-
CFO (Chief Financial Officer)
ນັກການເງິນ ເປັນບຸກຄົນທີ່ນໍາເອົາທຶນມາສ້າງໃຫ້ເກີດປະໂຫຍດໃນທີມໃຫ້ໄດ້ຫຼາຍທີ່ສຸດ ແລະ ວາງແຜນການຂະຫຍາຍກິດຈະການຕ່າງໆ. ຕ້ອງເປັນຄົນທີ່ຊື່ສັດ, ມີຄວາມຄິດສ້າງສັນ, ຮູ້ຈັກສັນຫາວິທີການໃໝ່ໆໃນການສ້າງມູນຄ່າໃຫ້ກັບບໍລິສັກ.
ໜ້າທີ່ຫຼັກແມ່ນ:
-
ກະກຽມງົບປະມານ.
-
ເບິ່ງແຍງຄ່າໃຊ້ຈ່າຍ, ກໍາໄລ, ຂາດທຶນ.
-
ວິເຄາະ ແລະ ເຮັດລາຍງານດ້ານການເງິນ.
-
ວາງແຜນ ແລະ ປະເມີນຄວາມສ່ຽງດ້ານການເງິນໃນອະນາຄົດ.
ຂຽນໂດຍ: J’daisy