ຂໍ້ຄວນຮູ້ກ່ຽວກັບການໃຫ້ "ວັກຊີນກັນພະຍາດ" ຢູ່ ສປປ ລາວ

ພະຍາດລະບາດຢ່າງ ໂຄວິດ-19 ຍັງຄົງແພ່ລະບາດໃນຫຼາຍປະເທດທົ່ວໂລກ ແລະ ວັກຊີນປ້ອງກັນກໍຖືກເລັ່ງຜະລິດອອກມາເພື່ອມາປ້ອງກັນມະນຸດໂລກຈາກພະຍາດຮ້າຍນີ້ເຊິ່ງແຜ່ລະບາດມາຕັ້ງແຕ່ປາຍປີ 2019 ມາຈົນຮອດປັດຈຸບັນ. ສຳລັບໃນຕອນນີ້ ກໍມີວັກຊີນຫຼາຍໂຕທີ່ໄດ້ຮັບການຢັ້ງຢືນວ່າມີປະສິດທິພາບໃນການປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ 2019 ແລະ ລາວເຮົາກໍໄດ້ເລີ່ມໃຫ້ວັກຊີນຈຳນວນໜຶ່ງແກ່ກຸ່ມສ່ຽງແລ້ວ ກ່ອນທີ່ຈະມີການຂະຫຍາຍໃຫ້ວັກຊີນກັບປະຊາຊົນກຸ່ມອື່ນໆໃນໄລຍະຕໍ່ໄປ.
ແຕ່ທ່ານຮູ້ບໍວ່າ ການໃຫ້ວັກຊີນກັນພະຍາດນີ້ໄດ້ມີກົດໝາຍຄຸ້ມຄອງຄັກແດ່ ເຊິ່ງໃນບົດຄວາມນີ້ muan.la ຈະໄດ້ພາທຸກຄົນໄປທຳຄວາມເຂົ້າໃນກ່ຽວກັບບັນຫານີ້ກ່ອນທີ່ເຮົາຈະໄດ້ຮັບວັກຊີນປ້ອງກັນໂຄວິດ-19 ໃນອະນາຄົດ.
ວັກຊີນກັນພະຍາດທີ່ນຳເຂົ້າມາໃນລາວມີຄວາມປອດໄພບໍ່?
ອີງຕາມກົດໝາຍວ່າດ້ວຍການໃຫ້ວັກຊີນກັນພະຍາດ, ການນຳເຂົ້າວັກຊີນກັນພະຍາດນັ້ນ ຕ້ອງໄດ້ຂໍອະນຸຍາດຈາກກະຊວງສາທາລະນະສຸກກ່ອນ ໂດຍຕ້ອງມີເລກກຸ່ມຜະລິດ, ວັນ, ເດືອນ, ປີ ທີ່ຜະລິດ ແລະ ໝົດອາຍຸ ເຊິ່ງຕ້ອງໄດ້ຮັບຮອງຈາກອົງການອະນາໄມໂລກກ່ອນ. ສ່ວນວັກຊີນກັນພະຍາດຊະນິດໃໝ່ ຍົກຕົວຢ່າງ ໂຄວິດ-19 ເຊິ່ງກຳລັງລະບາດໃນປັດຈຸບັນ, ກ່ອນຈະນຳເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກຕາມການສະເໜີຂອງຄະນະກຳມາທິການປຶກສາແຫ່ງຊາດສຳລັບວຽກງານໃຫ້ວັກຊີນກັນພະຍາດ ແລະ ໄດ້ຮັບການຢັ້ງຢືນຄຸນນະພາບອົງການອະນາໄມໂລກຈຶ່ງນຳໃຊ້ໄດ້.
ສະນັ້ນ ຈຶ່ງໝັ້ນໃຈໄດ້ວ່າ ວັກຊີນທີ່ຈະສາມາດນຳເຂົ້າມາໃຊ້ໃນລາວນັ້ນ ທຸກຊະນິດແມ່ນໄດ້ຮັບການຢັ້ງຢືນຈາກອົງການອະນາໄມໂລກແລ້ວ ຈຶ່ງສະບາຍໃຈໄດ້ວ່າມີຄວາມປອດໄພໃນລະດັບທີ່ເຊື່ອຖືໄດ້.
ວັກຊີນກັນພະຍາດມີຈັກແບບ?
ໃນກົດໝາຍດັ່ງກ່າວໄດ້ແບ່ງໝວດວັກຊີນກັນພະຍາດອອກເປັນ 4 ໝວດຄື:
- ເຊື້ອທີ່ມີຊີວິດ (Attenuated) ເຊິ່ງປຸງແຕ່ງມາຈາກເຊື້ອຈຸລິນຊີ ຫຼື ເຊື້ອຈຸລະໂຣກ ທີ່ຖືກປ່ຽນສະພາບໃຫ້ອ່ອນແອ ແລະ ບໍ່ສາມາດກໍ່ໃຫ້ເກີດພະຍາດໄດ້.
- ເຊື້ອຕາຍ (Inactivated) ເຊິ່ງປຸງແຕ່ງມາຈາກເຊື້ອຈຸລິນຊີ ຫຼື ເຊື້ອຈຸລະໂຣກທີ່ຖືກຂ້າຕາຍດ້ວຍວິທີທາງດ້ານການແພດ.
- ເຊື້ອບໍລິສຸດ (Subunit) ເຊິ່ງປຸງແຕ່ງມາຈາກຊິ້ນສ່ວນເຊິ່ງເປັນໂມເລກຸນນ້ອຍໆຂອງເຊື້ອພະຍາດ.
- ສິ່ງສະກັດຈາກທາດພິດ (Toxoid) ເຊິ່ງຖືກປຸງແຕ່ງມາຈາກການສະກັດທາດພິດຂອງເຊື້ອຈຸລິນຊີ ແລ້ວເຮັດໃຫ້ມັນບໍ່ເປັນອັນຕະລາຍ ແລະ ສາມາດສ້າງພູມຄຸ້ມກັນພະຍາດໄດ້.
ຕ້ອງໄດ້ຮັບວັກຊີນໝົດທຸກຄົນບໍ?
ການໃຫ້ວັກຊີນມີ 2 ແບບຄື: ແບບບັງຄັບ ແລະ ແບບສະໝັກໃຈ.
ສຳລັບແບບບັງຄັບໝາຍຄວາມວ່າ ລັດກຳນົດໃຫ້ທຸກຄົນຕ້ອງໄດ້ຮັບວັກຊີນກັນພະຍາດທີ່ກຳນົດໃຫ້ຄົບຕາມຈຳນວນ ເຊັ່ນ: ພະຍາດວັນນະໂລກ, ໂປລິໂອ, ຄໍຕີບ, ໄອໄກ່, ບາດທະຍັກ, ຕັບອັກເສບ ບີ, ເຍື່ອຫຸ້ມສະໝອງອັກເສບ, ປອດອັກເສບຮ້າຍແຮງ, ສະໝອງອັກເສບຍີ່ປຸ່ນ, ໝາກແດງໃຫຍ່ ແລະ ໝາກແດງນ້ອຍ, ກັນຖອກທ້ອງ, ກັນມະເຮັງປາກມົດລູກ, ກັນບາດທະຍັກ ແລະ ຄໍຕີບ ໃນແມ່ຍິງໄວຈະເລີນພັນ ແລະ ແມ່ຍິງຖືພາ. ນອກຈາກນີ້ການໃຫ້ວັກຊີນແບບບັງຄັບນີ້ອາດມີການເພີ່ມຂຶ້ນຕາມຄວາມຈຳເປັນແຕ່ລະໄລຍະ.
ພ້ອມນີ້ ໃນກໍລະນີທີ່ມີຄວາມສ່ຽງຕໍ່ການຕິດເຊື້ອແພ່ລາມເປັນວົງກວ້າງ ພົນລະເມືອງທຸກຄົນທີ່ຢູ່ໃນຂອບເຂດການລະບາດຕ້ອງໄດ້ຮັບວັກຊີນກັນພະຍາດຊະນິດນັ້ນຕາມການຕົກລົງເຫັນດີຂອງລັດຖະບານ ແລະ ສາກົນ, ເຊິ່ງໂຄວິດ-19 ກໍນອນຢູ່ໃນກໍລະນີນີ້.
ສ່ວນການໃຫ້ວັກຊີນແບບສະໝັກໃຈແມ່ນ ພົນລະເມືອງສາມາດຮັບວັກຊີນໄດ້ໂດຍສະໝັກໃຈ ເປັນຕົ້ນແມ່ນ ວັກຊີນກັນພະຍາດໄຂ້ຫວັດຕາມລະດູການ, ພະຍາດວໍ້ ແລະ ອື່ນໆຕາມທີ່ກະຊວງສາທາລະນະສຸກອະນຸຍາດ.
ສະນັ້ນຈຶ່ງໝາຍຄວາມວ່າ ມີບາງພະຍາດທີ່ຕ້ອງໄດ້ຮັບໝົດທຸກຄົນ ເພາະລັດບັງຄັບ ແລະ ມີບາງພະຍາດທີ່ລັດບໍ່ໄດ້ບັງຄັບ ຈຶ່ງອາດຈະບໍ່ໄດ້ຮັບທຸກຄົນ.
ກໍລະນີທີ່ໄດ້ຮັບວັກຊີນກັນພະຍາດແລ້ວເກີດເຫດປະຕິປັກ ເຊັ່ນ ພິການ ຫຼື ເສຍຊີວິດ ຈະມີການຄຸ້ມຄອງແນວໃດ?
ໃນກໍລະນີທີ່ມີການພິການ ຫຼື ເສຍຊີວິດຍ້ອນເຫດການປະຕິປັກ (ອາການຂ້າງຄຽງຂອງວັກຊີນ, ອາການຮ່ວມທີ່ເກີດຈາກພະຍາດຂອງຜູ້ຮັບວັກຊີນ), ຄະນະກຳມະການກວດກາຫາສາເຫດການປະຕິປັກກ່ຽວພັນກັບການໃຊ້ຢາ, ວັກຊີນກັນພະຍາດ ແລະ ຜະລິດຕະພັນທາງການແພດອື່ນ ຈະລົງຕິດຕາມກວດກາ, ສືບຄົ້ນຫາສາເຫດ, ວິເຄາະ, ວິໄຈ ເພື່ອບົ່ງມະຕິ ແລະ ລາຍງານໃຫ້ຂັ້ນເທິງຂອງຕົນຊາບ ເພື່ອປະຕິບັດມາດຕະການແກ້ໄຂທາງກົດໝາຍ. ລັດຈະຮັບຜິດຊອບຊົດເຊີຍໃຫ້ຜູ້ພິການ ຫຼື ຄອບຄົວຜູ້ເສຍຊີວິດຕາມແຕ່ລະກໍລະນີ.
ທັງໝົດນັ້ນກໍຄືຄວາມຮູ້ບາງສ່ວນກ່ຽວກັບການໃຫ້ວັກຊີນກັນພະຍາດໃນ ສປປ ລາວ. ກ່ອນທີ່ຈະຮອດມື້ທີ່ພວກເຮົາຈະໄດ້ຮັບວັກຊີນກັນໂຄວິດ-19 ກໍເອົາເວລາມາສຶກສາໄວ້ ຈະໄດ້ທຳຄວາມເຂົ້າໃຈກ່ຽວກັບບັນຫານີ້ໃຫ້ຫຼາຍຂຶ້ນ.
ບົດໂດຍ: ທີມບັນນາທິການ muan.la
ອ້າງອີງ: