ຢ່າຫາເຮັດເດີ້! 10 ຂໍ້ຜິດພາດ ໃນການຫຼຸດນ້ຳໜັກທີ່ເຈົ້າບໍ່ຄວນເຮັດ

ຄືດັ່ງທີ່ຫຼາຍໆຄົນຮູ້ນຳກັນແລ້ວວ່າຖ້າຢາກທີ່ຈະຫຼຸດນ້ຳໜັກເບື້ອງຕົ້ນເຈົ້າຕ້ອງກິນ ແຄຣໍລີ້ (ພະລັງງານ) ໃຫ້ໜ້ອຍລົງ ແລະ ອອກກຳລັງກາຍເປັນປະຈຳສະໝ່ຳສະເໝີ. ແຕ່ກໍ່ມີຫຼາຍຂໍ້ທີ່ຄົນທີ່ຕ້ອງການຫຼຸດນ້ຳໜັກມັກຈະເຮັດຜິດພາດ, ໂດຍສະເພາະມືໃໝ່ ນອກຈາກຈະບໍ່ຊ່ວຍໃຫ້ຫຼຸດນ້ຳໜັກໄດ້ແລ້ວຍັງສ່ຽງຕໍ່ການເສຍສຸຂະພາບນໍາ. ລອງມາເບິ່ງນຳກັນວ່າມີຫຍັງແດ່ທີ່ເຮົາເຂົ້າໃຈແບບຜິດໆທີ່ຜ່ານມາ
1. ສົນໃຈແຕ່ຊັ່ງນ້ຳໜັກ ແລະ ປຽບທຽບທຸກໆມື້ (ຖີ່ເກີນໄປ)
ນ້ຳໜັກທີ່ເຮົາຊັ່ງມັນເປັນພຽງຕົວເລກການປ່ຽນແປງຂອງນ້ຳໜັກໃນພາບລວມຊື່ໆ ນອກຈາກຈະບໍ່ສາມາດເຮັດໃຫ້ເຮົາວັດແທກປະສິດທິພາບຂອງການຫຼຸດນ້ຳໜັກແລ້ວ, ການຊັ່ງນ້ຳໜັກຕະຫຼອດອາດເຮັດໃຫ້ເຮົາເຄັ່ງຄຽດ ແລະ ບໍ່ມີສະມາທິ ແລ້ວທໍ້ໄປກໍ່ມີ. ຮ່າງກາຍຂອງເຈົ້າອາດກຳລັງມາຖືກທາງໃນການກຳຈັດໄຂມັນອອກຈາກຮ່າງກາຍ ເຖິງນ້ຳໜັກລວມຈະບໍ່ປ່ຽນແປງກໍ່ຕາມມ.
ສິ່ງທີ່ຄວນເຮັດ: ນອກຈາກຊັ່ງນ້ຳໜັກແລ້ວວ, ພະຍາຍາມວັດແທກຮ້ອມແອວໄປນຳ, ສະໂພກ ຫຼື ວົງແຂນ ເປັນຕົ້ນ ທຸກໆອາທິດ ຫຼື 2 ອາທິດຕໍ່ຄັ້ງ ກໍ່ພຽງພໍແລ້ວ.
2. ການກິນອາຫານທີ່ໃຫ້ພະລັງງານຫຼາຍເກີນໄປ ຫຼື ເລືອກທີ່ຈະບໍ່ກິນເລີຍ
ແນ່ນອນຫຼາຍໆຄົນມັກທີ່ບໍ່ກິນອາຫານທີ່ໃຫ້ພະລັງງານເລີຍ, ແຕ່ບາງຄົນກໍ່ກິນຫຼາຍໂພດເຊັ່ນຈຳພວກຖົ່ວ ຫຼື ຊີສ. ຖ້າກິນອາຫານທີ່ໃຫ້ ແຄລໍຣີ້ ສູງກໍ່ຈະເຮັດໃຫ້ການຫຼຸດນ້ຳໜັກຂອງເຈົ້າມີບັນຫາ ກົງກັນຂ້າມຖ້າບໍ່ມີແຄລໍຣີ້ເລີຍ ລະບົບເຜົາຜານຂອງຮ່າງກາຍຈະຫຼຸດປະສິດທິພາບລົງ ເຊິ່ງບໍ່ດີຕໍ່ການຫຼຸດນ້້ຳໜັກເຊັ່ນດຽວກັນ
ສິ່ງທີ່ຄວນເຮັດ: ບໍລິໂພກອາຫານທີ່ມີແຄລໍຣີ້ໃນປະລິມານທີ່ບໍ່ໜ້ອຍ ຫຼື ຫຼາຍເກີນໄປເພື່ອເຮັດໃຫ້ການຫຼຸດນ້ຳໜັກມີປະສິທິພາບ
3. ຫຼຸດອາຫານຢ່າງດຽວ,ແຕ່ບໍ່ຍອມອອກກຳລັງກາຍ ຫຼື ຫຼາຍຄົນອໍ່ອອກຫຼາຍຈົນເກີນໄປ
ເຄີຍເປັນເນາະອອກກຳລັງກາຍໜັກໆ ແລ້ວໄປກິນຊີ້ນດາດ ຫຼື ບໍ່ກິນອາຫານເລີຍ ແລ້ວນັ່ງຫຼີ້ນບໍ່ອອກໄປໃສ. ການເຮັດແບບນີ້ມີແຕ່ຜົນເສຍກັບຮ່າງກາຍນ້ຳໜັກອາດຈະຫຼຸດແຕ່ພຽງຊົ່ວຄາວເທົ່ານັ້ນ ສິ່ງທີ່ຕາມມາເພີ່ມກໍ່ຄືບັນຫາສຸຂະພາບນັ້ນເອງ.
ສິ່ງທີ່ຄວນເຮັດ: ອອກກຳລັງກາຍເລີ່ມຈາກໜ້ອຍໄປຫາຫຼາຍ ຄ່ອຍໆເພີ່ມເວລາ ແຕ່ບໍ່ກົດດັນຕົວເອງດ້ວຍການອອກກຳລັງກາຍແບບໜັກໆຈົນເກີນໄປ. ເອົາເປັນວ່າ ກິນແບບພໍດີ ແລ່ນຫຼີ້ນພໍປະມານ ບໍ່ຝືນຫຼາຍຈົນເມື່ອຍ.
4. ແລ່ນຢ່າງດຽວ, ບໍ່ຍົກນ້ຳໜັກມັນໜັກໂພດ!
ຂໍ້ນີ້ຫຼາຍໆຄົນຕ້ອງມີຄຳຖາມວ່າ ກະອອກກຳລັງກາຍຄືກັນມັນໜັກໂພດບໍ່ຍົກດອກ ແຕ່ທ່ານຮູ້ບໍ່ວ່າ ການເຝິກຊ້ອມດ້ວຍການຍົກນ້ຳໜັກ ຫຼື ໃຊ້ແຮງຕ້ານ(ຂື້ນລົງຕ້ານແຮງດຶງດູດໂລກ) ສາມາດເພີ່ມອັດຕາການເຜົາຜານພະລັງງານຂອງຮ່າງກາຍ, ໂດຍສະເພາະກ້າມຊີ້ນ ແລະ ສົ່ງເສີ່ມການຫຼຸດໄຂມັນ ແລະ ໜ້າທ້ອງນ້ຳ.
ສິ່ງທີ່ຄວນເຮັດ: ທຸກຄັ້ງທີ່ຄິດຫາການອອກກຳລັງກາຍເພື່ອຫຼຸດນ້ຳໜັກຢ່າລືມບັນຈຸການຍົກນ້ຳໜັກລົງໄປເປັນ1ໃນລາຍການອອກກຳລັງກາຍນຳເດີ້
5. ບໍ່ອ່ານສະຫຼາກໂພຊະນາການທີ່ມາກັບບັນຈຸພັນ
ຢ່າຄິດວ່າມັນບໍ່ສຳຄັນເດີ້ ສຳລັບທ່ານທີ່ຕ້ອງການຫຼຸດນ້ຳໜັກ ເພາະມັນຈະເປັນຕົວທີ່ເຮັດໃຫ້ເຮົາຮູ້ວ່າມື້ນີ້ເຮົາບໍລິໂພກຫຍັງແດ່, ປະລິມານແຄລໍຣີເທົາໃດ, ມີຫຍັງເປັນສ່ວນປະກອບ ເປັນຕົ້ນ. ການທີ່ບໍ່ອ່ານເລີຍມັນເຮັດໃຫ້ເຮົາອາດກິນແຄລໍຣີເກີນເກນທີ່ເຮົາຕັ້ງໄວ້, ກິນອາຫານທີ່ສົ່ງຜົນກົງກັນຂ້າມຕໍ່ການຫຼຸດນ້ຳໜັກ ເປັນຕົ້ນ.
ສິ່ງທີ່ຄວນເຮັດ:ອ່ານທຸກຄັ້ງກ່ອນຮັບປະທານ ຖ້າຈະໃຫ້ດີຄວນຈົດ ຫຼື ຖ່າຍຮູບບັນທຶກໄວ້. ຜົນການສຳຫຼວດຊີ້ໃຫ້ເຫັນແລ້ວວ່າ ຄົນທີ່ມີວິໄນເທົ່ານັ້ນທີ່ເຮັດໃຫ້ການຫຼຸດນ້ຳໜັກສໍາເລັດຜົນ, ໄດ້ສຸຂະພາບດີ ແລະ ທີ່ສຳຄັນເປັນເລື່ອງຍາກທີ່ຈະເຮັດໃຫ້ເຈົ້າກັບໄປຢູ່ຈຸດທີ່ເຈົ້າເຄີຍມີນ້ຳໜັກຫຼາຍມາກ່ອນ.
6. ເລືອກກິນສະເພາະອາຫານສຳເລັດຮູບທີ່ໄຂມັນຕ່ຳ ຫຼື ອາຫານສຳເລັດຮູບສຳລັບຫຼຸດນ້ຳໜັກໂດຍສະເພາະ
ຫຼາຍໆຄົນທີ່ຫຼຸດນ້ຳໜັກຕ້ອງສະດຸດຕາກັບຂໍ້ນີ້ແນ່ນອນ, ທ່ານຮູ້ບໍ່ວ່າຜະລິດຕະພັນເຫຼົ່ານັ້ນທີ່ຜ່ານຂະບວນການແປຮູບມາແລ້ວມັກຈະມີການເພີ່ມນ້ຳຕານບໍ່ໜ້ອຍກໍ່ຫຼາຍເພື່ອເພີ່ມລົດຊາດມຫ້ກິນງ່າຍ.
ສິ່ງທີ່ຄວນເຮັດ: ຫຼຸດຜ່ອນອາຫານໃນການຫຼຸດນ້ຳໜັກທີ່ສຳເລັດຮູບ ຫຼື ຜ່ານຂະບວນການແປຮູບມາ, ໃຫ້ປະສົມປະສານກັນລະຫວ່າງອາຫານທີ່ມີຄຸນຄ່າທາງໂພຊະນາການ ແລະ ຜ່ານການແປຮູບໃຫ້ໜ້ອຍທີ່ສຸດ.
ສິ່ງທີ່ຄວນເຮັດ: ຄວນຫຼີກເວັ້ນອາຫານທີ່ປາສະຈາກໄຂມັນ ຫຼື ອາຫານທີ່ມີການ ໄດເອັດ (ອາຫານທີ່ຜ່ານຂະບວນການກຳຈັດໄຂມັນອອກ). ເພາະໂດຍປົກກະຕິແລ້ວອາຫານປະເພດນີ້ຈະມີປະລິມານນ້ຳຕານທີ່ສູງ ແລະ ເປັນສາເຫດເຮັດໃຫ້ຫິວເຂົ້າງ່າຍ ແລະ ນຳມາເຊິ່ງການຮັບເອົາແຄລໍຣີ້ເຂົ້າສູ່ຮ່າງກາຍຫຼາຍເກີນໄປ
7. ເຄື່ອງດື່ມນີ້ແລະຕົວອັນຕະລາຍ
ໃນເຄື່ອງດື່ມໂດຍທົ່ວໄປຈະປະກອບມີນ້ຳຕານ ແລະ ພະລັງງານປະສົມຢູ່ນຳເປັນສ່ວນໃຫຍ່ຂະໜາດໃນເມນູທີ່ນິຍົມທີ່ສຸດຂອງສະຕາບັກກໍ່ມີສ່ວນປະສົມຂອງນ້ຳຕານລະຫວ່າງ 40g - 60g ເຊິ່ງມັນຫຼາຍກວ່າຈຳນວນທີ່ເຈົ້າຄວນຮັບປະທານໃນແຕ່ລະມື້ 2 – 3 ເທົ່າຕົວ.
ສິ່ງທີ່ຄວນເຮັດ: ດື່ມນ້ຳລ້າໆ ບໍ່ຊັ້ນກໍ່ເພີ່ມລົດຊາດດ້ວຍນ້ຳໝາກນາວ(ໝາກນາວສົດ), ເບີຣີ້ຕ່າງ(ໝາກໄມ້ສົດທົ່ານັ້ນເດີ້) ຫຼື ໃບມິ້ນກໍ່ໄດ້ ເພື່ອເພີ່ມກິນ ແລະ ລົດຊາດ. ປະເພດຊາຂຽວທີ່ບໍ່ມີນ້ຳຕານກໍ່ເປັນຕົວເລືອກທີ່ດີ.
8. ອົດອາຫານ! ຢ່າຫາເຮັດເດີ້
ໜຶ່ງໃນວິທີຍອດຮິດຄືການອົດເຂົ້າວ່າຊັ້ນ! ເຊິ່ງມັນເປັນຄວາມເຊື່ອທີ່ຜິດໆ ແລະ ສົ່ງຜົນເສຍຕໍ່ສຸຂະພາບໄລຍະຍາວ. ການຂ້າມບໍ່ກິນເຂົ້າເຊົ້າ ແລະ ເຂົ້າແລງເປັນສິ່ງທີ່ເຈົ້າບໍ່ຄວນເຮັດເດັດຂາດ. ຄິດພາບຍິ່ງເຈົ້າຫິວເຈົ້າຍິ່ງພ້ອມທີ່ຈະຈວດອາຫານປະລິມານທີ່ຫຼາຍຂື້ນກວ່າເກົ່າເມື່ອມີໂອກາດ. ເຂົ້າເຊົ້້າດີຕໍ່ສະໝອງ ແລະ ຮ່າງກາຍບໍ່ຄວນຂ້າມ ກິນເຂົ້າເຊົ້າແລ້ວໂອກາດທີ່ຈະກິນໜັກໆໃນຄາບອື່ນຈະໜ້ອຍລົງທັນທີ ໃນຂະນະທີ່ເຂົ້າແລງຄວນຄິດອາຫານທີ່ເບົາໆຍ່ອຍງ່າຍ ສ່ວນຕອນສວາຍ ເປັນໝາກໄມ້, ສະຫຼັດ, ພືດຜັກສີຂຽວເປັນການດີ.
9. ເຂັ້ມງວດໃນການກິນ ກິນໃຫ້ໜ້ອຍໆ
ຜິດພາດຢ່າງມະຫັນປະລິມານການກິນກໍ່ສຳຄັນ ແຕ່ການກິນໜ້ອຍບໍ່ໄດ້ແປວ່າຊ່ວຍໃຫ້ຫຼຸດນ້ຳໜັກ ທີ່ສຳຄັນແມ່ນເຈົ້າກິນຫຍັງ, ມີຄູນຄ່າ ແລະ ສານອາຫານທີ່ເປັນປະໂຫຍດຕໍ່ການຫຼຸດນ້ຳໜັກທີ່ດີບໍ່.
ສິ່ງທີ່ຕວນເຮັດ: ຮັບປະທານອາຫານໃຫ້ພຽງພໍ ບໍ່ເຂັ້ມງວດເກີນໄປ ອາທິດໜຶ່ງ ກິນຊີ້ນ ກິນປາ ຈັກຄັ້ງ 2 ຄັ້ງກໍ່ໄດ້ ເພື່ອເປັນການຫຼຸດຄວາມກະຫາຍ ໃນຂະນະດຽວກັນກໍ່ຊ່ວຍເພີ່ມພະລັງງານທີ່ຈຳເປັນໃຫ້ກັບລະບົບຍ່ອຍອາຫານເຮັດວຽກໄດ້ດີຂື້ນ.
10. ນອນຫຼັບບໍ່ພຽງພໍ
ຕໍ່ໃຫ້ເຈົ້າເຮັດທຸກວິທີທາງໃນການຫຼຸດອາຫານ ຫຼື ອອກກຳລັງກາຍ ແຕ່ຖ້າເຈົ້ານອນຫຼັບບໍ່ພຽງພໍມັນກໍ່ອາດຈະບໍ່ຊ່ວຍໃຫ້ການຫຼຸດນ່້ຳໜັກຂອງເຈົ້າເປັນໄປດ້ວຍດີ. ດັ່ງນັ້ນ, ຢ່າລືມຈັດຕາຕາລາງການນອນພັກຜ່ອນເປັນໜຶ່ງໃນກົດເກນການຫຼຸດນ້ຳໜັກຂອງເຈົ້ານຳເດີ້.
ນອກຈາກນີ້ແລ້ວຍັງມີອີກຫຼາຍຂໍ້ເຊັ່ນ: ການກິນອາການທີ່ມີປະໂຍດແຕ່ກິນຫຼາຍຈົນເກີນໄປກໍ່ບໍ່ດີ, ກິນອາຫານຈຳພວກໄຟເບີໃນປະລິມານທີ່ບໍ່ພຽງພໍ (ເຂົ້າໂອດ,ຖົ່ວມີເສັ້ນໄຍ, ເຂົ້າກ່ອງທັນຍະພືດ, ເປືອກໝາກໄມ້ມີໄຟເບີທີ່ດີຕໍ່ຮ່າງກາຍລ້າງໃຫ້ດີແລ້ວຮັບປະທານເລີຍ) ແລະ ຢ່າລືມຕັ້ງເປົ້າໝາຍການຫຼຸດນ້ຳໜັກເພື່ອສຸຂະພາບທີ່ດີ ແລະ ຮູບຮ່າງທີ່ຕ້ອງການ ຢ່າໃຫ້ຄວາມສຳຄັນກັບຕົວເລກນ້ຳໜັກພຽງຢ່າງດຽວເດີ້
ແລ້ວທ່ານຜູ້ອ່ານເດ ມີເຄັດລັບ ຫຼື ປະສົບການຫຼຸດນ້ຳໜັກທີ່ຖືກວິທີມາແບ່ງປັນໃຫ້ທຸກຄົນໄດ້ຮັບຮູ້ນຳກັນເດີ້ ເພື່ອສຸຂະພາບທີ່ດີຂອງທ່ານ
ບົດຄວາມຈາກ Healthline.com, ຮຽບຮຽງໂດຍ: poui kittang
ອ້າງອິງ: